ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານຫວາດ ແສງຄີຍະວົງ ອາເມຣິກັນ
ເຊື້ອສາຍລາວຄົນນຶ່ງ ທີ່ບໍ່ໄດ້ທໍ້ຖອຍ ຕໍ່ການສຶກສາ ແລະກຳລັງຈະສຳເລັດ ປະລິນຍາ
ເອກ ຝ່າຍຂໍ້ມູນເທັກໂນໂລຈີ ຫຼື IT ໃນເດືອນທັນວາ ຈະມາເຖິງນີ້. ວິຊາຂໍ້ມູນເທັກໂນ
ໂລຈີ ແມ່ນລະບົບການໃຊ້ຄອມພິວເຕີ ໃຫ້ຜູ້ຊົມໃຊ້ທ່ວງທັນກັບເຫດການ ສະດວກສະ
ບາຍ ແລະມີຄວາມປອດໄພ. ຄວາມເປັນມາຂອງທ່ານຫວາດ ກ່ຽວກັບ ວິຊາຂໍ້ມູນເທັກ
ໂນໂລຈີ ເປັນຢ່າງໃດນັ້ນ ກິ່ງສະວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ໃນທຸກມື້ນີ້ ເຮົາພາກັນດຳລົງຊີວິດ ໂດຍການກາງຕໍ່ອາໄສເທັກໂນໂລຈີເກືອບທຸກຢ່າງ
ດັ່ງເຊັ່ນການໃຊ້ໂທລະສັບມືຖື ຫຼື i-phone ທີ່ຕິດຕໍ່ຫາກັນໄດ້ ໂດຍທັນທີ ພ້ອມທັງຍັງ
ສົ່ງຮູບພາບ ຂຽນຂໍ້ຄວາມ ສົ່ງສຽງ ແລະອື່ນໆຫາກັນໄດ້. ນີ້ເປັນ ພຽງແຕ່ພາກສ່ວນນຶ່ງ
ຂອງຜູ້ໃຊ້ ໂດຍທີ່ຍັງບໍ່ໄດ້ກ່າວເລິກເຂົ້າໄປ ເຖິງຄວາມສະຫຼຽວສະຫຼາດ ຂອງຜູ້ປະດິດ
ຄິດສ້າງ ແລະຊອກຫາທາງປ້ອງກັນເພື່ອຄວາມປອດໄພຂອງການໃຊ້ເທື່ອ.
ເຮົາມັກຈະໄດ້ຍິນການລັກຂະໂມຍ ເຈາະເອົາຂໍ້ມູນ ຢູ່ໃນລະບົບຄອມພິວເຕີຢູ່ເປັນປະ
ຈຳ ຊຶ່ງເປັນເລື້ອງທີ່ສະລັບຊັບຊ້ອນ ແລະພຽງແຕ່ຜູ້ມີຄວາມຮູ້ໃນດ້ານນີ້ເທົ່ານັ້ນ ທີ່ຈະ
ສາມາດເຂົ້າໃຈແລະແກ້ໄຂບັນຫາໄດ້. ທ່ານຫວາດ ແສງຄີຍະວົງ ຊາວອາເມຣິກັນເຊື້ອ
ສາຍລາວ ມີຄວາມສົນໃຈກ່ຽວກັບດ້ານເທັກໂນໂລຈີມາແຕ່ນ້ອຍ. ທ່ານສຳເລັດປະລິນ
ຍາຕີ (BS) ປະລິນຍາໂທຝ່າຍວິສະວະກອນໄຟຟ້າ (MBEE) ພ້ອມດ້ວຍປະລິນຍາໂທ
ຝ່າຍທຸລະກິດ (MBA) ແລະໄດ້ດຳເນີນປະກອບວິຊາອາຊີບຢ່າງເປັນຜົນສຳເລັດ. ແຕ່ວ່າທ່ານຍັງບໍ່ທໍ້ຖອຍ ກຳລັງຈະສຳເລັດປະລິນຍາເອກ (PhD) ຝ່າຍຂໍ້ມູນເທັກໂນໂລຈີ
ຫຼື PhD in IT with specialization in Information assurance in Security ຈາກ
ມະຫາວິທະຍາໄລ ຄາແພລລາ (Capella) ຢູ່ທີ່ລັດມິນເນໂຊຕາ ຊຶ່ງທ່ານຫວາດ ໄດ້
ເລົ່າ ເຖິງລະບົບການຮຽນສູ່ ວີໂອເອ ຟັງດັ່ງນີ້.
ການສຶກສາຊັ້ນສູງຂັ້ນປະລິນຍາເອກ ໂດຍທົ່ວໄປແລ້ວ ຈະໃຊ້ເວລາຢູ່ສາມປີ ຊຶ່ງຈະ
ຂຶ້ນຢູ່ກັບຄວາມວ່ອງໄວຂອງຜູ້ຮຽນ ແລະຕ້ອງໃຊ້ເງິນຮຽນໄຕມາດນຶ່ງຢ່າງໜ້ອຍເຖິງ
5,000 ໂດລາ. ໃນຂະນະທີ່ບັນດານັກສຶກສາຊັ້ນສູງເຫລົ່ານີ້ ພາກັນຮ່ຳຮຽນ ເຂົາເຈົ້າ
ຍັງປະກອບວິຊາຊີບເປັນປົກກະຕິ ແລະບໍ່ຈຳເປັນຈະໄປນັ່ງຢູ່ໃນຫ້ອງຮຽນເໝືອນກັບ
ນັກຮຽນທົ່ວໆໄປ. ເຂົາເຈົ້າຕ້ອງໄດ້ຄົ້ນຄວ້າດ້ວຍຕົນເອງຢູ່ບ້ານ ຜ່ານທາງຄອມພິວ
ເຕີ ແລະພົບພໍ້ກັບສາດສະດາຈານເປັນໄລຍະ ຢູ່ແຫ່ງໃດແຫ່ງນຶ່ງຊຶ່ງ ທ່ານຫວາດໄດ້
ກ່າວຕໍ່ໄປອີກວ່າ :
ການສຶກສາຄົ້ນຄວ້າກ່ຽວກັບຂໍ້ມູນເທັກໂນໂລຈີ ມີມາແຕ່ດົນນານ ໄດ້ຖືກປັບປຸງຂຶ້ນ
ມາເປັນຂັ້ນຕອນ ແລະເປັນວິຊາຮຽນທີ່ມີຄວາມສະລັບຊັບຊ້ອນ ເພື່ອໃຫ້ຜູ້ໃຊ້ໄດ້ຮັບ
ຄວາມສະດວກສະບາຍ ແລະປອດໄພ ດັ່ງທີ່ທ່ານຫວາດໄດ້ກ່າວຕໍ່ໄປອີກວ່າ:
ເຮົາມັກຈະໄດ້ຍິນກ່ຽວກັບການລັກລອບເຈາະເອົາຂໍ້ມູນທາງຄອມພິວເຕີຢູ່ເປັນປະຈຳ
ໂດຍສະເພາະ ລະຫວ່າງການເລືອກຕັ້ງ ປະທານາທິບໍດີ ສະຫະລັດອາເມຣິກາ ໃນປີ
2016 ທີ່ຜ່ານມານີ້ ກໍແມ່ນຍັງມີການດຳເນີນການສຶບສວນຢູ່ ຈົນມາເຖິງປັດຈຸບັນນີ້ວ່າ
ຣັດເຊຍ ອາດມີສ່ວນພົວພັນ ກັບການເຈາະເຂົ້າໄປ ໃນລະບົບການໂຄສະນາຫາສຽງ
ປ່ອນບັດ ຊຶ່ງທ່ານຫວາດ ໄດ້ໃຫ້ຄວາມຄິດເຫັນ ແລະກ່າວມ້ວນທ້າຍກ່ຽວກັບເລື່ອງນີ້
ວ່າ:
ວີໂອເອ ຂໍສັນລະເສີນຜົນສຳເລັດ ຄວາມອົດທົນສູ້ຊົນດ້ານການສຶກສາ ທີ່ທ່ານຫວາດ
ແສງຄີຍະວົງ ໄດ້ແບ່ງປັນສູ່ພວກເຮົາຟັງ. ຂໍຂອບໃຈທ່ານຫວາດ ແສງຄີຍະວົງ