ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ສາມາດ ຫຼິ້ນບົດບາດ ໃນທາງສ້າງສັນ ຢູ່ໃນ ອີຣັກ (ວີດີໂອ)


ປະທານາທິບໍດີ Barack Obama
ປະທານາທິບໍດີ Barack Obama
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​
ວ່າ ອີຣ່ານ ສາມາດ​ຫລີ້ນ​ບົດບາດ​ໃນທາງ​ສ້າງ​ສັນຢູ່ໃນ ອີ
ຣັກ ໄດ້ຖ້າ​ຫາກ​ອີຣ່ານ ປະຕິບັດຕາມການນຳພາ​ຂອງ
ສະຫະລັດ ​ເພື່ອກົດ​ດັນໃຫ້ມີການສ້າງຕັ້ງລັດຖະບານ ຢູ່ໃນ
ວົງກວ້າງ ທີ່​ໃຫ້​ການເຄົາລົບນັບຖື​ທຸກ​ກຳ້​ທຸກ​ຝ່າຍ ຢູ່່​ໃນອີຣັກ.

​ແຕ່​ທ່ານ Obama ​ໄດ້​ເຕືອນໃນ​ວັນ​ພະຫັດ​ວານ​ນີ້​ວ່າ ອີຣ່ານອາດ​ຈະ​ເຮັດ​ໃຫ້​ສະຖານະ ​
ການ​ຮ້າ​ຍ​ແຮງ​ຂື້ນ ຖ້າອີຣ່ານ​ຫາກເຂົ້າ​ໄປໃນບັນຫາຂັດແຍ້ງດັ່ງກ່າວ ໂດຍ​ມີ​ຄວາມ​ຕັ້ງ​ໃຈ ​ແຕ່ພຽງ ເປັນ​ກຳລັງ​ ທີ່​ຈະ​ໜູນ​ຫລັງລັດ​ຖະບານພາຍໃຕ້ການນຳພາຂອງພວກຊີ​ໄອທ໌.

ປະ​ທານາ​ທິບໍດີ​ ​ໄດ້ກ່າວທີ່ທຳນຽບຂາວ​ວ່າ ສະຫະລັດ​ໄດ້​ສະແດງໃຫ້ອີຣ່ານເຫັນວ່າ ມັນ​
ມີ​ຄວາມ​ສຳຄັນ​ ​ທີ່ຈະຫລີກ​ລ່ຽງບາດ​ກ້າວຕ່າງໆ​ທີ່​ອາດຈະ​ຊຸກຍູ້​ໃຫ້ມີ​ການ ​ແບ່ງ​ແຍກ
ທາງ​ດ້ານສາສະໜາ ຊຶ່ງອາດ​ຈະ​ນຳໄປ​ສູ່ສົງ​ຄາມ​ກາງ​ເມືອງໃນ ອີຣັກ.

ທ່ານເວົ້າ​ວ່າ ສະຫະລັດ​ ມີ​ຄວາມ​ເຫັນແຕກ​ຕ່າງ​ກັບ ອີຣ່ານ ຢູ່ໃນ​ຫລາຍໆ​ບັນ​ຫາ ​ໂດຍ
​ຊີ້ໃຫ້ເຫັນວ່າ ສະຖານະ​ການ​ທີ່ນອງ​ເລືອດ​ຢູ່ໃນ ຊີ​ເຣຍ ສ່ວນນຶ່ງແລ້ວແມ່ນ​ເປັນຍ້ອນ
ອີ​ຣ່ານ ​ເຂົ້າ​ໄປສະໜັບສະໜຸນ “ແບບຮ້ອນແຮງ ແລະ​ໜັກ​ໜ່ວງ​ ແຕ່ພຽງ​ຂ້າງ​ດຽວ.”
ທ່ານ Obama ກ່າວ​ວ່າ ຖ້າ​ຫາກອີຣ່ານ ເຫັນ​ຂົງ​ເຂດດັ່ງກ່າວ​ “​ຢູ່ໃນຂອບຂອງ ​ທາງ​
ສາສະໜາ​ທໍ່ນັ້ນ” ອີຣ່ານສາມາດ​ພົບເຫັນ​ໂຕ​ເອງ​ສູ້​ລົບ ຢູ່​ໃນ​ຫລາຍໆ​ບ່ອນ ​ໂດຍການ​
ສ້າງຄວາມເສຍຫາຍໃຫ້ແກ່​ເສດຖະກິດ​ຂອງອີຣ່ານ​ແລະ​ປະຊາຊົນຊາວ ອີຣ່ານເອງ.

US IRAQ IRAN SOTVO
please wait
Embed

No media source currently available

0:00 0:01:04 0:00

U.S. President Barack Obama says Iran can play a constructive role in Iraq if it follows the U.S. lead in pressing for an inclusive government that respects all sides within Iraq.

But Mr. Obama warned Thursday that Iran could worsen the situation if it comes into the conflict solely as an armed force that backs the Shiite-led government.

The president said at the White House that the United States has indicated to Iran that it is important for it to avoid steps that might encourage the kind of sectarian splits that could lead to civil war in Iraq.

He said the United States has deep differences with Iran on several issues, pointing out that the bloody situation in Syria is in part due to Iran coming in "hot and heavy on one side."

Mr. Obama said if Iran views the region "solely through sectarian frames," Iranians could find themselves fighting in a whole lot of places at the expense of the Iranian economy and the Iranian people.
XS
SM
MD
LG