ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ທັນວາ ໒໐໒໔

ອິນໂດເນເຊຍ ຊອກຫາຄວາມສົມດຸນສໍາລັບອຸດສາຫະກໍາພາຍໃນປະເທດ ໃນຂະນະທີ່ການນໍາເຂົ້າຂອງຈີນ ເພີ້ມຂຶ້ນ

ບັນດາພະນັກງານ ນັ່ງໃນບ່ອນນັ່ງເຮັດວຽກປະຈໍາຂອງພວກເຂົາເຈົ້າຢູ່ທີ່ໂຮງງານທີ່ເປັນຂອງ PT Eksonindo Multi Product Industry, ເຊິ່ງເປັນຜູ້ຜະລິດເຄື່ອງນຸ່ງກຫົ່ມ ແລະກະເປົາ, ໃນເມືອງບັນດຸງ, ແຂວງຊະວາຕາເວັນຕົກ, ປະເທດອິນໂດເນເຊຍ, ວັນທີ 11 ກໍລະກົດ 2024.

ການຫຼັ່ງໄຫຼເຂົ້າໄປໃນອິນໂດເນເຊຍຂອງສິນຄ້າຈີນ ໄດ້ສົ່ງຜົນກະທົບຕໍ່ຜູ້ຜະລິດ ໃນທ້ອງຖິ່ນຢ່າງໜັກໜ່ວງ, ເຮັດໃຫ້ລັດຖະບານ ຕ້ອງໄດ້ຊອກຫາຊ່ອງທາງ ຕ່າງໆທີ່ຈະປອບໃຈຜູ້ຜະລິດພາຍໃນປະເທດ ເພື່ອຫລີກລ່ຽງຄວາມໂກດແຄ້ນ ຕໍ່ຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ, ອີງຕາມລາຍງານຂອງອົງການ ຂ່າວ AP.

ຜູ້ຜະລິດເສື້ອ​ຜ້າ, ລວມທັງຜູ້ຜະລິດຢູ່ເຮືອນ ແລະຢູ່ໂຮງງານ ໄດ້ອອກມາຮ້ອງ ຂໍຄວາມຊ່ວຍເຫຼືອເນື່ອງຈາກພວກເຂົາເຈົ້າສູນເສຍສ່ວນແບ່ງໃນຕະຫຼາດໃຫ້ກັບ ເຄື່ອງນຸ່ງຫົ່ມ ແລະການຕໍ່າຜ້າແພທັງຫຼາຍທີ່ມີລາຄາຕໍ່າຈາກປະເທດຈີນ. ການຊື້ຜະລິດຕະພັນທາງອອນລາຍທີ່ເພີ້ມຂຶ້ນ ຍິ່ງເພີ້ມບັນຫາເຂົ້າມາ.

ການ​ປະ​ທ້ວງ​ໂດຍບັນດາ​ຄົນ​ງານ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ ​ໄດ້​ເຮັດ​ໃຫ້​ລັດຖະມົນຕີ​ກະຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ ທ່ານ ຊູລກີຟລີ ຮາຊານ (Zulkifli Hasan) ປະກາດ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ວ່າ ລັດຖະບານ​ຈະ​ເກັບ​ພາສີ​ນຳ​ເຂົ້າໃນ​ບາງ​ສິນຄ້າ​ຈາກຈີນຮອດ 200 ເປີເຊັນ, ​ໂດຍ​ສະ​ເພາະ​ເຄື່ອງ​ຕ່ຳ​ແຜ່ນ​, ​ເຄື່ອງນຸ່ງ​ຫົ່ມ, ເກີບ​ໜັງ, ​ເຄື່ອງໄຟຟ້າ, ​ເຄື່ອງ​ປັ້ນດິນ​ເຜົາ ​ແລະ​ເຄື່ອງ​ສຳອາງ ເພື່ອພະຍາຍາມປົກປ້ອງທຸລະກິດທ້ອງຖິ່ນ ແລະປ້ອງກັນການປົດຄົນອອກຈາກ ​ວຽກງານ.

ບັນດາພະນັກງານ ພາກັນກວດກາເບິ່ງຜະລິດຕະພັນເສື້ອຜ້າ ຢູ່ທີ່ໂຮງງານ ອາສເນີ ຄອນເວັກຊີ (Asnur Konveksi), ເຊິ່ງເປັນໂຮງງານຜະລິດເສື້ອຜ້າໃນເມືອງບັນດຸງ, ແຂວງຊວາຕາເວັນຕົກ, ປະເທດອິນໂດເນເຊຍ, ວັນທີ 11 ກໍລະກົດ 2024. (AP Photo/Achmad Ibrahim)

ທ່ານ ຊູລກີຟລີ ກ່າວວ່າ “ສະຫະລັດ ສາມາດເກັບພາສີ 200 ເປີເຊັນສໍາລັບ ເຄື່ອງປັ້ນດິນເຜົາ ຫຼື ປະເພດເຄື່ອງນຸ່ງຫົ່ມທີ່ນໍາເຂົ້າ, ດັ່ງນັ້ນ ພວກເຮົາກໍສາ ມາດດໍາເນີນການແບບນັ້ນໄດ້ເຊັ່ນກັນ” ເພື່ອຮັບປະກັນວິສາຫະກິດ ພ້ອມທັງອຸດ ສາຫະກໍາຂະໜາດນ້ອຍ ແລະຂະໜາດກາງໃຫ້ຢູ່ລອດ ແລະຈະເລີນຮຸ່ງເຮືອງ.”

​ແຕ່​ ຈີນ ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ, ດ້ວຍການ​ຄ້າ​ສອງ​ຊ່ອງທາງທີ່ບັນລຸກາຍ​ 127 ຕື້​ໂດ​ລາໃນ​ປີ 2023. ການ​ເກັບ​ພາສີ​ທີ່​ສູງ​ຂຶ້ນ​ອາດ​ເຮັດໂຮງ​ຈັກ​ໂຮງ​ງານ​ຈີນ ​ລົງທຶນ​ເຂົ້າ​ໂຮງງານ​ໃນ​ອິນ​ໂດ​ເນ​ເຊຍ​ ເພີ້ມ​ຂຶ້ນເຊັ່ນກັນ, ​ແຕ່​ຍັງ​ສາມາດໄດ້ຮັບຜົນທີ່ກົງກັນຂ້າມ, ​ເຮັດ​ໃຫ້​ປັກ​ກິ່ງ​ຕ້ອງ ຕອບໂຕ້ຄືນ. ສຸດທ້າຍແລ້ວ, ລັດຖະບານຈຶ່ງໄດ້ປະກາດໃນເດືອນກໍລະກົດວ່າ ໄດ້ທໍາການສ້າງຕັ້ງຄະນະປະຕິບັດງານເພື່ອຕິດຕາມ ແລະແກ້ໄຂບັນຫາທີ່ກ່ຽວ ຂ້ອງກັບການນໍາເຂົ້າຈໍານວນນຶ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG