ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ພຶດສະພາ ໒໐໒໔

ການຄ້າມະນຸດຂ້າມຊາດຢູ່ໃນລາວ ກໍາລັງຂະຫຍາຍຕົວຂຶ້ນ ທ່າມກາງເສດຖະກິດທີ່ນັບມື້ນັບຝືດເຄືອງ


ແຮງງານລາວ ທີ່ລັກລອບໄປເຮັດວຽກຢູ່ໄທ ຖືກທາງການໄທ ຄວບຄຸມຕົວ ເພື່ອສົ່ງກັບຄືນປະເທດ.
ແຮງງານລາວ ທີ່ລັກລອບໄປເຮັດວຽກຢູ່ໄທ ຖືກທາງການໄທ ຄວບຄຸມຕົວ ເພື່ອສົ່ງກັບຄືນປະເທດ.

ສະພາບເສດຖະກິດທີ່ຝືດເຄືອງ ບວກກັບຄວາມຮັບຮູ້ຍັງບໍ່ສູງກ່ຽວກັບການຄ້າມະນຸດ ຢູ່ໃນເຂດຊົນນະບົດຂອງລາວ ແລະການປະຕິບັດກົດໝາຍຂອງເຈົ້າໜ້າທີ່ຍັງບໍ່ເຂັ້ມງວດປານໃດ ໄດ້ເຮັດໃຫ້ ເຄືອຂ່າຍການຄ້າມະນຸດຂ້າມຊາດ ຂະຫຍາຍຕົວຂຶ້ນຢ່າງຫລວງຫລາຍ ຊຶ່ງໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້​ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະເທດລາວ ມີການຂະຫຍາຍຕົວທາງເສດຖະກິດຢ່າງວ່ອງໄວມາໄດ້ຫລາຍປີແລ້ວ ແຕ່ຄວາມແຕກໂຕນກັນທາງດ້ານລາຍໄດ້ ແລະການສຶກສາລະຫວ່າງຕົວ ເມືອງແລະເຂດຊົນນະບົດ ຍັງມີຢ່າງຫລວງຫລາຍຢູ່. ສະພາບການນີ້ເມື່ອບວກໃສ່ກັບການລະບາດຂອງພະຍາດໂຄວິດ-19 ແລະໄພເງິນເຟີ້ ທີ່ນັບມື້ນັບຖີບຕົວສູງຂຶ້ນ ໄດ້ຜັກດັນໃຫ້ຊາວໜຸ່ມລາວ ຜູ້ທີ່ດ້ອຍໂອກາດ ພາກັນດີ້ນຮົນໄປຫາເງິນ ຫລືຍອມສ່ຽງໄພໄປຊອກຫາເສັ້ນທາງສ້າງຊີວິດໃໝ່ຢູ່ຕ່າງປະເທດ ເຊັ່ນໄທແລະ ຈີນ ທີ່ມີເສດຖະກິດດີກວ່າ. ໃນການໄປແບບບໍ່ຮູ້ຂໍ້ມູນທີ່ແທ້ຈິງຂອງນາຍຈ້າງຫລື ຜູ້ທີ່ຕົນຈະແຕ່ງງານນໍາ ຢູ່ປະເທດປາຍທາງນັ້ນພໍປານໃດ ຫຼາຍໆຄົນມັກຈະຕົກເປັນເຫຍື່ອຂອງການຄ້າມະນຸດ ເພາະການໄປນັ້ນ ແມ່ນອີງໃສ່ການໃຫ້ຂໍ້ມູນຂອງຜູ້ທີ່ເປັນນາຍໜ້າ ທີ່ມີຂໍ້ມູນຢ່າງຈໍາກັດ ຫລືບໍ່ຖືກຕ້ອງປານໃດ. ດັ່ງທີ່ຊາຍຄົນນຶ່ງ ອະທິບາຍເຖິງວິທີການທີ່ນາຍໜ້າໃຊ້ ໃນການຊອກເອົາແມ່ຍິງລາວໄປຈີນ ໂດຍຜ່ານການແຕ່ງງານວ່າ:

“ສົ່ງຮູບມາລາວມາໃຫ້ແມະ ກະກຽມສໍາມະໂນຄົວ. ລະນັດເຂົ້າເບິ່ງໂຕ ແລະກະມີແຕ່ອັນນັ້ນເລີຍໂລດ ເພາະວ່າເຂົາເຈົ້າເຮັດ ຖືກຕ້ອງຕາມກົດໝາຍໄດ໋ ບໍ່ໄດ້ມີຫຍັງຜິດພາດທາງກົດໝາຍໃດ.”

ຜູ້ກ່ຽວເລົ່າຕໍ່ໄປວ່າ ສໍາລັບຜູ້ເປັນນາຍໜ້າກໍຈະໄດ້ຄ່າຈ້າງປະມານ 30 ລ້ານກີບ ຕໍ່ຄົນ ຫລືປະມານ 30 ເປີເຊັນ ຂອງຄ່າໃຊ້ຈ່າຍທັງໝົດຢູ່ຕົ້ນທາງ. ສ່ວນພໍ່ແມ່ ຫລືຜູ້ປົກຄອງຂອງຍິງສາວກໍຈະໄດ້ຄ່າດອງປະມານ 60 ລ້ານຫາ 70 ລ້ານກີບ ຖ້າຫາກລູກສາວຂອງເຂົາເຈົ້າຖືກເລືອກເອົາ ດັ່ງທີ່ຜູ້ກ່ຽວອະທິບາຍສູ່ຟັງວ່າ:

“ຄັນຖ້າຜ່ານອັນນັ້ນໄດ້ ກະໄດ້ປະມານຫົກສິບ ຫາ ເຈັດສິບ (ລ້ານກີບ) ເນາະເພາະວ່າຮູບກັບຕາມຕົວຈິງບໍ່ຄືກັນ ຢ້ານເຂົາເສຍເວລາເນາະສົ່ງຮູບໄປເບິ່ງປຶບກະໂອເຄເພາະວ່າຮູບກັບຕົວຈິງມັນບໍ່ຄືກັນເນາະ ສ່ວນຫລາຍມັນກະບໍ່ຄ່ອຍມີບັນຫາດອກ ເມື່ອເຂົາໂອເຄເອົາ ເຂົາກະປະກອບດໍາເນີນແລ່ນເອກະສານໃຫ້ເຂົາກະແລ່ນວິຊາໃຫ້ກ່ອນ ເຂົາແລ່ນວິຊາໃບແຕ່ງງານອອກເຂົາກະຈ່າຍໃຫ້ໝົດ ”

ສ່ວນວ່າ ຜູ້ທີ່ເປັນເປົ້າຫມາຍຂອງການຄ້າມະນຸດນັ້ນ ແມ່ນມີສອງກຸ່ມ. ກຸ່ມທີນຶ່ງ ແມ່ນອາຍຸສິບປາຍປີ ແຕ່ອາດຈະບໍ່ຮອດສາມສິບປີ. ສ່ວນກຸ່ມທີສອງຜູ້ກ່ຽວບອກ ວ່າ:

“ເຂົາບໍ່ກໍານົດ ອາຍຸແມ່ນປະມານ ສາມສິບລົງມາແມ່ນແຮງດີເລີຍ ກະບໍ່ເປັນຫຍັງ ສາມສິບຂຶ້ນກະໄດ້ ແຕ່ຄວາມໝາຍກະເບິ່ງຕາມຮູບຮ່າງມາປັບອາຍຸລົງ ໜ້າຕາເຂົາດີແນ່ ເປັນແມ່ຮ້າງ ຫລື ບໍ່ກະແຈ້ງມາເລີຍ ຮ້າງເຂົາກະໄດ້ຄືກັນ ສໍາຄັນແມ່ນເບິ່ງຕາມສະພາບຂອງຄົນວ່າຊັ້ນໄປ ”.

ທາງດ້ານທ່ານເຈເຣມມີ ດັກກລາສ (Jeremy Douglas), ຜູ້ຕາງໜ້າຂອງຫ້ອງການກ່ຽວກັບຢາເສບຕິດ ແລະການກໍ່ອາດຊະຍາກໍາຂອງອົງການສະຫະປະຊາຊາດຫລື UNODC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້ກ່າວຢູ່ ໃນກອງປະຊຸມຂອງ UNODC ເມື່ອມໍ່ໆມານີ້ວ່າ: ລາຍຮັບຂອງ ກຸ່ມກໍ່ອາດ ຊະຍາກໍາຂ້າມຊາດແມ່ນສືບຕໍ່ເພີ້ມຂຶ້ນ ທັງນີ້ກໍເພາະວ່າລະດັບການພັດທະນາ ທີ່ແຕກຕ່າງກັນໃນບັນດາປະເທດທີ່ຕິດກັບແມ່ນໍ້າຂອງຊຶ່ງໄດ້ພາໃຫ້ມີຄວາມແຕກຕ່າງກັນໃນດ້ານຄວາມສາມາດໃນການສ້າງລາຍໄດ້ຢູ່ໃນເທດເຫລົ່ານີ້, ອີງຕາມເວັບໄຊທ໌ ຂອງອົງການດັ່ງກ່າວ.

ບ່ອນທີ່ເປັນເປົ້າໝາຍຂອງການຊອກຫາເຫຍື່ອການຄ້າມະນຸດແມ່ນຢູ່ສອງເຂດ ໃຫຍ່ໆ ຄືສະຖານທີ່ບັນເທິງເຊັ່ນຮ້ານກິນດື່ມຕ່າງໆ ທີ່ມັກຈ້າງຍິງສາວມາຮັບໃຊ້ ຫລືບໍລິການແຂກຢູ່ຕາມຕົວເມືອງໃຫຍ່ແລະເຂດຊົນນະບົດທີ່ມີຊົນເຜົ່າກຸ່ມນ້ອຍທີ່ທຸກຈົນ ອາໄສຢູ່ເປັນຈໍານວນຫລວງຫລາຍ.

ສະພາບການທີ່ວ່ານີ້ແມ່ນກົງກັນກັບບົດລາຍງານການສໍາຫລວດ ປີ 2023 ກ່ຽວ ກັບຕົວຜັກດັນ ໃຫ້ມີການລັກລອບຄ້າມະນຸດ ແລະຢ່າງອື່ນ ຢູ່ໃນຊຸມຊົນໃກ້ຊາຍແດນຂອງປະເທດເຂດເອເຊຍຕາເວັນອອກສຽງໃຕ້ ທີ່ເຜີຍແຜ່ອອກມາເມື່ອມໍ່ໆນີ້ ໂດຍ UNDOC ທີ່ເວົ້າວ່າ ພວກລັກລອບຄ້າມະນຸດຂ້າມຊາດ ແມ່ນມີເຄືອຂ່າຍ ນັບແຕ່ຂັ້ນຮາກຖານ ໄປຈົນເຖິງຂັ້ນກາງ ຫລືສູງຢູ່ໃນປະເທດຕົ້ນທາງແລະປາຍ ທາງ. ທັງນີ້ກໍເພາະວ່າບັນຫາເສດຖະກິດຄືຕົວຜັກດັນຫລັກເຮັດໃຫ້ມັນຂະຫຍາຍ ຕົວຢ່າງວ່ອງໄວ. ເຖິງແມ່ນຈໍານວນຄົນທຸກຈົນຫຼຸດລົງ 18 ເປີເຊັນ ໃນປີ 2019 ກໍຕາມ ແຕ່ວ່າເກືອບຮອດ 1 ສ່ວນ 5 ຂອງປະຊາກອນລາວແມ່ນ ມີລາຍຮັບຕໍ່າ ກວ່າ 1 ໂດລາ ຕໍ່ວັນ ທີ່ເປັນເກນລາຍຮັບສະເລ່ຍຂອງຊາດ ໃນດ້ານຄວາມທຸກຈົນ. ສະນັ້ນຈຶ່ງມີຄົນລາວປະມານ 1.3 ລ້ານຄົນອາໄສ ຫລືເຮັດວຽກຢູ່ຕ່າງປະເທດໃນປີ 2017 ໂດຍສະເພາະແມ່ນປະເທດໄທ, ອີງຕາມລາຍງານນີ້. ນອກຈາກນັ້ນ, ຄວາມຮັບຮູ້ກ່ຽວກັບຄໍາວ່າ “ການຄ້າມະນຸດ” ໃນສັງຄົມລາວຢູ່ເຂດ ຊົນນະບົດຍັງຕໍ່າ ແລະຄວາມບໍ່ເຂັ້ມງວດຂອງພາກສ່ວນປະຕິບັດກົດໝາຍ ກໍເປັນປັດໄຈທີ່ເອື້ອອໍານວຍເຮັດໃຫ້ເຄືອຂ່າຍຂອງມັນໃນລາວ ຂະຫຍາຍຕົວໄດ້ເຊັ່ນກັນ ເຖິງແມ່ນວ່າລັດຖະບານລາວຈະເອົາການຕ້ານການສໍ້ລາດບັງຫລວງເປັນວາລະແຫ່ງຊາດອັນນຶ່ງກໍຕາມ, ອີງຕາມການສໍາຫລວດຂອງ UNDOC.

ແຕ່ຢ່າງໃດກໍຕາມ, ກະຊວງການຕ່າງປະເທດສະຫະລັດກໍໄດ້ກ່າວຢູ່ໃນບົດລາຍງານ ການຄ້າມະນຸດປະຈໍາປີ 2023 ກ່ຽວກັບລາວວ່າ ໂດຍລວມແລ້ວລັດຖະະບານກໍໄດ້ດໍາເນີນຄວາມພະຍາມຫລາຍຂຶ້ນ ເພື່ອປັບປຸງດ້ານຕ່າງໆ.

XS
SM
MD
LG