ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາແຫ່ງຊາດ ອີຣ່ານ ຈະປຶກສາ ຫາລື ກ່ຽວກັບ ການປະທ້ວງ ຕໍ່ຕ້ານລັດຖະບານ


ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ, ກາງ,ເດີນທາງ
ອອກຈາກສະພາແຫ່ງຊາດ ຫຼັງຈາກພິທີສາບານໂຕຂອງທ່ານ ສຳລັບການດຳລົງຕຳແໜ່ງສະໄໝທີສອງ. ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 5 ສິງຫາ, 2017.
ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ, ກາງ,ເດີນທາງ ອອກຈາກສະພາແຫ່ງຊາດ ຫຼັງຈາກພິທີສາບານໂຕຂອງທ່ານ ສຳລັບການດຳລົງຕຳແໜ່ງສະໄໝທີສອງ. ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 5 ສິງຫາ, 2017.

ສະພາແຫ່ງຊາດຂອງ ອີຣ່ານ ມີກຳນົດວ່າ ຈະຈັດກອງປະຊຸມພິເສດໄວສຸດ ຄືໃນວັນ
ອາທິດມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ ການປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ເລີ່ມຂຶ້ນ
ເມື່ອວັນທີ 28 ທັນວາທີ່ຜ່ານມາ ແລະ ໄດ້ສືບຕໍ່ມາຈົນຮອດອາທິດນີ້.

ອົງການຂ່າວ ISNA ຂອງ ອີຣ່ານ ໄດ້ລາຍງານວ່າ ລັດຖະມົນຕີກະຊວງພາຍໃນ ຂອງ
ອີຣ່ານ, ຫົວໜ້າອົງການສືບລັບ ແລະ ຫົວໜ້າສະພາຄວາມໝັ້ນຄົງ ຄາດວ່າທັງໝົດ
ແມ່ນຈະເຂົ້າຮ່ວມ. ໃນວາລະຂອງກອງປະຊຸມນັ້ນ ແມ່ນການປຶກສາຫາລື ກ່ຽວກັບ
ກົກເຄົ້າສາເຫດຂອງການປະທ້ວງ, ພ້ອມກັບການຊ່ວຍເຫຼືອດ້ານກົດໝາຍ ສຳລັບ
ພວກຜູ້ປະທ້ວງທີ່ຖືກຈັບເຂົ້າຄຸກ ໃນລະຫວ່າງການປະທ້ວງນັ້ນ.

ກອງປະຊຸມໄດ້ຖືກຮຽກຮ້ອງຈັດຂຶ້ນ ໂດຍກຸ່ມຂອງບັນດາ ນັກການເມືອງປະຕິຮູບທັງ
ຫຼາຍ, ອີງຕາມການກ່າວຂອງສະຖານີວິທະຍຸ ຢູໂຣບ ເສລີ ແລະ ວິທະຍຸ Liberty. ໃນ
ຈົດໝາຍສະບັບນຶ່ງ, ບັນດານັກການເມືອງດັ່ງກ່າວນັ້ນ ໄດ້ຮຽກຮ້ອງໃຫ້ມີການຊ່ວຍ
ເຫຼືອດ້ານກົດໝາຍ ສຳລັບຜູ້ຖືກກັກຂັງ ແລະ ໄດ້ກ່າວປະນາມ “ການແຊກແຊງ” ໃນ
ການປະທ້ວງຈາກຕ່າງປະເທດ, ໂດຍສະເພາະແມ່ນ ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີກຳນົດທີ່ຈະຕັດສິນໃຈ ໃນສັບປະດາ
ໜ້າວ່າ ຈະສືບຕໍ່ຍົກເລີກມາດຕະການລົງໂທດຕໍ່ ອີຣ່ານ ຫຼືບໍ່ ເຊິ່ງໄດ້ຖືກງົດ ພາຍໃຕ້ຂໍ້
ຕົກລົງສາກົນ ໃນປີ 2015 ກ່ຽວກັບ ໂຄງການນິວເຄລຍ ອີຣ່ານ. ການຍົກເລີກຕ້ອງ
ຖືກຕໍ່ໃໝ່ທຸກໆ 120 ວັນ, ອີງຕາມກົດໝາຍ ສະຫະລັດ. ທ່ານ ທຣຳ ອາດຕັດສິນໃຈ ທີ່
ຈະບໍ່ຕໍ່, ເຮັດໃຫ້ມາດຕະການລົງໂທດດ້ານການຄ້າກັບ ສະຫະລັດ ນັ້ນກັບມາມີຜົນອີກ
ຄັ້ງ.

ໃນທະວີບ ຢູໂຣບ, ພວກຜູ້ສະໜັບສະໜູນການປະທ້ວງ ຕໍ່ຕ້ານລັດຖະບານໃນ ອີຣ່ານ
ໄດ້ເຕົ້າໂຮມກັນ ເພື່ອສະແດງການສະໜັບສະໜູນໃນນະຄອນ ເຮກ, ເມືອງ ຮຳບວກ, ນະຄອນຫຼວງ ສຕັອກໂຮມ, ລອນດອນ ແລະ ປາຣີ.

ມີຢ່າງໜ້ອຍ 12 ຄົນໄດ້ເສຍຊີວິດ ໃນການປະທ້ວງດັ່ງກ່າວນັ້ນ ແລະ ຫຼາຍກວ່າ 1,000
ຄົນໄດ້ຖືກຈັບກຸມ. ຜູ້ສອນສາສະໜາຫົວຈັດ ທ່ານ ອາມັດ ອາຕາມີ ໄດ້ກ່າວຕໍ່ຜູ້ທີ່ມາບູ
ຊາ ໃນການຟັງເທດສະໜາ ເມື່ອວັນສຸກທີ່ຜ່ານມາວ່າ ພວກຜູ້ທີ່ຖືກຈັບກຸມ ຄວນຖືກປະ
ຕິບັດຕໍ່ຖານເປັນສັດຕູຂອງສາສະໜາອິສລາມ, ໂດຍສະເພາະພວກທີ່ໄດ້ຈູດທຸງຊາດ.
ທ່ານໄດ້ກ່າວວ່າ “ມັນບໍ່ຄວນມີຄວາມເມດຕາ ຕໍ່ຄົນພວກນັ້ນ.”

ເຈົ້າໜ້າທີ່ລັດຖະບານ ທ່ານ ມັນຊົວ ໂກລາມີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ປະມານ 25
ເປີເຊັນຂອງຜູ້ທີ່ຖືກຈັບກຸມນັ້ນ ໄດ້ຖືກປ່ອຍຕົວແລ້ວ, ແຕ່ທ່ານບໍ່ໄດ້ໃຫ້ຕົວເລກທີ່ແນ່
ນອນ.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸກເສີນຂຶ້ນ ໃນວັນ
ສຸກທີ່ຜ່ານມາ ຈາກການຮຽກຮ້ອງຂອງ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG