Legacy of War ຫລື ອົງການມໍລະດົກ ຫລັງສົງຄາມ ມີຫ້ອງ
ການຕັ້ງຢູ່ ນະຄອນຫລວງ ວໍຊິງຕັນ ດີຊີ ເປັນອົງການເອກກະ
ຊົນ ທີ່ບໍ່ສ້າງຜົນກຳໄລ ເພື່ອເປັນປາກກະບອກສຽງໃຫ້ແກ່ ບັນ
ດາຜູ້ໄດ້ຣັບເຄາະຮ້າຍຈາກລະເບີດ ທີ່ຍັງບໍ່ທັນແຕກໃນລາວ
ແລະໃຫ້ການສຶກສາກ່ຽວກັບການເກັບກູ້ລະເບີດ ທີ່ຍັງຕົກຄ້າງ
ຢູ່ໃນປາງ ສົງຄາມລັບຢູ່ໃນລາວ. ຈຸດປະສົງອັນສຳຄັນຂອງອົງ
ການມໍລະດົກ ຫລັງສົງຄາມ ກໍຄື ການຂໍທຶນຈາກ ລັດຖະບານ
ສະຫະລັດແລະເອກກກະຊົນ ເພື່ອນຳເງິນໄປໃຊ້ຈ່າຍໃນການ
ປະຕິບັດງານ ເກັບກູ້ລະເບີດທີ່ຍັງຕົກຄ້າງບໍ່ທັນແຕກຢູ່ໃນລາວ
ສ້າງຄວາມຕື່ນໂຕກ່ຽວກັບໄພອັນຕະລາຍ ຈາກລະເບີດທີ່ບໍ່
ທັນແຕກ ແລະຊ່ວຍເຫລືອຜູ້ທີ່ໄດ້ຮັບເຄາະ.
ເຖິງແມ່ນວ່າ ສົງຄາມໄດ້ສີ້ນສຸດລົງໄປເກືອບ ສີ່ທົດສະວັດແລ້ວກໍຕາມ ແຕ່ວ່າບາດແຜ
ຂອງສົງຄາມນັ້ນ ຍັງປະໄວ້ໃຫ້ເຫັນຢູ່ເທົ້າທຸກວັນນີ້. ດັ່ງນັ້ນ ອົງການມໍລະດົກຫລັງສົງ
ຄາມ ຈຶ່ງໄດ້ຈັດໂຄງການນຳພາທ່ອງທ່ຽວ ເລົ່າສູ່ປະຊາກອນສະຫະລັດທົ່ວປະເທດໃຫ້
ໄດ້ຮູ້ເຖິງຄວາມເປັນມາກ່ຽວກັບຊີວິດ ຂອງ ບັນດາຜູ້ໄດ້ຮັບເຄາະຮ້າຍຈາກ ລະເບີດທີ່
ຕົກຄ້າງຍັງບໍ່ທັນແຕກຢູ່ໃນລາວທີ່ໄດ້ເລີ້ມມາຕັ້ງແຕ່ວັນທີ່ 3 ອາທິດແລ້ວນີ້ ແລະຈະດໍາ
ເນີນໄປຈົນຮອດວັນທີ່ 30 ເດືອນເມສານີ້.
ການນຳທ່ຽວບອກເລົ່າເຖິງ ຜູ້ເຄາະຮ້າຍຈາກສົງຄາມ ມີນັດໝາຍໄວ້ຢູ່ ໃນ 14 ໂຕ
ເມືອງ ໃນ 7 ລັດ ຈາກພາກຕາເວັນອອກ ຫາພາກກາງແລະພາກເວັນຕົກ ຂອງ
ສະຫະລັດ ຊຶ່ງເລີ້ມຕົ້ນຈາກ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກໂດຍການ
ກ່າວເປີດພິທີ່ຂອງ ທ່ານສະເຫລີມໄຊ ຄົມມະສິດເອກອັກຄະລັດຖະທູດຖາວອນ ຂອງ
ສປປ ລາວ ປະຈຳອົງການ ສະຫະປະຊາຊາດ ແລະທ່ານ Jordan Ryan ຫົວໜ້າ
ຫ້ອງການ ປ້ອງກັນວິກິດການ ແລະກູ້ໄພ ປະຈຳອົງການສະຫະປະຊາຊາດ ໂດຍການ
ປະສານງານ ແລະຕິດຕາມນຳພາຂອງ ທ່ານນາງ ຈັນນະພາ ຄຳວົງສາ ຜູ້ອຳນວຍ
ການ ອົງການມໍລະດົກ ຫລັງສົງຄາມ.
ທູມມີ ສີລໍາພັນ ຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ ພ້ອມທັງເປັນປາກກະບອກສຽງໃຫ້
ພວກໄດ້ຮັບເຄາະກັມ ມະນິເຊຍ ທໍ້ ນັກເກັບກູ້ລະເບີດ ໄດ້ເດີນທາງມາຈາກ ທົ່ງເກັບ
|ກູ້ລະເບີດໃນແຂວງຊຽງຂວາງ ສປປ ລາວ ເປັນຄັ້ງທຳອິດ ເພື່ອຢ້ຽມຢາມ ແລະຜີຍ
ແຜ່ເຖິງຈຸດປະສົງດັ່ງກ່າວ.
ທ່ານທູມມີ ສີລຳພັນ ເກີດຢູ່ເມືອງໂພນສະຫວັນ ແຂວງຊຽງຂວາງ ໃນປີ 1989. ທ່ານ
ຢູ່ໃນຈຳນວນປະຊາກອນລາວຜູ້ນຶ່ງ ທີ່ໄດ້ຮັບເຄາະຮ້າຍ ຈາກລະເບີດແຕກໃສ່ ມືກໍ້າ
ຊ້າຍຂາດອອກ ເວລາຍັງເປັນເດັກນ້ອຍ ມີອາຍຸໄດ້ 8 ປີ ໃນຂະນະ ທີ່ໄປຊອກຂຸດຫາ
ໜໍ່ໄມ້. ປັດຈຸບັນນີ້ ທ່ານເປັນເຈົ້າໜ້າທີ່ ໃຫ້ການສຶກສາແກ່ຜູ້ເຄາະຮ້າຍຈາກລະເບີດ
ເພື່ອຊ່ວຍເຫລືອປິ່ນປົວຮ່າງກາຍຜູ້ໄດ້ຮັບບາດເຈັບນັ້ນໃຫ້ດີຄືນ ແລະສາມາດຫາຢູ່
ຫາກິນໄດ້ຕາມປົກກະຕິ. ປັດຈຸບັນນີ້ ທ່ານທູມມີ ເຮັດວຽກຢູ່ ອົງການ World
Education ທີ່ ສປປ ລາວ ແລະເປັນປາກກະບອກສຽງ ທີ່ບໍ່ມີຄວາມອິດເໝື່ອຍ
ເພື່ອຊ່ວຍເຫລືອຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ. ວີໂອເອ ພະແນກພາສາລາວ ໄດ້
ຕ້ອນຮັບ ແລະສໍາພາດ ທ່ານທູມມີ ພ້ອມດ້ວຍຄະນະ ເລີ້ມຕົ້ນການຢ້ຽມຢາມ ສະຫະ
ລັດ ຢ່າງເປັນທາງການ ຢູ່ທີ່ອົງການ ສະຫະປະຊາຊາດ ທີ່ນະຄອນນິວຢອກ. ທ່ານ
ທູມມາ ໄດ້ເລົ່າຊີວິດຄວາມເປັນມາສູ່ຟັງດັ່ງນີ້:
ທ່ານນາງ ມານິເຊຍ ທໍ້ ເກີດທີ່ແຂວງຊຽງຂວາງ ເປັນພັນລະຍາ ແລະມີລູກຊາຍນ້ອຍທີ່ໜ້າຮັກອາຍຸສອງປີ ນາງເຄີຍເປັນຜູ້ເກັບກູ້ລະເບີດຢູ່ ເປັນເວລາ 4 ປີ ໄດ້ຖືກເລື່ອນຂື້ນມາເປັນ ຫົວໜ້າ ແລະຜູ້ຝຶກການເກັບກູ້ລະເບີດ ພາຍໃຕ້ອົງການ Mines Advisory Group (MAG) ຫລື ອົງການເກັບກູ້ລະເບີດ. ທ່ານນາງ ທໍ້ ໄດ້ເລົ່າສູ່ ວີໂອເອ ຟັງເຖິງເຫດຜົນທີ່ພາໃຫ້ມາເຮັດວຽກນີ້ ແລະມັນເປັນອັນຕະລາຍ ໜັ້ອຍຫລາຍປານໃດໃນການປະຕິບັດງານເກັບກູ້ລະເບີດນັ້ນ ຊຶ່ງນາງເລົ່າສູ່ ວີໂອເອ ຟັງວ່າ :
ເຖິງແມ່ນສົງຄາມອິນດູຈີນ ແລະ ສົງຄາມລັບຂອງ ສະຫະລັດ ໃນລາວ (1962-1975) ໄດ້ສີ້ນສຸດລົງເປັນເວລາ ເກືອບສີ່ທົດສະວັດ (1975-2013) ມາແລ້ວກໍຕາມ ແຕ່ວ່າ ຊາກເສດເຫລືອຂອງລູກລະເບີດ ທີ່ຕົກຄ້າງບໍ່ທັນແຕກນັ້ນຍັງຖືກປະປ່ອຍໄວ້ ແລະ ເປັນອັນຕະລາຍຕໍ່ຊີວິດ ແລະການທຳມາຫາກິນຂອງປະຊາກອນລາວ ໃນເຂດຊົນນະບົດ. ປັດຈຸບັນນີ້ ລັດຖະບານສະຫະລັດ ໄດ້ອະນຸມັດງົບປະມານຈຳນວນ 10 ລ້ານໂດລາຕໍ່ປີ ນອກຈາກນັ້ນກໍມີທຶນຈາກອົງການເອກກະຊົນ ແລະ ສ່ວນບຸກຄົນ ເພື່ອນຳໄປໃຊ້ຈ່າຍປະຕິບັດງານ ຂອງອົງການເກັບກູ້ລະເບີດຕ່າງໆຢູ່ໃນ ສປປ ລາວ.
ຈາກປີ 1964 ຫາປີ 1973 ນັ້ນ ສະຫະລັດໄດ້ຖີ້ມລະເບີດປະມານ 2,093.100 ຕັນລົງໃສ່ແຜ່ນດິນ ລາວ ຈາກ 580,344 ຖ້ຽວບິນ ອ້າງອິງຕາມ ບັນທຶກຖ້ຽວບິນຂອງ ທະຫານສະຫະລັດ. ຄາດຄະເນວ່າ ນຶ່ງສ່ວນສາມຂອງລະເບີດຖີ້ມລົງນັ້ນ ຍັງຕົກຄ້າງບໍ່ທັນແຕກຢູ່ໃນນຶ່ງສ່ວນສາມ ຂອງຜືນແຜ່ນດິນລາວ. ມີພົນລະເຮືອນປະມານ 50,000 ຄົນແມ່ນພົນໄດ້ຮັບບາດເຈັບ ຫລືເສຍຊີວິດຈາກລະເບີດຕົກຄ້າງທີ່ບໍ່ທັນແຕກນັ້ນ. ນອກຈາກລູກລະເບີດຕ່າງໆ ທີ່ຖີ້ມລົງໃສ່ແຜ່ນດິນລາວແລ້ວນັ້ນ ປະມານ 270 ລ້ານແມ່ນລະເບີດລູກຫວ່ານ. ຄາດຄະເນວ່າ 30 ເປີເຊັນຫລື 80 ລ້ານໜ່ວຍ ທີ່ຕົກຍັງບໍ່ທັນ ແຕກ ແລະສືບຕໍ່ເປັນອັນຕະລາຍຕໍ່ການດຳລົງຊີວິດຢູ່ເທົ້າທຸກວັນນີ້
ເພາະສະນັ້ນ ໂຄງການເກັບກູ້ລະເບີດຢູ່ໃນລາວຈຶ່ງ ເປັນການປະຕິບັດງານທີ່ຍືດເຍື້ອຍາວນານ ແລະຈະໃຊ້ເວລາຢູ່ຫລາຍຊົ່ວຊີວິດຄົນ ຊຶ່ງ ຈະຕ້ອງໄດ້ອີງອາໄສເງິນທຶນເປັນສ່ວນໃຫຍ່ເພື່ອໃຫ້ການສຶກສາ ປິ່ນປົວ ແລະເກັບກູ້ລະເບີດໃຫ້ມັນໝົດໄປ.