ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານອຸ່ນ ຄໍານວນ ນັກຂຽນ ແລະສ້າງຮູບເງົາ ລາວ-ອາເມຣິກັນ


ທ່ານອຸ່ນ ຄໍານວນ ນັກຂຽນບົດສະແດງ ແລະສ້າງຮູບເງົາ ລາວ-ອາເມຣິກັນ
ທ່ານອຸ່ນ ຄໍານວນ ນັກຂຽນບົດສະແດງ ແລະສ້າງຮູບເງົາ ລາວ-ອາເມຣິກັນ
ທ່ານ​ຜູ້​ຟັງ​ທີ່​ເຄົາ​ຣົບ ລາຍ​ການ​ຊີ​ວິດ​ຊາວ​ລາວ ໃນ​
ຕ່າງ​ແດນ​ມື້​ນີ້ ຂ້າ​ພະ​ເຈົ້າ ຂໍ​ແນະ​ນໍາ​ໃຫ້​ທ່ານ​ຮູ້​ຈັກກັບ ນັກ​ສ້າງ
ຮູບ​ເງົາ ລາວ​-ອາ​ເມ​ຣິ​ກັນ ຄົນ​ນຶ່ງ​. ແຕ່​ກ່ອ​ນ​ອຶ່ນ ເຮົາ​ມາ​ໂອ້​ລົມ​
ກັນ​ໜ້ອ​ຍ​ນຶ່ງ​ກ່ອນ ​ກ່ຽວ​ກັບ​ປະ​ວັດ​ ຄວາ​ມເປັນ​ມາ​ຂອງການ​
ສ້າງ​ຮູບ​ເງົາເສຍ​ກ່ອນວ່າ ໄດ້​ເກີດ​ມີ​ມາ​ແຕ່​ສະ​ໄໝ​ໃດແລະ​ໄດ້
​ກ້າວໜ້າ​ມາ​ຢ່າງ​ວອງໄວ​ເຖິງ​ປັດ​ຈຸ​ບັນ​ນີ້​ຢ່າງ​ໃດ.

ກ້ອງ​ຖ່າຍ​ຮູບ​ເງົາແມ່ນ​ອຸບ​ປະ​ກອນ​ອັນ​ສຳ​ຄັນ​ທີ່​ສຸດ ​ໄດ້ສ້າງ​ຂຶ້ນ​
ມາຄັ້ງທໍ​າ​ອິດ​ໃນປີ 1889 ໂດຍ William Kennedy Laurie
Dickson ແລະໄດ້​ຮັບ​ຄວາມ​ອຸ​ປະ​ກາ​ຣະ​ຈາກ Thomas
Alva Edison ທັງ​ສອງທ່ານ​ນີ້​ເປັນ​ຊາວ​ອາ​ເມ​ຣິ​ກັນ.

ທ່າ​ນ​ເອງ​ຄື​ຊິ​ເຄີຍ​ເບິ່ງ​ຮູບ​ເງົາ​ຢູ່​ຕິ​ນໍ້ ທ່ານ​ຈື່​ໄດ້​ບໍ່ວ່າ ​ຄັ້ງ​ທຳ​ອິດທີ່ ທ່ານ​ໄດ້​ເບິ່ງ​ຮູບ​ເງົາແມ່ນ
ປີໃດ ທ່ານ​ຈື່​ໄດ້​ບໍ່​ວ່າ ຮູບ​ເງົາ​ທີ່​ສ້າງ​ຢູ່​ໃນ​ສະ​ໄໝ​ເກົ່າ​ນັ້ນ ​ຍັງ​ເປັນ​ສີ​ຂາວ​ດຳ ແລະ​ຍັງ​ບໍ່​ທັນ​
ມີ​ສ​ຽ​ງ​ປະ​ກອບ ເພາະ​ສະ​ນັ້ນນັກສ້າງ​ຮູບ​ເງົາ​ຕ້ອງ​ໄດ້​ຂຽນໂຕ​ໜັງ​ສືບັນ​ລະ​ຍາຍ​ໃສ່​ຢູ່​ລຸ່ມເພື່ອ ໃຫ້​ຜູ້​ຊົມ​ໄດ້​ອ່ານເຂົ້າ​ໃຈເລື້ອງ ແຕ່​ວ່າ​ຫລາຍໆ​ຄັ້ງ​ ຜູ້​ຊົມ​ກໍ​ຕ້ອງ​ໄດ້​ເດົາ​ເອົາ​ວ່າ ຜູ້​ສະແດງ​ນັ້ນ​ເວົ້າຫ​ຍັງ. ລະ​ບົບ​ສຽງ​ປະ​ກອບ​ຢູ່​ໃນຮູບ​ເງົາ ບໍ່​ໄດ້ຖືກຄົ້ນພົບ​ຈົ​ນເຖິງ​ປີ 1900 ທີ່ປະ​ເທດ​ຝ​ຣັ່ງ ແລະຫລັງ​ຈາກ​ນັ້ນ​ກໍ​ໄດ້​ຂ່ອຍພັດ​ຖະ​ນາ​ຂຶ້ນ​ມາ​ເລື້ອຍໆ ຈົນ​ເປັນ​ລະບົບ​ສຽງ​ໃນ​ຟິມດັງ​ແຮງ​
ຢ່າງ​ຈະ​ແຈ້ງ​ດີ.ຕົກ​ມ​າ​ເຖິງ​ປີ 1903 ຮູ​ບເງົາ​ທີ່​ມີ​ແຕ່​ສີ​ຂາວ​ດຳ​ນັ້ນ ມາບັດ​ນີ້ໄດ້​ເລີ້​ມ​ມີ​ສີ​ສັນ​
ຕ່າງໆ ແລະ​ໄດ້ຖືກປັບ​ປຸງໃຫ້​ດີຂຶ້ນ​ມາ​ເປັນ​ລຳ​ດັບ​ ​ເຫັນ​ແລ້ວ​ຈົນ​ບໍ່​ໜ້າ​ເຊື່​ອ.

ນັບ​ຕັ້ງ​ແຕ່​ຕົ້ນ​ປະ​ວັດການ​ພັດ​ທະ​ນາ​ຮູບ​ເງົາ ມາ​ຈົນ​ເຖິງ​ເທົ້າປັດ​ຈຸ​ບັນ​ນີ້ ສະ​ຫະ​ລັດ ອາ​ຣິ​
ກາ ​ຍັງເປັນ​ຜູ້ນຳ​ໜ້າ​ໂລກ ​ທາງ​ດ້ານອຸດ​ສາ​ຫະ​ກຳ​ການ​ສ້າງ​ຮູບ​ເງົາມາ​ຕະ​ຫລອດ ​ໂດຍສະ
​ເພາະຢ່າງ​ຍິ່ງ​ ​ດ້ານເທັກ​ໂນ​ໂລ​ຈີ ​ກາ​ນ​ສ້າງ ຮູ​ບ​ເງົາ ​ເມື່ອ​ໄດ້​ຊົ​ມ​ແລ້ວ​ເປັນ​ໜ້າ​ງຶດ​ງໍ້​ ​ແລະ
ຫລົງ​ເຊື່ອນໍາ.​ເພາະ​ສະ​ນັ້ນ ບັນດາ​ດາຣາ​ສະ​ແດງ​ຮູບ​ເງົາທີ່​ມີ​ບົດ​ບາດ​ດີ ຈຶ່ງໄດ້​ກາຍ​ມາ​ເປັນ​
ຜູ້​ມີອິດ​ທິ​ພົນທາງ​ດ້ານ​ບັນ​ເທີງ ​ແຊກ​ຊື່ມ​ເຂົ​າທາງ​ດ້ານການ​ເມືອງ ແລະເປັນ​ແບບຢ່າງ​ທີ່ດີ​
ໃຫ້​ແກ່​ຜູ້​ຊົມ​.

ຮູບ​ເງົາ​ທີ່​ສ້າງໂດຍ ບໍ​ລິ​ສັດ Hollywood ເປັນ​ຜະ​ລິດ​ຕະ​ພັນ​ຂອງ ສະ​ຫະ​ລັດ ທີ່ໄດ້ຖືກ​ນຳ​
ອອກຂາຍ ຕີ​ຕະ​ຫລາດໂລກ ແລະ​ເປັນ​ທີ່​ນິຍົມ​ທີ່​ສຸດຢູ່​ທົ່ວ​ໂລກ. ດ້ວຍ​ເຫດ​ນີ້​ເອງ ບັນ​ດາ​ຜູ້
ຊົມ​ບໍ່​ວ່ານ້ອຍ​ ​ຫລືໃຫ​ຍ່​ທຸກໆ​ຊາດ ສາ​ສະ​ໜາ ຕ່າງ ພາ​ສາ ແລະ​ວັດ​ທະ​ນ​າ​ທຳ ​ພາ​ກັນ​ໄດ້​
ຮັບ​ຄວາມ​ມ່ວ​ນ​ຊື່ນຕື່ນ​ເຕັ້ນ ​ເປັນ​ການສຶກສາ ຈາກ​ຜົນ​ງານ​ການສະ​ແດງອັນ​ເປັນ ​ເທັກ​ໂນ
​ໂລ​ຈີ ​ທັນ​ສະ​ໄໝ​ທີ່​ສຸດຂອງ​ສັດຕະວັດ​ທີ່ 21​.

ຮ່ວມຊົມ​ໃຊ້ກັບ​ເທ​ກ​ໂນ​ໂລ​ຈີ ອັນ​ທັນ​ສະ​ໄໝ ​ແລະ​ເສຣີທາງ​ດ້ານ​ແນ​ວຄິດ​ປະ​ດີດ​ສ້າງບັນດາ​
ເຊື້ອສາຍ​ລາວ​ທີ່​ໄດ້​ມາ​ເກີດ ​ແລະ​ໃຫຍ່ຢູ່ນອກ​ປະ​ເທດ ​ໂດຍ​ສະ​ເພາະ ສະຫະລັດອາ​ເມຣິກາ
ເຂົາເຈົ້າ​ພາກັນເລີ້ມ​ວາງບົດບາດ ການ​ສ້າງ​ຮູບ​ເງົາ​ຂຶ້ນ​ມາ​ເປັນ​ລໍາດັບ ຊຶ່ງທ່ານອຸ່ນ ຄໍານວນ
ກໍ​ແມ່ນນັກ​ຂຽນ​ບົດ​ຮູບ​ເງົາ ແລະ​ນັກ​ຖ່າຍ​ທຳ​ຮູບ​ເງົາ ລາວ-ອາ​ເມຣິກັນຄົນ​ນຶ່ງທີ່​ໄດ້ຖືກ​ຮັບ​ຮູ້
​ຈາກສະຖາ​ບັນ ​ແລະວົງ​ການສ້າງ​ຮູ​ບ​ເງົາ​ຢູ່​ໃນ ສະຫະລັດ. ​

ສິນລະ​ປະການ​ສ້າງ​ຮູບ​ເງົາ ​ເປັນ​ວຽກ​ງານ​ທີ່​ຕ້ອງ​ໄດ້​ຈັບ​ຈ່າຍ​ເງິນຫລາຍ ​ມີ​ລາ​ຄ່າ​ແພງ​ໃນ​
ການ​ສ້າງ ​ແລະ​ມີ​ການ​ແຂ່ງຂັນ​ກັນ​ຫລາຍ​ທີ່​ສຸດ. ​ເພາະສະ​ນັ້ນ ບັນດາ​ນັກ​ສ້າງຮູບ​ເງົາ ຕ້ອງ
​ໃຊ້​ແນວ​ຄິດ​ປະ​ດິດສ້າງ ຮູ້ຈັກ​ໃຊ້​ເທັກ​ໂນ​ໂ​ລຈີ​ອັນ​ທັນ​ສະ​ໄໝ​ໃຫ້​ທ່ວງທັນ​ກັບ​ສະ​ໄໝ.

ຜົນງານທີ່ ທ່ານ​ອຸ່ນ ​ໄດ້​ນໍາເຂົ້າສະ​ແດງຄັ້ງ​ທຳ​ອິດໃນ​ປີ 2002 ມີ​ຊຶ່​ເລື້ອ​ງວ່າ On the Red Fence ເລື້ອງດັ່ງ​ກ່າວ​ນີ້ ເປັນ​ເລື້ອງ​ຊີ​ວິດ​ແທ້ ​ກ່ຽວ​ກັບ​ນັກ​ຮຽນ​ມັດ​ທະ​ຍົມ ທີ່​ໄດ້​ມາ​ພົບ​ພໍ້​ກັນ
​ ແລະ​ມີ​ເບື້ອງຫລັງມາ​ຈາກ​ຄວາມ​ຮຸ່ນ​ແຮງ. The Red Fence ໄດ້​ຖືກຂັດ​ເລືອກເຂົ້າ​ແຂ່ງ​ຂັນ​ ​ຢູ່ນະຄອນນິວຢອກ ທີ່ New York Film Festival ​ແລະ Paramount Theater ທີ່​ນະຄອນ
Los Angeles ທ່ານ​ສາມາດຕິດຕາມ​ຊົມ ​ຮູ​ບເງົາ​ດັ່ງກ່າວ​ນີ້​ໄດ້​ທີ່ youtube ຂ້າງ​ລູ່​ມນີ້:
ຮູບເງົາເລື້ອງ Red Fence
ຮູບເງົາເລື້ອງ Red Fence

http://www.youtube.com/watch?v=rjryPK9yv1g

ທ່ານ​ອຸ່ນ ​ໄດ້​ໃຫ້ການ​ສໍາພາດ​ກັບ ວີ​ໂອເອ ​ກ່ຽວ​ກັບ​ຊີວິດຄວາມ​ເປັນ​ມາ ​ແລະ​ເປັນ​ຫຍັງທ່ານ​ຈຶ່ງ​ຢາກ​ເປັນ​ນັກ​ສ້າງ​ຮູບ​ເງົາ :
ລິງໂດຍກົງ


ທ່ານ​ອຸ່ນ ໄດ້​ມາເຕີບໃຫ​ຍ່​ຢູ່​ໃນ ສະ​ຫະ​ລັດ ​ແລະ​ກໍສາ​ມາດ​ເວົ້າ​ພາ​ສາ​ລາວ​ໄດ້​ຢ່າງ​ຄອງ​ແຄ້ວ​. ສິ່ງ​ສຳ​ຄັນ​ອີກ​ຢ່າ​ງ​ນຶ່ງທີ່​ພົວ​ພັນ​ກັບ​ຊີ​ວິດ​ຂອງ ທ່ານ​ອຸ່ນ ນັ້ນກໍ​ຄື ທ່ານ ເປັນ​ລູກເຂີຍຂອງ ມື້​ລາງ ​ທ່ານ​ຄຳ​ແສນ ປ້ອງ​ພິ​ມ​ຄຳ ຫລື ​ເປັນ​ທີ່​ຮູ້​ກັນ​ດີ​ໃນ​ວົງ​ການ​ ສິນ​ລະ​ປີນລາວອະ​ວຸ​ໂສວ່າ “ແສນ​ສັກ​ດາ” ດາ​ຣານັກ​ຮ້ອງ ນັກ​ແຕ່ງ​ເພງອຳ​ມະ​ຕະ ທີ່​ມີ​ຊຶ່​ສຽງ ຊຶ່ງ​ທ່ານໄດ້​ວາງ​ບົດ​ບາດ​ເອົາໄວ້ຢູ່ໃນວົງ​ການ ເພງ​ລາວ​ສະ​ໄໝ.

Music background: Heua Huk Tha Houa Chai

ທ່ານ​ພໍ​ຈະ​ບອກ​ໄດ້​ບໍ່​ວ່າ ​ເພງ​ນີ້ ​ແມ່ນ​ເພງ​ຫ​ຍັງ ​ເພງ​ນີ້​ມີ​ຊື່ວ່າ ​ເຮືອ​ຮັກ​ທ່າ​ຫົວ​ໃຈ ຊຶ່ງ​ເປັນນຶ່ງ​
ໃນ​ຈຳ​ນວນ ​ບັນ​ດາເພງຍອດ​ນິ​ຍົມຂອງ ທ່ານ ​ແສ​ນສັກດາ ເປັນເພງ​ທຳ​ອິດແລະ​ກໍ​ເພ​ງດຽວ
ເທົ່າ​ນັ້ນ​ທີ່ ທ່ານ​ ​ໄດ້​ອະນຸ​ຍາດ ​ໃຫ້​ຖ່າຍ​ທຳ​ເປັນ ວີ​ດີ​ໂອ​ເພງ ອອກ​ມາ​ໄວ້ເປັນ​ອະນຸສອນ ກ່ອນ​ທີ່​ທ່ານ​ໄດ້​ຈາກ​ໂລກ​ນີ້​ໄປ. ທ່ານ​ສາ​ມາດ​ຕິດ​ຕາມເບິ່ງ​ຜົນ​ງານ ການສ້າງ​ຮູບ​ເງົາ​ກ່ຽວກັບ “​ເຮືອ​ຮັກ​ທ່າ​ຫົວ​ໃຈ" ໄດ້ທີ່ youtube ແລ້ວ​ຕີ​ໃສ່​ຄໍາວ່າ senesakda
ລິງໂດຍກົງ


http://www.youtube.com/watch?v=J4w379BpiqQ

ນ​ອກ​ຈາກ​ນັ້ນ​ອີກ​ແລ້ວ ທ່ານຍັງສາ​ມາດ​ຕິດ​ຕາມ​ເບິ່ງ ຮູບ​ເງົາ​ເລື້ອງ​ຕ່າງໆ​ກ່ຽວ​ກັບ​ຊີ​ວິດຂອງ​ຄົນ​ຢູ່​ໃນ ສະ​ຫະ​ລັດ ອາ​ເມ​ຣິ​ກາ ອັນ​ເປັນ​ຜົນງານ​ຂອງ​ ທ່ານອຸ່ນ​ໄດ້​ຢູ່​ໃນ youtube. ​
XS
SM
MD
LG