ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ກຳລັງ ພະຍາຍາມຕໍ່ຕ້ານ ການກໍ່ການຮ້າຍ ຈາກກຸ່ມລັດອິສລາມ (ວີດີໂອ ພາສາລາວ)


Indonesian Muslims Try to Counter Islamic State's Appeal
please wait

No media source currently available

0:00 0:03:00 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ໃນ​ທົດ​ສະ​ວັດ​ຜ່ານ​ມາ​ນີ້ ຍຸດ​ທະ​ສາດ​ຂອງ​ອິນ​ໂດ​ເນ​ເຊຍ ​ໃນ​ການຕໍ່ສູ້​ກັບ​ພວກ​ກໍ່ການ​ຮ້າຍ ​ຜ່ານ​ການ​ປະຕິບັດ​ງານຂອງ​ຕຳຫຼວດ ​ແລະ​ການ​ດຳ​ເນີນຄະດີ​ດ້ານ​ອາຍາ ​ໂດຍບໍ່​ໃຊ້​ວິທີ​ການ​ທະຫານນັ້ນ ​ໄດ້ ຍັບ​ຍັ້ງໄພ​ຂົ່ມຂູ່ຈາກ​ພວກ​ກໍ່​ການ​ຮ້າຍ​ໃນ​ທ້ອງ​ຖິ່ນໄວ້​ໄດ້ ​ຢ່າງ​ສຳ​ເລັດ​ຜົນ. ​ແຕ່ວ່າເວລາ​ນີ້ ກຳລັງ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຫລາຍຂຶ້ນນັບ​ມື້ ວ່າ ການ​ໂຜ່​ໂຕ​ຂຶ້ນ​ມາ​ຂອງ​ກຸ່ມ​ລັດ​ອິສລາມ ​ໃນຊີ​ເຣຍ​ແລະ​ອີຣັກ ອາດ ສາມາດ​ເຮັດ​ໃຫ້​ຂະ​ບວນການ​ຫົວ​ຮຸນ​ແຮງ ​ຮື້ຟື້ນຄືນ​ມາ​ອີກໄດ້​ ​ໃນ​ປະ​ເທ​ດທີ່​ມີປະຊາຊົນມຸສລິ​ມ​ຫຼາຍ​ທີ່​ສຸດໃນ​ໂລກນັ້ນ. Brian Padden ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ຈາ​ກາ​ຕາ ມີ​ລາຍ​ງານ​ເລື້​ອງ​ນີ້ ຊຶ່ງ​ສິງ​ຈະ​ນຳມາສະ​ເໜີ​ທ່ານ.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:

ທີ່​ໂຮງຮຽນ​ກິນນອນ al-Hikam ນອກ​ນະຄອນຫຼວງ​ຈາ​ກາ​ຕ້າ ພວກ​ຊາຍ​ໜຸ່ມ​ອິນ​ໂດ​ເນ​ເຊຍ​ ກຳລັງ​ຮຽນ​ຮູ້ ​ເລື້ອງການຕໍ່ຕ້ານ​ຫຼັກ​ອຸດົມ​ການອິສລາມ​ຫົວ​ຮຸນ​ແຮງ ​ຜ່ານ​ການສຶກສາແນວ​ຄິດອິສລາມຫົວ​ປານ​ກາງ.

ທ່ານ Arif Zamhari ຫົວໜ້າ​ໂຄງການນີ້ ​ທີ່​ໄດ້​ຮັບ​ທຶນ​ຈາກ​ລັດຖະບານນັ້ນ ກ່າວ​ວ່າ ພວກ​ນັກ​ສຶກສາ​ດ້ານ​ສາສະໜາ​ທີ່​ໄດ້​ຮັບ​ການ​ເຝິກ ອົບຮົມ​ໃໝ່ໆ​ເຫລົ່າ​ນີ້ ຈະຖືກ​ສົ່ງອອກ​ໄປ​ກ່າວ​ຄຳ​ປາ​ໄສໃນ​ໂບດ​ອິສລາມ​ຢູ່​ທົ່ວ​ປະ​ເທດ.

ທ່ານ Arif Zamhari ກ່າວ​ວ່າ “ຢູ່​ທີ່​ນີ້ ພວກ​ເຮົາ​ເຜີຍ​ແຜ່​ເຊື້ອ​ໄວຣັສ ຂອງ​ສາສະໜາ​ອິສລາມ​ທີ່ສັນຕິ ​ໄປ​ຍັງ​ປະຊາ​ຄົມ​ຂອງ​ພວກ​ເຮົາ​. ທ່ານ​ກໍຮູ້​ຕົ່ວ ບັນຫາ​ຢູ່​ທີ່​ນີ້ ​ກໍ​ຄື
ສຽງ​ທີ່​ດັງ​ທີ່​ສຸດ​ນັ້ນ​ແມ່ນ​ມາຈາກ​ພວກ​ຫົວ​ຮຸນ​ແຮງ. ​ພວກ​ກຸ່ມ​ຫົວ​ນິຍົມ​ແນວທາງ​ປານ​ກາງຂອງ​ພວກ​ເຮົາ ​ແມ່ນບໍ່​ເວົ້າ​ຫຍັງ​ອອກມາ​ຈັກ​ເທື່ອ.”

ການ​ໂຈມ​ຕີກໍ່​ການ​ຮ້າຍ​ຄັ້ງຮ້າຍ​ແຮງ ເທື່ອ​ຫຼ້າ​ສຸດ​ໃນ​ອິນ​ໂດ​ເນ​ເຊຍ ແມ່ນການວາງ​ລະ​ເບີດ
ໃສ່​ສອງ​ໂຮງ​ແຮມ ​ໃນ​ນະຄອນຫຼວງ​ຈາ​ກາ​ຕ້າ ເມື່ອ​ປີ 2009 ຊຶ່ງເປັນ​ຂີດ​ໝາຍ​ແຫ່ງ​ການ​ຍຸດຕິ​ລົງ​ຂອງ​ການວາງ​ແຜນ​ໂຈມ​ຕີທີ່ອັນຕະລາຍ​ເຖິງຕາຍ​ ຂອງ​ກຸ່ມ Jemaah Islamiya ​ແລະ​ພວກກຸ່ມ​ຫົວ​ຮຸນ​ແຮງ​ອື່ນໆ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ທີ່​ມີສາຍພົວພັນ​ກັບເຄືອ​ຂ່າ​ຍ ອາລ ​ກາ​ອິດາ ນັ້ນ.

​ໃນ​ອິນ​ໂດ​ເນ​ເຊຍ ລັດຖະບານ​ສາມາດ​ຍັບ​ຍັ້ງ​ການ​ຂົ່ມຂູ່​ຂອງ​ພວກ​ກໍ່​ການ​ຮ້າຍ​ໄວ້​ໄດ້ ​ໂດຍ
ທຳການ​ຈັບ​ກຸມ ບໍ່​ແມ່ນ​ສັງຫານພວກ​ຜູ້​ນຳຂອງ​ກຸ່ມ​ກໍ່​ການຮ້າຍ ເຊັ່ນນາຍ Abu Bakar Bashir ນັກບວດ​ມຸສລິ​ມ ​ເປັນ​ຕົ້ນ. ​ແລະການ​ດຳ​ເນີນ​ຄະດີພວກເຂົາ ​ໄດ້​ຊ່ອຍ​ຫັນປ່ຽນ​ຄວາມ​ຄິດ​ເຫັນ​ຂອງປະຊາຊົນ ທີ່​ມີ​ຕໍ່​ພວກ​ຫົວຮຸນ​ແຮງຕ່າງໆນັ້ນ.

​ແຕ່​ການ​ຂົ່ມຂູ່​ຂອງ​ພວກ​ກໍ່​ການ​ຮ້າຍ​ ​ໄດ້ໂຜ່​ໂຕ​ຄືນ​ມາ​ອີກ​ໃນ​ປີ​ນີ້​ ຜ່ານ​ທາງ​ອິນ​ເຕີ​ແນັດ ຢູ່​ໃນ
ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ ຊາຍອິນ​ໂດ​ເນ​ເຊຍຄົນ​ໜຶ່ງ​ທີ່​ເປັນ​ນັກ​ຕໍ່ສູ້ຂອງ​ກຸ່ມ​ລັດ​ອິສລາມໃນ
ຊີ​ເຣຍ ກ່າວຊຸກຍູ້ພວກ​ຊາວ​ມຸສລິ​ມ ໃຫ້ພາກັນ​ລຸກຮື​ຂຶ້ນຕໍ່ຕ້ານ​ລັດຖະບານ​ໃນນະຄອນຈາ​
ກາ​ຕ້າ​.

ທ່ານນາງ Sidney Jones ທີ່​ສະ​ຖາ​ບັນວິ​ເຄາະ​ນະ​ໂຍບາຍ​ການຂັດແຍ້ງ ທີີ່ນະຄອນຈາກາ
ຕ້າ ກ່າວວ່າ ວີດີໂອດັ່ງກ່າວ ໄດ້ເປັນການຕັກເຕືອນອັນນຶ່ງ.

ທ່ານນາງ Sidney Jones ກ່າວ​ວ່າ “​ເປັນ​ເທື່ອ​ທຳ​ອິດ ​ທີ່​ຊາວ​ອິນ​ໂດ​ເນ​ເຊຍມອງເຫັນ​
ລັດ​ອິສລາມ ວ່າ​ເປັນ​ການ​ທ້າ​ທາຍຕໍ່ອະທິປະ​ໄຕຂອງອິນ​ໂດເນ​ເຊຍ. ​ນັ້ນ​ແຫລະ​ທີ່ພາ​ໃຫ້​ເກີດປະຕິກິລິຍາຂຶ້ນ​ມາ. ມັນ​ບໍ່​ແມ່ນ​ວ່າ ​ກຸ່ມ​ລັດ​ອິສລາມ​ກາຍມາ​ເປັນ​ອັນຕະລາຍ
ຫລາຍຂຶ້ນ ໃນ​ທັນທີ​ທັນ​ໃດ.”

ຕັ້ງ​ແຕ່​ນັ້ນ​ມາ ຕຳຫຼວດ​ໄດ້​ຈັບ​ກຸມ​ພວກ​ສະໜັບສະໜຸນກຸ່ມ​ລັດ​ອິສລາມ ຈຳນວນ​ນຶ່ງ ​ແລະ​ອາດ​ຈະ​ດຳ​ເນີນ​ຄະດີ​ພວກ​ເຂົາ ​ໃນ​ຖານ​ໃຫ້ການ ​ຊ່ອຍ​ເຫຼືອ​ແກ່​ການ​ກະບົດຢູ່​ໃນ​ປະ​ເທດ​ທີ່​ເປັນ​ມິດ​ກັບ​ອິນ​ໂດ​ເນ​ເຊຍ. ​ແລະ​ເຈົ້າ​ໜ້າ​ທີ່​ອາດ​ຈະຖອນ​ໜັງສືຜ່ານ​ແດນ ​ຈາກ​ຊາວອິນ​ໂດ​ເນ​ເຊຍ ປະມານ 150 ຄົນ ​ທີ່​ໄດ້​ໄປ​ເຂົ້າ​ຮ່ວມ​ກັບ​ກຸ່ມ​ລັດອິສລາມ​ໃນ​ຊີ​ເຣຍນັ້ນ.

​ເຖິງ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງໃນບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດບາງ​ກຸ່ມ ​ກ່ຽວ​ກັບການ​ໃຊ້ວິທີ​ການ​ແບບ​ໜັກມື​ຂອງ​ຕຳຫຼວດ ​ໂດຍ​ບໍ່ມີ​ການ​ກຳກັບເບິ່ງ​ນຳ​ຂອງ​ພົນລະ​ເຮືອນເລີຍ​ນັ້ນ ​ແຕ່
ອິນ​ໂດ​ເນ​ເຊຍ​ກໍຍຶດໝັ້ນຕາມ​ຍຸດ​ທະ​ສາດ​ ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຕົນ​ຕໍ່​ໄປ.

​ຄະນະ​ນຳພາ​ມຸສລິ​ມຫົວ​ປານ​ກາງ​ບາງ​ຄົນ ​ສະໜັບສະໜຸນ​ໃຫ້ຫ້າມເງິນ​ທຶນ​ສຳ​ຫລັບການ​ສຶກສາ​ດ້ານ​ສາສະໜາ ​ຈາກ​ບັນດາ​ກຸ່ມ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ມາ​ຈາກ​ອີຣ່ານ​ແລະ​ຊາ​
ອູ​ດີ​ອາ​ເຣ​ເບຍນັ້ນ ​ແຕ່ວ່າ​ການ​ເກືອດ​ຫ້າມ​ດັ່ງກ່າວ​ ຈະ​ຮວມທັງ​ພວກ​ອົງການ​ເຜີຍ​ແຜ່​ສາສະ
ໜາ​ຄຣິສຕຽນ​ນຳເຊັ່ນ​ກັນ.

ທ່ານນາງ Sidney Jones ກ່າວ​ວ່າ ພວກ​ມຸສລິ​ມອິນ​ໂດ​ເນ​ເຊຍ ​ໃນ​ຈຳນວນ​ຫລາຍ​ຂຶ້ນ ພາກັນໃຊ້​ສື່​ສັງຄົມ ສະ​ແດງ​ຄວາມ​ເຫັນ​ຕໍ່ຕ້ານ​ຄວາມ​ຮຸນ​ແຮງ​ຈັດ ທີ່​ພວກ​ລັດອິສລາມ​ໄດ້
ປະຕິບັດ​ມາ​ນັ້ນ.

ທ່ານນາງ Sidney Jones ກ່າວ​ວ່າ “ ສິ່ງ​ນຶ່ງໃນ​ຫລາຍໆ​ສິ່ງທີ່​ໜ້າ​ສົນ​ໃຈ​ ກ່ຽວ​ກັບ​
ການ​ໂຜ່​ໂຕ​ຂຶ້ນ​ມາ​ຂອງກຸ່ມ​ລັດ​ອິສລາມ ກໍ​ແມ່ນ​ວ່າ ​ ​ຊາວມຸສລິ​ມຫົວ​ປານ​ກາງ​ມີ​
ຄວາມ​ຢ້ານ​ກົວ​ແລະ​ກຽດ​ຊັງ​ພວກເຂົາຫລາຍ ຢູ່ໃນ​ອິນ​ໂດ​ເນ​ເຊຍ​.”

​ໄພ​ຂົ່ມຂູ່ໃໝ່​ນີ້ ​ໄດ້​ເຕືອນ​ຄວາມ​ຊົງ​ຈຳ​ຂອງຊາວ​ອິນ​ໂດ​ເນ​ເຊຍຫຼາຍໆ​ຄົນວ່າ ​ເຖິງ​ແມ່ນ​ບໍ່​ມີ​ການ​ໂຈມ​ຕີ​ຄັ້ງ​ຮ້າຍ​ແຮງ​ເກີດມາ​ໄດ້​ເກືອບ 5 ປີ​ແລ້ວກໍ​ຕາມ ​ແຕ່​ສົງຄາມ​ຕໍ່ຕ້ານ​ການ​ກໍ່ການ​ຮ້າຍຂອງ​ພວກເຂົາ​ເຈົ້າ​ເອງ​ ກໍ​ຍັງ​ບໍ່​ທັນ​ຍຸດຕິ​ລົງ​ເທື່ອ.

XS
SM
MD
LG