ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອີ​ຣ່ານ ກ່າວ​ຫາ ຫລາຍກວ່າ 750 ​ຄົນ ​ພົວ​ພັນກັບ "ການ​ກໍ່ຈາ​ລະຈົນ"


ຮູບ​ພາບ​ນີ້​ໄດ້​ມາ​ຈາກ​ຜູ້​ຮັບ​ຈ້າງ ອົງ​ການ​ຂ່າວ​ເອ​ພີ ຢູ່ນອກ​​ນອກ​ປະ​ເທດ​ອີ​ຣ່ານ ທີ່​ປະທ້ວງ​​ຕໍ່ການ​ຕາຍ​ຂອງ​ ນາງ​​ມາ​ຊາ ອາ​ມິ​ນີ ອາ​ຍຸ 22 ປີ ວັນ​ທີ 27 ຕຸ​ລາ 2022
ຮູບ​ພາບ​ນີ້​ໄດ້​ມາ​ຈາກ​ຜູ້​ຮັບ​ຈ້າງ ອົງ​ການ​ຂ່າວ​ເອ​ພີ ຢູ່ນອກ​​ນອກ​ປະ​ເທດ​ອີ​ຣ່ານ ທີ່​ປະທ້ວງ​​ຕໍ່ການ​ຕາຍ​ຂອງ​ ນາງ​​ມາ​ຊາ ອາ​ມິ​ນີ ອາ​ຍຸ 22 ປີ ວັນ​ທີ 27 ຕຸ​ລາ 2022

ກະ​ຊວງຍຸ​ຕິ​ທຳ​ອີ​ຣ່ານ ​ໄດ້​ກ່າວ​ຫາ​ຫລາຍກວ່າ 750 ຄົ​ນ ​ຢູ່​ໃນ​ສາມ​ແຂວງ​ທີ່​ໄດ້ເຂົ້າ​ຮ່ວມ “ການຈາ​ລະ​ຈົນ​ຫວ່າງມໍ່ໆ​ມາ​ນີ້” ຈາກ​ລາຍ​ງານ ​ຂອງ​ອົງ​ການຂ່າວ​ທ້ອງ​ຖິ່ນ ທ່າມ​ກາງ​ການ​ປະ​ທ້ວງ​ຢູ່ໃນ​ທົ່ວ​ປ​ະ​ເທດ​ ນັບ​ແຕ່​ການ​ຕາຍ​ຂອງ​ນາງ ມາ​ຊາ ອາ​ມີນີ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການຂ່າວ​ຝ​ຣັ່ງ AFP.

ຫລາຍກວ່າ 2,000 ຄົນ​ໄດ້​ຖືກ​ກ່າວ​ຫາ​ໄປ​ແລ້ວ ເກືອບ​ເຄິ່ງ​ນຶ່ງ ​ຢູ່​ໃນ​ນະ​ຄອນ ​ເຕ​ຫະ​ຣ່ານ ນັບ​ແຕ່​ໄດ້​ມີ​ການ​ປະ​ທ້ວງ​ໃນ​ກາງ​ເດືອນ​ກັນ​ຍາ​ເປັນ​ຕົ້ນ​ມາ ອີງ​ຕາມ​ໂຕ​ເລກຂອງ​ກະ​ຊວງຍຸ​ຕິ​ທຳ.

ຫລາຍ​ສິບ​ຄົນ ໂດຍ​ສະ​ເພາະ​ແມ່ນ​ພວກ​ປະ​ທ້ວງ ແຕ່​ຍັງ​ມີກຳ​ລັງຮັກ​ສາ​ຄວາ​ມ​ປອດ​ໄພ​ຮວມ​ຢູ່​ດ້ວຍ ໄດ້​ຖືກ​ຂ້າ​ຕາຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເອີ້ນ​ວ່າ ​“​ການ​ກໍ່ຈາ​ລະ​ຈົນ” ນັ້ນ.

ຫົວ​ໜ້າພະ​ແນກ​ຍຸ​ຕິ​ທຳ​ຢູ່​ໃນ​ແຂວງໂຮ​ມໍ​ການ ໂມ​ຕາ​ບາ ກາ​ເຣ​ມາ​ນີ ໃນ​ພາກ​ໃຕ້ ​ຂອງ​ປະ​ເທດກ່າວ​ວ່າ ມີ 164 ຄົ​ນ ໄດ້​ຖືກ​ກ່າວຫ​າ “ຫລັງ​ຈາກ​ການກໍ່​ຈາ​ລະ​ຈົນ​ຫວ່າງ​ມໍ່ໆ​ມາ​ນີ້” ​ອີງ​ຕາມ​ອົງ​ການຂ່າວຍຸ​ຕິ​ທຳ​ອອນ​ລາຍ​ ​ໄດ້​ລ​າຍ​ງານໃນ​ວັນ​ອາ​ທິດ​ວານ​ນີ້.

ພວກ​ເຂົາ​ເຈົ້າ​ໄດ້ປະ​ເຊີນ​ໜ້າກັບການ​ກ່າວ​ຫາຮວມ​ທັງ “ຍຸ​ແຍໃຫ້​ມີ​ການ​ສັງ​ຫານ” “ທຳ​ຮ້າຍ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ” “​ໂຄ​ສະ​ນາຊວນ​ເຊື່ອ​ຕໍ່​ຕ້ານອຳ​ນາດ​ການ​ປົກ​ຄອງ” ແລະ ​“ທຳ​ຮ້າຍ​ຊັບ​ສິນຂອງ​ຫຼວງ” ອີງ​ຕາມ​ການ​ລາຍ​ງານ​ຂອງເວັບ​ໄຊ​ ແລະ​ຍິ່ງ​ໄປ​ກວ່າ​ນັ້ນ ​ການ​ດຳ​ເນີນ​ຄະ​ດີ​ເຂົາ​ເຈົ້າ​ຈະ​ເລີ້ມ ​“ແຕ່ວັນ​ພະ​ຫັດ​ພ້ອມ​ດ້ວຍ​ການ​ໄປ​ປາ​ກົດ​ໂຕ​ຂອງ​ທະ​ນາຍ​ຄວາມ​ເຂົາ​ເຈົ້າ.”

ສ່ວນອີກ 276 ຄົນ ​ໄດ້​ຖືກ​ກ່າວ​ຫາ​ຢູ່​ໃນແຂວງມາ​ກາ​ໄຊແຂວງ​ ທາງພາກ​ກາງ ​ຂອງ​ປະ​ເທດ ອີງ​ຕາມກ​ານ​ອ້າງ​ຄຳ​ເວົ້າ ​ຂອງ​ຫົວ​ໜ້າພະ​ແນກ​ຍຸ​ຕິ​ທຳ ທ່ານ​ອັບ​ໂດ​ລ-ເມ​ດີ ມູ​ຊາ​ວີ ໂດຍ​ອົງ​ການ​ຂ່າວ​ IRNA ຂອງ​ທາງ​ການ​ອີ​ຣ່ານ.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ຊາວ​ໜຸ່ມ 100 ຄົນ ໄດ້​ຖືກ​ປ່ອຍ​ໂຕ​ຫລັງ​ຈາກ​ໄດ້​ເຊັນ​ຄຳ​ໝັ້ນ​ສັນ​ຍາ​ວ່າຈະ​ບໍ່​ເຂົ້າ​ຮ່ວມ​ “​ການ​ກໍ່ຈາ​ລະ​ຈົນ” ໃດໆອີກໃນ​ອະ​ນາ​ຄົດ ນັ້ນ​ຄື​ລາຍ​ງານ ຂອງ​ອົງ​ການ​ຂ່າວ IRNA​.

ຢູ່ແຂວງ​ອິ​ສ​ຟາ​ຮານທາງ​ພາກ​ກາງ​ຂອງ​ປະ​ເທດ ຫົວ​ໜ້າ​ຍຸ​ຕິ​ທຳ ທ່ານ​ອາ​ຊາ​ໂດ​ລ​ລາ ຈາ​ຟາ​ຣີ ກ່າວ​ວ່າ ມີ​ການ​ຍື່ນ​ຟ້ອງ 316 ຄະ​ດີ ທີ່ພົວ​ພັນ​ກັບ​ຄວາມ​ວຸ້ນ​ວາຍຫວ່າງ​ມໍ່ໆ​ມາ​ນີ້.

ສິບ​ສອງ​ຄົນ​ໄດ້​ຖືກ​ດຳ​ເນີນ​ຄະ​ດີ​ໄປ​ແລ້ວ ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ທ​າ​ສ​ນິມ ໃນ​ຕອນ​ແລງວັນ​ເສົາ​ຜ່ານ​ມາ​.

Iran's judiciary has charged more than 750 people in three provinces for participating in "recent riots", local media reported, amid nationwide protests since the death of Mahsa Amini.

More than 2,000 people had already been charged, nearly half of them in the capital Tehran, since the demonstrations began in mid-September, according to judiciary figures.

Dozens of people, mainly demonstrators but also security personnel, have been killed during the protests, which the authorities have branded as "riots."

Judicial chief for the southern province of Hormozgan, Mojtaba Ghahremani, said 164 people had been charged "after the recent riots," the judiciary's Mizan Online news website reported Sunday.

They face accusations including "incitement to killing", "harming security forces", "propaganda against the regime" and "damaging public property", the website said, adding that their trials would begin "from Thursday in the presence of their lawyers."

Another 276 people were charged in the central province of Markazi, its judiciary chief Abdol-Mehdi Mousavi was quoted as saying by state news agency IRNA.

However, 100 young people were released after signing pledges not to participate in any future "riots", IRNA said.

In central Isfahan province, judicial chief Asadollah Jafari said 316 cases had been filed in connection with the recent strife.

Twelve have already gone to trial, the Tasnim news agency reported him as saying late Saturday.

XS
SM
MD
LG