ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໃນພາກພື້ນ ປົກຄອງຕົນເອງ ຢູ່ເຂດໃນຂອງ ມົງໂກເລຍ ປະຕິເສດ ນະໂຍບາຍພາສາ ຈີນ


ພວກປະທ້ວງຖືປ້າຍທີີເປັນພາສາມົງໂກເລຍ ຕ້ານການປ່ຽນແປງຫລັກສູດການຮຽນຂອງຈີນ ວັນທີ 31 ສິງຫາ 2020.
ພວກປະທ້ວງຖືປ້າຍທີີເປັນພາສາມົງໂກເລຍ ຕ້ານການປ່ຽນແປງຫລັກສູດການຮຽນຂອງຈີນ ວັນທີ 31 ສິງຫາ 2020.

ວັນທີ 1 ເດືອນກັນຍາ ເປັນຂີດໝາຍມື້ືທໍາອິດຂອງການເຂົ້າໂຮງຮຽນ ຢູ່ໃນພາກພື້ນປົກ
ຄອງຕົນເອງມົງໂກເລຍ ຢູ່ໃນພາກເໜືອຂອງຈີນ" ແຕ່ການປະຕິເສດບໍ່ເຂົ້າຮຽນເຮັດໃຫ້
ຫ້ອງຮຽນຫຼາຍຮ້ອງ ແລະ ເດິ່ນຫຼິ່ນຕ່າງໆຂອງເດັກນ້ອຍເປົ້າຫວ່າງ. ນັກຮຽນ, ພໍ່ແມ່ ແລະ
ນາຍຄູຊົນເຜົ່າມົງໂກເລຍ ຫຼາຍຮ້ອຍຄົນໄດ້ພາກັນປະທ້ວງຕ້ານນະໂຍບາຍການສຶກສາ
ສອງພາສາໃໝ່ ທີ່ເຂົາເຈົ້າກ່າວວ່າຈະເປັນອັນຕະລາຍຕໍ່ພາສາ ແລະ ວັດທະນາທຳຂອງ
ມົງໂກເລຍ. ນະໂຍບາຍດັ່ງກ່າວ, ໄດ້ປະກາດອອກມາກ່ອນການສົກຮຽນລະດູໃບໄມ້ຫລົ່ນ,
ເຊິ່ງຮຽກຮ້ອງໃຫ້ໂຮງຮຽນໃຊ້ຕຳລາຮຽນແຫ່ງຊາດທີ່ເປັນພາສາຈີນກາງ ເລີ້ມຕົ້ນແຕ່ຫ້ອງ
ປໍນຶ່ງ ຂອງຊັ້ນປະຖົມ ແລະ ມັດທະຍົມຕົ້ນ, ເພື່ອທົດແທນຕຳລາຮຽນທີ່ເປັນພາສາ ມົງໂກ
ເລຍ ມີຢູ່ໃປັດຈຸບັນນີ້. ການສິດສອນເປັນພາສາຈີນກາງຄາດວ່າຈະຂະຫຍາຍໄປຫາຫຼັກ
ສູດການເມືອງ ການຮຽນສິນທຳຕ່່າງໆ ແລະ ປະຫວັດສາດໃນອີກສອງ ປີຂ້າງໜ້າ.

ໃນບໍ່ເທົ່າໃດມື້ທີ່ຜ່ານມາ ການປະທ້ວງໂດຍພວກນັກຮຽນ ມົງໂກເລຍ ພໍ່ແມ່ ນາຍຄູ ແລະ
ຄົນລ້ຽງສັດທຳມະດາສາມັນ ໄດ້ຖືກຈັດຂຶ້ນຢູ່ໃນຫຼາຍເມືອງ ຕ່າງໆຢູ່ເຂດໃນຂອງ ມົງໂກ
ເລຍ, ເຊິ່ງທັງໝົດບໍ່ເຫັນພ້ອມກັບ “ນະໂຍບາຍການສອນທີ່ເປັນສອງພາສາ” ທີ່ ປັດຕິບັດ
ການໂດຍ ກະຊວງສຶກສາທິການ ມົງໂກເລຍ.

ວີດີໂອທີ່ສະໜອງໃຫ້ໂດຍອົງການສິດທິມະນຸດຊື່ວ່າ ສູນກາງຂໍ້ມູນສິດທິມະນຸດມົງໂກເລຍ
ໃຕ້ ໄດ້ສະແດງໃຫ້ເຫັນພວກນັກຮຽນມັດທະຍົມຕົ້ນໃນເຄື່ອງແບບ ພາກັນ ຮ້ອງຄຳວ່າ
“ປ້ອງກັນວັດທະນາທຳ ແລະພາສາຂອງ ມົງໂກເລຍ” ໃນຂະນະທີ່ນັກຮຽນຈຳນວນນຶ່ງໄດ້
ຮັບການຊ່ວຍເຫຼືອຈາກພໍ່ແມ່ ແລະປະຊາຊົນພາກັນພັງປະຕູທີ່ຖືກປິດໄວ້ ແລະ ໜີອອກ
ຈາກໂຮງຮຽນ.

ຫຼາຍຄົນອື່ນໆໄດ້ເລືອກທີ່ຈະບໍ່ທຳການປະທ້ວງໃນສາທາລະນະ ເພື່ອຕໍ່ຕ້ານນະໂຍບາຍ
ດັ່ງກ່າວ, ໂດຍຢ້າຍກ່ຽວກັບການແກ້ແຄ້ນດ້ວຍຄວາມຮຸນແຮງທີ່ອາດເປັນໄປໄດ້ຈາກ
ພວກເຈົ້າໜ້າທີ່ ຈີນ. ນາງ ດາກູລາ ທີ່ເປັນແມ່ຂອງນັກຮຽນຊັ້ນປະຖົມຄົນນຶ່ງ ກ່າວຕໍ່
ວີໂອເອ ວ່າ ລາວຈະໃຫ້ລູກຂອງລາວຢູ່ບ້ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG