ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອ​ີ​ຣ່ານ ລະ​ນຶກ​ເຖິງ ວັນ​ຍຶດ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ປີ 1979, ວິ​ກິດ​ການ​ ຈັບ​ຕົວ​ປະ​ກັນ


ທ່ານ ອາ​ຢາ​ໂທ​ລ​ລາ ຣູ​ໂຮ​ລ​ລາ ໂຄ​ເມ​ນີ ຖືກ​ຄຸ້ມ​ກັນ​ຢ່າງ​ໜັກ ໃນ​ຂະ​ນະ​ທີ່​ທ່ານ​ຂຶ້ນ​ລົດເພື່ອ​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ. ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ. 1 ກຸມ​ພາ, 2019.
ທ່ານ ອາ​ຢາ​ໂທ​ລ​ລາ ຣູ​ໂຮ​ລ​ລາ ໂຄ​ເມ​ນີ ຖືກ​ຄຸ້ມ​ກັນ​ຢ່າງ​ໜັກ ໃນ​ຂະ​ນະ​ທີ່​ທ່ານ​ຂຶ້ນ​ລົດເພື່ອ​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ. ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ. 1 ກຸມ​ພາ, 2019.

ໃນ​ການ​ຮື້​ຟື້ນ​ຄຳ​ເວົ້າ​ທີ່​ຮ້ອງວ່າ “ອາ​ເມ​ຣິ​ກາ​ ຈົ່ງ​ຕາຍ” ນັ້ນ, ອີ​ຣ່ານ ໃນ​ວັນ​ຈັນ​ມື້ນີ້ ໄດ້​ລະ​ນຶກ​ເຖິງວັນ​ຄົບ​ຮອບ 40 ປີ​ຂອງ​ການ​ເຂົ້າ​ຍຶດ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ໂດຍ​ນັກ​ສຶກ​ສາໃນ​ປີ 1979 ແລະ ຕາມ​ດ້ວຍວິ​ກິດ​ການ​ຈັບ​ຕົວ​ປະ​ກັນ 444 ວັນ, ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ຍັງ​ຄົງ​ສູງຢູ່ ຍ້ອນ​ການ​ຄວາມລົ້ມ​ແຫຼວ​ຂອງ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ ກັບ​ບັນ​ດາ​ມະ​ຫາ​ອຳ​ນາດ​ໂລກ ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ຜູ້​ປະ​ທ້ວງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ໜ້າ​ອະ​ດີດ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ຕົວ​ເມືອງ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ໃນ​ຂະ​ນະ​ທີ່​ໂທ​ລະ​ພາບ​ລັດ​ຖະ​ບານ​ໄດ້​ອອກ​ອາ​ກາດ​ຮູບ​ພາບ​ຈາກ​ເມືອງ​ອື່ນໆ​ໃນ​ທົ່ວ​ປະ​ເທດ.

ການ​ປະ​ທ້ວງ​ຂອງ​ປີນີ້​ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ພັນ​ທະ​ມິດ​ໃນ​ພາກ​ພື້ນ​ຂອງ ອີ​ຣ່ານ ໃນ ອີ​ຣັກ ແລະ ເລ​ບາ​ນອນ ໄດ້​ປະ​ເຊີນ​ກັບການ​ປະ​ທ້ວງ​ຢ່າງກວ້າງ​ຂວາງ. ສະ​ຖານ​ກົງ​ສຸນ​ຂອງ ອີ​ຣ່ານ ໃນ​ເມືອງ ຄາ​ບາ​ລາ ປະ​ເທດ​ ອີ​ຣັກ, ເຊິ່ງ​ແມ່ນ​ເມືອງ​ສັກ​ສິດ​ສຳ​ລັບ​ຊາວ​ມຸ​ສ​ລິມ​ນິ​ກາຍ ຊີ​ໄອ້​ ນັ້ນ, ໄດ້​ຖືກ​ລ້ອມ​ໂຈມ​ຕີໃນ​ຂ້າມ​ຄືນ​ທີ່​ຜ່ານ​ມາ. ອົງ​ການ​ຂ່າວ AP ໄດ້​ສະ​ແດງວິ​ດີ​ໂອ ໄຟ​ໄໝ້​ປະ​ຕູ​ທາງ​ເຂົ້າ​ຂອງ​ມັນ ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງ​ໄດ້​ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່ ແລະ ປີນ​ກຳ​ແພງ​ຂອງ​ມັນ, ບາງ​ຄົນ​ໄດ້​ໄກວ​ທຸ​ງ​ຊາດ ອີ​ຣັກ. ສື່ມວນ​ຊົນ ອີ​ຣ່ານ ມີ​ແຕ່​ໄດ້​ລາຍ​ງານກ່ຽວ​ກັບ “ການ​ປະ​ທ້ວງ​ຢູ່​ພາຍນອກ​” ກ່ຽວ​ກັບ​ ສະ​ຖານ​ທີ່​ການ​ທູດເທົ່າ​ນັ້ນ, ໂດຍ​ກ່າວ​ຕື່ມ​ວ່າ ເຫດ​ການ​ໄດ້​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ.

ເຫດ​ການ​ທີ່​ສຳ​ຄັນ​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ໃນ​ວັນ​ຈັນ​ມື້ນີ້ ແມ່ນ​ການ​ຊຸມ​ນຸມ​ຂອງ​ພວກ​ຫົ​ວ​ຈັດ ຢູ່​ທີ່​ສະ​ຖານ​ທູດ​ເກົ່າ ແລະ ການ​ກ່າວ​ຄຳ​ປາ​ໄສ​ໂດຍ​ຜູ້​ບັນ​ຊາ​ການ​ກອງ​ທັບ​ບົກ ອີ​ຣ່ານ ນາຍ​ພົນ ອັບ​ໂດ​ລ​ຣາ​ຮິມ ມູ​ຊາ​ວີ. ຜູ້​ປະ​ທ້ວງ​ທີ່​ຢູ່​ໃນ​ການ​ຊຸມ​ນຸມ​ດັ່ງ​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ຍັງ​ໄດ້​ຮ້ອງວ່າ “ອາ​ເມ​ຣິ​ກາ ຈົ່ງ​ຕາຍ” ແລະ “ອິ​ສ​ຣ​າ​ແອ​ລ ຈົ່ງ​ຕາຍ.”

ປ້າຍ​ອັນ​ນຶ່ງ​ຢູ່​ຈະ​ຕຸ​ລັດ ວາ​ລີ-ອີ-ອາ​ເຊີ ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ມັກ​ຈະ​ຖືກ​ໃຊ້​ໂດຍ​ພວກ​ຫົວ​ຈັດ ເພື່ອ​ກ່າວ​ຢ້ຳ​ງ​ເຖິງ​ທັດ​ສະ​ນະ​ທາງ​ການ​ເມືອງ​ຂອງ​ເຂົາ​ເຈົ້າ, ສະ​ແດງ​ໃຫ້​ປະ​ຊາ​ຊົນ​ເຫັນ​ທຸງ​ຊາດ​ທີ່​ແກວ່ງ​ໄກ​ວຈາກ​ທົ່ວ​ໂລກ ແລະ ຮ້ອງ​ເຊຍ​ໃນ​ຂະ​ນະ​ທີ່​ທຸງ​ຊາດ ອາ​ເມ​ຣິ​ກາ ຖືກ​ຈູດ. ຄຳ​ເວົ້າ​ຢູ່​ປ້າຍ​ນັ້ນ​ອ່ານ​ວ່າ “ພວກ​ເຮົາ​ແມ່ນ​ມະ​ຫາ​ອຳ​ນາດ​ໃຫຍ່​ສຸດ.”

ສິ່ງ​ທີ່​ໄດ້​ນຳ​ໄປ​ສູ່​ການ​ຄວບ​ຄຸມ​ສະ​ຖານ​ທູດ​ໃນ​ປີ 1979 ແທ້​ນັ້ນ ແມ່ນ​ຍັງ​ຄົງ​ກຳ​ກວມຕໍ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ໃນ​ເວ​ລາ​ນັ້ນ, ຜູ້​ທີ່​ພ​ຽງ​ແຕ່ສາ​ມາດ​ເບິ່ງ ​ດ້ວຍ​ຄວາມ​ຢ້ານ​ກົວ​ເປັນ​ເວ​ລາຫຼາຍ​ເດືອນ ໃນ​ຂະ​ນະ​ທີ່​ລາຍ​ງານ​ຂ່າວ​ໂທ​ລະ​ພາບ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປະ​ທ້ວງ​ຢູ່​ສະ​ຖານ​ທູດ. ຄວາມ​ໂມ​ໂຫ​ຕໍ່ ສະ​ຫະ​ລັດ ທີ່​ດັງ​ໄປ​ທົ່ວນັ້ນ ໄດ້​ມີ​ຕົ້ນ​ກຳ​ເນີດ​ຂຶ້ນ​ໃນ​ປີ 1953 ເມື່ອ​ອົງ​ການ​ສືບ​ລັບ​ສູນກາງ ຫຼື CIA ໄດ້​ວາງ​ແຜນ​ການ​ກໍ່​ລັດ​ຖະ​ປະ​ຫານ ທີ່​ໄດ້​ໂຄ່ນ​ລົ້ມ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຖືກ​ເລືອກ​ໃໝ່​ຂອງ ອີ​ຣ່ານ ແລະ ໄດ້​ມອບ​ອຳ​ນາດ​ໃຫ້​ກະ​ສັດ ຊາ ໂມ​ຮຳ​ມັດ ເຣ​ຊາ ພາ​ລາ​ວີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG