ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ລົງໂທດ ຢ່າງໜັກ ຕໍ່ອີຣ່ານ (ວີດີໂອ)


ຈາກຊ້າຍຫາຂວາ, ທ່ານ Jean Asselborn ທ່ານ Jean Asselborn, ລັດຖະມົນຕີກະຊວງການຕ່າງປະເທດ Luxembourg, ທ່ານ Laurent Fabiusລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ ແລະທ່ານ Guido Westerwelle, ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ ຕົກລົງກັນວ່າ ຕ້ອງມີການລົງໂທດຕໍ່ອີຣ່ານເພີ້ມຂຶນ ໃນກອງປະຊຸມລະດັບລັດຖະມົນຕີຕ່າງປະເທດຂອງອີຢູ ໃນ Luxembourg ໃນວັນຈັນ ທີ 15 ຕຸລາ, 2012.
ຈາກຊ້າຍຫາຂວາ, ທ່ານ Jean Asselborn ທ່ານ Jean Asselborn, ລັດຖະມົນຕີກະຊວງການຕ່າງປະເທດ Luxembourg, ທ່ານ Laurent Fabiusລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ ແລະທ່ານ Guido Westerwelle, ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ ຕົກລົງກັນວ່າ ຕ້ອງມີການລົງໂທດຕໍ່ອີຣ່ານເພີ້ມຂຶນ ໃນກອງປະຊຸມລະດັບລັດຖະມົນຕີຕ່າງປະເທດຂອງອີຢູ ໃນ Luxembourg ໃນວັນຈັນ ທີ 15 ຕຸລາ, 2012.
ໃນວັນອັງຄານວານນີ້ ບັນດາລັດຖະບານຂອງປະເທດໃນສະ
ຫະພາບຢູໂຣບ ໄດ້ວາງການ ລົງໂທດຢ່າງໜັກທີ່ສຸດຕໍ່ອີຣ່ານ
ຍ້ອນໂຄງ ການນີວເຄລຍຂອງປະເທດດັ່ງກ່າວ.

ພວກເຈົ້າ ໜ້າທີ່ອີຢູ ແລະ ສະຫະລັດເວົ້າວ່າ ການລົງໂທດ
ແມ່ນສໍາຄັນຕໍ່ການຍັບຍັ້ງ ຄວາມ ພະຍາ ຍາມໃນໂຄງການ
ນີວເຄລຍຂອງອີຣ່ານ. ແຕ່ພວກນັກວິເຄາະບາງຄົນເວົ້າວ່າ
ການລົງ ໂທດບໍ່ໄດ້ມີຜົນແບບນັ້ນ ແລະກໍາລັງເຮັດໃຫ້ຊາວອີຣ່ານ ໄດ້ຮັບຄວາມລໍາບາກ ຍ້ອນວ່າ ຄ່າຂອງເງິນຕາຂອງອີຣ່ານ ຕົກຕໍ່າລົງ.

ບັນດາລັດຖະມົນຕີອີຢູ ໄດ້ຕັດສິນໃຈໃນວັນຈັນທີ່ຜ່ານມານີ້ ຂະ
ຫຍາຍການລົງໂທດ ຕໍ່ອີ ຣ່ານອອກໄປ ແລະຕໍ່ມາໃນວັນອັງຄານ ໄດ້ບົ່ງຊື່ບໍລິສັດອີຣ່ານ 30 ກວ່າບໍລິສັດ ເຂົ້າໃນ ບັນຊີບໍລິສັດເປົ້າໝາຍ. ອີຣ່ານໄດ້ຢືນຢັນເລື້ອຍມາວ່າ ໂຄງ ການນີວເຄລຍຂອງຕົນ ແມ່ນ ເພື່ອຈຸດປະສົງທາງພົນລະເຮືອນ ແລະປະຕິເສດວ່າ ຕົນ ບໍ່ໄດ້ພະຍາຍາມທີ່ ຈະພັດທະນາ ລະເບີດປາລະມະນູ.

ພວກຕາເວັນຕົກເວົ້າວ່າ ການລົງໂທດແມ່ນຫົນທາງທີ່ສໍາຄັນທີ່ສຸດ ເພື່ອກົດດັນອີຣ່ານ ແລະ ຢັບຢັ້ງການຂັດແຍ້ງທາງທະຫານ.

ເສດຖະກິດຂອງອີຣ່ານ ທັງພາກສ່ວນທີ່ຖືກກົດໝາຍແລະລັບ ແມ່ນໄດ້ຮັບຄວາມລໍາ ບາກ. ແລະໃນວັນອັງຄານວານນີ້ ອີຣ່ານໄດ້ຕໍາໜິການລົງໂທດຂອງອີຢູວ່າ “ບໍ່ມີມະ ນຸສທໍາ ແລະບໍ່ມີປະສິດທິຜົນ.”

ການຕົກວາບລົງຂອງເງິນອີຣ່ານ ໄດ້ພາໃຫ້ມີການປະທ້ວງໃນກຸງເທຣ່ານ. ນັກວິເຄາະ ເຫດການຢູ່ຕາເວັນອອກກາງ ທ່ານ Jamie Ingram ຢູ່ HIS Global Insight ກ່າວວ່າ:

“ການລົງໂທດນີ້ ກໍາລັງກະທົບຕໍ່ກະເປົາເງິນຂອງຊາວອີຣ່ານຢ່າງໜັກ. ພ້ອມກັນ ນັ້ນ ຂໍ້ຈໍາກັດຕໍ່ສິນຄ້ານໍາເຂົ້າ ກໍເຮັດໃຫ້ມີການອາຫານຂາດແຄນເພີ້ມສູງຂຶ້ນ ຊຶ່ງຮ້າຍແຮງເປັນ ພິເສດໃນໄລຍະທີ່ມີງານ ຖືສິນອົດ ຫລື Ramadan ຕົວ ຢ່າງເຊັ່ນ ມີການຂາດແຄນໄກ່ ຊຶ່ງມັນໄດ້ມີຜົນກະທົບຕໍ່ສາມັນຊົນອີຣ່ານ ຢ່າງບໍ່ໜ້າເຊື່ອ. ແລະພວກເຮົາກໍຈະເຫັນການ ຂາດແຄນແບບນີ້ ເພີ້ມຂຶ້ນ ໄປເລື້ອໆ.”

ພວກນັກວິເຄາະເວົ້າວ່າ ການລົງໂທດທີ່ແນໃສ່ອຸດສາຫະກໍານໍ້າມັນ ແມ່ນໄດ້ສົ່ງຜົນກະ ທົບຢ່າງໜັກ ແລະເວລານີ້ ອີຣ່ານກໍກໍາລັງດິ້ນຮົນໃນການຊອກຫາຕະຫລາດໃໝ່.

ລັດຖະມົນຕີດ້ານພະລັງງານຂອງອີຣ່ານ ທ່ານ Majid Namjoo ໄດ້ໄປຢ້ຽມຢາມ ນະ ຄອນນີວແດລລີ ໃນອາທິດແລ້ວນີ້ ແລະໄດ້ສະແດງຄວາມຫວັງວ່າ ທຸລະກິດອິນເດຍຈະ ໄປລົງທຶນ ໃນອີຣ່ານ.

XS
SM
MD
LG