ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Zarif ​ກັບ​ໄປ​ນະຄອນ Vienna ​ເພື່ອ​ເຂົ້າຮ່ວມ ການເຈລະຈາ ຄືນອີກ.


Iran Nuclear
please wait
Embed

No media source currently available

0:00 0:01:11 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິຣ່ານທ່ານ Mohammad Javad
Zarif ​ໄດ້​ກັບ​ໄປ​ຍັງ​ນະຄອນ Vienna ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ເຂົ້າ
ຮ່ວມການເຈລະຈາກັບ​ກຸ່ມ 6 ປະ​ເທດ​ມະຫາ​ອຳນາດ​ ກ່ຽວກັບ
ໂຄງການ​ນິວ​ເຄລຍຂອງ​ອິຣ່ານ ​ໃນ​ຂະນະ​ທີ່​ພວກ​ເຂົ້າ​ເຈົ້າພະຍາ ຍາມມາເປັນເວລາດົນນານ ຫາທາງ​ທີ່​ຈະ​ບັນລຸ​ການ​ຕົກລົງຮອບ
ດ້ານ​ນັ້ນ.

ທ່ານ Zarif ​ໄດ້​ບິນ​ກັບໄປ​ອິຣ່ານ ​ໃນ​ວັນ​ອາທິດ​ແລ້ວ​ນີ້ ​ເພື່ອ​ປຶກສາ​ຫາລື​ກັບ​ພວກເຈົ້າໜ້າ
ທີ່. ທ່ານ​ໄດ້​ກັບ​ຄືນໄປ​ສູ່ນະຄອນ Vienna ພ້ອມ​ທັງ​ທ່ານ Ali Akbar Salehi ຫົວໜ້າ​ໂຄງການ​ນິວ​ເຄລຍຂອງອີຣານ ​ແລະ​ທ່ານ Hossein Fareidoun ນ້ອງ​ຊາຍ ​ແລະ​ເປັນ
​ທີ່​ປຶກສາ​ພິເສດຂອງ​ປະທານາທິບໍດີ Hassan Rouhani.

ຄະນະຜູ້ແທນ​ຕົ້ນຕໍ​ນັ້ນ​ແມ່ນ​ໃຫ້​ເວລາ​ພວກ​ເຂົາ​ເຈົ້າຈົນ​ຮອດ​ວັນ​ອັງຄານ​ມື້​ນີ້ ທີ່​ຈະ​ຕ້ອງໄດ້ ບັນລຸການຕົກລົງ​ກັນ ​ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ທັງ​ສອງ​ຝ່າຍ ​ໄດ້​ກ່າວ​ວ່າ ພວກ​ເຂົາເຈົ້າ​ຄາດໝ​າຍ ວ່າ ການເຈລະຈາກັນ ຈະ​ດຳ​ເນີນ​ຕໍ່ໄປ​ກາຍກຳນົດດັ່ງກ່າວ.

ເບິ່ງ: Pam Dockins ລາຍງານຈາກນະຄອນ Vienna, Austria

On The Scene: Iran Nuclear Talks Likely to Go Into Overtime
please wait

No media source currently available

0:00 0:00:42 0:00

​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສຄົນນຶ່ງ​ຂອງລັດຖະບານສະຫະລັດ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຢາກ
ໃຫ້ມີ ​ການ​ຕໍ່​ເວລາ​ແບບ​ຍາວ​ນານ ​ແຕ່​ກໍ​ບໍ່​ມີຫຍັງ​ແປກ ຖ້າ​ຫາກ​ວ່າ ການ​ເຈລະຈາຈຳ​ເປັນ​ທີ່​ຈະ​ຕໍ່ ອອກໄປ​ອີກຕື່ມ 2 ມື້. ເຈົ້າ​ໜ້າ​ທີ່ໃຫ້ຂໍ້ສັງເກດວ່າ ສິ່ງທີ່ກຳລັງທຳການເຈລະຈາ
ຢູ່​ໃນ​ປະຈຸ​ບັນ ​ແມ່ນ​ຖືວ່າມີ​ລາຍ​ລະອຽດ​ຫຼາຍກວ່າ ຮ່າງ​ຂອບຂໍ້ຕົກລົງໃນ​ວັນ​ທີ 2 ​ເມສາ​ຜ່ານ​ມາ​ນີ້ ທີ່​ໄດ້​ກຳນົດຂອບເຂດຂອງ​ການ​ເຈລະຈາ​ນຂັ້ນສຸດທ້າຍ​ນັ້ນ.

ເຈົ້າ​ໜ້າ​ທີ່ໄດ້​ກ່າວ​ວ່າ ນີ້​ແມ່ນ​ຜົນ​ດີທີ່​ຕາມ​ມາ ສຳ​ຫຼັບ​ທຸກໆ​ຄົນ.

