ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂໍ້ມູນ ຂອງມືປືນ ຍິງສັງຫານໝູ່ ໃນລັດ Florida ເປີດເຜີຍວ່າ ລາວບໍ່ປົກກະຕິ


Information on Florida Gunman Reveals Troubled Individual
please wait

No media source currently available

0:00 0:02:21 0:00

ໃນຂະນະທີ່ໂລກ ກຳລັງໄວ້ທຸກ ​ໃຫ້ແກ່ພວກເຄາະຮ້າຍ ໃນການຍິງສັງຫານໝູ່ ຢູ່ສະຖານທີ່ບັນ​ເທີ​ງຂອງພວກກະເທີຍ ແລະ ແມ່ຍິງຮັກຮ່ວມ​ເພດ ໃນ​ເມືອງ Orlando ຂອງລັດ Florida ເມື່ອວັນອາທິດທີ່ຜ່ານມາ ຊຶ່ງລາຍລະອຽດໃໝ່ໆ ກຳລັງປາກົດອອກມາ ກ່ຽວກັບມືປືນ ທ້າວ Omar Mateen.Zlatica Hoke ຜູ້ສື່ຂ່າວຂອງວີໂອເອ ມີ ລາຍງານກ່ຽວ​ກັບປະຕິກິລິຍາ ທີ່ແຕກຕ່າງກັນ ນັບ ​ແຕ່ການຮຽກຮ້ອງ ໃຫ້ມີການຄວບຄຸມປືນຫຼາຍຂຶ້ນ ຕະຫລອດຈົນການຮຽກ ຮ້ອງໃຫ້ຕໍ່ຕ້ານການໂຄສະນາຊວນເຊື່ອ ລັດທິຫົວຮຸນແຮງ. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດຂອງ​ເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຊາວອາເມຣິກັນ ແລະ ປະຊາຊົນໃນທົ່ວໂລກ ໄດ້ເຕົ້າໂຮມກັນ ເພື່ອໄວ້ທຸກ ​ໃຫ້ແກ່ພວກເຄາະຮ້າຍ ແລະ ປະນາມຄວາມກຽດຊັງ ທີ່ເປັນເຊື້ອໄຟກໍ່ໃຫ້ ເກີດການຄາດຕະກຳ ຢູ່ທີ່ບາເຕັ້ນລຳ ຂອງພວກກະເທີຍ ແລະ ແມ່ຍິງຮັກ​ ຮ່ວມເພດໃນລັດ Florida.

ສະຫະລັດ ໄດ້ຂໍຮ້ອງໄປຍັງ ອົງການສະຫະປະຊາຊາດ ໃນວັນຈັນຜ່ານມານີ້ ໃຫ້ປົກປ້ອງພວກຄົນທີ່ຮັກ​ຮ່ວມ​ເພດ​ແມ່ຍິງ ກະເທີຍ ພວກ​ມັກ​ທັງສອງເພດ ແລະ ພວກ​ປ່ຽນ​ເພດ. ການເປັນກະເທີຍ ແມ່ນມີຄວາມຜິດທາງອາຍາ ຢູ່ໃນ ຫຼາຍກວ່າ 70 ປະເທດ ສະມາຊິກຂອງສະຫະປະຊາຊາດ.

ທ່ານ David Pressman ຮອງເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ກ່າວວ່າ “ຖ້າພວກເຮົາພ້ອມພຽງກັນ ສະແດງອອກຄວາມ ບໍ່ພໍໃຈຕໍ່ການສັງຫານຫຼາຍໆຄົນ​ແລ້ວ ແລະພວກເຮົາກໍຄືກັນ ໃຫ້ພວກເຮົາ ພ້ອມພຽງທໍ່ໆກັນ ສະໜັບສະໜູນ ພາຍໃນເລື່ອງຂອບເຂດພື້ນຖານ ຂອງ ກຽດສັກສີຂອງໝົດທຸກຄົນທົ່ວໄປ ໂດຍບໍ່ຄຳນຶງວ່າ ພວກເຂົາຮັກໃຜກໍ່ຕາມ ບໍ່ພຽງແຕ່ ໃນເລື່ອງການກ່າວປະ ນາມພວກກໍ່ການຮ້າຍ ຜູ້ທີ່ຂ້າພວກເຂົາເຈົ້າ ເທົ່ານັ້ນ.”

ໃນຂະນະດຽວກັນ ລາຍລະອຽດໃໝ່ຕ່າງໆ ໄດ້ປາກົດອອກມາ ກ່ຽວກັບຄາດ ຕະກອນທ້າວ Omar Mateen. ອົງການສັນຕິບານກາງ ຫຼື FBI ໄດ້ສືບສວນ ສອບສວນຜູ້ກ່ຽວ ໃນປີ 2013 ແລະ ໃນປີ 2014 ຫຼັງຈາກທີ່ ລາວ ໄດ້ສະແດງ ເຈດຕະນາສະໜັບສະໜູນ ຕໍ່ກຸ່ມກໍ່ການຮ້າຍຕ່າງໆ. ໃນລະຫວ່າງ ການສັງ ຫານໝູ່ເມື່ອວັນອາທິດ ລາວ ໄດ້ປະກາດຄວາມຈົງຮັກພັກດີ ຕໍ່ກຸ່ມລັດອິສລາມ. ແຕ່ການສືບສວນສອບສວນມາເຖິງເວລານີ້ ໄດ້ເປີດເຜີຍວ່າ ບໍ່ມີຫລັກຖານທີ່ ທ້າວ Mateen ມີການເຊື່ອມ​ໂຍງໂດຍກົງກັບກຸ່ມດັ່ງກ່າວ.

ທ່ານ James Comey ຜູ້ອຳນວຍການອົງການ FBI ກ່າວວ່າ “ຜູ້ກ່ຽວ ຍັງ ໄດ້ປາກົດວ່າອ້າງຄວາມເປັນນ້ຳໜຶ່ງໃຈດຽວ ກັບພວກກະທຳຄວາມຜິດ ໃນການວາງລະເບີດຢູ່ທີ່ການແລ່ນມາຣາທອນ ໃນນະຄອນ Boston ແລະ ອ້າງຄວາມເປັນນ້ຳໜຶ່ງໃຈດຽວ ກັບຜູ້ຊາຍ ຈາກລັດ Florida ທີ່​ໄດ້ຕາຍ ໃນການເປັນມືລະເບີດສະຫຼະຊີບ ໃຫ້ແກ່ ກຸ່ມ al-Nusra ຢູ່ໃນ ຊີເຣຍ ຊຶ່ງ ເປັນກຸ່ມທີ່ມີບັນຫາຂັດແຍ້ງ ກັບກຸ່ມທີ່ເອີ້ນວ່າ ລັດອິສລາມ. ພວກວາງລະ ເບີດຢູ່ທີ່ການແຂ່ງຂັນແລ່ນມາຣາທອນ ທີ່ນະຄອນ Boston ແລະ ມືລະ ເບີດສະຫຼະຊີບ ຈາກລັດ Florida ແມ່ນບໍ່ໄດ້ຮັບແຮງດົນໃຈ ຈາກກຸ່ມລັດ ອິສລາມຊຶ່ງເປັນການເພີ້ມເຂົ້າໜ້ອຍໜຶ່ງ ຕໍ່ຄວາມສັບສົນ ກ່ຽວກັບ ເຈດ ຕະນາຂອງມືປືນ.”

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວໃນວັນຈັນຜ່ານມາ ວ່າ ທ້າວ Mateen ເບິ່ງຄືວ່າ ໄດ້ຮັບແຮງດົນໃຈ ໂດຍການໂຄສະນາຊວນເຊື່ອ ຂອງລັດທິຫົວຮຸນແຮງ ທີ່ໄດ້ຖືກເຜີຍແຜ່ ຜ່ານທາງອິນເຕີແນັດ.

ທ່ານ ໂອບາມາ ກ່າວວ່າ “ບັນຫາທ້າທາຍທີ່ໃຫຍ່ທີ່ສຸດອັນໜຶ່ງ ທີ່ພວກເຮົາ ກຳລັງຈະປະເຊີນ ກໍແມ່ນ ການໂຄສະນາຊວນເຊື່ອ ປະເພດນີ້ ແລະ ການ ບິດເບືອນຂອງສາສະໜາອິສລາມ ທີ່ທ່ານເຫັນ ສ້າງຂຶ້ນມາ ຢູ່ໃນອິນເຕີແນັດ ແລະຄວາມອາດສາມາດຂອງມັນ ທີ່ຊຶມເຂົ້າໄປໃນຈິດສຳນຶກ ຂອງພວກບຸກ ຄົນທີ່ບໍ່ປົກກະຕິ.”

ພໍ່ຂອງທ້າວ Mateen ທ່ານ Seddique Mateen ໄດ້ອອກຖະແຫລງການ ທາງວີດີໂອໃນວັນຈັນຜ່ານມາ ໂດຍກ່າວວ່າ ທ່ານບໍ່ຮູ້ຈັກເລີຍ ເຖິງແຜນການ ຂອງລູກຊາຍ ຫຼື ສິ່ງທີ່ກະຕຸ້ນລູກຊາຍ.

ທ່ານ Seddique Mateen ພໍ່ຂອງຜູ້ຕ້ອງສົງໄສ ເວົ້າວ່າ “ຂ້າພະເຈົ້າ ບໍ່ເຫັນ ດີເຫັນພ້ອມນຳ ​ໃນອັນທີ່ລາວໄດ້ເຮັດ. ອັນທີ່ລາວໄດ້ເຮັດ ແມ່ນເປັນການ ກະທຳຂອງການກໍ່ການຮ້າຍທັງໝົດ.”

ຜູ້ຕ້ອງສົງໄສ ​ເປັນມືປືນຍິງສັງຫານໝູ່ຢູ່​ເມືອງ Orlando ເຮັດວຽກເປັນ ຍາມຮັກສາຄວາມປອດໄພ ຢູ່ທີ່ຊຸມ​ຊົນ​ຄົນ​ຮັ່ງມີ ທີ່ປິດລ້ອມດ້ວຍຮົ້ວ ຢູ່ໃນ ອີກເມືອງຂອງ Florida.

U.S. President Barack Obama has called Sunday's massacre at a Florida nightclub the most deadly shooting in American history. A gunman killed at least 50 people and wounded more than 50 others in an attack on a crowded gay nightclub in the city of Orlando. Law enforcement officials say they are investigating the massacre as an act of terrorism. Zlatica Hoke reports.

((NARRATOR))
President Obama said the attack on a club frequented by the gay and lesbian community is an attack on the United States and its values.

((BARACK OBAMA, US PRESIDENT))
"This was an act of terror and an act of hate, and as Americans we are united in grief, in outrage and in resolve to defend our people."

((NARRATOR))
The president also said such an act was possible primarily because it is easy to purchase weapons in the United States.

((BARACK OBAMA, US PRESIDENT))
"And we have to decide if that's the kind of country we want to be. And to actively do nothing is a decision as well."

((NARRATOR))
The gunman, identified as Omar Mateen, an American citizen of Afghan descent, stormed the Pulse nightclub about 2 a.m. and opened fire on about 300 people inside. Some managed to escape through the back door. Others threw themselves on the floor or hid as best they could.

((SURVIVORS ROSIE FEBO & SYLVIA SERRANO))
"At first, I thought it was music, but then I saw him. He was maybe 20-30 feet away from me and I saw the fire coming out of his gun every time his shot fired. Everybody hit the floor."

((NARRATOR))
The gunman was shot dead in the confrontation with police who arrived on the scene. Officials say they are investigating if he had links with radical Islamist organizations.

((US SENATOR BILL NELSON, (D-FLORIDA) ))
"I have checked with intelligence staff and they do believe that there is some connection to ISIS, (Islamic State) but I might say that is not official.

((NARRATOR))
Leaders of Muslim organizations in the United States were quick to condemn the shooting and urged the news media to avoid sensationalism.

((IMAM MUHAMMAD MUSRI, PRESIDENT, ISLAMIC SOCIETY OF CENTRAL FLORIDA ))
"We should all wait till information - facts - come out from the investigators, and we will all see what happened, understand it and stay together to work together to keep our community strong."

((NARRATOR))
The terrorist group Islamic State claimed responsibility for the Orlando shooting through its media outlets. The attack took place as Muslims observe the holy month of Ramadan.

XS
SM
MD
LG