ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວວ່າ ການຍິງ​ລູກ​ສອນ​ໄຟຂອງອີຣ່ານ ເປັນທີ່ 'ຮັບເອົາ​ບໍ່​ໄດ້​ເດັດຂາດ'


​ເອກ​ອັກຄະ​ລັດຖະທູດ ສຫລ ປະຈຳ ສປຊ ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ ທ່ານນາງ Nikki Haley ກ່າວຖະແຫລງ ເມື່ອໄປຮອດ ສຳນັກງານໃຫຍ່ ຂອງ U.N. ໃນນະຄອນ New York, ວັນທີ 27 ມັງກອນ 2017.
​ເອກ​ອັກຄະ​ລັດຖະທູດ ສຫລ ປະຈຳ ສປຊ ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ ທ່ານນາງ Nikki Haley ກ່າວຖະແຫລງ ເມື່ອໄປຮອດ ສຳນັກງານໃຫຍ່ ຂອງ U.N. ໃນນະຄອນ New York, ວັນທີ 27 ມັງກອນ 2017.

ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ເມື່ອ​ໄວໆ​ມານີ້ ຂອງ​ອີຣ່ານ ​ແມ່ນ​ເປັນ​ທີ່ຮັບ
​ເອົາ​ບໍ່​ໄດ້​ຢ່າງ​ເດັດຂາດ ​ແລະ​ລັດຖະບານ​ຂອງ​ທ່ານ​ທຣຳຈະ​ບໍ່​ເຮັດ​ “ຫູໜວກ​
ຕາບອດ”
ກ່ຽວ​ກັບ​ການ​ກະທຳ​ດັ່ງກ່າວ ນັ້ນຄື​ຄຳ​ຖະ​ແຫຼງ ຂອງ​ເອກ​ອັກຄະ​ລັດຖະທູດ
​ສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Niki Haley ທີ່​ກ່າວ ​ໃນ​ວັນ​
ອັງຄານ​ວານ​ນີ້.

ທ່ານ​ນາງ Haley ກ່າວ​ເປັນ​ເວລາ​ສັ້ນໆ ​ຕໍ່​ພວກ​ນັກ​ຂ່າວ ຫລັງ​ຈາກ​ໄດ້​ເຂົ້າຮ່ວມ
ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ເທື່ອ​ທຳ​ອິດ ຕາມ​ການ​ຮ້ອງ​ຂໍ​ຂອງ​ວໍ​ຊິງ​ຕັນ.

ທ່ານ​ນາງ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮຽກ​ໃຫ້​ມີ​ການ​ປະຊຸມ​ກັນ​ ໃນ​ມື້ນີ້​ ເພື່ອ​ຫາລື​ໃນ​ສິ່ງ​
ທີ່​ພວກ​ເຮົາ​ຮູ້ ຊຶ່ງ​ພວກ​ເຮົາ​ໄດ້​ຮັບ​ການ​ຢືນຢັນ​ວ່າອີຣ່ານ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ ​
ໄຟ​ຂະໜາດ​ກາງ ທີ່​ມີການ​ຍິງ​ທົດ​ລອງ​ເມື່ອ​ວັນ​ທີ 29 ມັງກອນ ​ໃນ​ມື້ວັນ​ອາທິດ
ຊຶ່ງ​ນັ້ນ​ເປັນ​ສິ່ງ​ທີ່​ພວກ​ເຮົາ​ຮັບ​ເອົາ​ບໍ່​ໄດ້​ເດັດຂາດ.”

ລັດຖະມົນຕີ ການຕ່າງປະເທດຂອງອີຣ່ານ ທ່ານ Mohammad Javad Zarif ກ່າວຖະແຫລງ ຢູ່ທີ່ກອງປະຊູມຖະແຫລງຂ່າວຮ່ວມ ກັບຄູ່ຕຳແໜ່ງ ຈາກຝຣັ່ງ ທ່ານ Jean-Marc Ayrault,ໃນນະຄອນ Tehran, ວັນທີ 31 ມັງກອນ 2017.
ລັດຖະມົນຕີ ການຕ່າງປະເທດຂອງອີຣ່ານ ທ່ານ Mohammad Javad Zarif ກ່າວຖະແຫລງ ຢູ່ທີ່ກອງປະຊູມຖະແຫລງຂ່າວຮ່ວມ ກັບຄູ່ຕຳແໜ່ງ ຈາກຝຣັ່ງ ທ່ານ Jean-Marc Ayrault,ໃນນະຄອນ Tehran, ວັນທີ 31 ມັງກອນ 2017.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Mohammed Javad Zarif ບໍ່​ໄດ້​ໃຫ້
ການ​ຢືນຢັນ​ຫຼືປະຕິ​ເສດ ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ​ແຕ່​ແນວ​ໃດ​ກໍ​ຕາມ
ທ່ານ​ກ່າວ​ຕື່ມ​ວ່າ “ລູກ​ສອນ​ໄຟ​ບໍ່​ແມ່ນ​ພາກ​ສ່ວນຂອງ​ຂໍ້​ຕົກລົງ ​ນິວ​ເຄລຍ. ອີ​ຣ່ານ
ຈະ​ບໍ່​ນຳ​ໃຊ້​ລູກ​ສອນ​ໄຟ​ທີ່​ເຮັດ​ຢູ່​ໃນ​ອີຣ່ານໂຈມ​ຕີ​ປະ​ເທດ​ໃດ ປະ​ເທດ​ນຶ່ງ​ເດັດຂາດ.”

ພາຍ​ໃຕ້​ມະຕິ 2231 ຂອງ​ອົງການ​ສະຫະ​ປະຊາ​ຊາດ ຊຶ່ງ​ໄດ້​ມີ​ການ​ຮັບຮອງ​ເອົາ
​ຫລັງ​ຈາກ​ຂໍ້​ຕົກລົງ​ນິວ​ເຄລຍກັບ​ອີຣ່ານ​ໄດ້​ບັນລຸ​ກັນ​ລະຫວ່າງ 6 ປະ​ເທດ​ມະຫາ
ອຳນາດ​ຂອງໂລກ​ກັບ​ອີຣ່ານ ​ໃນ​ປີ 2015 ນັ້ນ ອີ​ຣ່ານ​ໄດ້​ຖືກ​ຮ້ອງ​ຂໍ ບໍ່​ໃຫ້​ດຳເນີນ
​ການ​ໃດໆ​ກ່ຽວ​ກັບ​ກິດຈະການ​ ທີ່​ພົວພັນ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ​ແຕ່​ວ່າ ມະຕິ​
ດັ່ງກ່າວ​ນີ້ ບໍ່​ໄດ້​ຮຽກຮ້ອງ​ຢ່າງ​ເປັນ​ການສະ​ເພາະ.

ເອກອັກຄະລັດຖະທູດ ອັງກິດ ປະຈຳ ສະຫະປະຊາຊາດ ທ່ານ Matthew Rycroft ເຂົ້າຮ່ວມກອງປະຊຸມ ສະພາຄວາມໝັ້ນຄົງ ເພື່ອການອະພິປາຍກ່ຽວກັບ ບັນຫາຂັດແຍ້ງໃນຕາເວັນອອກກາງ, ວັນທີ 17 ມັງກອນ 2017, ຢູ່ທີ່ ສຳນັກງາຍໃຫຍ່ ຂອງ U.N.
ເອກອັກຄະລັດຖະທູດ ອັງກິດ ປະຈຳ ສະຫະປະຊາຊາດ ທ່ານ Matthew Rycroft ເຂົ້າຮ່ວມກອງປະຊຸມ ສະພາຄວາມໝັ້ນຄົງ ເພື່ອການອະພິປາຍກ່ຽວກັບ ບັນຫາຂັດແຍ້ງໃນຕາເວັນອອກກາງ, ວັນທີ 17 ມັງກອນ 2017, ຢູ່ທີ່ ສຳນັກງາຍໃຫຍ່ ຂອງ U.N.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ເອີ້ນຂໍ້​ຕົກລົງ​ນິວ​ເຄລຍກັບ​ອີຣ່ານ ວ່າ
​ເປັນຕາ​ໜ້າ​ຢ້ານ ​ແລະ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ທ່ານ​ໄດ້​ຂູ່​ວ່າ ຈະ​ຈີກ
ຂໍ້​ຕົກລົງ​ນີ້ຖິ້ມ.

ທ່ານນາງ Haley ​ໃນ​ລະຫວ່າງ​ ການ​ໃຫ້ການ​ເພື່ອ​ຮັບ​ຮອງ​ເອົາ​ນັ້ນ ກ່າວ​ກ່ຽວ​ກັບ
ຂໍ້​ຕົກລົງ​ນີ້ວ່າ “​ເປັນສິ່ງ​ທີ່​ຜິດ​ຫວັງ” ທີ່​ໄດ້ “ກໍ່​ໃຫ້​ເກີດ​ໄພ​ຂົ່ມຂູ່​ຕື່ມ” ​ແຕ່​ກໍກ່າວ​ວ່າ
ທ່ານ​ນາງ​ຈະ​ເພັ່ງ​ເລັງ​ໃສ່​ ການ​ປະຕິບັດ​ຂອງ​ອີ​ຣ່ານຕາມ​ຂໍ້​ກຳນົດ​ຕ່າງໆ​ ໃນ​ຂໍ້​ຕົກລົງ​ນີ້.

UN US Iran
please wait
Embed

No media source currently available

0:00 0:00:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG