ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ.ນ. ສຸພາ ໄຊປຣະສິດ ເມສ໌ ທີ່​ແມ່​ພາ ມາ​ຕັ້ງ​ຖິ່ນ​ຖານ​ໃນ ສ​ຫລ ແຕ່​ຍັງ​ນ້ອຍ ເປັນ​ນັກທຸ​ລະ​ກິດ​ ແລະ​ນັກ​ການ​ເມືອງ ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​


ທ.ນ. ສຸ​ພາ​ຖ່າຍ​ຮູບ​ຮ່ວມ​ກັບ​ປະ​ທານ​ໜັງ​ສື​ພິມ Asian Times ທີ່​ນະ​ຄອນ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ​ໃນ​ຕົ້ນເດືອນ​ກໍ​ລະ​ກົດ, 2022
ທ.ນ. ສຸ​ພາ​ຖ່າຍ​ຮູບ​ຮ່ວມ​ກັບ​ປະ​ທານ​ໜັງ​ສື​ພິມ Asian Times ທີ່​ນະ​ຄອນ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ​ໃນ​ຕົ້ນເດືອນ​ກໍ​ລະ​ກົດ, 2022

ໃນລາຍການຊົມຊົນຊາວລາວ ໃນທະວີບອາເມຣິກາມື້ນີ້, ພວກເຮົາມີ ການສຳພາດກັບທ່ານນາງສຸພາ ໄຊປຣະສິດ ເມສ໌ ນັກທຸລະກິດລາວ-ອາເມຣິກັນ ທີ່ອາໄສຢູ່ເມືອງ Little Rock ລັດອາແຄນຊໍ ກ່ຽວກັບປະຫວັດຄວາມເປັນມາ ແລະການຕັ້ງຖິ່ນຖານຂອງທ່ານນາງ ແລະຄອບຄົວຢູ່ໃນສະຫະລັດຂໍເຊີນ ທ່ານຕິດຕາມຟັງລາຍລະອຽດເລື້ອງຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ເສັ້ນທາງຊີວິດຂອງຊາວລາວອົບພະຍົບແຕ່ລະຄົນທີ່ໄປຕັ້ງຖິ່ນຖານຢູ່ຕ່າງປະເທດນັ້ນແມ່ນແຕກຕ່າງກັນ. ບາງຄົນກໍຕັ້ງໃຈ ແລະໄດ້ພະຍາມຫລົບໜີອອກຈາກປະເທດໄປຢູ່ສູນອົບພະຍົບໃນປະເທດໄທເພື່ອລໍຖ້າໄປປະເທດທີ 3 ໂດຍຜ່ານຜ່າຄວາມກັນດານຫລາຍຢ່າງ. ແຕ່ວ່າກໍລະນີຂອງທ່ານນາງສຸພາ ໄຊປຣະສິດ ເມສ໌ ທີ່ພໍ່ມີພໍ່ເປັນຄົນອິນເດຍ ແລະແມ່ເປັນຄົນລາວມາຈາກບ້ານດອນໜູນ ແລະເຄີຍມີຮ້ານອາຫານອິນເດຍແຫ່ງນຶ່ງໃນນະຄອນຫລວງວຽງຈັນນັ້ນ ຂ້ອນຂ້າງຈະແຕກຕ່າງໄປຈາກເສັ້ນທາງການອົບພະຍົບຂອງຄົນສ່ວນໃຫຍ່ໜ້ອຍນຶ່ງ. ທ່ານນາງເລົ່າສູ່ຟັງວ່າ ທັງນີ້ກໍເພາະແມ່ຂອງທ່ານນາງທີ່ເຄີຍເປັນນັກສຶກສາໄປຮຽນຢູ່ໄທ ແລະແຕ່ງງານກັບເຈົ້າໜ້າທີ່ອິນເດຍທີ່ໄປປະຕິບັດງານຢູ່ໄທແລ້ວກັບໄປດຳລົງຊີວິດຢູ່ລາວ ໄດ້ພາກັນຍົກຍ້າຍໄປຢູ່ໄທກ່ອນລາວ ຈະປ່ຽນແປງການປົກຄອງໃນປີ 1975. ສ່ວນທ່ານນາງເອງແລະເອື້ອຍນ້ອງທີ່ມີ 4 ຄົນນຳກັນນັ້ນ ເກີດຢູ່ທີ່ນະຄອນຫລວງວຽງຈັນ. ຫລັງຈາກໄດ້ພາຄອບຄົວໄປຕັ້ງຖິ່ນຖານຢູ່ໄທບໍ່ໄດ້ພໍເທົ່າໃດປີພໍ່ຂອງທ່ານນາງກໍຖືກຄາດຕະກຳ. ສະນັ້ນ ແມ່ຂອງທ່ານນາງທີ່ເປັນແມ່ໝ້າຍໄດ້ຫາທາງພາລູກຍົກຍ້າຍມາຢູ່ສະຫະລັດພາຍໃຕ້ຄຳແນະນຳ ຂອງເພື່ອນສະໜິດຂອງເພິ່ນທີ່ໄປຕັ້ງຖິ່ນຢູ່ໃນເມືອງຝອດສະມິດ, ລັດອາແຄນຊໍແຕ່ດົນແລ້ວນັ້ນ. ໃນປະມານຕົ້ນປີ 1976 ຕອນມາຮອດໃໝ່ໆ ແມ່ຂອງທ່ານນາງໄດ້ພາລູກ 4 ຄົນກັບນ້ອງຊາຍ ແລະນ້ອງສາວຂອງເພິ່ນ ໄປອາໄສຢູ່ໃນເຮືອນຂອງໝູ່ເພິ່ນຄົນນັ້ນທີ່ໄປຈາກລາວເຊັ່ນກັນ. ໃນຕອນນັ້ນທ່ານນາງມີອາຍຸໄດ້ປະມານ 6 ປີ ດັ່ງທີ່ທ່ານນາງສຸພາເລົ່າສູ່ຟັງວ່າ:

ໃນການໄປຕັ້ງຖິ່ນຖານໃໝ່ບໍ່ວ່າໃຜກໍຕາມ ມັກຈະພົບຄວາມຫຍຸ້ງຍາກບໍ່ຫລາຍກໍໜ້ອຍ. ສ່ວນກໍລະນີຂອງຄອບຄົວທ່ານນາງນັ້ນກໍພົບກັບຄວາມລຳບາກຢູ່ໃນໄລຍະນຶ່ງ ກ່ອນຄອບຄົວຂອງທ່ານນາງຈະຕັ້ງຕົວໄດ້ ໂດຍທີ່ແມ່ຂອງທ່ານນາງໄດ້ອາຊີບເປັນນາຍຄູສອນ ແລະກໍໄດ້ຊື້ເຮືອນຢູ່ເປັນຂອງຕົນເອງ. ທັງນີ້ ກໍເພາະ ວ່າແມ່ຂອງທ່ານນາງທີ່ຮຽນຈົບປະລິນຍາໂທຈາກມະຫາວິທະຍາໄລແຫ່ງນຶ່ງຂອງໄທນັ້ນມີຄວາມຮູ້ ແລະເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ້ວ ພ້ອມທັງມີທຶນຮອນມານຳຈຳນວນນຶ່ງ. ຕໍ່ມານອກຈາກເປັນນາຍຄູສອນໃນໂຮງຮຽນປະຖົມ ແລ້ວ ແມ່ຂອງທ່ານນາງກໍຍັງຕັ້ງຮ້ານອາຫານໄທເປັນຮ້ານທຳອິດຢູ່ໃນເມືອງຝອດສະມິດນັ້ນອີກ.

ລູກ​ສາວ​ຂອງ​ທ່ານ​ນາງ​ສຸ​ພາ​ໄຊ​ປ​ຣະ​ສິດ ເມ​ສ໌ ຢູ່ເມືອງ Little Rock ລັດ​ອາ​ແຄນ​ຊໍ
ລູກ​ສາວ​ຂອງ​ທ່ານ​ນາງ​ສຸ​ພາ​ໄຊ​ປ​ຣະ​ສິດ ເມ​ສ໌ ຢູ່ເມືອງ Little Rock ລັດ​ອາ​ແຄນ​ຊໍ

ທ່ານນາງເລົ່າສູ່ຟັງອີກວ່າ ແມ່ຂອງທ່ານນາງທີ່ເປັນຄົນລາວເກີດຢູ່ບ້ານດອນໝູນນັ້ນເປັນຄົນໃຈກວ້າງ ມັກຊ່ວຍເຫລືອຄົນອື່ນ ແລະໄດ້ຮັບປະກັນເອົາຄົນລາວອົບພະຍົບຫລາຍຄອບຄົວໃຫ້ມາຕັ້ງຖິ່ນຖານໃນເມືອງຝອດສະມິດ. ພ້ອມກັນນັ້ນເຖິງແມ່ນວ່າທ່ານນາງຈະມີພໍ່ເປັນຄົນອິນເດຍ ແລະພໍ່ຕູ້ເປັນຄົນໄທກໍຕາມ ແຕ່ແມ່ ແລະແມ່ຕູ້ຂອງທ່ານນາງຖືວ່າຕົນເອງເປັນຄົນລາວ ແລະໄດ້ສິດສອນລູກໆ ບໍ່ໃຫ້ລືມພາສາລາວ ແລະຄວາມເປັນລາວ ແລະທ່ານນາງກໍບອກວ່າ ມີຄວາມພູມໃຈໃນຄວາມເປັນລາວ ເພາະລາວເປັນບ້ານເກີດຂອງຕົນ ດັ່ງທີ່ທ່ານນາງເລົ່າສູ່ຟັງດັ່ງນີ້:

ທ່ານນາງເປັນລູກຜູ້ທີສອງໃນຄອບຄົວ ຫລັງຈາກມາຮອດສະຫະລັດແລ້ວກໍໄດ້ເຂົ້າຮຽນໜັງສືໃນໂຮງຮຽນຢູ່ເມືອງຝອດສະມິດນັ້ນ ແລະເມື່ອໃຫຍ່ຂຶ້ນມາແດ່ ທ່ານເອງພ້ອມກັບເອື້ອຍຄົນນຶ່ງ ແລະນ້ອງສາວສອງຄົນ ກໍພາກັນຊ່ວຍວຽກແມ່ໃນການຈັດການຢູ່ຮ້ານອາຫານ. ແຕ່ຢ່າງໃດກໍຕາມເຖິງແມ່ນວ່າຄອບຄົວທ່ານນາງມີຖະນະທາງເສດຖະກິດຂ້ອນຂ້າງດີ ແຕ່ແມ່ຂອງທ່ານນາງກໍສອນໃຫ້ລູກໆ ມີຄວາມເມດຕາກະລຸນາ ຊຶ່ງເປັນສິ່ງທີ່ທ່ານນາງຈຳໄວ້ຕະຫລອດໄປ ດັ່ງທີ່ທ່ານນາງເລົ່າສູ່ຟັງວ່າ:

ເນື່ອງຈາກໄດ້ເຕີບໃຫຍ່ຢູ່ໃນຄອບຄົວທີ່ເຮັດທຸລະກິດ ແລະເມື່ອທ່ານນາງອາຍຸໄດ້ປະມານ 16 ປີ ກໍຄືຕອນຮຽນຢູ່ຊັ້ນມັດທະຍົມປາຍນັ້ນກໍໄດ້ເລີ້ມຫາວຽກເຮັດຢູ່ໃນບໍລິສັດ ແລະໄດ້ສະສົມປະສົບການໃນການບໍລິຫານທຸລະກິດຕະຫລອດມາ.

ທ.ນ. ສຸ​ພາ ແລະ​ພະ​ນັກ​ງານ​ຂອງ​ທ່ານ​ໃນ​ບໍ​ລິ​ສັດ Inclusion ທີ່​ເມືອງ Little Rock, ລັດ​ອາ​ແຄນ​ຊໍ
ທ.ນ. ສຸ​ພາ ແລະ​ພະ​ນັກ​ງານ​ຂອງ​ທ່ານ​ໃນ​ບໍ​ລິ​ສັດ Inclusion ທີ່​ເມືອງ Little Rock, ລັດ​ອາ​ແຄນ​ຊໍ

ທ່ານນາງແຕ່ງງານກັບທ່ານຣີຊາດ ແມສ໌ ຊີເນຍ (Richard Mays, Sr.) ຊຶ່ງເປັນຜູ້ພິພາກສາທ່ານນຶ່ງໃນສານສູງສຸດຂອງລັດອາແຄນຊໍ. ທ່ານນາງມີລູກຊາຍ 3 ຄົນ ແລະລູກສາວຜູ້ນຶ່ງ ຊຶ່ງລູກຊາຍກົກນັ້ນ ເປັນນັກວິສະວະກອນດ້ານຄອມພິວເຕີ GTech ທີ່ເປັນບໍລິສັດທີ່ມີຊື່ສຽງໃນລັດວໍຊິງຕັນ. ປັດຈຸບັນທ່ານນາງ ເປັນເຈົ້າຂອງບໍລິສັດທີ່ປຶກສາດ້ານການຕະຫລາດ ແລະບໍລິຫານທຸລະກິດ ຊື່ວ່າອິນຄລູຊັນ (Inclusion) ຢູ່ເມືອງ Little Rock ລັດອາແຄນຊໍ. ທ່ານນາງ ແລະສາມີຍັງເປັນເຈົ້າຂອງສະຖານີວິທະຍຸແຫ່ງນຶ່ງຢູ່ເມືອງນິວໂອລີນ ລັດລຸຍເຊຍນາ.

ທ່ານ​ນາງ​ສຸ​ພາ​ໄຊ​ປ​ຣະ​ສິດ​ເມ​ສ໌ ແລະ​ເພື່ອນ​ຮ່ວມ​ງານ​ໃນ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ໃຫ້​ທຶນ​ການ​ສຶກ​ສາ​ແກ່​ນັກ​ຮຽນ​ໃນ​ລັດ​ອາ​ແຄ​ນ​ຊໍ
ທ່ານ​ນາງ​ສຸ​ພາ​ໄຊ​ປ​ຣະ​ສິດ​ເມ​ສ໌ ແລະ​ເພື່ອນ​ຮ່ວມ​ງານ​ໃນ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ໃຫ້​ທຶນ​ການ​ສຶກ​ສາ​ແກ່​ນັກ​ຮຽນ​ໃນ​ລັດ​ອາ​ແຄ​ນ​ຊໍ

ລັດອາແຄນຊໍ ທີ່ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດນັ້ນ ແລະມີອາກາດພໍດີ ຊຶ່ງລະດູໜາວອາດຈະມີຫິມະແດ່ແຕ່ກໍບໍ່ມີຫລາຍຄືກັນກັບບັນດາລັດ ຢູ່ທາງພາກຕາເວັນຕົກຕອນກາງ ເຊັ່ນລັດເມນີໂຊຕາ ແລະພາກຕາເວັນອອກສຽງເໜືອຂອງສະຫະລັດ. ສະນັ້ນຈຶ່ງເໝາະສົມສຳລັບການກະເສດ ແລະລ້ຽງສັດ. ສຳລັບຄົນລາວຢູ່ໃນລັດນັ້ນແມ່ນມີປະມານ 10 ພັນຄົນ ແລະສ່ວນໃຫຍ່ອາໄສຢູ່ໃນເມືອງຝອດສະມິດ ທີ່ມີຟາມລ້ຽງສັດເຊັ່ນໄກ່ ແລະໝູ. ປະມານ 90 ເປີເຊັນຂອງຄົນລາວໃນລັດນັ້ນ ແມ່ນເຮັດວຽກຢູ່ໂຮງງານຕ່າງໆ ເຊັ່ນໂຮງງານໄຫ່ໄທສັນ (Tyson) ທີ່ສົ່ງໄກ່ປອກ ແລະອາຫານສຳເລັດຮູບທີ່ເຮັດດ້ວຍໄກ່ໃຫ້ແກ່ບັນດາຮ້ານຄ້າຂອງບໍລິສັດໃຫຍ່ໆ ເຊັ່ນ Walt-Mart ແລະ Giant ແລະຮ້ານຂາຍອາຫານສຳເລັດຮູບຕ່າງໆທົ່ວະສະລັດ.

ທ.ນ. ສຸ​ພາ​ຖ່າຍ​ຮູບ​ຮ່ວມ​ກັບ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວ ໃນ​ໂອ​ກາດ​ທີ່​ທ່ານ​ນາງ​ໄປ​ຢ້ຽມ​ຢາມ​ບ້ານ​ເກີດ​ຂອງ​ຕົນ ໃນ​ທ້າຍ​ເດືອນ​ມັງ​ກອນ, 2022.
ທ.ນ. ສຸ​ພາ​ຖ່າຍ​ຮູບ​ຮ່ວມ​ກັບ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວ ໃນ​ໂອ​ກາດ​ທີ່​ທ່ານ​ນາງ​ໄປ​ຢ້ຽມ​ຢາມ​ບ້ານ​ເກີດ​ຂອງ​ຕົນ ໃນ​ທ້າຍ​ເດືອນ​ມັງ​ກອນ, 2022.

ນອກນັ້ນ ລັດນີ້ກໍຍັງເປັນບ່ອນຕັ້ງຂອງສຳນັກງານໃຫຍ່ຂອງບໍລິສັດວອລມາດ (Wal-Mart) ຊຶ່ງເປັນບໍລິສັດຍັກໃຫຍ່ແຫ່ງນຶ່ງຂອງສະຫະລັດທີ່ມີຊື່ສຽງລະດັບໂລກ ສະນັ້ນ ກໍມີຄົນລາວຫລາຍຄົນທີ່ເຮັດວຽກເປັນພະນັກງານຂາຍໃນຫ້າງຮ້ານນີ້. ສ່ວນທ່ານນາງເອງ ແມ່ນມີຄວາມຊຳນານໃນການບໍລິຫານທຸລະກິດ ແລະເຄີຍເປັນຫົວໜ້າຜູ້ບໍລິຫານຂອງບໍລິສັດຍັກໃຫຍ່ອັນນີ້ໃນລັດອາແຄນຊໍ ຫລາຍສິບປີ.

ຄົນລາວຈຳນວນນຶ່ງໃນລັດນີ້ກໍເປັນເຈົ້າຂອງຮ້ານອາຫານລາວ ແລະອາຫານໄທຊຶ່ງມີປະມານ 20 ຮ້ານ. ສ່ວນພວກທີ່ໜຸ່ມນ້ອຍກໍມັກໄດ້ເຮັດວຽກຢູ່ໃນຫ້ອງການ ເຊັ່ນເປັນຜູ້ຈັດການບໍລິສັດ ຫລື ເປັນນັກບັນຊີ ແລະອື່ນໆ. ຄ້າຍໆກັບຄົນລາວ ໃນລັດອື່ນໆ ໃນອາແຄນຊໍນີ້ກໍມີການສ້າງສາວັດວາ ຊຶ່ງທັງໝົດທົ່ວລັດອາແຄນຊໍກໍມີຢູ່ 5 ວັດ, ອີງຕາມທ່ານນາງເວົ້າ.

​ທ.ນ. ສຸ​ພາ ໄຊ​ປ​ຣະ​ສິດ ເມ​ສ໌ ຖືກ​ຕ້ອນ​ຮັບ​ເປັນ​ຢ່າງ​ດີ​ຈາກ​ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້, ຮອງ​ປະ​ທານ​ປະ​ເທດ​ລາວ.
​ທ.ນ. ສຸ​ພາ ໄຊ​ປ​ຣະ​ສິດ ເມ​ສ໌ ຖືກ​ຕ້ອນ​ຮັບ​ເປັນ​ຢ່າງ​ດີ​ຈາກ​ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້, ຮອງ​ປະ​ທານ​ປະ​ເທດ​ລາວ.


ເນື່ອງຈາກທ່ານນາງມີປະສົບການໃນການນຳພາໃນຫລາຍໆອົງການ ແລະມີຄວາມສົນໃຈຊ່ວຍເຫລືອຄົນທີ່ດ້ອຍໂອກາດ ແລະທ່ານນາງຈຶ່ງກໍໄດ້ລົງແຂ່ງຂັນເລືອກຕັ້ງເປັນຜູ້ປົກຄອງລັດອາແຄນຊໍໃນເດືອນເມສາຜ່ານມາ. ຕຳແໜ່ງນີ້ໃນເມື່ອກ່ອນອະດີດປະທານາທິບໍດີ ບີລ ຄລິນຕັນເຄີຍໄດ້ກຳກ່ອນເພິ່ນໄດ້ເປັນປະທານາທິບໍດີສະຫະລັດ ຊຶ່ງຖືວ່າສູງສົມຄວນ. ສະນັ້ນ ທ່ານນາງບອກວ່າ ເຖິງແມ່ນຕົນເອງຈະບໍ່ຊະນະການແຂ່ງຂັນກໍຕາມ ແຕ່ກໍໄດ້ສ້າງປະຫວັດສາດໃຫ້ແກ່ປະຊາຄົມຄົນເຊື້ອສາຍລາວໃນສະຫະລັດ.
ເຖິງແມ່ນວ່າທ່ານນາງ ບໍ່ໄດ້ຖືກເລືອກຕັ້ງກໍຕາມ ແຕ່ທ່ານນາງບອກວ່າ ຢ່າງ ໜ້ອຍກໍໄດ້ສ້າງປະຫວັດສາດໃຫ້ແກ່ຄົນເຊື້ອສາຍລາວໃນສະຫະລັດ ທີ່ສາມາດເຂົ້າໄປແຂ່ງຂັນການເລືອກຕັ້ງໃນລະດັບເຊັ່ນນັ້ນໄດ້.
ນອກຈາກມີຄວາມມຸ້ງໝັ້ນຕໍ່ການສ້າງສາປະເທດຊາດ ແລະຊ່ວຍເຫລືອປະຊາຄົມຕ່າງໆ ໃນສະຫະລັດແລ້ວ ທ່ານນາງສຸພາ ທີ່ແມ່ແລະແມ່ຕູ້ເກີດຢູ່ບ້ານດອນໜູນນັ້ນ ຍັງມີຄວາມສົນໃຈຢາກໄປລົງທຶນຢູ່ລາວອີກດ້ວຍ. ໃນທ້າຍເດືອນມັງກອນຜ່ານມາທ່ານນາງກໍໄດ້ໄປຢ້ຽມຢາມລາວເປັນຄັ້ງທຳອິດເພື່ອຊອກຊ່ອງທາງໃນການລົງທຶນ ແລະໄດ້ຮັບການຕ້ອນຮັບຈາກເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວ ເຊັ່ນຮອງປະທານປະເທດອີກດ້ວຍ. ທ່ານນາງກ່າວອີກວ່າ ທ່ານນາງຢາກຈະສ້າງຕັ້ງຮ້ານຄ້າຂາຍເຄື່ອງທົ່ວໄປທີ່ຊື່ວ່າ Laos-Mart ດ້ວຍທຶນຂອງຕົນເອງຊຶ່ງຈະຕົກເປັນເງິນຫລາຍລ້ານໂດລາ ດັ່ງທີ່ທ່ານນາງບອກວ່າ:

“ພວກເຮົາຕ້ອງມີຄົນທີ່ຢາກກັບໄປລົງທຶນຄືນຢູ່ປະເທດນັ້ນ ແລະ ສ້າງຍີ່ຫໍ້ທີ່ ເມື່ອເຈົ້າເວົ້າວ່າ “ຂ້ອຍເປັນຄົນລາວ”. ແລ້ວເຂົາວ່າ ‘ໂອ້ ລາວ! ຂ້ອຍຈື່ລາວສ໌-ມາດໄດ້. ຮູ້ບໍ່? ເຈົ້າຈະມີຍີ່ຫໍ້ທີ່ຄົນຮັບຮູ້ໄດ້. ແລະຂະ​ນ້ອຍຮູ້ວ່າ ໂດຍຜ່ານການນໍາພາຂອງຂະນ້ອຍ, ປະສົບການຂອງຂະນ້ອຍ, ຂະນ້ອຍຈະສາມາດຊ່ວຍເຮັດໃຫ້ປະເທດເທດນີ້ ເປັນປະເທດທີ່ຄົນຮູ້ ຄົນເຫັນໄດ້, ເຊິ່ງເປັນປະເທດນຶ່ງ ທີ່ຜູ້ຄົນຢາກຈະເຮັດທຸລະກິດນຳ."

​ທ.ນ. ສຸ​ພາ​ໄຊ​ປ​ຣະ​ສິດ ແມ​ສ໌ ຖ່າຍ​ຮູບ​ກັບ​ສາ​ມີ​ຂອງ​ທ່ານນ​ນາງ (ຊ້າຍ​ສຸດ) ແລະ​ຄູ່​ຮ່ວມ​ທະ​ລະ​ກິດ ທີ່​ສົນ​ໃຈ​ໄປລົງ​ທຶນຢູ່​ລ​າວ ໃນ​ໂອ​ກາດເຂົ້າພົບ​ກັບທ່ານ​ສີ​ສະ​ຫວາດ ອິນ​ພະ​ຈັນ (ກາງ), ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວປະ​ຈຳ​ ສ​ຫລ ໃນ​ທ້າຍ​ເດືອນ​ມ​ິ​ຖຸ​ນາ​, 2022.
​ທ.ນ. ສຸ​ພາ​ໄຊ​ປ​ຣະ​ສິດ ແມ​ສ໌ ຖ່າຍ​ຮູບ​ກັບ​ສາ​ມີ​ຂອງ​ທ່ານນ​ນາງ (ຊ້າຍ​ສຸດ) ແລະ​ຄູ່​ຮ່ວມ​ທະ​ລະ​ກິດ ທີ່​ສົນ​ໃຈ​ໄປລົງ​ທຶນຢູ່​ລ​າວ ໃນ​ໂອ​ກາດເຂົ້າພົບ​ກັບທ່ານ​ສີ​ສະ​ຫວາດ ອິນ​ພະ​ຈັນ (ກາງ), ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວປະ​ຈຳ​ ສ​ຫລ ໃນ​ທ້າຍ​ເດືອນ​ມ​ິ​ຖຸ​ນາ​, 2022.

ສະຫລຸບແລ້ວ ທ່ານນາງສຸພາທີ່ແມ່ພາມາຕັ້ງຖິ່ນຖານຢູ່ໃນສະຫະລັດຕັ້ງແຕ່ຕອນຍັງນ້ອຍນັ້ນ ໄດ້ເຕີບໃຫຍ່ຂຶ້ນໃນປະເທດທີ່ໃຫ້ໂອກາດແກ່ທຸກຄົນ ທີ່ມີຄວາມມານະອົດທົນ ແລະມຸ້ງໝັ້ນຕໍ່ການສ້າງສາພັດທະນາຕົນເອງ ແລະສັງຄົມ. ສະນັ້ນ ທ່ານນາງຈຶ່ງປະສົບຜົນສຳເລັດສູງທັງໃນດ້ານທຸລະກິດ ແລະທາງດ້ານການເມືອງ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ຄືເລື້ອງລາວຊີວິດຂອງທ່ານນາງສຸພາ ໄຊປຣະສິດ ເມສ໌ ນັກທຸລະກິດລາວ-ອາເມຣິກັນທີ່ອາໄສຢູ່ເມືອງ Little Rock ລັດອາແຄນຊໍ ທາງພາກໃຕ້ຂອງສະຫະລັດ. ຂໍເຊີນທ່ານມາພົບກັບລາຍ ການຊຸມຊົນ ຊາວ ລາວໃນທະວີອາເມຣິກາໄດ້ອີກໃນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG