ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນແມ່ຍິງສາກົນ 2024: ຄື ເສດຖະກິດ ທີ່ມີຮູບ 'ໃບໜ້າຂອງແມ່ຍິງ'    


ແຟ້ມພາບ - ພວກແມ່ຍິງ ພາກັນຮ້ອງເພງ ແລະເຕັ້ນ ໃນລະຫວ່າງ ການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຢູ່ທີ່ ສະໜາມກິລາ Mobolaji Johnson ໃນນະຄອນລາກອສ, ໄຈເຈີເຣຍ, ວັນທີ 8 ມີນາ 2023.
ແຟ້ມພາບ - ພວກແມ່ຍິງ ພາກັນຮ້ອງເພງ ແລະເຕັ້ນ ໃນລະຫວ່າງ ການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຢູ່ທີ່ ສະໜາມກິລາ Mobolaji Johnson ໃນນະຄອນລາກອສ, ໄຈເຈີເຣຍ, ວັນທີ 8 ມີນາ 2023.

ວັນແມ່ຍິງສາກົນ ຫຼື Women’s Day, ເປັນການປຸກ​ລະ​ດົມປະຈຳປີຂອງອົງ ການສະຫະປະຊາຊາດ ເພື່ອໂຄ​ສະ​ນາຄວາມພະຍາຍາມເພື່ອສ້າງຄວາມເທົ່າ ທຽມກັນທາງດ້ານເພດໃນທົ່ວໂລກ ຊຶ່ງປີນີ້ເປັນການສະເຫຼີມສະຫຼອງທີ່ຕົກຖືກ ວັນສຸກທີ 8 ເດືອນມີນາ ດ້ວຍຫົວຂໍ້ທີ່ວ່າ “ລົງທຶນໃນບັນດາແມ່ຍິງ: ເລັ່ງລັດ ຄວາມກ້າວໜ້າ ຫຼື Accelerate progress.”

ຄວາມຄິດເຫັນດັ່ງກ່າວກໍແມ່ນວ່າ ເຮັດໃຫ້ບັນດາແມ່ຍິງມີສະຖຽນລະພາບທາງ ດ້ານເສດຖະກິດ ທີ່ສາມາດຊ່ວຍໃນຄວາມພະຍາຍາມເພື່ອບັນລຸຄວາມເທົ່າ ທຽມກັນໄດ້.

ທ່ານນາງ ເຈມີມາ ເອັນຈູກີ ຫົວໜ້າພະແນກການເພີ້ມຄວາມສາມາດທາງດ້ານ ເສດຖະກິດຂອງແມ່ຍິງປະຈຳອົງການສະຫະປະຊາຊາດ ໄດ້ກ່າວວ່າ ຫົວຂໍ້ຂອງ ປີນີ້ ແມ່ນ​ມີ​ຄວາມ​ຮີບ​ດ່ວນ ເພາະວ່າ “ໂລກ ແທ້ຈິງແລ້ວ ແມ່ນຢູ່ໃນເສັ້ນທາງ ແຍກທີ່ສຳຄັນຍິ່ງສຳລັບຄວາມເທົ່າທຽມທາງເພດ.”

ທ່ານນາງໄດ້ໃຫ້ຂໍ້ສັງເກດວ່າ ໃນທົ່ວໂລກ ສິດທິຂອງແມ່ຍິງ ແມ່ນກຳລັງຢູ່ພາຍ ໃຕ້ໄພຂົ່ມຂູ່ເພີ້ມຂຶ້ນນັບມື້ ຫຼືຖືກຫຼຸດ​ລົງ ແມ່ນກະທັ້ງຢູ່ໃນແຫ່ງຕ່າງໆບ່ອນທີ່ ບັນດາຜູ້ນຳທັງຫຼາຍຄິດວ່າພວກເຂົາເຈົ້າໄດ້ສ້າງຄວາມກ້າວໜ້າແລ້ວ. ອີງຕາມ ແມ່ຍິງຂອງອົງການສະຫະປະຊາຊາດ, ນຶ່ງໃນສິບຂອງແມ່ຍິງໃນມື້ນີ້ ດຳລົງຊີ ວິດຢູ່ໃນສະພາບທີ່ທຸກຍາກທີ່ສຸດ. ບົດສຶກສາຄົ້ນຄວ້າຂອງພວກເຂົາເຈົ້າ ສະແດງໃຫ້ເຫັນວ່າ ພວກແມ່ຍິງແລະເດັກຍິງ ປະມານ 340 ລ້ານຄົນ-ໃນອັດຕາ 8 ເປີເຊັນຂອງປະຊາກອນທີ່ເປັນເພດຍິງໃນໂລກຈະບໍ່ພົ້ນຈາກ ການດຳລົງຊີວິດໃນສະພາບທີ່ທຸກຍາກທີ່ສຸດພາຍໃນປີ 2030 ຖ້າຫາກແນວ ໂນ້ມຕ່າງໆຍັງດຳເນີນຢູ່ຕໍ່ໄປຄືແນວນີ້.

International Women’s Day, an annual United Nations campaign to publicize efforts to create gender equality worldwide, this year celebrates on Friday, March 8, the theme "Invest in women: Accelerate progress."

The idea is that enabling women’s economic stability can go a long way toward achieving equality efforts.

Jemimah Njuki, chief of the economic empowerment section at U.N. Women, said this year’s theme is pressing because "the world is actually at a crucial crossroads for gender equality."

She noted that globally, women's rights are increasingly coming under threat, or being rolled back, even in places where leaders thought they had made progress. According to U.N. Women, one in every 10 women today lives in extreme poverty. Their studies show that about 340 million women and girls — 8 percent of the world’s female population — will not have moved out of extreme poverty by 2030 if trends continue.

FILE - Women wait to receive the vaccine for COVID-19 in New Delhi, India, July 2, 2021.
FILE - Women wait to receive the vaccine for COVID-19 in New Delhi, India, July 2, 2021.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG