ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພ​ູ​ໄຟ ອິນ​ໂດ​ເນ​ເຊຍ ມີ​ຂະ​ໜາດ ທໍ່​ກັບ ​ນຶ່ງ​ສ່ວນ​ສີ່ ກ່ອນ​ເກີດ​ລະ​ເບີດ


ພູ​ໄຟອາ​ນັກ ຄ​ຣາ​ໂກ​ຕາ ສົ່ງ​ຂີ້​ເທົ່າ​ແລະ​ຄວັນ ຂຶ້ນ​ສູ່​ທ້ອງ​ຟ້າ ດັ່ງ​ທີ່ມອງ​ເຫັນ ຈາກ​ກຳ​ປັ່ນ​ລາດ​ຕະ​ເວນ ຂ​ອງ​ອິນ​ໂດ​ເນ​ເຊຍ KRI Torani 860 ທີ່​ຊ່ອງ​ແຄບ​ຊຸນ​ດາ ເມື່ອ​ວັນ​ທີ 28 ທັນ​ວາ 2018.
ພູ​ໄຟອາ​ນັກ ຄ​ຣາ​ໂກ​ຕາ ສົ່ງ​ຂີ້​ເທົ່າ​ແລະ​ຄວັນ ຂຶ້ນ​ສູ່​ທ້ອງ​ຟ້າ ດັ່ງ​ທີ່ມອງ​ເຫັນ ຈາກ​ກຳ​ປັ່ນ​ລາດ​ຕະ​ເວນ ຂ​ອງ​ອິນ​ໂດ​ເນ​ເຊຍ KRI Torani 860 ທີ່​ຊ່ອງ​ແຄບ​ຊຸນ​ດາ ເມື່ອ​ວັນ​ທີ 28 ທັນ​ວາ 2018.

ພວກ​ນັກ​ຄົ້ນ​ຄວ້າ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ພູ​ໄຟ​ທີ່​ລະ​ເບີດ​ຂຶ້ນ ແລະ​ພັງ​ລົງ​ໃສ່​ທະ​ເລເມື່ອ​ນຶ່ງ​ອາ​ທິດ​ກ່ອນ​ນີ້ ແມ່ນ​ໄດ້​ສູນ​ເສຍ​ທັງ​ບໍ​ລິ​ມາດ​ແລະ​ຄວາມ​ສູງນັບ​ຕັ້ງ​ແຕ່ໄດ້​ມີ​ການ​ລະ​ເບີດ ແລະ​ພາ​ໃຫ້​ເກີດ​ຟອງ​ຍັກ​ສຸ​ນາ​ມິ​ທີ່​ຮ້າຍ​ແຮງ.

ພວກ​ນັກ​ວິ​ທະ​ຍາ​ສາດ ​ທີ່​ສູນ​ກາ​ງ​ບັນ​ເທົາ​ໄພ​ພິ​ບັດ ຈາກ​ພູ​ໄຟ​ແລະ​ທໍ​ລະ​ນີ​ສາດກ່າວ​ວ່າ ພູ​ໄຟອາ​ນັກ ຄ​ຣາ​ໂກ​ຕາ ແມ່ນ​ມີ​ຄວາມ​ໃຫຍ່​ແຕ່​ພຽງ​ປະ​ມານ​ນຶ່ງ​ສ່ວນສີ່​ຂອງ​ຂ​ະ​ໜາດ​ເດີມ​ກ່ອນ​ເກີດ​ການ​ລະ​ເບີດ.

ພວກ​ນັກ​ຄົ້ນ​ຄວ້າ​ຍັງ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃກ້ໆ​ພູ​ດັ່ງ​ກ່າວ​ໄດ້ ຍ້ອນ​ຍັງ​ມີ​ການ​ລະ​ເບີດຢູ່. ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ໃຊ້ຂໍ້​ມູນ ​ຈາກ​ເຣ​ດ້າ​ຂອງ​ດາວ​ທຽມ ໃນ​ການ​ກະ​ປະ​ມານຂອງ​ພວກ​ເຂົາ​ເຈົ້າ​ແທນ.

ສູນ​ກາງ​ດັ່ງ​ກ່າວ​ເວົ້າ​ວ່າ ພູ​ໄຟອາ​ນັກ ຄ​ຣາ​ໂກ​ຕາ ໃນ​ປັດ​ຈຸ​ບັນ​ນີ້ມີ​ບໍ​ລິ​ມາດ​ຢູ່​ປະມານ 40 ຫາ 70 ລ້ານ​ແມັດ​ກ້ອນ ຫຼັງ​ຈາກ​ໄດ້​ສູນ​ເສຍ​ບໍ​ລິ​ມາດ ໃນ​ລະ​ຫວ່າງ 150 ຫາ 180 ລ້ານ​ແມັດ​ກ້ອນ ນັບ​ແຕ່​ໄດ້​ມີ​ການ​ລະ​ເບີດ ເມື່ອ​ວັນ​ທີ 22 ທັນວາ​. ປາກ​ພູ​ໄຟ​ແມ່ນສູງ 338 ​ແມັດ ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ແຕ່​ເວ​ລານີ້​ແມ່ນ​ສູງ​ພຽງ​ແຕ່ 110 ແມັດ​ເທົ່າ​ນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ສູນ​ກາງ​ດັ່ງ​ກ່າວ.

ພູ​ໄຟ ອາ​ນັກ ຄ​ຣາ​ໂກ​ຕາ ຊຶ່ງ​ແປ​ວ່າ ລູກ​ຂອງຄ​ຣາ​ໂກ​ຕານັ້ນ ແມ່ນ​ຊາກ​ເສດເຫຼືອ​ຂອງພູ​ໄຟ​ຄ​ຣາ​ໂກ​ຕາ ທີ່​ເກີດ​ລະ​ເບີດ​ໃນ​ປີ 1883 ຊຶ່ງ​ໄດ້​ພາ​ໃຫ້ໂລກ​ເຢັນລົງ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG