ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ຈະ​ຢຸດ ​ການ​ປະ​ຕິ​ບັດ ບາງ​ຢ່າງ ຕາມ​ຂໍ້​ຕົກ​ລົງ ນິວ​ເຄ​ລຍ


​ປະ​ທາ​ນາ​ທິ​ບໍ​ດີ ອ​ີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ. ນະ​ຄອ​ນຫຼວງ ເຕ​ຫະ​ຣ່ານ, ປະ​ເທດ ອີ​ຣ່ານ. 24 ເມ​ສາ, 2019.
​ປະ​ທາ​ນາ​ທິ​ບໍ​ດີ ອ​ີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ. ນະ​ຄອ​ນຫຼວງ ເຕ​ຫະ​ຣ່ານ, ປະ​ເທດ ອີ​ຣ່ານ. 24 ເມ​ສາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ໄດ້​ປະ​ກາດ​ໃນ​ວັນ​ພຸດ​ມື້ນີ້​ວ່າ ປະ​ເທດ
ຂອງທ່ານຈະຢຸດການປະຕິບັດຕາມການຫ້າມເກັບສະສົມທາດຢູເຣນຽມ ທີ່ກັ່ນແລ້ວ
ແລະ ນ້ຳໄຮໂດຣເຈັນໜັກ ທີ່ຖືກກຳນົດໃນຂໍ້ຕົກລົງສາກົນປີ 2015 ກ່ຽວກັບໂຄງການ
ນິວເຄລຍ.

ດ້ວຍ​ການ​ຖອນ​ຕົວ​ຂອງ​ສະ​ຫະ​ລັດ ຈາກ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ແລະ​ການ​ລົງ​ໂທດ​ທາງ​ດ້ານ​
ເສດຖະກິດຕໍ່ອີຣ່ານແລ້ວ ທ່ານຣູຮານີກ່າວວ່າ ບັນດາປະເທດທີ່ຍັງເຫຼືອ​ຢູ່​ໃນ​ຂໍ້​ຕົກ​ລົງ
ບໍ່ໄດ້ປະຕິບັດຕາມຄວາມໝັ້ນໝາຍຂອງເຂົາເຈົ້າ ແລະ ໄດ້ປ່ອຍ​ໃຫ້​ມາດ​ຕະ​ການ​ຂອງ
ສະຫະລັດ ມີຜົນກະທົບຕໍ່ພາກສ່ວນນ້ຳມັນ ແລະ ທະນາ​ຄານ​ຂອງ​ອີ​ຣ່ານ.

ທ່ານ​ໄດ້​ໃຫ້​ເວ​ລາ 60 ວັນ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ຕ່າງໆ ແລະ​ກ່າວ​ວ່​າ
ບາດກ້າວໃນຂັ້ນຕໍ່ໄປ ຂອງອີຣ່ານ ກໍແມ່ນຈະເລີ້ມກັ່ນທາດຢູເຣນຽມຕື່ມອີກ ໃນລະດັບ
ສູງ. ແຕ່ແນວໃດກໍຕາມຖ້າປະເທດອື່ນໆຫາກເຮັດວຽກຮ່ວມກັບອີຣ່ານ ທ່ານ ​ຣູ​ຮາ​ນີ​
ກ່າວວ່າ ລັດຖະບານຂອງທ່ານອາດຈະເລີ້ມປະຕິຕາມຂໍ້ຕົກລົງອີກ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ຈາ​ວາດ ຊາ​ຣິ​ຟ ກ່າວ​ໃນ​ທວີດ​ເຕີ້​ວ່າ ການ​
ເອົາບາດກ້າວຂອງສະຫະລັດເຮັດໃຫ້ເປັນໄປບໍ່ໄດ້ທີ່ອີຣ່ານຈະສືບຕໍ່ດຳເນີນການໃນ
ແບບທີ່ເຄີຍເປັນມາ ແລະບັນດາປະເທດ ທີ່ລົງນາມອື່ນໆ "ມີໂອກາດໜ້ອຍທີ່ສຸດ ທີ່
ຈະຕ່າວປີ້ນສິ່ງນີ້ໄດ້."

ພາຍ​ໃຕ້​ຂໍ້​ຕົກ​ລົງ​ທີ່​ເຂົາ​ເຈົ້າ​ເຮັດ​ກັບ ອັງ​ກິດ, ຈີນ, ຝ​ຣັ່ງ, ຣັດ​ເຊຍ, ສະ​ຫະ​ລັດ ແລະ
ເຢຍຣະມັນ ນັ້ນ, ອີຣ່ານ ໄດ້ມີຄວາມໝາຍໝັ້ນທີ່ຈະຄອບຄອງທາດຢູເຣນຽມທີ່ກັ່ນ
ແລ້ວບໍ່ເກີນ 300 ກິໂລກຣາມ ຢູ່ທີ່ 3.67 ເປີເຊັນ, ພ້ອມດ້ວຍຂອງທີ່ເຫຼືອຖືກຂາຍໃຫ້
ຕະຫຼາດສາກົນ ຫຼື ປະສົມໃຫ້ມັນເປັນທາດຢູເຣນຽມລະດັບທຳມະຊາດຄືນ.

ອີ​ຣ່ານ ຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ບໍ່​ສະ​ສົມນ້ຳ​ໄຮ​ໂດ​ຣ​ເຈັນ​ໜັກ​ເພີ່ມ​ເຕີມ, ດ້ວຍ​ທັງ​ສອງ​ຢ່າງ​
ມີອາຍຸໄດ້ບໍ່ເກີນ 15 ປີ.

​ເພື່ອ​ເປັນ​ການ​ແລກ​ປ່ຽນ​ສຳ​ລັບ​ການ​ຈຳ​ກັດ ກ່ຽວ​ກັບ ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເຂົາ
ເຈົ້ານັ້ນ, ເຊິ່ງຍັງລວມມີການຫ້າມກັ່ນທາດຢູເຣນຽມໃນລະດັບສູງ ທີ່ສາມາດນຳໃຊ້
ສຳລັບອາວຸດນິວເຄລຍນັ້ນ, ອີຣ່ານ ຍັງໄດ້ຮັບການຍົກເລີກມາດຕະການລົງໂທດ
ທີ່ໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດຂອງເຂົາເຈົ້າຢ່າງຮຸນແຮງ.

ແຕ່ ອີ​ຣ່ານ ຍັງ​ດີ້ນຮົນ​ໃນດ້ານ​ເສດ​ຖະ​ກິດຕໍ່​ໄປ, ໂດຍ​ສະ​ເພາະຫຼັງ​ຈາກ ປະ​ທາ​ນາ​ທິ​
ບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖອນຕົວອອກຈາກຂໍ້ຕົກລົງນິວ ເຄລຍປີກາຍນີ້
ແລະ ໄດ້ວາງມາດຕະການລົງໂທດຫຼາຍຢ່າງຄືນ ລວມມີການແນເປົ້າໃສ່ພາກສ່ວນ
ນ້ຳມັນທີ່ສຳຄັນຂອງ ອີຣ່ານ. ໃນອາທິດແລ້ວນີ້, ສະຫະລັດ ໄດ້ສິ້ນສຸດການຍົກເວັ້ນ
ທີ່ໄດ້ອະນຸຍາດໃຫ້ຜູ້ຊື້ນ້ຳມັນທີ່ໃຫຍ່ທີ່ສຸດຂອງ ອີຣ່ານ ສືບຕໍ່ການຈັດຊື້ຂອງເຂົາເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG