ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີທ່າທາງວ່າ ການຄ້າສາກົນ ຈະເປັນຜູ້ສູນເສຍ ພາຍໃຕ້ລັດຖະບານ ຂອງທ່ານທຣໍາ


International Trade Big Loser in a Trump Administration
please wait

No media source currently available

0:00 0:02:17 0:00

ກາ​ນຄ້າ​ເສລີ ຊຶ່​ງປັນ​ຄວາມ​ເຂົ້າ​ໃຈກ່ຽວ​ກັບການຄ້າ​ສາກົນທີ່ມີການຈຳກັດ​ແຕ່ພຽງ ເລັກ​ນ້ອຍແລະເກັບພາສີ​ຕໍ່າມີ​ທ່າ​ທາງ​ວ່າ ຈະ​ຮວ​ມຢູ່​ໃນພວກ​ທີ່​ສູນ​ເສຍໃນ​ລັດຖະບານ​ໃໝ່​ຂອງ​ທ່ານ Donald Trump​. ນັກທຸລະກິດ ​ມະຫາ​ເສດຖີອະສັງຫາລິມະ​ສັບ ​ໄດ້​ຊະນະ ​ຕຳແໜ່​ງ​ປະທານາທິບໍດີຫຼັງ​ຈາກ​ການ​ເລືອກ​ຕັ້ງ​ທີ່ສັບສົນ​ວຸ້ນວາຍ​ແລະມີ​ການແບ່ງ​ແຍກ ຊຶ່ງ​ສ່ວນ​ນຶ່ງ​ນັ້ນ ​ແມ່ນ​ໄດ້​ມີ​ການຖິ້ມ​ໂທດ​ໃສ່​ໃນ​ອັນ ​ທີ່​ທ່ານຮ້ອງ​ວ່າ ​ຂໍ້​ຕົກລົງການ​ຄ້າ​ບໍ່​ດີ ທີ່ເຮັດ​ໃຫ້​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ​ເປັນ​ຈຳນວນ​ຫຼວງຫຼາຍ ​ຢູ່ໃນ​ພາກສ່ວນ​ການ​ຜະລິດ​ຂອງ​ສະຫະລັດ.

ດ້ວຍ​ເຫດ​ດັ່ງກ່າວ ຂໍ້​ຕົກລົງ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຊຶ່ງເປັນ​ເຂດການ​ຄ້າ​ເສລີ​ຂອງ 12 ປະ​ເທດ ທີ່ກຳລັງ​ມີກາ​ນລໍຖ້າຢູ່​ນັ້ນ ​ເມື່ອ​ຮວມ​ເຂົ້າກັນ​ແລ້ວກໍຈະ​ປະກອບ​ເປັນ​ເກືອບ 40 ​ເປີ​ເຊັນ​ ຂອງຜົນ​ຜະລິດ​ເສດຖະກິດ​ໂລກ ໄດ້ຕາຍໄປ​ແລ້ວ ​ຢູ່​ໃນ​ສະພາ.

ທ່ານ Jeff Kingston ຜູ້ອຳນວຍການຝ່າຍ​ຄົ້ນຄວ້າ ດ້ານເອເຊຍ ທີ່​ມະຫາວິທະຍາ​ໄລ Temple ​ໃນ​ປະ​ເທດ​ຍີ່​ປຸ່ນກ່າວ​ວ່າ ການ​ຍົກ​ເລີກຂໍ້ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະ ມຸດ​ປາຊິຟິກ​ ຫຼື TPP ອາດ​ຈະ​ເປັນ​ການ​ພາດໂອກາດໃຫ້ແກ່​ສະຫະລັດ.

ຫີບບັນຈຸເຄື່ອງຢູ່ທ່າເຮືອ El Callao ປະເທດ Peru.
ຫີບບັນຈຸເຄື່ອງຢູ່ທ່າເຮືອ El Callao ປະເທດ Peru.

ທ່ານ​ກ່າວ​ວ່າ “ມີ​ຄວາ​ມ​ເປັນ​ຫ່ວງ​ຢູ່​ແລ້ວ​ໃນ​ທົ່ວ​ເຂດ​ເອ​ເຊຍ ​ກ່ຽວ​ກັບ​ຄວາມໜ້າເຊື່ອ​ຖື​ຂອງ​ສະຫະລັດ ໃນ​ນາມພັນທະ​ມິດ. ​ເປັນ​ທີ່​ແຈ້ງ​ຂາວ​ວ່າ ການ​ເລືອກ​ຕັ້ງ ຂອງທ່າ​ນ Trump ຈະ​ພາ​ໃຫ້​ມີ​ຄວາມເປັນ​ຫ່ວງ ​ແລະ​ ຄວາມ​ຢາກ​ຮູ້​ຢາກ​ເຫັນ​ເພີ້ມຂຶ້ນ. ​ແລະ​ຂ້າ ພະເຈົ້າ​ຄິດ​ວ່າ​ນີ້​ໝາຍ​ຄວາມວ່າ ​ຈະເປັນການ​ຫລຸດຜ່ອນອິດ​ທິພົນທີ່​ສຳຄັນ​ຂອງອາ​ເມ ຣິກັນລົງ ຢູ່​ໃນ​ເຂດເອ​ເຊຍ.”

ທ່ານ Bill Galston ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທີ່ສະ​ຖາ​ບັນ Booking Institute ​ໄດ້ກ່າວ​ເຖິງ ການ​ໂຕ້ແຍ້​ງຂອງ​ປະທານາທິບໍດີ Barack Obama ​ໃນ​ການ​ສ້າງ​ລະດັບເວທີທີ່​ເທົ່າ​ ທຽມສຳລັບການ​ຄ້າໃນ​ເຂດປາຊິ​ຟິກວ່າ “ຖ້າ​ຫາກ​ພວກ​ເຮົາ​ບໍ່​ນຳພາການ​ຂຽນ​ກົດ​ລະ ບຽບສຳລັບເສດຖະກິດໃນ​ເອ​ເຊຍ​ຕາ​ເວັນ​ອອກ​ແລ້ວ ຈີນ​ຈະ​ເປັນ​ຜູ້​ເຮັດແລະ​ພວກ​ເຮົາ​ ຈະບໍ່​ມັກ​ຜົນທີ່​ອອກ​ມາ.”

ພວກປະທ້ວງພາກັນຖືປ້າຍ TTIP ລະຫວ່າງການປະທ້ວງຕ້ານຂໍ້ຕົກລົງການຄ້າສາກົນ ໃນນະຄອນ Brussels.
ພວກປະທ້ວງພາກັນຖືປ້າຍ TTIP ລະຫວ່າງການປະທ້ວງຕ້ານຂໍ້ຕົກລົງການຄ້າສາກົນ ໃນນະຄອນ Brussels.

ຈີ​ນຊຶ່ງເປັນ​ປະ​ເທດທີ່​ມີເສດຖະກິດ​ໃຫຍ່ອັນ​ດັບສອງ​ຂອງ​ໂລກ ​ໄດ້ຜົນ​ປະ​ໂຫຍ​ດຈາກ​ຄວາມ​ລົ້ມ​ແຫຼວຂອງສະພາ​ສະຫະລັດ​ ທີ່​ບໍ່​ລົງ​ຄະ​ແນນ​ສຽງກ່ຽວ​ກັບຂໍ້​ຕົກລົ​ງ ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊິຟິກ​. ຈີນໄດ້​ປະກາດ​ແຜນການທີ່​ຈະສະ​ເໜີ​ຂໍ້​ຕົກລົງ ການ​ຄ້າ​ທີ່​ເປັນ​ຄູ່​ແຂ່ງຢູ່ກອງ​ປະຊຸມ​ສຸດຍອດເສດຖະກິດເອ​ເຊຍປາຊິ​ຟິກຫຼື​ເອ​ເປັກ ທີ່​ປະ​ເທດ​ເປຣູ ຊຶ່ງ​ຈະ​ສ້າ​ງຕັ້ງ​ເຂດ​ການ​ຄ້າ​ພາຍ​ໃຕ້ການ​ນຳພາຂອງ​ປັກ​ກິ່ງໃນເອ ​ເຊຍ​ອາຄະ​ເນ ທີ່​ບໍ່​ມີ​ສະຫະ ລັດຮວມ​ຢູ່​ນໍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG