ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຫລັກການ ຄວາມເປັນກາງ ໃນອິນ​ເຕີ​ແນັດ ທີ່ມີມາແຕ່ດົນ ອາດຖືກລົບລ້າງ ໃນໄວໆນີ້


ທ່ານ ອະ​ຈິດ ​​ເພຍ໌ (Ajit Pai) (ເຄິ່ງກາງ) ປະທານ​ຂອງກໍາມາ​ທິການ FCC ທີ່​ຖືກ​ແຕ່ງຕັ້ງ​ໂດຍປະທານາທິບໍດີ ດໍ​ໂນ​ລ ທຣໍາ ໄດ້ປະກາດຜົນການລົງຄະແນນສຽງ ທີ່ອະນຸຍາດໃຫ້ລົບລ້າງ ລະບຽບການດ້ານ​ຄວາມ​ເປັນກາງຢູ່​ໃນອິນ​ເຕີ​ແນັດ ໃນຂະນະທີ່ນັ່ງຢູ່ຂ້າງທ່ານນາງ ມິກຍັນ ຄລາຍ​ເບີ​ນ (Mignon Clyburn) (ຊ້າຍ) ທີ່​ເປັນ​ສະມາຊິກ​ຂອງ​ພັກພັກ​ເດ​ໂມ​ແຄຣດ ຢູ່​ໃນ​ກໍາມາ​ທິການ ​ FCC ແລະ ລົງ​ຄະ​ແນນ​ສຽງຄັດຄ້ານ​ການ​ເຮັດ​ເຊັ່ນ​ນັ້ນ ​ໃນວັນທີ 14 ທັນວາ 2017.
ທ່ານ ອະ​ຈິດ ​​ເພຍ໌ (Ajit Pai) (ເຄິ່ງກາງ) ປະທານ​ຂອງກໍາມາ​ທິການ FCC ທີ່​ຖືກ​ແຕ່ງຕັ້ງ​ໂດຍປະທານາທິບໍດີ ດໍ​ໂນ​ລ ທຣໍາ ໄດ້ປະກາດຜົນການລົງຄະແນນສຽງ ທີ່ອະນຸຍາດໃຫ້ລົບລ້າງ ລະບຽບການດ້ານ​ຄວາມ​ເປັນກາງຢູ່​ໃນອິນ​ເຕີ​ແນັດ ໃນຂະນະທີ່ນັ່ງຢູ່ຂ້າງທ່ານນາງ ມິກຍັນ ຄລາຍ​ເບີ​ນ (Mignon Clyburn) (ຊ້າຍ) ທີ່​ເປັນ​ສະມາຊິກ​ຂອງ​ພັກພັກ​ເດ​ໂມ​ແຄຣດ ຢູ່​ໃນ​ກໍາມາ​ທິການ ​ FCC ແລະ ລົງ​ຄະ​ແນນ​ສຽງຄັດຄ້ານ​ການ​ເຮັດ​ເຊັ່ນ​ນັ້ນ ​ໃນວັນທີ 14 ທັນວາ 2017.

ອີກ​ບໍ່ດົນ​ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຕໍ່ສິ່ງ​ທີ່​ຊາວ​ອາ​ເມຣິກັນ​ເຫັນ​ຢູ່​ໃນ​ອິນ​ເຕີແນັດ
ພາຍຫລັງ​ທີ່ ພວກ​ອອກ​ລະບຽບການ​ໃນ​ລັດຖະບານ​ກາງ​ໄດ້​ລົງ​ຄະ​ແນນ​ສຽງ ​ໃນ
​ວັນ​ພະຫັດ​ວານ​ນີ້ ທີ່​ຈະ​ລົບ​ລ້າງ ກົດ​ລະບຽບ “ການ​ມີ​ຄວາມ​ເປັນ​ກາງ” ທີ່​ເຄີຍ​ມີ​ມາ​
ແຕ່​ກ່ອນ.

ຜົນການລົງ​ຄະ​ແນນ​ສຽງ 3-ຕໍ່-2 ໃນ​ວັນ​ພະຫັດ​ວານ​ນີ້​ໂດຍກໍາມາທິການຂອງສະຫະ​
ພັນ​ດ້ານສື່ສານ​ທີ່​ຄວບ​ຄຸມ​ໂດຍ​ພັກຣີພັບ​ບລິ​ແກນ​ນັ້ນ ​ໄດ້​ປະຕິ​ບັດຕາມນະ​ໂຍບາຍ
​ຂອງ​ພັກ ​ໂດຍ​ມີ ສະມາຊິກພັກຣີພັບ​ບລິ​ແກນລົງ​ຄະ​ແນນ​ສຽງ​ໃຫ້ເຊົາ​ມີ​ລະບຽບການ​
ຕ່າງໆ ແລະ​ພວກ ສັງກັດ​ພັກ​ເດ​ໂມ​ແຄຣດ ​ລົງ​ຄະ​ແນນ​ສຽງຄັດຄ້ານ​ການ​ເຮັດ​ເຊັ່ນ​ນັ້ນ.

ສ່ວນ​ແຕ່​ລະ​ລັດ​ນັ້ນກໍ​ຖືກ​ຫ້າມ​ໃຫ້​ອອກລະ​ບຽບການຂອງຕົນ​ເອງ ​ເພື່ອ​ຄຸ້ມ​ຄອງ​ອິນ​ເຕີ
​ແນັດ.

ຫລັກຄວາມບໍ່ລໍາອຽງຢູ່ໃນອິນເຕີແນັດ ໄດ້ໃຊ້ເປັນລະບຽບການ ນັບຕັ້ງແຕ່ມີການສ້າງ
ອິນເຕີແນັດຂຶ້ນມາ ໄດ້ສາມສິບກວ່າປີແລ້ວ. ກໍາມາທິການຂອງສະຫະ​ພັນ​ດ້ານສື່ສານ
ຫລື FCC ທີ່ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ອະດີດປະທາ​ນາ​ທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້
ເຮັດ​ໃຫ້​ຫລັກການດ້ານ​ຄວາມ​ເປັນກາງຢູ່​ໃນອິນ​ເຕີ​ແນັດ ກາຍ​ເປັນ​ລະບຽບຢ່າງ​ເປັນ
​ທາງການໃນ​ປີ 2015.

ຄວາມຄິດ​ກ່ຽວກັບ​ຄວາມ​ເປັນກາງຢູ່​ໃນອິນ​ເຕີ​ແນັດ ​ແມ່ນ​ເພື່ອ​ເຮັດ​ໃຫ້​ຜູ້​ສະໜອງອິນ​ເຕີ
​ແນັດ ລາຍ​ໃຫຍ່​ປະຕິບັດ​ຕໍ່​ເນື້ອ​ໃນ ​ແລະຂໍ້ຄວາມຢູ່​ໃນອິນ​ເຕີ​ແນັດ​ຢ່າງ​ເທົ່າ​ທຽມກັນ.
​ລະບຽບຢູ່​ໃນ​ສະ​ໄໝທ່ານ​ໂອ​ບາ​ມາ ​ແມ່ນ​ປ້ອງ​ກັນບໍ່​ໃຫ້ພວກ​ບໍລິສັດ​ເຫລົ່ານີ້ ​ໃຫ້​ຄວາມ​
ສໍາຄັນ​ແກ່ ການ​ບໍລິການ​ຂອງ​ຕົນ​ເປັນ​ພິ​ເສດ ​ແລະ​ກີດ​ກັນ ​ແລະ​ເຮັດ​ໃຫ້​ເນື້ອ​ໃນແລະ
ຂໍ້ຄວາມຢູ່​ໃນອິນ​ເຕີ​ແນັດຂອງ​ຄູ່​ແຂ່ງ​ຊ້າ​ລົງ.

ກຸ່ມ​ຮັກສາ​ຜົນ​ປະ​ໂຫຍດຂອງ​ຜູ້​ຊົມ​ໃຊ້ ​ແລະບໍລິສັດອິນ​ເຕີ​ແນັດທັງຫລາຍ ​ແມ່ນ​ມັກ
​ຄວາມ​ເປັນ​ກາງຢູ່​ໃນອິນ​ເຕີ​ແນັດ.

​ແຕ່​ວ່າ ທ່ານ ອະ​ຈິດ ເພຍ໌ (Ajit Pai) ປະທານ​ຂອງກໍາມາ​ທິການ FCC ທີ່​ຖືກ​ແຕ່ງຕັ້ງ
​ໂດຍປະທານາທິບໍດີ ດໍ​ໂນ​ລ ທຣໍາ ທີ່​ມັກ​ສະໜັບສະໜຸນທຸລະ​ກິດ​ນັ້ນ ​ເວົ້າວ່າອິນ​ເຕີ​
ແນັດຕ້ອງການສິ່ງ​ທີ່​ທ່ານ​ເອີ້ນວ່າ "ການ​ແຕະຕ້ອງ​ຄ່ອຍໆ" ​ແທນ​ທີ່​ຈະ​ຕ້ອງການ​ສິ່ງ​ທີ່
​ທ່ານ​ເຊື່ອ​ວ່າ ​ເປັນ​ລະບຽບການ​ຄຸ້ມ​ຄອງ​ຢ່າງໜັກ​ແບບ​ບໍ່ຈໍາ​ເປັນ.

ທ່ານ ເພຍ໌ ກ່າວ​ຕໍ່ນັກ​ຂ່າວ NBC ກ່ອນໜ້າການ​ລົງ​ຄະ​ແນນ​ສຽງວ່າ "ກ່ອນ​ປີ 2015,
ກ່ອນທີ່​ຈະ​ມີ​ການວາງ​ລະບຽບ​ເຫລົ່ານີ້ອອກ​ມາ ພວກ​ເຮົາ​ມີອິນ​ເຕີ​ແນັດທີ່​ເສລີ ​ແລະ
​ເປີດ​ກວ້າງ". "ນັ້ນກໍ​ຍັງ​ເປັນ​ອະນາຄົດ​ອີກ ຢູ່​ໃນແນວທາງ​ຂອງການ​ແຕະຕ້ອງ​ຄ່ອຍໆ
ທີ່​ອີງ​ຕາມ ​ກົນ​ໄກຕະຫລາດ. ຜູ້​ຊົມໃຊ້​ໄດ້​ປະ​ໂຫຍ​ດ, ບໍລິສັດ​ກໍ​ໄດ້​ປະ​ໂຫຍ​ດ​ເຊັ່ນ​ກັນ.
ການ​ມີນວທາງທີ່​ອີງ​ຕາມ​ກົນ​ໄກ​ຕະຫລາດ ທຸກ​ຄົນ​ຢູ່​ໃນ​ເສດຖະກິດ​ທາງອິນ​ເຕີ​ແນັດ​
ແມ່ນ​ມີ​ຜົນ​ປະ​ໂຫຍ​ດດີ​ຂຶ້ນກວ່າ​ເກົ່າ."

ແຕ່​ວ່າ ທ່ານນາງ ມິກຍັນ ຄລາຍ​ເບີ​ນ (Mignon Clyburn) ທີ່​ເປັນ​ສະມາຊິກ​ຂອງ
​ພັກພັກ​ເດ​ໂມ​ແຄຣດ ຢູ່​ໃນ​ກໍາມາ​ທິການ ​ FCC ​ເວົ້າວ່າ FCC "ກໍາລັງ​ຍື່ນ​ກະ​ແຈ
​ເປີດອິນ​ເຕີ​ແນັດ​ໃຫ້​ແກ່​ພວກ​ບໍລິສັດ​ທີ່​ມີ​ເງິນ​ຫລາຍໆຕື້ໂດ​ລາ ທີ່​ມີ​ຢູ່​ບໍ່ຫລາຍ​ບໍ​ສັດ​
ປານ​ໃດ​ນັ້ນ."

ສ່ວນ​ທ່ານ ທີ​ມ ​ເບີ​ນ​ເນີ​ສ-ລີ (Tim Berners-Lee) ນັກ​ວິດ​ສະ​ວະ​ກອນ ທີ​ປະດິດ
​ເຄືອ​ຂ່າຍ​ອິນ​ເຕີແນັດ World Wide Web ​ເວົ້າ​ໃນ​ອາທິດ​ນີ້ວ່າ ການລົບ​ລ້າງ​ຫລັກ
ການ​ຄວາມ​ເປັນກາງ​ໃນ​ອິນ​ເຕີ​ແນັດ​ກໍໝາຍຄວາມ​ວ່າ ຜູ້​ສະໜອງການ​ບໍລິການໃນ
ທຸ​ລະ​ກິດ​ອິນ​ເຕີ​ແນັດ “ຈະ​ມີ​ອໍານາດ​ໃນ​ການ​ຕັດສິນ​ວ່າ ​ເວັບ​ໄຊ໌ອັນ​ໃດ​ທ່ານ​ສາມາດ
​ເຂົ້າ​ໄປ​ໄດ້ ​ແລະເວັບ​ໄຊ​ແຕ່​ລະ​ອັນ​ຈະ​ໃຫ້​ຄົນເຂົ້າໄປ​ໄດ້ ​ໃນ​ລະດັບ​ຄວາມ​ໄວ​ຂະໜາດໃດ.
​ເວົ້າອີກ​ຢ່າງ​ນຶ່ງ ກໍ​ຄື​ພວກ​ເຂົາ​ເຈົ້າສາມາດທີ່​ຈະ​ຕັດສິນ​ໄດ້​ວ່າ ຈະ​ໃຫ້​ບໍລິສັດ​ໃດ​ມີ​ຜົນ​
ສໍາ​ເລັດ​ໃນ​ການ​ໃຫ້​ບໍລິການ​ຜ່ານ​ທາງອິນ​ເຕີ​ແນັດ, ​ໃຫ້ໃຜ​ເປັນ​ຜູ້ມີ​ປາກ​ມີ​ສຽງ​ໄດ້ ​ແລະ
ເຮັດໃຫ້​ຜູ້​ໃດ​ຕ້ອງ​ໄດ້​ງຽບປາກ​ໄວ້​ໄດ້.”

ພວກ​ເຈົ້າໜ້າທີ່ຢູ່​ໃນ​ຫລາຍ​ລັດ ລວມທັງ​ຢູ່​ໃນ​ນະຄອນນີວຢອກ​ ​ແລ​ະວໍ​ຊິງ​ຕັນ ​ເວົ້າວ່າ
ພວກ​ເຂົາ​ເຈົ້າຈະ​ເລີ້ມການ​ຕອບ​ໂຕ້​ທາງກົດໝາຍຄືນຕໍ່ກົດ​ລະບຽບ​ໃໝ່​ເຫລົ່ານີ້.

ອ່ານຂ່າວນີ້ເປັນພາສາອັງກິດເພີ້ມ

XS
SM
MD
LG