ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຂໍ້ຕົກລົງຊົ່ວຄາວ ກັບອີຣ່ານ ຈະເລີ້ມມີຜົນ ບັງຄັບໃຊ້ ໃນວັນທີ 20 ນີ້ (ວີດີໂອ)


iran
please wait
Embed

No media source currently available

0:00 0:01:12 0:00
ຂໍ້​ຕົກລົງເພື່ອ​ຈໍາກັດ​ໂຄງການ​ນິວ​ເຄລຍຂອງ​ອິຣ່ານ ​ເພື່ອ​ແລກ
ປ່ຽນກັບການ​ຜ່ອນຜັນແບບ​ຈໍາກັດ ​ການລົງ​ໂທດ​ຕໍ່​ອິຣ່ານນັ້ນ
ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ່ 20 ​ເດືອນ​ມັງກອນນີ້.

ໃນ​ວັນ​ອາທິດວານ​ນີ້ ​ເຈົ້າ​ໜ້າ​ທີ່ຂອງ​ທັງ​ສອງ​ຝ່າຍ ​ໄດ້​ຢືນຢັນ
​ກໍານົດວັນເລີ້ມ​ຕົ້ນ ນໍາ​ໃຊ້​ຂໍ້​ຕົກລົງ​ດັ່ງກ່າວ ຫລັງ​ຈາກ​ບັນດາ
​ຜູ້​ຊ່ຽວຊານ ​ໄດ້​ໃຊ້​ເວລາ​ຫລາຍ​ອາທິດ​ໂອ້​ລົ​ມກັນ ກ່ຽວ​ກັບວ່າ
ຈະຈັດ​ຕັ້ງ​ປະຕິບັດ​ສັນຍາຫົກ​ເດືອນ ທີ່​ເຂົາ​ເຈົ້າ​ໄດ້​ຕົກລົງ​ຮັບ
ເອົາ ​ໃນ​ເດືອນ​ພະຈິກນັ້ນ ແບບ​ໃດ.

ອີຣ່ານຈະ​ຈໍາກັດ​ການເສີມ​ສະມັດຖະພາບທາດ ຢູ​ເຣນຽມ ຂອງ​ຕົນ
​ໃຫ້​ຢູ່​ໃນ​ລະ ດັບ​ຫ້າ​ເປີ​ເຊັນ ​ແລະຫລຸດ​ທາດຢູ​ເຣນຽມທີ່ເສີມ​ສະມັດຖະພາບ​ໃຫ້ສູງ​ແລ້ວນັ້ນລົງ
​ໃນ​ຂະນະ​ທີ່​ອະນຸຍາດໃຫ້ ຜູ້​ກວດກາຂອງສະຫະ​ປະຊາ​ຊາດ ​ເຂົ້າ​ໄປ​ກວດ​ເບິ່ງ​ສະຖານ​ທີ່​ນິວ​
ເຄລຍຕ່າງໆຂອງ​ຕົນ.

ເພື່ອ​ເປັນ​ການ​ແລກ​ປ່ຽນ ສະຫະລັດ ​ແລະ​ສະຫະພາບຢູ​ໂຣບ ຈະ​ຜ່ອນຜັນ​ການ​ລົງ​ໂທດ ທີ່​ໄດ້
ບີບ​ຮັດ​ເສດຖະກິດ​ຂອງ ອີຣ່ານນັ້ນ​ລົງ.

ອີຣ່ານ ພ້ອມ​ດ້ວຍຫົກ​ປະ​ເທດ​ມະຫາ​ອໍາ​ນາດ ທີ່​ຮວມ​ທັງ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ
​ແລະເຢຍລະ​ມັນ ຈະ​ໃຊ້​ເວລາ​ຫົກ​ເດືອນຂອງ​ສັນຍາ​ນີ້ສຶບຕໍ່ ເຈລະ​ຈາ ​ເຮັດ​ສັນຍາ​ທີ່ຍາ​ວນານ
​ເພື່ອຫາ​ທາງ​ແກ້​ໄຂ​ຄວາ​ມວິຕົກທີ່​ວ່າ ອີຣ່ານ ກໍາລັງ​ຂົນຂວາຍ​ຫາ​ທາງ​ການ​ສ້າງ​ອາວຸດ​ນິວ​
ເຄລຍ​ນັ້ນ.

ລັດຖະມົນຕີຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​ວ່າ ການບັນລຸ ​ຂໍ້​ຕົກລົງຮອບ
ດ້ານນັ້ນ ​ແມ່ນຈະລໍາ​ບາກ ​ແຕ່​ວ່າ ການ​ເຈລະຈາ ​ເປັນ​ທາງ​ທີ່​ດີ​ທີ່​ສຸດ ​ໃນ​ການ​ແກ້​ໄຂ​ບັນຫາ
“ຢ່າງ​ສັນຕິ ​ແລະ​ຍາວ​ນານ.”

ທ່ານ Kerry ​ເວົ້າວ່າ:

“ພວກເຮົາ​ແລເຫັນຢ່າງຈະແຈ້ງ ການ​ທ້າ​ທາຍ​ທີ່ໃຫຍ່ຫລວງກວ່ານີ້ ທີ່ປະເຊີນ ໜ້າພວກເຮົາ
ຢູ່ ​ໃນ​ການເຈລະຈາ​ເຮັດ​ຂໍ້ຕົກລົງຮອບດ້ານ​ນັ້ນ. ພວກເຮົາເຂົ້າໃຈ ດີວ່າ ມັນຈະ​ເປັນການເຈ
ລະຈາທີ່ລໍາບາກ ແລະພວກເຮົາກໍ​ຮູ້​ດີ ກ່ຽວກັບວ່າ ພວກ​ເຮົາ​ຈະຕ້ອງ​ເຮັດຫຍັງ​ແດ່ ເພື່ອ​ໃຫ້
ສາມາດຄໍ້າປະກັນໃຫ້ແກ່ ປະຊາຄົມ ນາໆຊາດ​ໄດ້ວ່າ ​ໂຄງການ​ນິວ​ເຄລຍຂອງ​ອິຣ່ານ ເປັນ
ໂຄງການທີ່ສັນຕິ.”

XS
SM
MD
LG