ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ຍົກລະດັບ ການກັ່ນທາດຢູເຣນຽມ ກາຍຂີດຈຳກັດ ທີ່ໄດ້ວາງເອົາໄວ້ ໃນຂໍ້ຕົກລົງ


ໃນພາບນີ້ ຖ່າຍເມື່ອວັນທີ 9 ເມສາ 2018, ທີ່ໄດ້ຖືກເປີດເຜີຍ ໂດຍເວັບໄຊຂອງທາງການສຳນັກງານປະທານາທິບໍດີ, ສະແດງໃຫ້ເຫັນ ປະທານາທິບໍດີ ຮາຊານ ຣູຮານີ ກຳລັງຟັງຄຳອະທິບາຍ ກ່ຽວກັບ ຜົນສຳເລັດ ໃໝ່ໃນດ້ານນິວເຄລບ ຢູ່ທີ່ພິທີການລຳລຶກເຖິງ "ວັນນິວເຄລຍແຫ່ງຊາດ ຫຼື National Nuclear Day," ໃນນະຄອນຫຼວງເຕຫະຣ່ານ.
ໃນພາບນີ້ ຖ່າຍເມື່ອວັນທີ 9 ເມສາ 2018, ທີ່ໄດ້ຖືກເປີດເຜີຍ ໂດຍເວັບໄຊຂອງທາງການສຳນັກງານປະທານາທິບໍດີ, ສະແດງໃຫ້ເຫັນ ປະທານາທິບໍດີ ຮາຊານ ຣູຮານີ ກຳລັງຟັງຄຳອະທິບາຍ ກ່ຽວກັບ ຜົນສຳເລັດ ໃໝ່ໃນດ້ານນິວເຄລບ ຢູ່ທີ່ພິທີການລຳລຶກເຖິງ "ວັນນິວເຄລຍແຫ່ງຊາດ ຫຼື National Nuclear Day," ໃນນະຄອນຫຼວງເຕຫະຣ່ານ.

ອີຣ່ານ ກຳລັງຍົກລະດັບການກັ່ນທາດຢູເຣນຽມ ໃຫ້ເກີນລະດັບທີ່ໄດ້ວາງເອົາໄວ້ໃນຂໍ້
ຕົກລົງປີ 2015 ຊຶ່ງໄດ້ກຳນົດຂີດຈຳກັດໄວ້ ຕໍ່ໂຄງການນິວເຄລຍຂອງຕົນນັ້ນ. ອີຣ່ານ
ໄດ້ປະກາດການປ່ຽນແປ່ງດັ່ງກ່າວ ໃນວັນອາທິດມື້ນີ້. ອົງການຂ່າວຣອຍເຕີ ລາຍງານ
ວ່າ ອີຣ່ານ ອາດຍົກລະດັບການກັ່ນທາດຢູເຣນຽມ ຂຶ້ນເຖິງ ລະດັບ 5 ເປີເຊັນ ເພື່ອທີ່
ຈະຜະລິດພະລັງງານ ສຳລັບໂຮງງານໄຟຟ້າທັງຫຼາຍ.

ປະທານາທິບໍດີ ຮາຊານ ຣູຮານີ ຂອງອີຣ່ານ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ
ປະເທດຂອງທ່ານ ຈະເລີ້ມກັ່ນທາດຢູເຣນຽມ ໃຫ້ມີລະດັບທີ່ສູງຂຶ້ນກວ່າເກົ່າ ເວັ້ນເສຍ
ແຕ່ວ່າ ຕົນໄດ້ຮັບການຊ່ອຍເຫຼືອຜ່ອນຜັນໃນດ້ານການລົງໂທດ ຈາກບັນດາປະເທດ
ອື່ນໆ ທີ່ໄດ້ລົງນາມໃນຂໍ້ຕົກລົງປີ 2015 ນັ້ນ.

ຂໍ້ຕົກລົງທີ່ກ່າວນັ້ນ ຊຶ່ງມີເປົ້າໝາຍເພື່ອລະງັບຄວາມຢ້ານກົວໃດໆທີ່ວ່າ ອີຣ່ານຈະດຳ
ເນີນການ ຈົນເຖິງຂັ້ນມີອາວຸດນິວເຄລຍ. ຂໍ້ຕົກລົງນີ້ ໄດ້ຫ້າມອີຣ່ານ ບໍ່ໃຫ້ກັ່ນທາດ
ຢູເຣນຽມ ເກີນລະດັບ 3.67 ເປີເຊັນ ແລະໄດ້ກ່າວວ່າ ຕົນສາມາດມີໄວ້ພຽງແຕ່ 300
ກິໂລກຣາມ ຂອງທາດດັ່ງກ່າວ ໃນຄັງຂອງຕົນ.

ລະດັບ 3.67 ເປີເຊັນ ນັ້ນ ແມ່ນພຽງພໍສຳລັບການຜະລິດພະລັງນິວເຄລຍ ເພື່ອວັດຖຸ
ປະສົງຕ່າງໆ ແຕ່ຢູ່ໃນລະດັບທີ່ຫ່າງໄກຈາກ 90 ເປີເຊັນ ທີີ່ຕ້ອງການເພື່ອການຜະລິດ
ອາວຸດນິວເຄລຍ.

ທ່ານຣູຮານີ ໄດ້ກ່າວເມື່ອບໍ່ດົນມານີ້ ວ່າ ອີຣ່ານ ກຳລັງກຽມທີ່ຈະກັ່ນ “ໃນປະລິມານ
ໃດໆ ທີ່ພວກເຮົາຕ້ອງການ” ເກີນກວ່າລະດັບ 3.67 ເປີເຊັນ. ທ່ານໄດ້ປະຕິຍານຕໍ່ໄປ
ອີກວ່າ ຈະສືບຕໍ່ການກໍ່ສ້າງເຕົາແຍກປະລະມານູ ໃນເມືອງອາຣັກ (Arak) ອັນເປັນ
ໂຄງການທີ່ອີຣ່ານ ໄດ້ຕົກລົງທີ່ຈະປິດລົງ ໃນເວລາຕົນລົງນາມໃນແຜນການປະຕິບັດ
ງານຮ່ວມຮອບດ້ານ ຫຼືເອີ້ນຫຍໍ້ວ່າ JCPOA.

ອີຣ່ານໄດ້ຫາຊ່ອງທາງ ເພື່ອໃຫ້ບັນດາປະເທດຢູໂຣບ ສະໜັບສະໜຸນ ຫຼັງຈາກທີ່
ສະຫະລັດ ໄດ້ຖອນໂຕອອກຈາກຂໍ້ຕົກລົງດັ່ງກ່າວ ເມື່ອປີກາຍນີ້ ແລະ ໄດ້ວາງມາດ
ຕະການລົງໂທດຊຸດໃໝ່ ຫຼາຍຮອບຕໍ່ອີຣ່ານ ທີ່ປະກອບດ້ວຍມາດຕະການລົງໂທດ
ທີ່ແນເປົ້າໝາຍໃສ່ ພາກອຸດສາຫະກຳນ້ຳມັນທີ່ສຳຄັນໆ ຂອງອີຣ່ານ.

ເມື່ອສັບປະດາແລ້ວນີ້ ອີຣ່ານໄດ້ປະກາດວ່າ ຕົນໄດ້ມີທາດຢູເຣນຽມທີ່ກັ່ນແລ້ວ ກາຍ
ຂີດຈຳກັດ 300 ກິໂລກຣາມ ແຕ່ບັນດາເຈົ້າໜ້າທີ່ທັງຫຼາຍ ລວມທັງ ລັດຖະມົນຕີວ່າ
ການຕ່າງປະເທດ ທ່ານໂມຮຳມັດ ຈາວາດ ຊາຣີຟ ກໍໄດ້ກ່າວວ່າ ອີຣ່ານ ຈະກັບຄືນໄປ
ປະຕິບັດຕາມຂີດຈຳກັດ ພາຍໃຕ້ຂໍ້ຕົກລົງ JCPOA ຖ້າຫາກຕົນໄດ້ຮັບການຊ່ອຍເຫຼືອ
ທາງດ້ານເສດຖະກິດ ຈາກປະເທດອື່ນໆ ທີ່ມີສ່ວນກ່ຽວຂ້ອງກັບຂໍ້ຕົກລົງນັ້ນ.

ບັນດາປະເທດທີ່ເຫຼືອຢູ່ໃນການຮ່ວມລົງນາມ ຕ່າງ​ກໍ​ພາ​ກັນ ສະແດງຄວາມເປັນຫ່ວງ
ກ່ຽວກັບການລະເມີດຕໍ່ຂີດຈຳກັດ ການສະສົມທາດຢູເຣນຽມໃນຄັງຂອງອີຣ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG