ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ເລີ້ມຈຳກັດ ວຽກງານ ເສີມຄຸນນະພາບ ນີວເຄລຍ ຂອງຕົນ (ວີດີໂອ)


ພະນັກງານຄົນນຶ່ງ ຂີ່ລົດຖີບຜ່ານ ໂຮງໄຟຟ້ານີວເຄລຍ Bushehr ໃນພາກໃຕ້ ຂອງອີຣ່ານ.
ພະນັກງານຄົນນຶ່ງ ຂີ່ລົດຖີບຜ່ານ ໂຮງໄຟຟ້ານີວເຄລຍ Bushehr ໃນພາກໃຕ້ ຂອງອີຣ່ານ.
ອີຣ່ານໄດ້ເລີ້ມ​ຢຸດ​ວຽກ​ງານ​ເສີມ​ຄຸນ​ນະພາ​ບນິວ​ເຄລຍ ທີ່​ເປັນ​
ເລື້ອງ​ຫລໍ່​ແຫຼມ​ທີ່​ສຸດ​ຂອງ​ຕົນ ນັ້ນ ໃນ​ຂະນະ​ທີ່​ຂໍ້​ຕົກລົງທີ່​ໄດ້
​ບັນລຸ​ກັນ​ກັບ​ພວກ​ປະ​ເທດ​ມະຫາ​ອຳນາດ​ ​ໃນ​ເດືອນ​ພະຈິກປີ
​ກາຍ​ ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ຈັນ​ມື້​ນີ້ ​ເປັນ​ຕົ້ນ​ໄປ.

ອົງການ​ຄວບ​ຄຸມນິວ​ເຄລຍຂອງສະຫະ​ປະຊາ​ຊາດ ກ່າວ​ຢູ່​ໃນ
​ລາຍ​ງານ​ສະບັບ​ນຶ່ງວ່າ ອີຣ່ານ​ໄດ້ມ້າງ​ເຄື່ອງ​ຫລອມ​ທາດ​ຢູ​ເຣ
ນຽມ​ ​ທີ່​ໂຮງງານ​ນິວ​ເຄລຍ​ ຢູ່​ເມືອງ Natanz ​ແລະ​ເມືອງ Fordo
ທີ່​ເຄີຍໃຊ້ເປັນ​ບ່ອນເສີມ​ຄຸນ​ນະພາ​ບຂອງທາດ​ຢູ​ເຣນຽມ ​ຂຶ້ນ​
ເປັນ 20 ​ເປີ​ເຊັນນັ້ນ.

ຂໍ້​ຕົກລົງ​ກັບ 5 ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ
​ແລະ​ເຢຍຣະມັນ ກຳນົດ​ໃຫ້​ອີຣ່ານຫລອມ​ທາດ​ຢູ​ເນ​ນຽມ​ຂອງ​ຕົນ ​ໄດ້​ພຽງ 5 ​ເປີ​ເຊັນ ​ແລະ​ບັງຄັບໃຫ້​ອິຣ່ານຫລຸດ​ຜ່ອນ​ທາດຢູ​ເຣນຽມ ເກຣດ​ສູງ​ກ່ວາ​ນັ້ນ ທີ່​ຕົນ​ມີຢູ່​ໃນ​ປັດຈຸບັນນີ້ ​ລົງ.

​ເພື່ອ​ເປັນ​ແລກປ່ຽນ​ກັນ​ນັ້ນ ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ກໍຈະຜ່ອນຄາຍ​ການ​ລົງ​
ໂທດຂອງ​ພວກ​ຕົນ​ລົງ ​ທີ່​ໄດ້​ສົ່ງ​ຜົນ​ກະທົບຢ່າງ​ໜັກ​ຕໍ່​ເສດຖະກິດ​ຂອງ​ອີຣ່ານນັ້ນ.

ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ບັງຄັບ​ໃຊ້​ເປັນ​ເວລາ 6 ​ເດືອນ ​ແລະ​ທັງ​ສອງ​ຝ່າຍ​ຈະ​ໃຊ້​ຊ່ວງ​ເວລາ
ນີ້ ສືບ​ຕໍ່​ທຳ​ການ​ເຈລະຈາ​ເພື່ອ​ໃຫ້ບັນລຸ​ຂໍ້​ຕົກ​ລົງໄລຍະ​ຍາວກັນ ເພື່ອ​ແກ້​ໄຂ​ຄວາມ​ຢ້ານ​ກົວທີ່​ວ່າ ອີຣ່ານພວມ​ຊອກ​ຫາ​ທາງ​ສ້າງ​ອາວຸດ​ນີວ​ເຄລຍຂຶ້ນ​ນັ້ນ.

ອີຣ່ານ​ໄດ້​ຢືນ​ຢັດ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ວ່າ​ໂຄງການ​ນີວ​ເຄລຍຂອງ​ຕົນ ​ມີ​ວັດຖຸ​
ປະສົງເພື່ອຜະລິດ​ພະລັງ​ໄຟຟ້າ ​ແລະ​ທຳການ​ຄົ້ນ​ຄວ້າ​ທາງ​ດ້ານ​ການ​ແພດ ​ເທົ່າ​ນັ້ນ.

ວີດີໂອ: ຝ່າຍຕາເວັນຕົກ ກຽມຫລຸດຜ່ອນ ການລົງໂທດອິຣ່ານ:

West Prepares To Ease Sanctions as Iran Nuclear Deal Approaches
please wait

No media source currently available

0:00 0:03:03 0:00
ລິງໂດຍກົງ

XS
SM
MD
LG