ໄພເງິນເພີ້ໃນລາວທີ່ມີທ່າອ່ຽງເພີ້ມຂຶ້ນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຈຳວັນ
ຂອງຄົນລາວຢ່າງໜັກໜ່ວງ ໃນປັດຈຸບັນນີ້. ທັງນີ້ກໍເປັນຍ້ອນຫຼາຍປັດໄຈ ໂດຍສະ
ເພາະກໍແມ່ນການຜະລິດສິນຄ້າພາຍໃນບໍ່ຕອບສະໜອງຕາມຄວາມຕ້ອງການຊົມໃຊ້
ຢູ່ພາຍໃນປະເທດຊຶ່ງເປັນເຫດໃຫ້ມີການຂາດດຸນການຄ້າ ແລະຂາດແຄນເງິນຕາ
ຕ່າງປະເທດຢ່າງໜັກ. ລາຍລະອຽດຈະເປັນແນວໃດນັ້ນ ກິ່ງສະຫວັນ ຈະນຳເອົາ
ເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ໃນຊຸມປີຜ່ານມານີ້ເສດຖະກິດຂອງລາວໄດ້ຢູ່ໃນພາວະທີ່ເຕີບໂຕຊ້າຫຼື ບໍ່ຄ່ອງຕົວ.
ອີງຕາມແຜນເປົ້າໝາຍເສດຖະກິດໃນແຜນການ 5 ປີ ຄັ້ງທີ VIII ແຕ່ ປີ 2016 ຫາ
2020 ກໍຄືອັດຕາຂະຫຍາຍໂຕສະເລ່ຍຂອງ GDP ຂອງປະເທດແມ່ນ 7.2 ເປີເຊັນ.
ແຕ່ໃນການປະຕິບັດຕົວຈິງໃນ 3 ປີຜ່ານມາ ຊຶ່ງກໍຄື ປີ 2016 ຫາ 2018 ການເພີ້ມ
ຂຶ້ນຂອງ GDP ແມ່ນບໍ່ໄດ້ຕາມຄາດໝາຍ ຊຶ່ງສະເລ່ຍແລ້ວແມ່ນໄດ້ພຽງ 6.8
ເປີເຊັນ ເທົ່ານັ້ນ.
ທັງນີ້ກໍເປັນຍ້ອນຫຼາຍປັດໄຈເຊັ່ນ ບັນຫາພື້ນຖານໂຄງຮ່າງການຂະຫຍາຍຕົວດ້ານ
ເສດຖະກິດທາງດ້ານກະສີກໍາ ແລະອຸດສະຫະກໍາ ຍັງບໍ່ເຂັ້ມແຂງ ບວກກັບກະແສ
ລົດນິຍົມທີ່ມັກຊົມໃຊ້ຜະລິດຕະພັນຂອງຊາດອື່ນແມ່ນຍັງຕິດພັນກັບ ແນວຄິດຂອງ
ຄົນລາວສ່ວນໃຫຍ່ ໃນຂະນະທີ່ທ່າແຮງດ້ານແຮງງານຍັງຕ່ຳ, ຂາດປະສິດທິພາບ,
ບໍ່ສາມາດຈະແຂ່ງຂັນກັບຕ່າງປະເທດໄດ້ທັງຍັງບໍ່ຮັບປະກັນໃຫ້ແກ່ການຜະລິດສົ່ງ
ອອກຂອງໂຄງການໃດນຶ່ງ ໄດ້ຕາມແຜນການ. ສະນັ້ນ ຈຶ່ງສົ່ງຜົນກະທົບ ຄືມີການ
ຂາດດຸນການຄ້າຕາມມາ ແລະໄພເງິນເຟີ້.
ນັບແຕ່ຕົ້ນປີ 2019 ເປັນຕົ້ນມາ ຂະບວນການແລກປ່ຽນເງິນຕາຕ່າງປະເທດ ໂດຍສະ
ເພາະ ເງິນບາດຂອງໄທແມ່ນມີອັດຕາແລກປ່ຽນທີ່ແຂງຕົວສູງຂຶ້ນຢ່າງຕໍ່ເນື່ອງຈາກ
250 ກີບ ຕໍ່ 1 ບາດມາເປັນ290 ກີບ ຫາ 300 ກີບ ຕໍ່ 1 ບາດ ໃນປັດຈຸບັນ ແລະກໍ່ຄາດ
ວ່າເງິນກີບ ຍັງຈະອ່ອນຕົວລົງຂຶ້ນໄປເລື້ອຍໆ. ຕໍ່ສະພາບການດັ່ງກ່າວ ພະນັກງານຂັ້ນ
ສູງຂອງກະຊວງອຸດສາຫະກໍາແລະການຄ້າທ່ານນຶ່ງອະທິບາຍວ່າ:
“ເປັນຫຍັງເງິນຈຶ່ງເຟີ້ເນາະ 1) ການຜະລິດບໍ່ພຽງພໍ , 2) ເງິນຕາຕ່າງປະເທດບໍ່ພຽງພໍ.
ບັດນີ້ ບັດສິນຄ້າຕົວນີ້ ສົມມຸດວ່າ, ສ່ວນຫລາຍບ້ານເຮົາ ເອີ້ນວ່າເປັນປະເທດນໍາ
ເຂົ້າເດ່, ນໍາເຂົ້າ ບັດນີ້ເອົາຈາກເມືອງໄທເນາະ. ເມືອງໄທແລ້ວເອົາເງິນກີບໄປຊື້ເຂົາ
ເຂົາບໍ່ເອົາ ເຂົາຜັດເອົາເງິນບາດ. ບັດນີ້ ໃນຕະຫລາດບ້ານເຮົາເງິນບາດ ມີສໍ່ານີ້ຫັ້ນ
ນະ ມີຊໍ່າເຕັມນີ້ ຊິໜາ. ບັດນີ້ຕ່າງຄົນຕ່າງກະຢາກໄດ້ ເກີນກວ່ານີ້ຫັ້ນໜາ, ບັດນີ້
ເຮັດໃຫ້ເງິນບາດຂຶ້ນ. ແທນທີ່ເງິນບາດຊິແມ່ນ 250 ຄືເກົ່າ ມັນຂຶ້ນຮອດ 290 ກີບ
ແລ້ວຫັ້ນໜາ. ອັນນັ້ນເຫດຜົນ 2ເນາະໝາຍຄວາມວ່າ. ເຫດຜົນ 3 ເຫດຜົນໂຕນອກໆ
ລະແມ່ນວ່າ ຄ້າຍໆກັບວ່າ ມັນເຮັດໃຫ້ການສະໜອງຄວາມຕ້ອງການບໍ່ພຽງພໍ. ບັດນີ້
ກົງກັນຂ້າມ ບັດນີ້ເປັນຫຍັງປະເທດໄທ ຫລືວ່າ ປະເທດຈີນ, ປະເທດຍີ່ປຸ່ນ ທັ້ງໆທີ່
ອະເມຣິກາບອກວ່າ ໃຫ້ເງິນເຈົ້າຂຶ້ນແນ່ແມ້ ມັນຍັງບໍ່ຢາກຂຶ້ນ ຍ້ອນເປັນປະເທດສົ່ງ
ອອກ, ຄັນປະເທດນໍາເຂົ້າ ຕ້ອງການໃຫ້ເງິນໂຕເອງແພງ.”
ສະພາບການດັ່ງກ່າວກໍ່ເຮັດໃຫ້ການຄ້າຂາຍແລະການທຳມາຫາກິນຂອງປະຊາຊົນ
ທົ່ວໄປ ຝືດເຄືອງ ແລະມີຄວາມຍາກລໍາບາກຫຼາຍ ດັ່ງການໃຫ້ສໍາພາດ ຈາກແມ່ຄ້າ
ຂາຍເຄື່ອງຍ່ອຍ ຕະຫຼາດທາດຫຼວງກ່າວຕໍ່ທາງວີໂອເອວ່າ:
“ໂດຍລວມ ປີນີ້ຄ້າຂາຍບໍ່ດີປານໃດ ຍ້ອນຫຼາຍປັດໃຈເປັນຕົ້ນແມ່ນຄ່າເງິນບາດ ຂຶ້ນ
ສູງທຽບໃສ່ປີຜ່ານມາ ເຮັດໃຫ້ສິນຄ້າແພງຂຶ້ນ ຄ່າເຂົ້າ, ຄ່າຜັກ, ໝາກໄມ້, ພືດພັນ
ອາຫານຕະຫຼອດຮອດນໍ້າມັນ, ບາດເງິນເດືອນພະນັກງານພັດບໍ່ຂຶ້ນ ເຂົາກໍ່ບໍ່ມີເງິນ
ເພື່ອມາຈັບຈ່າຍໃຊ້ສອຍ ຈ່າຍໜ້ອຍລົງ ສິນຄ້າພັດຂຶ້ນລາຄາ ເຮັດໃຫ້ຊື້ຂາຍຍາກ
ຂາຍບໍ່ໄດ້ ແລ້ວກໍຕ້ອງປິດຮ້ານ .”
ເພື່ອແກ້ໄຂບັນຫານີ້ພະນັກງານຂັ້ນສູງຂອງກະຊວງອຸດສາຫະກໍາແລະການຄ້າ
ທ່ານນຶ່ງໃຫ້ຄໍາເຫັນແນະນໍາບາງຢ່າງເພີ້ມວ່າ:
“1. ພວກວຽກກະຊວງກະສີກໍາຕ້ອງຊຸກຍູ້ການຜະລິດ ທົດແທນການນໍາເຂົ້າ, ສອງມາ
ພາກສ່ວນ SME, ຕ້ອງສ້າງຜະລິດຕະພັນໃດນຶ່ງ ເພື່ອໃຫ້ມີການສົ່ງອອກ ແລະນໍາເງິນ
ຕາຕ່າງປະເທດເຂົ້າມາ, ສາມມາ, ສະເໜີໃຫ້ມີການລົງ ທຶນຕ່າງປະເທດ ເພື່ອວ່າ ໃຫ້
ເຂົາເກັບເອົາເງິນໂດລາຕ່າງປະເທດຫັ້ນ ມາລົງທຶນບ້ານເຮົາ. ສະແດງວ່າ ການລົງທຶນ
ນີ້ດີໄດ໋ ບ່ອນວ່າ ພວກເຂົາລົງທຶນ ເຂົາເອົາເງິນໂດລາມາ ມາໄວ້ທະນາຄານ ເຮົາມາ
ແຕກ, ບັດຈ່າຍເຮົາຈ່າຍເປັນເງິນກີບ ຫາກແຕ່ວ່າມັນເງິນໂຕນັ້ນມັນຍັງຢູ່ໃນທະນາ
ຄານຢູ່ເດະ.”
ສະຫລຸບແລ້ວ ໄພເງິນເພີ້ໃນລາວຍັງເປັນບັນຫາໜັກກະທົບໃສ່ຊີວິດການເປັນຢູ່ຂອງ
ຄົນລາວ ແລະຄາດວ່າ ຍັງຄົງຈະສືບຕໍ່ໄປເລື້ອຍໆ ຖ້າຫາກທຸກພາກສ່ວນທີ່ກ່ຽວຂ້ອງ
ລວມທັງພາກລັດຖະບານ ກໍຄືບັນດາທະນາຄານຫາກຍັງບໍ່ເອົາໃຈໃສ່ແກ້ໄຂບັນຫາ
ດັ່ງກ່າວ ໃຫ້ເປັນລະບົບຕໍ່ເນື່ອງ ແລະເປັນເຈົ້າການນຳກັນຂອງທຸກຄົນ ໂດຍສະເພາະ
ແມ່ນການສົ່ງເສີມການລົງທຶນຂອງຕ່າງປະເທດ ທີ່ນຳເງິນຕາເຂົ້າມາ ແລະໃຫ້ສົ່ງເສີມມີ
ການຜະລິດສິນຄ້າຢູ່ພາຍໃນ ເພື່ອທັງສົ່ງອອກ ແລະຊົມໃຊ້ຢູ່ພາຍໃນປະເທດໃຫ້
ຫລາຍຂຶ້ນ.
ອ່ານສະຫລຸບຂ່າວນີ້ເປັນພາສາອັງກິດ ຢູ່ລຸ່ມນີ້
High Inflation Create Increasingly Adverse Impact on Living Standards of People in Laos
The increasingly rise of inflation rate in Laos due to the small amount of domestic production combined with the short of foreign currencies, has made the living cost increased dramatically. As an importing country of most goods, Lao currency, kip, is becoming devalued, has made the prices of goods increased sharply. Since we import most of the consumer goods from Thailand, we have to use Thai baht when buying goods in the market, as they don’t accept kips; however, we have only this much, this limited amount of baht, instead of using only 250 kips to exchange for 1 baht, we have to use 290 kips. Therefore, the baht value has been increased and made the supply of foreign currencies less than demand. On the other hand, Thailand, or China, Japan that are countries with exports more than imports, they don’t want to appreciate their currencies, even are told by America many time to do so as they want to make their exports cheaper,” said a Lao senior official at Ministry of Industry and Commerce. “In order to solve this problem, 1) Ministry of Agriculture and forestry must push people to produce more to substitute imports; 2) the SMEs (Small and Medium Enterprises) must focus on producing a certain kind of products to export so they can bring foreign currencies into the country. 3) Promote foreign investment to bring in dollars into the country,” he suggested.