ທ່ານຜູ້ຟັງທັງຫຼາຍ ໃນລາຍການຊີວິດຊາວລາວຂອງ ວີໂອເອ
ມື້ນີ້ ທ່ານຈະໄດ້ຟັງບົດສໍາພາດກັບ ຍານາງວິຣະພັນ ດວງມະນີ
ນັກເຄຶ່ອນໄຫວເພື່ອສັງຄົມ ຢູ່ເມືອງ Amherst ລັດ Massa-
chusetts. ຍານາງວິຣະພັນ ໄດ້ຕິດຕາມຄອບຄົວ ເຂົ້າມາຕັ້ງ
ຖິ່ນຖານຢູ່ໃນ ສະຫະລັດ ໃນປີ 1980 ເວລາຜູ້ກ່ຽວອາຍຸໄດ້ 6
ປີ. ບັດນີ້ ນາງໄດ້ກາຍມາເປັນສະຕີລາວ-ອາເມຣິກັນ ຄົນທຳ
ອິດ ທີ່ຖືກເລືອກຕັ້ງເຂົ້າມາຮ່ວມເຮັດວຽກເຮັດການຢູ່ກັບ ຄະ
ນະກຳມະການບໍລິຫານ ໂຮງຮຽນປະຊາບານຂອງເມືອງ
Amherst. ສ່ວນວ່າໜ້າທີ່ວຽກການ ແລະ ຄວາມຮັບຜິດຊອບ
ຂອງຜູ້ກ່ຽວເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະພາທ່ານໄປຮູ້ຈັກ
ກັບ ຍານາງວິຣະພັນ ໃນອັນດັບຕໍ່ໄປ.
ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າ ຈະຂໍແນະ
ນຳໃຫ້ທ່ານ ຮູ້ຈັກກັບ ຍານາງວິຣະພັນ ດວງມະນີ ລູກບ້ານຫລານເມືອງປາກຊັນ ແຂວງ
ບໍລິຄຳໄຊ ທີ່ໄດ້ເດີນທາງເຂົ້າມາ ໃນສະຫະລັດ ກັບຄອບຄົວໃນປີ 1980 ເວລາອາຍຸ
ໄດ້ພຽງ 6 ປີ ແລະໄດ້ມາເຕີບໃຫຍ່ຢູ່ໃນລັດ Massachusetts ທາງພາກຕາເວັນອອກ
ສຽງເໜືອຂອງ ສະຫະລັດ. ຍານາງວິຣະພັນ ສາມາດປາກເວົ້າພາສາລາວໄດ້ດີ ດ້ວຍສຳ ນຽງເມືອງປາກຊັນ. ນາງສຳເລັດໂຮງຮຽນມັດທະຍົມສົມບູນ ທີ່ Boston Latin Academy ແລະ ສຳເລັດປະລິນຍາຕີຝ່າຍ ສັງຄົມສາດ ຫລື Sociology ຈາກມະຫາວິ
ທະຍາໄລ Masachusetts ທີ່ເມືອງ Amherst ໃນປີ 2000. ປັດຈຸບັນນີ້ ຍານາງວິຣະພັນ ມີອາຍຸ 40 ປີ ນາງ ເຮັດວຽກໃຫ້ ອົງການ ACLU (American Civil Liberties Union)
ຊຶ່ງເປັນອົງການເອກກະຊົນ ທີ່ບໍ່ຫາຜົນກຳໄລ ພົວພັນກັບການເປັນປາກເປັນສຽງ ໃຫ້ແກ່ສິດທິມະນຸດ ແລະສິດທິພົນລະເຮືອນ.
ຍານາງວິຣະພັນ ໄດ້ສ້າງຄອບຄົວກັບທ່ານ Edward Cage
ແລະມີລູກດ້ວຍກັນສາມຄົນ. ສິ່ງທີ່ໜ້າສົນໃຈ ແລະໜ້າສັນ
ລະເສີນອັນນຶ່ງກ່ຽວກັບ ຍານາງວິຣະພັນ ກໍຄື ນາງເປັນຜູ້ນຶ່ງ
ທີ່ຫາກໍຖືກເລືອກເຂົ້າມາເປັນກຳມະການສະພາບໍລິຫານ
ໂຮງຮຽນຫລວງ ຫຼືໂຮງຮຽນປະຊາບານ ເມືອງ Amherst
ຊຶ່ງເປັນເມຶອງນ້ອຍໆເມືອງນຶ່ງຢູ່ໃນລັດ Massachusetts.
ເມືອງດັ່ງກ່າວນີ້ ມີປະຊາກອນປະມານ 40,000 ຄົນ ບໍ່ມີຄົນລາວຫລາຍພໍທໍ່ໃດ ແຕ່ສິ່ງ
ສຳຄັນນັ້ນກໍຄືການສະແດງອອກມາຂອງ ຍານາງວິຣະພັນ ໃຫ້ເຫັນເຖິງບົດບາດ ການ
ເປັນຜູ້ນຳຮັບໃຊ້ປະຊາຄົມໂດຍທົ່ວໄປ. ວິຣະພັນ ໄດ້ເລົ່າຊີວິດເບື້ອງຕົ້ນສູ່ ວີໂອເອ ຟັງ
ດັ່ງນີ້ :
ລະບົບການສຶກສາ ແລະການບໍລິຫານໂຮງຮຽນຢູ່ໃນສະຫະລັດ ກ່າວໂດຍສະເພາະແລ້ວ
ຈາກຂັ້ນປະຖົມ ເຖິງຂັ້ນມັດທະຍົມ ແຕ່ລະເຂດຈະມີການຈັດຕັ້ງ ສະມາຄົມພໍ່ແມ່ ແລະ
ນາຍຄູ ຫລື (PTA) Parents Teacher Association ປະຈຳເຂດທ້ອງຖິ່ນຂອງໃຜ
ລາວ. ຄະນະກຳມະການບໍລິຫານໂຮງຮຽນ ຫລື Shool Board ຕ້ອງໄດ້ຖືກເລືອກຕັ້ງ
ໂດຍ ບັນດາພໍ່ແມ່ນັກຮຽນມານັ່ງເປັນ ຜູ້ບໍລິຫານ ທີ່ປະກອບດ້ວຍກັນຫລາຍຄົນ ເພື່ອ
ນຳພາແນະນຳການປະຕິບັດງານ ກ່ຽວກັບກິດຈະກຳໂຮງຮຽນ ເຊັນການສິດສອນ ການ
ບູລະນະສ້າງສາ ແລະການໃຊ້ຈ່າຍຕ່າງໆ. ຜູ້ສະມັກເຂົ້າມາແຂ່ງຂັນເອົາບ່ອນນັ່ງໃນ
ສະພາບໍລິຫານ ນອກຈາກຈະມີວຽກຫາຢູ່ຫາກິນເຕັມເວລາປະຈຳວັນແລ້ວ ເຂົາເຈົ້າຍັງ
ຕ້ອງໄດ້ສະລະເວລາ ເຂົ້າມາຮັບໃຊ້ປະຊາຄົມ ໂດຍທີ່ບໍ່ໄດ້ຮັບຄ່າຈ້າງລາງວັນຫຽັງ ເພື່ອ
ເປັນປາກເປັນສຽງໃຫ້ພວກນັກຮຽນ ແລະພໍ່ແມ່ຂອງເຂົາເຈົ້າ. ລະບົບການດັ່ງກ່າວນີ້ມີ
ຄວາມແຕກຕ່າງກັບ ຫລາຍໆປະເທດ ແລະວັດທະນາທຳ ທີ່ປ່ອຍ ຫຼືມອບສິດໃຫ້ແຕ່ໂຮງ
ຮຽນເປັນຜູ້ນຳພາດູແລ ການສຶກສາຂອງເດັກນັກຮຽນແຕ່ຝ່າຍດຽວ ໂດຍທີ່ພໍ່ແມ່ຜູ້ປົກ
ຄອງບໍ່ມີໂອກາດໄດ້ອອກປາກອອກສຽງເລີຍ ດັ່ງທີປະເພນີລາວມັກເວົ້າກັນວ່າ “ມອບໃຫ້ນາຍຄູເປັນຜູ້ສິດສອນ ແລ້ວແຕ່ເພີ່ນຊິສິດສອນເອງ.”
ອ້າງອີງຕາມ ທ່ານ Peter Nien-chu Kiang ສາສະດາຈານການສຶກສາ ແລະຫົວໜ້າຫ້ອງການ ການສຶກສາເອເຊຍ-ອາເມຣິກັນ ທີ່ ມະຫາວິທະຍາໄລ Massachusetts ຢູ່ນະຄອນBoston ແລ້ວແມ່ນວ່າ ທ່ານມີຄວາມເຊື່ອຖື ຍານາງວິຣະພັນ ດວງມະນີ ວ່າເປັນສະຕີລາວຄົນທຳອິດ ທີ່ໄດ້ກ້າວເຂົ້າມາຮັບໃຊ້ຢູ່ໃນສະພາການສຶກສາດັ່ງກ່າວ. ຍານາງວິຣະພັນ ໄດ້ກ່າວຕໍ່ ວີໂອເອ ຕໍ່ໄປອີກວ່າ :
ຕາມຫລັກການແລ້ວ ສະພາການສຶກສາຂອງໂຮງຮຽນ ເປັນຜູ້ມີສິດລົງຄວາມເຫັນໃນການ
ວ່າຈ້າງ ແລະທັງມີອຳນາດລົງຄວາມເຫັນໃນການໄລ່ຫົວໜ້າໂຮງຮຽນອອກໄດ້ ຖ້າບໍ່ພໍໃຈ
ໃນການປະຕິບັດວຽກງານຂອງບຸກຄົນດັ່ງກ່າວ. ເພາະສະນັ້ນ ບັນດາຜູ້ທີ່ຢາກສະມັກ ມາ
ນັ່ງຮັບໃຊ້ຢູ່ໃນສະພາການສຶກສາ ຈະຕ້ອງເປັນຜູ້ຊົງຄຸນນະວຸດທິທາງດ້ານການສຶກສາ ແລະມີບົດບາດຂອງ
ການເປັນຜູ້ນຳ. ຄະນະກຳມະການບໍລິຫານ ມີໜ້າທີ່ຮັບຜິດຊອບຢູ່ສາມປີ ຊຶ່ງ ຍານາງ ວິຣະພັນ ໄດ້ກ່າວສູ່ຟັງວ່າ :
ນັ້ນແມ່ນການສຳພາດກັບ ຍານາງວິຣະພັນ ດວງມະນີ ສະຕີລາວ-ອາເມຣິກັນ ຜູ້ຫ້າວຫັນ ແລະຜູ້ນຳສັງຄົມທີ່ໜ້າສັນລະເສີນ. ເພື່ອລາຍລະອຽດເພີ້ມເຕີມ ກະລຸນາຕິດຕາມອ່ານ ເບິ່ງຮູບພາບ ແລະບັນທຶກລາຍງານສື່ມວນຊົນໄດ້ຢູ່ໜ້າ ເວັບໄຊທ໌ ທີ່ lao.voanews.com.
ເວັບໄຊທ໌ ລາຍລະອຽດ ກ່ຽວກັບ ຍານາງວິຣະພັນ ດວງມະນີ:
http://www.masslive.com/news/index.ssf/2015/04/just_7_percent_of_amherst_vote.html