ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຣ່ານ ວ່າ ການເຈລະຈາ ເລື່ອງນິວເຄລຍ ກັບປະເທດ ຕາເວັນຕົກ ຄືບໜ້າຊ້າ


Iran's Rouhani Skeptical on Syria Strikes
please wait

No media source currently available

0:00 0:01:45 0:00

ປະທານາທິບໍດີ ອີຣ່ານ ກ່າວ​ວ່າ ຄວາມ​ຄືບ​ໜ້າໃນ​ການ​ເຈລະ
​ຈາ ກັບ​ບັນດາ​ທູດ ພິເສດຂອງປະເທດຕາ​ເວັນ​ຕົກ ​ໄດ້​ເປັນ​ໄປ
ແບບ “ຊ້າ​ທີ່​ສຸດ” ​ແລະ​ໄດ້​ເຕືອນ​ວ່າ ການ​ເຈລະຈາດັ່ງກ່າວຕ້ອງ
ໄດ້ເລັ່ງລັດ​ໃຫ້ໄວ​ຂື້ນເພື່ອໃຫ້ບັນລຸການຕົກລົງ​ທັນກັບ ​ເສັ້ນ​ຕາຍ
​ພາຍວັນ​ທີ 24 ເດືອນພະຈິກ.

ທ່ານ Hassan Rouhani ​ໃຫ້ຄວາມເຫັນດັ່ງກ່າວ​ໃນ​ວັນ​ສຸກ​ວານ
​ນີ້ ​ທີ່ນະຄອນ​ນິວຢອກ ຢູ່​ນອກ​ກອງ​ປະຊຸມສະມັດຊາ​ໃຫຍ່​ສະຫະ​
ປະຊາ​ຊາດ. ການໃຫ້ຄວາມ ເຫັນຂອງ​ທ່ານ ​ມີ​ຂື້ນ​ບໍ່ດົນ ກ່ອນ​ທີ່
ພວກນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ ຂອງສະຫະລັດ​ ແລະ​ສະຫະພາບ​ຢູ
ໂ​ຣບ​ເປີດການເຈລະຈາ​ເປັນ​ມື້​ທີສອງທີ່ແນໃສ່​ເພື່ອ​ຫລຸດ​ຜ່ອນ
ໂຄງການນິວ​ເຄລຍຂອງອີຣ່ານ ເພື່ອ​ແລກກັບການ​ຍົກ​ເລິກ​ເປັນຂັ້ນໆໃນ​ການ​ລົງ​ໂທດ
​ທາງດ້ານເສດຖະກິດ​ຂອງປະເທດຕາ​ເວັນ​ຕົກ.

​ແຫ​ລ່ງຂ່າວຕາ​ເວັນ​ຕົກທີ່ໃກ້ຊິດກ່ຽວ​ກັບ​ການ​ເຈລະຈາ ຍັງ​ລາຍ​ງານ​ວ່າ ມີ​ຄວາມ​ຄືບ​ໜ້າ​
ພຽງເລັກນ້ອຍ​ໃນ​ການ​ສົນທະນາສົນທະນາຫາລືດັ່ງກ່າວນີ້.

ສະຫະລັດ ​ແລະ​ຫ້າ​ປະ​ເທດ​ມະຫາ​ອຳນາດຕາ​ເວັນ​ຕົກ ກຳລັງ​ຊອກ​ຫາ​ຊ່ອງທາງ ທີ່ຈະ​
ຫລຸດ​ຜ່ອນ ​ໂຄ​ງການ​ກັ່ນທາດຢູເຣນຽມຂອງອີຣ່ານ ​ເພື່ອ​ປ້ອງ​ກັນໃນ​ອັນ​ທີ່​ ນັກວິ​ເຄາະຕາ
​ເວັນ​ຕົກ​ກ່າວ​ວ່າ ຄວາມເປັນໄປໄດ້ສູງ ທີ່ອີຣ່ານຈະ​ໃຊ້​ທາດຢູ​ເຣ ນຽມທີ່ກັ່ນແລ້ວນັ້ນ ​ເພື່ອ
​ສ້າງ​ອາ​ວຸດນິວ​ເຄລຍ.

ອີຣ່ານຢືນຢັດວ່າ ຄວາມ​ກະຕືລື​ລົ້ນກ່ຽວກັບໂຄງການ​ນິວ​ເຄຍຂອງ​ຕົນ ແມ່ນມີ ຈຸດປະສົງ
ໃນທາງສັນຕິ ​ແລະ​ກ່າວ​ວ່າ ການກັ່ນທາດ​ຢູ​ເຣນຽມຂອງຕົນ ຄວນ​ຈະ ຢູ່​ໃນ​ລະ​ດັບການຜະ​ລິດ ​ໃນ​ປັດຈຸບັນ.​

XS
SM
MD
LG