ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກ​ການ​ທູດອີຣ່ານ ທີ່​ຖືກ​ລັກ​ພາ​ຕົວ ​ໃນ​ເຢ​ເມນ ກັບຄືນສູ່ ບ້ານເກີດແລ້ວ


IRAN YEMEN VO
please wait
Embed

No media source currently available

0:00 0:00:34 0:00

ສື່​ທາງ​ການ​ຂອງ​ອີຣ່ານ ​ໄດ້​ລະບຸໃນ​ວັນ​ພະຫັດ​ມື້​ນີ້ວ່າ ນັກ​ການ​ທູດ
ອີຣ່ານທີ່​ຖືກ​ລັກ​ພາ​ຕົວ​ໃນ​ເຢ​ເມນ ​ໃນ​ເດືອນກໍລະກົດ ປີ 2013​
ໄດ້ຖືກ​ປ່ອຍ​ຕົວແລະ​ໄດ້​ກັບ​ຄືກ​ມາ​ບ້ານ​ຂອງ​ຜູ້ກ່ຽວແລ້ວ.​

ທ່ານ Noor Ahmad Nikbakht ​ໄດ້​ເຮັດ​ວຽກ​ໃນ​ສະຖານທູດ
​ອີຣ່ານ ​ໃນ​ນະຄອນ Sana’a ​ໃນ​ຕອນ​ທີ່​ຜູ້​ຕ້ອງ​ສົງ​ໄສ​ວ່າ​ເປັນ
​ນັກ​ກໍ່​ການ​ຮ້າຍ al-Qaida ລັກ​ພາ​ຕົວ​ລາວ​ໄປ​ນັ້ນ.

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດອີຣ່ານ​ ຮັບຜິດຊອບກ່ຽວກັບ
ກິດຈະການອາຣັບແລະ​ອາ​ຟຣິກາ ທ່ານ Hossein Amir
Abdollahian ​ໄດ້​ກ່າວ​ວ່າ ກອງ​ກຳລັງຂອງກະຊວງ​ສືບ​ລັບພິ​ເສດ ​
ໄດ້​ປ່ອຍ​ທ່ານ Nikbakht ຈາກ​ພວກ​ຫົວ​ຮຸນ​ແຮງ​ຈັດ ດ້ວຍ​ການປະ​ກອບ​ການ​ທີ່​ສະ​ລັບ​ສັບ
ຊ້ອນ ​ໃນ​ຂົງ​ເຂດ​ທີ່ອັນຕະລາຍ​ສຸດ​ໃນ​ເຢ​ເມນ ອິງ​ຕາມ​ອົງການຂ່າວທາງການ​ IRNA
ຂອງ​ອີຣ່ານ.

IRNA ຍັງ​ໄດ້​ອ້າງ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ Nikbakht ​ໃນ​ຂະນະ​ທີ່​ຂອບ​ໃຈ​ບັນດາ​ຜູ້​ທີ່​ປະກອບ
ສ່ວນ​ຂອງ​ການ​ປ່ອຍ​ຕົວ​ຄັ້ງ​ນີ້.

ເຈົ້າໜ້າທີ່ອີຣ່ານ ໄດ້ຕົກເປັນເປົ້າຂອງພວກຫົວຮຸນແຮງຫຼາຍໆຄັ້ງມາແລ້ວ ໃນໄລຍະສອງ
ສາມປີ ຜ່ານມານີ້ ຢູ່ທີ່ເຢເມນ ຊຶ່ງເປັນທີ່ຕັ້ງຂອງກຸ່ມ al-Qaida ໃນແຫລມອາຣາເບຍນັ້ນ.

XS
SM
MD
LG