ເຈົ້າ​ໜ້າ​ທີ່ໄດ້​ກ່າວ​ຕື່ມວ່າ ນີ້ ​ແມ່ນ​ການ​ຜົນ​ດີ​ຢ່າງ​ຕໍ່​ເນື່ອງ​ສຳ​ຫຼັບຄວາມ​ປອດ​ໄພແຫ່ງ​ຊາດ​ສະຫະລັດ. ນີ້​ແມ່ນ​ຜົນ​ດີ​ທີ່​ຕິດຕາມ​ມາ ​ສຳ​ຫຼັບ​ຄວາມ​ປອດ​ໄພແຫ່ງ​ຊາດ ຂອງຄູ່ພາ​ຄີ ຂອງ​ບັນດາ 5 ​ປະ​ເທດ​ມະຫາ​ອຳນາດ ບວກ 1 ຢູ່ໃນຂົງ​ເຂດຕ່າງໆ ທັງ​ຂອງພາກຕາ​ເວັນ​ອອກ​ກາງ​ ຂອງໂລກ​ ແລະຂອງ​ອິຣ່ານນຳດ້ວຍ.

ເຈົ້າໜ້າທີ່ປະກອບສ່ວນໃນໂຄງການນິວເຄບຍ ໃນໂຮງແຮມ Palais Coburg ໃນ ນະຄອນ Vienna, Austria, 28 ມິຖຸນາ, 2015
ເຈົ້າໜ້າທີ່ປະກອບສ່ວນໃນໂຄງການນິວເຄບຍ ໃນໂຮງແຮມ Palais Coburg ໃນ ນະຄອນ Vienna, Austria, 28 ມິຖຸນາ, 2015


ຄະນະ​ເຈລະຈາໄດ້​ມິດງຽບ ກ່ຽວ​ກັບ​ລາຍ​ລະອຽດ​ຕ່າງໆ​ຂອງ​ການ​
ເຈລະຈາ, ​ແຕ່ບັນຫາຄ້າງ ຄານັ້ນ​ ​ເຊື່ອ​ວ່າ ແມ່ນຈະ​ຮວມທັງ​ການ​
ອະນຸຍາດໃຫ້​ຄະນະ​ກວດກາຂອງ​ອົງການນິວ​ເຄລຍ​ສະຫະ​ປະຊາ​
ຊາດ ເຂົ້າໄປກວດເບິ່ງ​ສະຖານ​ທີ່​ນິວ​ເຄລຍຕ່າງໆຂອງອີຣ່ານ
ພ້ອມທັງ​ຄວາມ ໄວໃນການຍົກ​ການ​ລົງ​ໂທດຕໍ່​ອິຣ່ານ.

ຍັງ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ ​ກ່ຽວ​ກັບ​ການ​ຄຸ້ມຄອງໃນການເຂົ້າໄປ
ກວດ ທີ່ວ່າໄວປານໃດຄະນະກວດກາຂອງອົງການພະລັງງານ
ປະລະມະນູສາກົນຈຶ່ງສາມາດເຂົ້າໄປກວດເບິ່ງສະຖານທີ່ຕ່າງໆໄດ້.

ອົງການຂ່າວມາຮວມຕົວກັນເພື່ອທຳຂ່າວ ໃນໂຮງແຮມ Palais Coburg ໃນນະຄອນ Vienna, Austria, 28 ມິຖຸນາ, 2015. (Brian Allen/VOA)
ອົງການຂ່າວມາຮວມຕົວກັນເພື່ອທຳຂ່າວ ໃນໂຮງແຮມ Palais Coburg ໃນນະຄອນ Vienna, Austria, 28 ມິຖຸນາ, 2015. (Brian Allen/VOA)

Zarif Rejoins Iran Nuclear Talks

Iranian Foreign Minister Mohammad Javad Zarif returned to Vienna to rejoin the talks on Iran's nuclear program, on Tuesday, the day of the original self-imposed deadline for an agreement.

Zarif arrived with Iran's nuclear chief, Ali Akbar Salehi, who has been recovering from illness, after returning to Iran for consultations, on Sunday.

Upon their return, Zarif met with Secretary of State John Kerry.

Kerry emerged from the talks saying, "We had a good conversation."

According to Iranian state media, Zarif said the fact that Salehi had joined the talks, in spite of his illness, showed Iran's seriousness about the negotiations. He also said what was needed was the "political determination" of the world powers involved in the talks so that the two sides could reach "an acceptable and sustainable conclusion."

Tuesday had been the agreement deadline. Iran and the five permanent members of the U.N. Security Council and Germany, the so-called P 5 + 1, have been seeking a deal restricts Iran's ability to produce nuclear weapons in exchange for sanctions relief.

Negotiators now predict talks could continue a few more days.

"This is staggeringly consequential for everybody," said a senior U.S. administration official in a Monday briefing.

"This is incredibly consequential for the national security of the United States. This is quite consequential for the national security of all of the P 5 + 1 partners, the regions, the Middle East, the world and for Iran," the official added.

Kerry will also hold nuclear talks, on Tuesday, with Russian Foreign Minister Sergei Lavrov.

Negotiators have been tight-lipped about details from the talks but the sticking points are believed to include the access that inspectors from the U.N.'s nuclear agency would have to Iranian sites as well as the pace at which sanctions against Iran would be lifted.

"The difficulty with any king of a negotiation at this level is to keep it focused on the primary issue," said General James Cartwright, a nuclear policy analyst with the Center for Strategic and International Studies.

"For me, focus on the primary issue is the ability to stop and end any type of uranium or plutonium enrichment cycle up to weapons grade," he said.


XS
SM
MD
LG