ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ສຳພາດ ທ່ານນາງ Kate Vilaychack Rizzo ຜູ້ຄວບຄຸມ ບໍລິສັດຜະລິດ ຢາປົວໂຣກຫົວໃຈ


ທ່ານນາງ Kate Vilaychack Rizzo ນັກເຄມີສາດ ແລະຫົວໜ້າ ບໍລິສັດ Zensun ພະລິດຢາປົວໂລກຫົວໃຈ
ໃນລາຍການ​ຊີວິດ​ຊາວ​ລາວ ​ ​ແລງ​ວັນ​ພະຫັດ​ມື້​ນີ້ ​ເຮົາ​ຈະ​ນຳ
ເອົາ​ການ​ສຳ​ພາດກັບ ທ່ານ​ນາງ Kate Vilaychack Rizzo
ນັກ​ບໍລິຫານ ຄວບ​ຄຸມ​ຄຸນ​ນະພາ​ບ ເພ​ຊັດ​ສະ​ກຳຂອງ​ບໍລິ​ສັດ
Zensun​. ​ກ່ອນ​ໜ້າ​ນັ້ນ Kate ໄດ້​ປະກອບ​ວິຊາອາຊີບນີ້​ ກັບ
​ບໍລິສັດ​ອຶ່ນໆ​ມາແລ້ວເປັນ​ເວລາ 15 ປີ​. Kate ​ເປັນສະ​ຕີ​ລາວ
ອາ​ເມຣິກັນ ທີ່​ສະຫລຽວ​ສະຫລາດ ໜ້າ​ສັນລະ​ເສີນ ມີໜ້າ​ທີ່​
ຮັບຜິດຊອບສູງອັນ​ສຳຄັນ. ​

ນາງໄດ້ວາງ​ບົດບາດ​ການຄົ້ນ​ຄວ້າ​ ທົດ​ລອງຢາ​ປົວ​ພະຍາດ
ໃຫ້ໄດ້​ຄຸນ​ນະພາ​ບ ​ແລະ​ຖືກຕ້ອງ​ຕາມ​ກົດໝາຍຢ່າງ​ເຄັ່ງ​ຄັດ
ກ່ອນ​ທີ່​ຈະ​ນຳ​ອອກ​ຈຳໜ່າຍ​. Kate ​ແລະ​ຄອບຄົວ ​ໄດ້ເຂົ້າ
ມາຕັ້ງ​ຖິ່ນ​ຖານຢູ່​ໃນ ສະຫະລັດ ​ໃນ​ປີ 1980 ເປັນ​ລູກ​ສາວ​
ຂອງອະດີດ ​ນາຍທະຫານ ຂອງພະລາ​ຊະ​ອານາ​ຈັກ​ລາວ.

Kate ມີເອື້ອຍ​ນ້ອງ​ຮ່ວມ​ກັນ​ຫົກ​ຄົນ ​ແລະແຕ່ລະຄົນ ກໍ​ໄດ້ປະສົບ​ຜົນສຳ​ເລັດ​ດ້ານ​ການສຶຶກສາ​
ຂັ້ນ ປະລິນຍາ​ໂທ ຝ່າ​ຍເຄມີ ແລະ​ຝ່າ​ຍການ​ເງິນ ຊຶ່ງ​ກິ່ງສະຫວັນ ຈະ​ນຳ​ເອົາ​ລາຍ​ລະ
ອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ຊາວ​ລາວ ມື້​ນີ້ ຂ້າພະ​ເຈົ້າ ຈະ​ໃຫ້​
ທ່ານ​ໄດ້ພົບ​ກັບ ທ່ານ​ນາງ Kate Vilaychack Rizzo ເພ​ຊັດ​ສະ​ກອນ ຫລື​ນັກ​ກວດກາ
ການຜະລິດ​ຢາປົວ​ພະຍາດ ​ໂ​ດຍສະ​ເພາະ ​ແມ່ນ​ຢາປົວ​ໂຣກ​ຫົວ​ໃຈ. Kate ເປັນລູກ​
ລາວ ຫລານລາວ ​ເກີດ​ຢູ່ເມືອງ​ປາກ​ເຊ ​ເປັນ​ລູກສາວ​ຜູ້​ທີສາມ ມີເອື້ອຍ​ນ້ອງນຳ​ກັນ​ຫົກ​
ຄົນ ຂອງ​ ທ່ານສີ​ຫູ​ນ ​ແລະ​ຍາ​ນາງ ບຸນ​ຊູ ວິ​ໄລ​ຈັກ. ​ໃນ​ປີ 1980 ທ່ານ ສີ​ຫູ​ນ ​ອະ​ດີດຮ້ອຍ​
ເອກ​ ທະ​ຫານ ກອງທັບ​ແຫ່ງ ພະ​ລາ​ຊະ​ອາ ນາຈັກ​ລາວ ໄດ້​ຖືກ​ສົ່ງໄປ​ສຳ​ມະ​ນາ. ​ເວລາ​
ນັ້ນ Kate ອາຍຸ​ໄດ້ 11 ປີ ​ໄດ້​ເດີນທາງ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ພ້ອມດ້ວ​ຍ​ແມ່ ​ແລະ​ເອື້ອຍ
​ນ້ອງ ​ ຢູ່ ນະຄອນ Chicago ລັດ Illinoise ພາກ​ກາງຂອງ ສະຫະລັດ.

ການ​ເຂົ້າ​ມາ​ຕັ້ງ​ຊີວິດ​ໃໝ່ຢູ່​ໃນປະ​ເທດ​ທີສາມ ​ໄດ້ເປັນ​ບາດກ້າວອັນ​ສຳຄັນ ອັນທຳ​ອິດ
ຂອງ​ຊາວອົບ​ພະ​ຍົບທຸກຄົນ​ ແລະເປັນ​ຊ່ວງ​ເວລາທົດສອບ​ ການປັບ​ໂຕ​ໃຫ້​ເຂົ້າ​ກັບ
​ສະພາບ​ແວດ​ລ້ອມ​ໃໝ່ ທີ່ຈະ​ນຳພາ​ຊີວິດ​ໄປ​ສູ່​ອະນາ​ຄົດອັນ​ແຈ່ມ​ໃສ. ​ກ່າວໂດຍ​ສະ​
ເພາະ ​ສຳລັບ​ສະມາຊິກ​ຄອບຄົວ​ ວິ​ໄລ​ຈັກ​ ແລ້ວ ແຕ່ລະ​ຄົນໄດ້​ພາກັນຕັ້ງເປົ້າ​ໜາຍ​ອັນ
ແນ່​ວ​ແນ່​ໄວ້ຄື ຕ້ອງ​ໃຫ້​ປະສົບ​ຜົນສຳ​ເລັດທາງ​ດ້ານການ​ສຶກສາທຸກໆ​ຄົນ. ​

ທ່ານ​ນາງ Kate Vilaychack Rizzo ​ຈົບ​ປະລິນຍາຕີ ຝ່າຍ​ເຄມີ​ສາດ ຫລື Chemistry
​ຈາກ​ມະຫາວິທະຍາ​ໄລ Illinois ທີ່ ເມືອງ Chicago​. ​ປັດ​ຈຸ​ບັນ​ນີ້ ກຳລັງ​ຈະ​ສຳ​ເລັດ
ປະລິນ​ຍາ​ໂທ ​ຝ່າ​ຍ​ເຄມີ​ສາດ. Kate ໄດ້​ປະກາສະ​ນິຍະ​ບັດ Regulatory Affairs
Certification ຈາກ​ມະຫາວິທະຍາ​ໄລ San Diego State University ​ຊຶ່ງ​ໄດ້ຮັບ
​ອະນຸຍາດ ​ແລະ​ຖືກຮັບຮອງ​ວິດ​ທະ​ຍະຖາ​ນະ ​ໂດຍຄະນະ​ກຳມະການກວດກາຢາ Pharmacy ​ໃນທົ່ວ ສະຫະລັດ.

Pharmaceutical ​ແລະ medical device industries ​ຫລື ​ເພ​ຊັດ​ສະ​ກຳ ແລະອຸດສາ
ຫະກຳເຄື່ອງມື​ການ​ແພດ ເພື່ອຄຳ້ປະ​ກັນ​ຄຸນ​ນະພາ​ບ ​ແລະ​ລະບຽບ​ການ ທີ່​ມີ​ກົດໝາຍ
​ຄວບ​ຄຸມ ​ແລະ​ບັງຄັບ​ຢ່າງ​ເຄັ່ງ​ຄັດນີ້​ ແມ່ນວິຊາ​ອາຊີບ ຂອງ Kate ວິ​ໄລ​ຈັກ ໃນ​ທຸກ​ມື້​ນີ້.
ນາງ ​ຫາ​ກໍໄດ້​ເລີ້ມ​ເຮັດ​ວຽກ​ກັບ ບໍລິສັດ Zensun USA. Inc ໃນ ປີ 2014 ນີ້​ເອງ ​ແຕ່
ເຄີຍໄດ້​ມີ​ປະສົບ​ການ​ ​ຈາກບໍລິສັດ​ຄົ້ນຄວ້າ ​ເພ​ຊັດ​ສະກຳ ແລະ​ອຸບປະກອນ​ການ​ແພດ ເພື່ອ
​ຄຳ້ປະ​ກັນ​ຄຸນ​ນະພາ​ບ ​ແລະ​ລະບຽບ​ການ ທັງ​ພາຍໃນ ສະຫະລັດ ​ແລະ​ຈີນ​ມາ​ກ່ອນແລ້ວ
15 ປີ. ປັດຈຸບັນ​ນີ້ Kate ​ເປັນ​ຫົວໜ້າ​ຫ້ອງການ​ບໍລິຫານ ​ເພ​ຊັດສະ​ກຳ ຢູ່​ທົ່ວ​ໂລກ ​ແລະ
​ຕ້ອງ​ໄດ້​ເດີນທາງ​ໄປກວດກາ​ຢູ່ ຫລາຍໆ​ປະ​ເທດ​ເປັນ​ປະຈຳ ​ເພື່ອ​ກວດ ​ແລະທົດ​ສອບ
ຢາ​ປົວ​ໂລກ​ຫົວ​ໃຈ ທີ່ຜະລິດ​ອອກໃໝ່ໆ ກ່ອນ​ຈະນຳ​ອອກ​ຈຳ​ໜ່າຍ. ທ່ານ​ນາງ Kate ​ໄດ້
ເລົ່າ​ຊີວິດເບື້ອງຕົ້ນຂອງ​ການ​ຕັ້ງ​ຊີວິດ​ໃໝ່ ທີ່​ນຳພາ​ນາງ​ມາສູ່​ຜົນສຳ​ເລັດ​ຕໍ່ ວີ​ໂອ​ເອ ​ວ່າ :
ລິງໂດຍກົງ

Kate ​ເປັນສຸພາບ​ສະຕີ ທີ່ສະຫລຽວ​ສະຫລາດ ​ແລະມີ​ຄວາມ​ຮັບ​ຜິດ​ຊອບສູງ ດ່ັງທີ່​ຜູ້
ກ່ຽວໄດ້​ເລົ່າ​ສູ່ ວີ​ໂອ​ເອ ຟັງເຖິງ​ການເດີນທາງໄປປະຕິບັດ​ໜ້າ​ທີ່ຢູ່​ຫລາຍ​ປະ​ເທດ​ວ່າ:
ລິງໂດຍກົງ

​ເຊັນ​ດຽວ​ກັນ​ກັບຢູ່​ໃນຫລາຍໆ​ຄອບຄົວ ບາງ​ຄັ້ງ​ບາງ​ຄາວ​ຜູ້​ເປັນ​ເອື້ອຍໆ ຫລື​ອ້າຍໆ​ ກໍ
​ຈະພາກັນ​ເປັນ​ໂຕ​ຢ່າງ​ທີ່​ດີ​ໃຫ້​ແກ່​ພວກ​ນ້ອງໆ​ໄດ້​ກະທຳ​ຕາມ ໂດຍ​ສະ​ເພາະ​ແມ່ນ​ທາງ
​ດ້ານ​ການ​ສຶກສາ ​ຊຶ່ງ​ພໍ່ ​ແລະ​ແມ່​ບໍ່​ໄດ້​ກຳກັບ ບອກສອນຍາກ. Kate ​ໄດ້​ແບ່ງປັນ​ຄວາມ
​ຮູ້ສຶກດ່ັງກ່າວຕໍ່ ວີ​ໂອ​ເອ ​ອີກ​ວ່າ :
ລິງໂດຍກົງ

ຄອບຄົວ ວິ​ໄລ​ຈັກ ​ເປັນ​ຄອບຄົວ ລາວ-ອາ​ເມຣິກັນ ​ທີ່​ໜ້າ​ພາກພູມ​ໃຈ ​ແລະ​ໜ້າສັນລະ​
ເສີນຢ່າງ​ສຸດ​ໃຈ​ ຕໍ່ຜົນສຳ​ເລັດດັ່ງກ່າວ. ​ຂ້າພະ​ເຈົ້າ ​ເຊື່ອຢ່າງແທ້​ຈິງວ່າ ປັດຈຸບັນ ກໍມີ​
ສະມາຊິກຄອບຄົວ ລາວ-ອາ​ເມຣິກັນ ອີກຢ່າງ​ຫລວງຫລາຍ ທີ່ກຳລັງວາງ​ບົດບາດອັນ
ສຳຄັນ ເປັນ​ປຶກ​ແຜ່ນ​ແໜ້ນໜາ ພາກັນ​ໃຊ້​ສະຕິ​ປັນຍາ ຄວາມ​ສາມາດ​ໃນ​ຫລາຍໆ​ດ້ານ
ສ້າງສາປະຊາ​ຄົມ ອາ​ເມຣິກາ ​ໃຫ້​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ ​ເຊັ່ນ​ດຽວ​ກັນ​ກັບ​ຄອບ​ວິ​ໄລ​ຈັກ​ນີ້​ຢູ່.
XS
SM
MD
LG