ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ​​ກ່າວອ້າງ​ວ່າ ອີຣ່ານ ​ໂຈມ​ຕີ​ ທາງ​ອາກາດ ຫຼາຍບັ້ນ ຕໍ່​ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ ໃນ​ອີຣັກ


ເບິ່ງວີດີໂອ 60 ປະເທດ ໃຫ້ຄຳໝັ້ນ ທີ່ຈະຕໍ່ສູ້ ພວກລັດອິສລາມ

ອີຣ່ານ ຈະ​ບໍ່​ໃຫ້ການຢືນຢັນ​ ທີ່​ສະຫະລັດ​ໄດ້​ກ່າວ​ອ້າງ​ວ່າ ອີຣ່ານ
​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດຫຼາຍບັ້ນ ຕໍ່​ພວກ​ຫົວ​ຮຸນ​ແຮງ
​ລັດ​ອິສລາມ ຢູ່​ໃນ​ອີຣັກ ​ໃກ້ໆ​ກັບ​ຊາຍ​ແດນ​ຂອງ​ຕົນນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ທະຫານ​ສະຫະລັດ ກ່າວ​ວ່າ ​ເຮືອ​ບິນ​ອາຍ​ພົ່ນ​ສ້າງ​ໂດຍ​ອາ​ເມຣິກາຫຼາຍລຳ ທີ່ອີຣ່ານ​ໄດ້​ຊື້ໄປ​ໃນຊຸມ​ປີ 1970 ບິນ​ໂຈມ​ຕີ​ເປົ້າໝາຍຕ່າງ​ໆ ຂອງ​ພວກລັດ​ອິສລາມ ​ຢູ່ແຂວງ Diyala ທາງ​ພາກ​ຕາ​ເວັນ​ອອກຂອງ​ອີຣັກ. ທຳ​ນຽບຫ້າ​ແຈ ກ່າວ​ວ່າ ສະຫະ​ລັດ ​ບໍ່​ໄດ້​ປະຕິບັດ​ການ​ ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ.

ບໍ່​ມີ​ຂໍ້​ມູນ​ເພີ້​ມ​ຕື່ມ​ອີກ ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວ​ນັ້ນ.

ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ກ່າວ​ວ່າ ທ່ານ ບໍ່​ຮູ້​ຫຍັງ​ໃດໆ​ເລີຍ​ວ່າ ມີ​ປະຕິບັດ​ການທາງ​ອາກາດ ຢູ່​ທີ່ Diyala.

ທັງ​ອີຣ່ານ ​ແລະ ສະຫະລັດ ຮີບ​ດ່ວນ​ອອກ​ມາ​ກ່າວ​ວ່າ ບໍ່​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື ທາງ​ດ້ານ​ທະຫານ ລະຫວ່າງ​ກັນ​ແຕ່​ຢ່າງ​ໃດ.

ໃນ​ຂະນະ​ດຽວ​ກັນ ນາຍພົນສະຫະລັດຂັ້ນສູງ​ຄົນ​ໜຶ່ງ ກ່າວ​ວ່າ ພວກ​ລັດ​ອິສລາມ ​ໄດ້​ສ້າງຕັ້ງຄ້າຍ​ເຝິກ​ແອບຫຼາຍໆ​ແຫ່ງ ຢູ່ທາງ​ພາກ​ຕາ​ເວັນອອກ​ຂອງ​ລີ​ເບຍ.

ນາຍພົນ​ David Rodriguez ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທຳນຽມ​ຫ້າ​ແຈ ​ໄດ້​ປະຕິ​ເສດ​ຢ່າງ​ສິ້ນ​ເຊີງ ການ​ໂຈມ​ຕີ​ທາງ​ທະຫານ​ໃດໆ ຕໍ່​ພວກ ຄ້າຍ​ດັ່ງກ່າວ​ນັ້ນ​ໃນ​ເວລາ​ນີ້ ​ແລ້ວ​ເອີ້ນ​ກິດຈະກຳ​ຕ່າງໆ​ຢູ່​ແຫ່ງ​ນັ້ນວ່າ ນ້ອຍ ​ແລະ ຫາ​ກໍ່​ເລີ້ມ​ຂຶ້ນ. ທ່ານ​ເວົ້າ​ອີກ​ວ່າ ທຳນຽມ​ຫ້າ​ແຈ ສົງໄສວ່າ ພວກ​ທີ່ຢູ່​ໃນ​ຄ້າຍ​ດັ່ງກ່າວ​ນັ້ນ ​ແມ່ນ​ພວກ​ທະຫານ​ບ້ານ​ທ້ອງ​ຖິ່ນ ທີ່​ພະຍາຍາມ​ເຊື່ືອ​ມຕໍ່ ​ແລະ​ວ່າ​ບັນດາ​ເຈົ້າໜ້າ​ທີ່​ກຳລັງ​ຕິດຕາມ​ເບິ່ງ​ສະຖານະ​ການ​ຢູ່.

Iran will not confirm U.S. assertions that it carried out airstrikes on Islamic State militants inside Iraq, close to its border.

U.S. military officials say American-built jets that Iran bought in the 1970's hit Islamic State targets in eastern Diyala province.The Pentagon says the United States does not operate in that area.

No other information on the airstrikes is available.Iraqi Prime Minister Haider al-Abadi says he is unaware of any air action in Diyala.

Both Iran and the United States hastened to say there is no military cooperation between them.

Meanwhile, a top U.S. general says the Islamic State has set up training camps in eastern Libya.

General David Rodriguez said Wednesday the Pentagon is ruling out any military strike on those camps at this time, calling the activities there small and very nascent.He said the Pentagon suspects those inside the camps are local militias trying to make connections and that officials will monitor the situation.

XS
SM
MD
LG