ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະບົບອິນເຕີເນັດ ແລະ ລະບົບໂທລະສັບ ຫຼົ້ມອີກຄັ້ງຢູ່ໃນ ກາຊາ


ພາຫະນະຫຸ້ມເກາະຂອງກໍາລັງປ້ອງກັນປະເທດອິສຣາແອລ ໃນລະຫວ່າງການດໍາເນີນງານທາງພາກພື້ນດິນຂອງພວກເຂົາ ຢູ່ໃນດິນແດນກາຊາ, ໃນຂະນະທີ່ຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະ ຮາມາສ ຍັງຄົງດໍາເນີນຢູ່, ໃນພາບທີ່ໄດ້ຮັບການສະໜອງ ແລະເປີດເຜີຍໃນວັນທີ 1 ພະຈິກ 2023. Israel Defense Forces/Handout via Reuters.
ພາຫະນະຫຸ້ມເກາະຂອງກໍາລັງປ້ອງກັນປະເທດອິສຣາແອລ ໃນລະຫວ່າງການດໍາເນີນງານທາງພາກພື້ນດິນຂອງພວກເຂົາ ຢູ່ໃນດິນແດນກາຊາ, ໃນຂະນະທີ່ຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະ ຮາມາສ ຍັງຄົງດໍາເນີນຢູ່, ໃນພາບທີ່ໄດ້ຮັບການສະໜອງ ແລະເປີດເຜີຍໃນວັນທີ 1 ພະຈິກ 2023. Israel Defense Forces/Handout via Reuters.

ເຂດ​ກາ​ຊາ ໄດ້​ປະ​ສົບ​ກັບ​ການ​ຖືກ​ຕັດ​ຂາດ​ຈາກ​ການ​ສື່​ສານ​ທັງ​ໝົດ​ອີກ​ຄັ້ງ​ນຶ່ງ.

ຜູ້​ສະ​ໜອງ​ກາ​ນ​ບໍ​ລິ​ການ​ໂຄ​ລະ​ຄົມ​ມະ​ນາ​ຄົມ​ຂອງ​ດິນ​ແດນ​ທີ່​ຖື​ກ​ປິດ​ລ້ອມ​ດັ່ງ​ກ່າວ​ຊື່ວ່າ Paltel ໄດ້​ອອກ​ຖະ​ແຫຼງ​ການ​ເມື່ອ​ແລງວັນ​ອັງ​ຄານ​ວານນີ້​ຢູ່​ສື່​ສັງ​ຄົມ X ທີ່​ຮູ້​ຈັກ​ກັນ​ກ່ອນ​ໜ້າ​ນີ້​ດັ່ງ​ກັບ ທວິດ​ເຕີ, ເພື່ອ​ແຈ້ງ​ໃຫ້​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນຊາບ ກ່ຽວ​ກັບ ການ​ບໍ່​ມີ​ກາ​ນ​ບໍ​ລິ​ການ​ໂທ​ລະ​ສັບ ແລະ ອິນ​ເຕີ​ແນັດ​ທັງ​ໝົດ. ບໍ​ລິ​ສັດ​ນັ້ນ​ໄດ້​ກ່າວ​ວ່າການ​ຖືກ​ຕັດ​ຂາດ​ແມ່ນ “ຍ້ອນ​ສາຍ​ຄົມ​ມະ​ນາ​ຄົມ​ສາ​ກົນ​ທີ່​ຖືກ​ຕິດ​ຕໍ່​ຄືນ​ກ່ອນ​ໜ້ານີ້​ຖືກ​ຕັດ​ອີກ​ຄັ້ງ​ນຶ່ງ.”

ເຂດ​ກາ​ຊາ ໄດ້​ປະ​ສົບ​ກັບ​ການ​ຖືກ​ຕັດ​ຂາດ​ຈາກ​ການ​ຄົມ​ມະ​ນາ​ຄົມ​ຢ່າງ​ສິ້ນ​ເຊີງ​ເປັນ​ເວ​ລາ​ສອງວັນ​ເລີ່ມ​ຕົ້ນ​ແຕ່​ວັນ​ສຸກ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ປະ​ຊາ​ຊົນ ສອງ​ລ້ານ​ສາມ​ແສນ​ຄົນ ຂອງ​ເຂດ​ແດນ​ທີ່​ຖືກ​ປິດ​ລ້ອມ​ນັ້ນ​ຖືກ​ຕັດ​ຂາດ​ຈາກ​ໂລກ ແລະ ຢຸດ​ການ​ນຳ​ສົ່ງ​ສະ​ບຽງ​ການ​ຊ່ວຍ​ເຫຼືອ​ທີ່​ສຳ​ຄັນ​ຈາກ​ສາ​ກົນ.

ການ​ຢຸ​ດ​ຊະ​ງັກ​ຂອງ​ການ​ບໍ​ລິ​ການ​ໂທ​ລະ​ສັບ ແລະ ອິ​ນ​ເຕີ​ແນັດ​ຄັ້ງຫຼ້າ​ສຸດນີ້​ໄດ້​ເກີດ​ຂຶ້ນຫຼາຍ​ຊົ່ວ​ໂມ​ງຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິ​ສ​ຣາ​ແອ​ລ ໃສ່​ສູນ​ອົບ​ພະ​ຍົບ ປາ​ແລັ​ສ​ໄຕ​ນ໌ ໃນ​ເມືອງ ຈາ​ລາ​ລີ​ຢາ ທາງ​ພາກ​ເໜືອ​ຂອງ​ເຂດ​ກາ​ຊາ ທີ່​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 50 ຄົນ​ເສຍ​ຊີ​ວິດ ແລະ ອີກ 150 ຄົນ​ເສຍ​ຊີ​ວິດ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ປ​າ​ແລັ​ສ​ໄຕ​ນ໌.

ໂຄ​ສົກ​ກອງ​ທັບ​ບົກ ອິ​ສ​ຣາ​ແອ​ລ ໄດ້​ຢືນ​ຢັນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ໂທ​ລະ​ພາບ CNN, ໂດຍ​ກ່າວ​ວ່າ “ຜູ້​ບັນ​ຊາ​ການ​ທີ່​ອາ​ວຸ​ໂສຫຼາຍ​ຂອງ​ກຸ່ມ​ຮາ​ມາ​ສ” ແມ່ນຢູ່​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວ. ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ຕໍ່​ມາ​ໄດ້​ລະ​ບຸ​ຕົວ​ຜູ້​ຊາຍ​ຄົນ​ນັ້ນ​ວ່າ​ເປັນ​ທ້າວ ອີບ​ຣາ​ຮິມ ເບຍ​ຣີ ແລະ ໄດ້​ກ່າວ​ວ່າ​ລາວ​ເປັນ​ຕົວ​ການ​ຂອງ “ການ​ໂຈມ​ຕີ​ກໍ່​ການ​ຮ້າຍ” ໃນ​ວັນ​ທີ 7 ຕຸ​ລາ​ໂດຍ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ພາກ​ໃຕ້​ຂອງ ອິ​ສ​ຣາ​ແອ​ລ.

ໃນຮູບພາບທີ່ຂັດອອກຈາກວີດີໂອນີ້, ຊາວປາແລັສໄຕນ໌ ແລະຄົນອື່ນໆ ຊອກຫາຜູ້ລອດຊີວິດ ແລະຮ່າງຜູ້ເສຍຊີວິດ ລຸນຫຼັງການໂຈມຕີທາງອາກາດຂອງອິສຣາແອລ ຢູ່ທີ່ສູນອົບພະຍົບ Jabaliya ໃນເຂດຊານເມືອງຂອງກາຊາ, ວັນທີ 31 ຕຸລາ.
ໃນຮູບພາບທີ່ຂັດອອກຈາກວີດີໂອນີ້, ຊາວປາແລັສໄຕນ໌ ແລະຄົນອື່ນໆ ຊອກຫາຜູ້ລອດຊີວິດ ແລະຮ່າງຜູ້ເສຍຊີວິດ ລຸນຫຼັງການໂຈມຕີທາງອາກາດຂອງອິສຣາແອລ ຢູ່ທີ່ສູນອົບພະຍົບ Jabaliya ໃນເຂດຊານເມືອງຂອງກາຊາ, ວັນທີ 31 ຕຸລາ.

ເມືອງຈາ​ບາ​ລີ​ຢາ ເປັນ​ບ້ານຂອງ​ຄອບ​ຄົວ​ຜູ້​ອົບ​ພະ​ຍົບ​ຈາກ​ສົງ​ຄາມ​ຢ້ອນ​ກັບ​ຄືນ​ໄປ​ໃນ​ປີ 1948, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ. ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາກ​ກຸ່ມ ຮາ​ມາ​ສ ໄດ້​ກ່າວ​ວ່າບໍ່​ມີ​ຜູ້​ບັນ​ຊາ​ການ​ຄົນ​ໃດ​ຢູ່​ສູນ​ດັ່ງ​ກ່າວ ແລະ ໄດ້​ລະ​ບຸ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ວ່າ​ມີ 400 ຄົນ. ຕົວ​ເລກ​ດັ່ງ​ກ່າວ​ແມ່ນບໍ່​ສາ​ມາດ​ຢືນ​ຢັນ​ໄດ້​ຢ່າງ​ເປັນ​ອິ​ດ​ສະຫຼະ, ອີງ​ຕາມ​ອົງ​ການ​ຂ່າວ ຣອຍ​ເຕີ.

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ຫາ​ກຸ່ມ​ຮາ​ມາ​ສ, ທີ່​ຖືກ​ລະ​ບຸ​ວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ໂດຍ ສະ​ຫະ​ລັດ ແລະ ປະ​ເທດ​ອື່ນໆ, ກ່ຽວ​ກັບ ການ​ໃຊ້​ພົນ​ລະ​ເຮືອນ​ເປັນ​ສິ່ງ​ກັນ​ບັງ ແລະ ມີ​ອຸ​ໂມງ​ທີ່​ເປັນ​ເຄືອ​ຂ່າຍ​ແຜ່​ກະ​ຈາຍ​ຢູ່​ພື້ນ​ດິນ​ຂອງ​ເຂດ​ກາ​ຊາ ບ່ອນ​ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ​ໄດ້​ເກັບ​ອາ​ວຸດ, ອາ​ຫານ ແລະ ສະ​ບຽງ​ອື່ນໆ​ໄວ້.

ການ​ໂຈມ​ຕີ​ສູນ​ອົບ​ພະ​ຍົບ ຈາ​ບາ​ລີ​ຢາ ໄດ້​ເຮັດ​ໃຫ້​ປະ​ເທດ​ອາ​ຣັບ​ທີ່​ຢູ່​ໃກ້​ຄຽງ​ຂອງ ອິ​ສ​ຣາ​ແອ​ລ ໂມ​ໂຫ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໂດຍ​ກ່າວ​ວ່າ ການ​ໂຈມ​ຕີ​ນັ້ນ​ຈະ​ນຳ​ໄປ​ສູ່ “ຜົນ​ກະ​ທົບ​ທີ່ບໍ່​ສາ​ມາດ​ປົວ​ແປງ​ໄດ້​ໃນ​ພາກ​ພື້ນ.” ອາ​ນາ​ຈັກ​ດັ່ງ​ກ່າວ​ອີກ​ຄັ້ງ​ນຶ່ງ​ໄດ້​ຮຽກ​ຮ້ອງ​ສຳ​ລັບ “ການ​ຢຸດ​ຍິງ​ໃນ​ທັນ​ທີ​ເພື່ອ​ປ້ອງ​ກັນ​ການ​ສູນ​ເສຍ​ຊີ​ວິດ​ເພີ່ມ​ເຕີມ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG