ປະທານສະພາຂອງອີຣ່ານໄດ້ເຕືອນໃນວັນອາທິດວານນີ້ວ່າ ການປະທ້ວງກ່ຽວກັບການ ເສຍຊີວິດຂອງຍິງສາວຢູ່ໃນບ່ອນຄຸມຂັງຂອງຕຳຫຼວດ ອາດເຮັດໃຫ້ປະເທດຊາດຂາດສະຖຽນລະພາບ ແລະຮຽກຮ້ອງໃຫ້ກຳລັງຮັກສາຄວາມປອດໄພ ຮັບມືກັບພວກທີ່ທ່ານອ້າງວ່າ ເປັນໄພອັນຕະລາຍຕໍ່ຄວາມສະຫງົບ, ອີງຕາມລາຍງານຂອງອົງການຂ່າວເອພີ (AP).
ທ່ານໂມຮຳມາດ ແບັກເຮີ ຄາລີບັຟ (Mohammad Bagher Qalibaf) ກ່າວຕໍ່ບັນ ດາສະມາຊິກສະພາວ່າ ບໍ່ຄືກັບການປະທ້ວງໃນປັດຈຸບັນ, ເຊິ່ງທ່ານກ່າວວ່າມີຈຸດປະ ສົງເພື່ອໂຄ່ນລົ້ມລັດຖະບານ, ການປະທ້ວງໃນເມື່ອກ່ອນໂດຍຄູສອນ ແລະພະນັກ ງານບໍານານກ່ຽວກັບຄ່າຈ້າງນັ້ນ ແມ່ນແນໃສ່ການປະຕິຮູບ, ອີງຕາມເວັບໄຊທ໌ຂອງ ອົງການນິຕິບັນຍັດແຫ່ງນັ້ນ.
ທ່ານຄາລີບັຟ ກ່າວວ່າ “ຈຸດສຳຄັນຂອງການປະທ້ວງທີ່ຜ່ານມານັ້ນແມ່ນພວກເຂົາເຈົ້າຊອກຫາການປະຕິຮູບ ແລະ ບໍ່ໄດ້ແນໃສ່ໂຄ່ນລົ້ມລະບົບ.” "ຂ້າພະເຈົ້າ ຂໍໃຫ້ທຸກຄົນ ທີ່ມີ (ເຫດຜົນ) ໃນເລື້ອງປະທ້ວງ ບໍ່ອະນຸຍາດໃຫ້ການປະທ້ວງຂອງພວກເຂົາກາຍ ເປັນການເຮັດໃຫ້ຂາດສະຖຽນລະພາບ ແລະໂຄ່ນລົ້ມ" ສະຖາບັນໄດ້.
ຊາວອີຣ່ານຫຼາຍພັນຄົນໄດ້ພາກັນເດີນຂະບວນ ຢູ່ຕາມຖະໜົນຫົນທາງໃນໄລຍະ 2 ອາທິດຜ່ານມາ ເພື່ອປະທ້ວງຕໍ່ການຕາຍຂອງນາງມາຊາ ອາມີນີ (Mahsa Amini), ອາຍຸ 22 ປີ ທີ່ຖືກຕຳຫຼວດດ້ານສິນທຳຂອງອີຣ່ານຄຸມຂັງໃນນະຄອນຫລວງເຕຫະຣ່ານ ໃນຂໍ້ຫາວ່າ ບໍ່ປະຕິບັດຕາມກົດການນຸ່ງຖື ຂອງສາສະໜາອິສລາມ ທີ່ເຄັ່ງຄັດຂອງອີຣ່ານ.
ພວກປະທ້ວງໄດ້ລະບາຍຄວາມໂກດແຄ້ນ ຕໍ່ການປະຕິບັດຕໍ່ພວກແມ່ຍິງ ແລະການຄວບຄຸມທີ່ກວ້າງກວ່ານັ້ນ ໃນສາທາລະນະລັດອິສລາມ. ການປະທ້ວງໃນທົ່ວປະເທດໄດ້ເພີ່ມທະວີຂຶ້ນຢ່າງວ່ອງໄວ ເພື່ອຮຽກຮ້ອງໃຫ້ໂຄ່ນລົ້ມສະຖາບັນທາງສາສະໜາ ທີ່ປົກຄອງອີຣ່ານ ນັບຕັ້ງແຕ່ມີການປະຕິວັດອິສລາມໃນປີ 1979 ເປັນຕົ້ນມາ.
ການປະທ້ວງດັ່ງກ່າວ ໄດ້ດຶງດູດເອົາຜູ້ສະໜັບສະໜູນຈາກບັນດາຊົນເຜົ່າຕ່າງໆ, ລວມທັງຂະການເຄື່ອນໄຫວຂອງພັກຝ່າຍຄ້ານຊາວເຄີດ ຢູ່ພາກຕາເວັນຕົກສຽງເໜືອຂອງອີຣ່ານ ທີ່ເຄື່ອນໄຫວຢູ່ຕາມຊາຍແດນຕິດກັບປະເທດອີຣັກທີ່ເປັນປະເທດເພື່ອນບ້ານນັ້ນ. ນາງອາມີນີແມ່ນຄົນອີຣ່ານຊົນເຜົ່າເຄີດ ແລະການປະທ້ວງຄັ້ງທໍາອິດໄດ້ລະ ເບີດຂຶ້ນ ຢູ່ໃນເຂດຂອງຊາວເຄີດ.
ໂທລະພາບຂອງລັດຖະບານອີຣ່ານລາຍງານວ່າ ມີຜູ້ປະທ້ວງແລະຕຳຫຼວດຢ່າງໜ້ອຍ 41 ຄົນ ເສຍຊີວິດ ນັບແຕ່ການປະທ້ວງໄດ້ເລີ້ມຂຶ້ນໃນວັນທີ 17 ກັນຍາຜ່ານມານີ້. ນັກຂ່າວຂອງອົງການຂ່າວເອພີ (AP) ໄດ້ນັບຕາມຖະແຫຼງການຢ່າງເປັນທາງການຂອງພວກເຈົ້າໜ້າທີ່ ເຫັນວ່າມີຈຳນວນຜູ້ເສຍຊີວິດຫລາຍກວ່ານັ້ນ ຢ່າງຫນ້ອຍ 14 ຄົນ ແລະມີຜູ້ປະທ້ວງ 1,500 ກວ່າຄົນທີ່ຖືກຈັບ.