ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ ລາວ ສຳ​ພາດ ດ​ຣ. ພ​ຣະ​ຄູ ສິ​ຣິ​ເຈ​ຕິ​ຢາ​ນຸ​ກິດ ຜູ້​ອຳ​ນວຍ​ການ ວິ​ທະ​ຍາ​ໄລ​ສົງ ນະ​ຄອນ​ພະ​ນົມ


ດ​ຣ. ພ​ຣະ​ຄູ ສິ​ຣິ​ເຈ​ຕິ​ຢາ​ນຸ​ກິດ, ຢ້ຽມ​ຢາມ ວີ​ໂອ​ເອ ພະ​ແນກ​ພາ​ສາ ລາວ.
ດ​ຣ. ພ​ຣະ​ຄູ ສິ​ຣິ​ເຈ​ຕິ​ຢາ​ນຸ​ກິດ, ຢ້ຽມ​ຢາມ ວີ​ໂອ​ເອ ພະ​ແນກ​ພາ​ສາ ລາວ.

ໃນ​ຕົ້ນ​ເດືອນນີ້ ວີ​ໂອ​ເອ​ລາວ ໄດ້ຮັບ​ກຽດ​ຕ້ອນ​ຮັ​ບ​ການ​ມາ​ຢ້ຽມ​ຢາມ​ຂອງ ດ​ຣ. ພ​ຣະ​ຄູ
ສິຣິເຈຕິຢານຸກິດ, ຜູ້ອຳນວຍການວິທະຍາໄລສົງ ນະຄອນພະນົມ, ຈັງຫວັດນະຄອນ
ພະນົມ, ປະເທດ ໄທ ທີ່ຫ້ອງການຂອງພວກເຮົາໃນນະຄອນຫຼວງ ວໍຊິງຕັນ. ການຢ້ຽມ
ຢາມຄັ້ງນີ້ ດຣ. ພຣະຄູ ໄດ້ມາຮຽນຮູ້ປະສົບການ ໃນການເຮັດວຽກຂອງວີໂອເອ ແລະ
ເພິ່ນກໍໄດ້ເຜີຍແຜ່ ກ່ຽວກັບ ການສຶກສາ ໃນວິທະຍາໄລສົງຂອງເພິ່ນ, ເຊິ່ງທ່ານຈະໄດ້
ຟັງ ໃນລາຍການພິເສດຈາກການສຳພາດໂດຍ ພຸດທະສອນ ໃນອັນດັບຕໍ່ໄປນີ້.

ດ​ຣ. ພ​ຣະ​ຄູ ສິ​ຣິ​ເຈ​ຕິ​ຢາ​ນຸ​ກິດ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສະ​ຫະ​ລັດ ຫຼາຍ​ຄັ້ງ​ແລ້ວ, ແຕ່​
ເທື່ອນີ້ແມ່ນເທື່ອທຳອິດທີ່ເພິ່ນໄດ້ມາຢ້ຽມຢາມວີໂອເອ ພະແນກພາສາ ລາວ, ອາຈານ
ໄດ້ມາຖອດຖອນປະສົບການເຮັດວຽກ ແລະ ທ່ຽວຊົມຫ້ອງການຂອງພວກເຮົາ. ນອກ
ຈາກນັ້ນ ອາຈານຍັງໄດ້ເຜີຍແຜ່ ແລະ ຊັກຊວນໃຫ້ປະຊາຊົນລາວ ເພື່ອໄປສຶກສາຢູ່ວິ
ທະຍາໄລສົງຂອງເພິ່ນດ້ວຍ.

ອາ​ຈານ: ກໍ​ຂໍຈະ​ເລີນ​ພອນຜູ້​ຟັງລາຍ​ການ ວີ​ໂອ​ເອ ພາກ​ພາ​ສາ​ລາວ ອັດ​ຕະ​ມາ​ພາບ
ພະຄູ ສິຣິ ເຈຕິຢານຸກິດ ເປັນອຳນວຍການວິທະຍາໄລສົງ ນະຄອນພະນົມ ມະຫາວິທະ
ຍາໄລ ມະຫາຈຸລາລົງກອນຣາດຊະວິທະ​ຍາໄລ ວັດພະທາດພະນົມ ອຳເພີທາດພະນົມ
ຈັງຫວັດນະຄອນພະນົມ ປະເທດ ໄທ.

ພະ​ຄູ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ພວກ​ເຮົາພ້ອມ​ກັບ​ຜູ້​ຊ່ວຍ ດ້ວຍ​ການ​ນຳ​ພາ​ໂດຍ​ ດ​ຣ.
ພະມະຫາອາຈານ ຈັນດາພອນ ຈັກກະວາໂລ ຈາກວັດລາວເຂດນະຄອນຫຼວງ ວໍຊິງຕັນ.
ພຣະຄູ ສິຣິເຈຕິຢານຸກິດ ໄດ້ຮູ້ຈັກກັບ ພະມະຫາອາຈານ ຈັນດາພອນ ເປັນເວລາດົນ
ນານແລ້ວ ຈາກການໄປມາຫາສູ່ກັນ ເຊິ່ງໃນເວລານັ້ນພະອາຈານ ຈັນດາພອນ ໄດ້ເດີນ
ທາງ ໄປຈັງຫວັດ ນະຄອນພະນົມ ເພາະວ່າເວລາເພິ່ນໄປ ໄທ ເພິ່ນກໍມັກຈະແວ່ໄປໄຫວ້
ທາດພະນົມ ແລະ ກໍໄດ້ໄປພັກຢູ່ທີ່ນັ້ນ ແລະ ພະອາຈານ ຈັນດາພອນ ກໍໄດ້ຮູ້ຈັກກັບອະ
ດີດເຈົ້າອາວາດ ຂອງວັດພະທາດພະນົມ ແລະ ພຣະຄູ ສິຣິເຈຕິຢານຸກິດ ກໍໄດ້ມີໂອໄດ້
ຮູ້ຈັກກັບເພິ່ນ.

ດ​ຣ. ພ​ຣະ​ຄູ ສິ​ຣິ​ເຈ​ຕິ​ຢາ​ນຸ​ກິດ, ຖ່າຍ​ຮູບ​ຢູ່​ໜ້າ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ, ສະ​ຫະ​ລັດ ອາ​ເມ​ຣິ​ກາ.
ດ​ຣ. ພ​ຣະ​ຄູ ສິ​ຣິ​ເຈ​ຕິ​ຢາ​ນຸ​ກິດ, ຖ່າຍ​ຮູບ​ຢູ່​ໜ້າ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ, ສະ​ຫະ​ລັດ ອາ​ເມ​ຣິ​ກາ.

ພຸດ​ທະ​ສອນ: ວິ​ທະ​ຍ​າ​ໄລ​ສົງ ນະ​ຄອນ​ພະ​ນົມ ເປັນ​ວິ​ທະ​ຍ​າ​ໄລ​ແນວ​ໃດ?

ອາ​ຈານ: ວິ​ທະ​ຍາ​ໄລ​ສົງນະ​ຄອນ​ພະ​ນົມ​ນີ້ ເປັນວິ​ທະ​ຍາ​ໄລ​ທີ່​ຢູ່​ໃນ​ການຄວບ​ຄຸມ​ດູ​ແລ
ຂອງມະຫາວິທະຍາໄລ ມະຫາຈຸລາລົງກອນຣາດຊະວິໄລ ຊຶ່ງເປັນມະຫາວິທະຍາໄລ
ສົງ ຊຶ່ງຢູ່ພາຍໃຕ້ການກຳກັບດູແລຂອງກະຊວງສຶກສາທິການ.

ພຸດ​ທະ​ສອນ: ວິ​ທະ​ຍາ​ໄລ​ສົງ​ຕັ້ງ​ຢູ່​ໃນ​ວັດ​ເລີຍ​ບໍ ຫຼືວ່າ​ຢູ່​ຕ່າງ​ຫາກ?

ແຕ່​ກ່ອນ​ວິ​ທະ​ຍາ​ໄລ​ສົງ​ນີ້​ເຮົາ​ຕັ້ງ​ຢູ່​ໃນ​ວັດ ເພາະ​ວ່າ​ສະ​ໄໝ​ກ່ອນນີ້​ເຮົາ​ຕັ້ງ​ວິ​ທະ​ຍາ​ໄລ
ສົງມາຕັ້ງແຕ່ ປີ ພສ 2540, ຊຶ່ງຍຸກນັ້ນ ນັກສຶກສາກໍມີແຕ່ສະເພາະພະເນນ ເທື່ອນີ້ວ່າ
ອາຄານຮຽນກໍຢູ່ໃນວັດ ມັນກໍບໍ່ຄ່ອຍມີບັນຫາ. ແຕ່ວ່າ 7-8 ປີຢ້ອນຫຼັງ ກໍຄືເຮົາເປີດຮັບ
ຄາລະວາດເຂົ້າມາຮຽນ, ຄຳວ່າຄາລະວາດໝາຍເຖິງ ອອກຕົນຍາດໂຍມ ທັງຜູ້ຍິງທັງ
ຜູ້ຊາຍ ເຂົ້າມາຮຽນ. ເທື່ອນີ້ ພໍມີອອກຕົນຍາດໂຍມເຂົ້າມາຮຽນແລ້ວມັນກະຕ້ອງມີກິດ
ຈະກຳ ບາງສິ່ງບາງຢ່າງທີ່ມັນເໝາະກັບຄາລະວາດຢ່າງເຊັ່ນ ເຂົາຢາກຈະຫຼິ້ນກິລາ,
ຫຼິ້ນດົນຕີ, ຊ້ອມລຳຊ້ອມເຮັດຕ່າງໆນີ້ ບາງທີຢູ່ໃນວັດ ສະຖານທີ່ກໍອາດຈະບໍ່ເໝາະ ບໍ່
ສະດວກ, ບາງທີເດັກນ້ອຍຊ້ອມດົນຕີ, ຮ້ອງເພງ ສຽງມັນດັງ ຍາດໂຍມຜ່ານໄປຜ່ານ
ມາ ກະຄິດວ່າ, ອ້າວ, ພະເນນໃນວັດຄືມາຮ້ອງເພງຈັ່ງຊີ້ນະ, ເຂົາບໍ່ເຂົ້າໃຈ. ບາງທີ
ການຫຼິ້ນກິດຈະກຳຕ່າງໆມັນກະໄປລົບກວນພະເນນທີ່ຢູ່ໃນວັດແນ່ ມັນກະອາດຈະບໍ່
ຄ່ອຍສະດວກ. ເຮົາກະເລີຍທຳເລື່ອງ ທີ່ຈະຂໍຍ້າຍໄປຢູ່ຂ້າງນອກ ໄປຢູ່ຫຼັງວັດນັ້ນແຫຼະ
ກະບໍ່ໄກຈາກວັດດອກ ແຕ່ວ່າໄປສ້າງຢູ່ຂ້າງນອກ ໃຫ້ເປັນເອກະເທດ ເປັນສັດສ່ວນ
ຈະເລີນພອນ. ກະສ້າງອາຄານເຮັດຕັ້ງແຕ່… ສຳເລັດເມື່ອປີ 2561. ເນື້ອທີ່ກະບໍ່ຫຼາຍ
ປະມານ 10 ໄຫຼ່. ກະເປັນຕຶກອາຄານສີ່ຊັ້ນ ສອງຫຼັງ. ກະບັນຈຸຄົນໄດ້ທັງໝົດກະ 2
ພັນກວ່າຄົນ.

ອາ​ຄານ ວິ​ທະ​ຍາ​ໄລ​ສົງ ນະ​ຄອນ​ພະ​ນົມ.
ອາ​ຄານ ວິ​ທະ​ຍາ​ໄລ​ສົງ ນະ​ຄອນ​ພະ​ນົມ.

ພຸດ​ທະ​ສອນ: ​ວິ​ທະ​ຍາ​ໄລ​ນີ້​ມີ​ມູນ​ຄ່າ​ເທົ່າ​ໃດ?

ອາ​ຈານ: ອາ​ຄານຫຼັງ​ໃໝ່​ທີ່​ເຮົາ​ກໍ່​ສ້າງນີ້ ທັງ​ໝົດ​ນີ້ 120 ລ້ານ (ບາດ) ຊຶ່ງຮູບ​ແບບ​ຂອງ​
ອາຄານ ກະຂໍຢ້ອນກັບໄປໜ້ອຍນຶ່ງ ເປັນນຶ່ງວ່າກະໄດ້ແຮງບັນດານໃຈຈາກຫຼາຍປີ
ກ່ອນ ໄດ້ມີໂອກາດມາ ອາເມຣິກາ ລະກະທາງຍາດໂຍມ ທາງ ອາເມຣິກາ ເພິ່ນກະພາ
ໄປສຶກສາດູງານຕາມມະຫາວິທະຍາໄລຕ່າງໆກໍເລີຍໄປເຫັນຮູບແບບອາຄານຂອງມະ
ຫາວິທະຍໄລ ຈອຣ໌ຈ ເມເຊິນ ເນາະທີ່ຢູ່ ອາເມຣິກາ ນີ້ແຫຼະ ມາລະກະເອີ່.. ໜ້າຈະເອົາ
ໄປປັບໃຊ້ ກັບຈັງຫວັດນະຄອນພະນົມ ໄປປັບໃຊ້ກັບມະຫາວິທະຍາໄລສົງ ຈະເລີນ
ພອນ. ກະເລີຍໄດ້ແນວຄວາມຄິດໂຕນີ້ໄປ ລະກະໄປປຶກສາກັບ Architect (ຊ່າງອອກ
ແບບ) ວ່າຕ້ອງການແບບນີ້ໆ, ເລົ່າຄອນເຊັບໃຫ້ເພິ່ນຟັງ ເພິ່ນກະອອກແບບໃຫ້ຈະ
ເລີນພອນ. ຊຶ່ງກະເປັນອາຄານທີ່ສວຍງາມຈະເລີນພອນ.

ພຸດ​ທະ​ສອນ: ວິ​ທະ​ຍາ​ໄລ​ສົງ​ເພິ່ນ​ສອນ​ຫຍັງ​ແດ່?

ອາ​ຈານ: ຕອນນີ້​ເຮົາ​ເປີດປະ​ລິ​ນຍາ​ຕີ​ໃນ​ສີ່​ສາ​ຂາ​ວິ​ຊາ​ເນາະ, 1 ແມ່ນ​ມີ​ສາ​ຂາ​ພະ​ພຸດ​
ທະສາສະໜາ, 2 ສາຂາການສອນພາສາອັງກິດ, 3 ສາຂາສັງຄົມສຶກສາ, 4 ສາຂາລັດ
ຖະສາດ. ອັນນີ້ໃນລະດັບປະລິນຍາຕີ ເປີດສີ່ສາຂາ. ສ່ວນໃນລະດັບທີ່ຕ່ຳກວ່າລະດັບ
ປະລິຍາຕີ ເຮົາເອີ້ນວ່າ ຫຼັກສູດປະກາສະນີຍະບັດ ມັນມີສາມຫຼັກສູດ ທີ່ເຮົາເປີດ, 1
ຫຼັກສູດປະກາສະນີຍາບັດພະພຸດທະສາສະໜາ, 2 ຫຼັກສູດປະກາສະນີຍະບັດການບໍ
ລິຫານກິດຈະການຄະນະສົງ, 3 ຫຼັກສູດປະກາສະນີຍະບັດພຸດທະກະເສດ ມີຢູ່ສາມ
ສາຂາ. ແຕ່ວ່າເປັນຫຼັກສູດທີ່ຕ່ຳກວ່າປະລິນຍາຕີ. ຊຶ່ງລະດັບປະລິນຍາຕີນັ້ນ ຄຸນນະ
ສົມບັດຜູ້ທີ່ຊິມາຮຽນກໍຄືຈະຕ້ອງຈົບ ມໍ 6 ຫຼືວ່າ ມໍ 7 ຈຶ່ງຈະເຂົ້າມາຮຽນໄດ້. ສ່ວນຫຼັກ
ສູດປະກາສະນີຍະບັດ ກະຈົບປໍ 4 ກະໄດ້, ປໍ 5 ປໍ 6 ກະໄດ້ ຫຼື ມໍ 2 ມໍ 3 ມໍ 6 ກະໄດ້
ຈະເລີນພອນທີ່ເຂົ້າມາຮຽນ.

ດ້ານ​ໃນ​ຂອງ​ອາ​ຄານ​ວິ​ທະ​ຍາ​ໄລ​ສົງ ນະ​ຄອນ​ພະ​ນົມ.
ດ້ານ​ໃນ​ຂອງ​ອາ​ຄານ​ວິ​ທະ​ຍາ​ໄລ​ສົງ ນະ​ຄອນ​ພະ​ນົມ.

ພຸດ​ທະ​ສອນ: ການ​ເຂົ້າ​ຮຽນ​ນີ້​ແມ່ນ​ຕ້ອງ​ໄດ້​ເສັງ​ເຂົ້າ​ບໍ?

ອາ​ຈານ: ເສັງ​ເຂົ້າ​ຈະ​ເລີນ​ພອນ, ຕ້ອງ​ເສັງ​ເຂົ້າ​ຄື​ກັນ

ພຸດ​ທະ​ສອນ: ເສັງ​ຫຍັງ​ແດ່?

ອາ​ຈານ: ເສັງ​ຄວາມ​ຮູ້​ທົ່ວ​ໄປ ລະ​ກະ​ຄວາມ​ຮູ້ ກ່ຽວ​ກັບ ສາ​ຂາ​ວິ​ຊາ​ທີ່​ເພິ່ນ​ຈະ ເຂົ້າ​
ມາຮຽນຈະເລີນພອນ ລະກະທົດສອບຄວາມຮູ້ຄວາມເຂົ້າໃຈທັດສະນະຄະຕິຂອງເພິ່ນ
ຈະເລີນພອນ.

ພຸດ​ທະ​ສອນ: ຄ່າ​ເຂົ້າ​ຮຽນ​ແມ່ນ​ຕ້ອງ​ໄດ້​ຈ່າຍ​ຄົນ​ລະ​ເທົ່າ​ໃດ?

ອ​າ​ຈານ: ຄ່າ​ເຂົາ​ຮຽນ​ກະ​ຄົນ​ນຶ່ງ ຄິດ​ເປັນ​ເທີມ​ເນາະ ເພາະ​ວ່າ​ເປັນ​ລະ​ບົບ Semester, ປີນຶ່ງກະຈະມີສອງເທີມ, ເທີມນຶ່ງກໍຈະປະມານ ສີ່ພັນກວ່າບາດປະມານນີ້
ນະ ບໍ່ເກີນຫ້າພັນຈະເລີນພອນ, ສີ່ພັນກວ່າບາດ. ປີນຶ່ງກະຕົກຢູ່ປະມານ 7-8 ພັນບາດ
ຈະເລີນພອນ ຕໍ່ປີ. ແຕ່ວ່າພໍຂຶ້ນປີສາມປີສີ່ ກະມັນກະຊິຫຼຸດລົງມາຄ່າໃຊ້ຈ່າຍ ມັນກໍຈະ
ແພງແຕ່ສະເພາະເຂົ້າໃໝ່ໆຈະເລີນພອນ ປະມານສີ່ພັນ ຫ້າພັນບາດເຂົ້າໃໝ່ໆ.

ພຸດ​ທະ​ສອນ: ປີ​ນຶ່ງ​ມີ​ນັກ​ຮຽນ​ເຂົ້າ​ມາ​ຈັກ​ຄົນ?

ອາ​ຈານ: ປີ​ນຶ່ງ​ທີ່​ເຂົ້າ​ມາ​ໃໝ່​ນີ້​ກະ​ຊິ​ປະ​ມານ ຮ້ອບກວ່າໆ ຈະ​ເລີ​ນ​ພອນ. ຕາມ​ຈຳ​ນວນ
ສາຂາທີ່ເປີດຮັບກະ ເຮົາຕັ້ງເປົ້າໄວ້ວ່າສາຂາລະສາມສິບຮູບຄົນ ແຕ່ລະສາຂາ.

ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ກິ​ດ​ຈະ​ກຳ​ຂອງ​ໂຮງ​ຮຽນ.
ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ກິ​ດ​ຈະ​ກຳ​ຂອງ​ໂຮງ​ຮຽນ.

ພຸດ​ທະ​ສອນ: ຢູ່​ວິ​ທະ​ຍາ​ໄລ​ສົງ​ນີ້ ເພິ່ນ​ມີ​ກິດ​ຈະ​ກຳ​ແນວ​ໃດ​ໃຫ້​ເຮັດ​ແດ່ນອກ​ຈາກ​ການ
ຮ່ຳຮຽນ?

ອາ​ຈານ: ຄື​ກິດ​ຈະ​ກຳ​ກໍ​ຈະ​ມີ​ຢູ່​ສອງ​ແບບ. ແບບ​ນຶ່ງ​ກະ​ຄື​ກິ​ດ​ຈະ​ກຳ​ສຳ​ລັບ​ພະ​ສົງ, 2 ກິດ
ຈະກຳສຳລັບນັກສຶກສາ ທີ່ເປັນຄາລະວາດ ກະຈະເປັນອີກແບບນຶ່ງ. ກິດຈະກຳບາງ
ຢ່າງ ກໍຈະສາມາດທຳຮ່ວມກັນ. ແຕ່ວ່າຈຸດເດັ່ນຂອງເຮົາ ກະຄືເລື່ອງການປະຕິບັດທຳ
ເພາະວ່າຂອງເຮົານີ້ ເປັນມະຫາວິທະຍາໄລພະພຸດທະສາສະໜາ ເພາະສະນັ້ນກິດຈະ
ກຳຫຼາຍໆຢ່າງ ກໍຈະໄປກ່ຽວຂ້ອງກັບພະພຸດທະສາສະໜາຫຼາຍ ແລະ ນອກຈາກນັ້ນ
ຫຼັກສູດຂອງເຮົານີ້ຍັງກຳນົດໃຫ້ວ່າ ແຕ່ລະປີເນາະ ຮຽນຫຼັກສູດສີ່ປີມີສິດ ທັງພະເນນ
ທັງຄາລະວາດກໍຈະຕ້ອງໄປປະຕິບັດທຳປີລະ 10 ມື້, ຄືໄປຢູ່ໃນປ່າຫັ້ນລະ ໄປຢູ່ວັດປ່າ
ລະກະໄປນອນຕາມເຕັ້ນຕາມກົດນີ້ແຫຼະຈະເລີນພອນ ໄປປະຕິບັດທຳປີລະ 10 ມື້
ແບບວ່າ ປະຕິບັດທຳກຳມະຖານ. ໃນສ່ວນທີ່ສິດເປັນຄາລະວາດ ພໍຂຶ້ນທີ່ປີສອງແລ້ວ
ເຮົາໃຫ້ນັກສຶກສານີ້ອອກໄປບໍລິການສັງຄົມເຂົາເອີ້ນວ່າ Social Service. ກະ 200
ຊົ່ວໂມງ ເມື່ອຄົບ 200 ຊົ່ວໂມງແລ້ວຈຶ່ງຈະຈົບໃດ. ຕ້ອງສະສົມຕັ້ງແຕ່ຢູ່ປີສອງ ປີສາມ
ປີສີ່ໄປ ຈຳນວນໃຫ້ຄົບ 200 ຊົ່ວໂມງໄປທຳ Social Service ນີ້, ຈຶ່ງຈະມີສິດຮັບປະ
ລິນຍາບັດ. ແຕ່ໃນສ່ວນຂອງພະສົງເນາະ ກະໃຫ້ອອກໄປປະຕິບັດສາສະນະກິດ ກໍຄື
ວ່າໄປທຳງານຮັບໃຊ້ພະພຸດທະສາສະໜາ ປີນຶ່ງຂອງພະສົງນີ້ ບໍ່ແມ່ນ 200 ຊົ່ວໂມງ.
ປີນຶ່ງເພິ່ນໄປທຳງານ. ອາດຈະໄປສອນໜັງສື ອາດຈະໄປພັດທະນາວັດ ຫຼືທຳກິດຈະ
ກຳຫຍັງຕ່າງໆ ທີ່ມັນກ່ຽວຂ້ອງກັບພະພຸດທະສາສະໜາເປັນເວລານຶ່ງປີ.

ພຸດ​ທະ​ສອນ: ຖ້າ​ຜູ້​ໃດ​ຈະ​ຮຽນ​ຈົບ​ນີ້​ຕ້ອງ​ໄດ້​ໄປ​ເຮັດ Social service ແທນ​ທີ່​ຈະ​ຂຽນ
ບົດຈົບຊັ້ນບໍ?

ອາ​ຈານ: ບົດ​ກະ​ຕ້ອງ​ຂຽນ, ຈະ​ເລີນ​ພອນ. ເຮັດ​ວິ​ໄຈ ຫຼື​ທຳ​ການ​ຄົ້ນ​ຄວ້າ (Research)
ເນາະ, ກະທຳ. ແຕ່ວ່າທຳ Social Service ກະຕ້ອງທຳ.

ທ້າຍ​ສຸດອາ​ຈານ​ກໍ​ໄດ້​ຝາກ​ຄວາມ​ເວົ້າ​ສຳ​ລັບ​ຜູ້​ໃດ​ທີ່​ຢາກ​ໄປ​ສຶກ​ສາ​ຢູ່​ວິ​ທະ​ຍາ​ໄລ
ສົງ​ຂອງ​ເພິ່ນ

ອ​າ​ຈານ: ສຳ​ລັບ​ນັກ​ຮຽນ​ທີ່​ຈົບ​ມໍ 7 ຈາກ​ທາງ ລາວ ນີ້​ຖ້າ​ຫາກວ່າ​ມີ​ຄວາມ​ສົນ​ໃຈຢາກ​
ຈະມາຮຽນຢູ່ທີ່ເມືອງໄທ, ກະສາມາດຕິດຕໍ່ໄດ້ທີ່ອັດຕະມາພາບນີ້ແຫຼະ ກະຕິດຕໍ່ໄດ້
ທັງພໍ່ອອກແມ່ອອກ ທັງພະທັງເນນ ກະຄືຮັບສະໝັກທັງໝົດ ແຕ່ວ່າຕ້ອງຈົບມໍ 7 ທີ່ນີ້
ວ່າໃນສ່ວນຂອງພະເນນນັ້ນ ຖ້າຫາກວ່າມີຄວາມສົນໃຈທີ່ຢາກມາຮຽນດ້ານພະພຸດ
ທະສາສະໜານີ້ ອັດຕະມາໃຫ້ທຶນຮຽນຟຣີ ຈຳນວນທັງໝົດ 20 ທຶນສຳລັບທີ່ຈະມາ
ຮຽນພະພຸດທະສາສະໜາ ທີ່ມາທາງລາວນີ້ໃຫ້ 20 ທຶນ ລະກະສ່ວນສາຂາອື່ນໆນີ້
ກະຊິໃຫ້ 10 ທຶນຈະເລີນພອນ. ທັງໝົດກະຊິເປັນ 30 ທຶນ ໃນປີການສຶກສານີ້ໃດ ອັນ
ທີ່ຊິເປີດຮຽນເດືອນນີ້ແຫຼະ ເດືອນມິຖຸນານີ້ແຫຼະ.

ສຳ​ລັບ​ຜູ້​ທີ່​ເປັນ​ຫ່ວງ ກ່ຽວ​ກັບ ການ​ຂຽນ​ການ​ອ່ານ​ພາ​ສາ​ ໄທ ນີ້, ດ​ຣ. ພ​ຣະ​ຄູ ສິ​ຣິ​ເຈ
ຕິຢານຸກິດ ກໍໄດ້ເວົ້າວ່າບໍ່ຍາກ, ຮຽນສອງສາມເດືອນກໍອ່ານໄດ້ຂຽນເປັນແລ້ວ.

XS
SM
MD
LG