ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນໂດເນເຊຍ ປະຕິເສດບໍ່ຮັບເອົາ ແຜນການພັດທະນາ ໃນປ່າເຂດຮ້ອນ


ຮູບພາບຖ່າຍ ໃນປີ 2011 ແລະ ໄດ້ຖືກເປີດເຜີຍ ໂດຍ ມູນນິທິ Leuser ສາກົນ ຫຼື Leuser International Foundation ສະແດງໃຫ້ເຫັນຮູບ ແຮດ ຂອງເຂດ Sumatra ຢູ່ທີ່ ສວນອຸດທະຍານແຫ່ງຊາດ Mount Leuser ໃນເກາະ Sumatra ຂອງອິນໂດເນເຊຍ.
ຮູບພາບຖ່າຍ ໃນປີ 2011 ແລະ ໄດ້ຖືກເປີດເຜີຍ ໂດຍ ມູນນິທິ Leuser ສາກົນ ຫຼື Leuser International Foundation ສະແດງໃຫ້ເຫັນຮູບ ແຮດ ຂອງເຂດ Sumatra ຢູ່ທີ່ ສວນອຸດທະຍານແຫ່ງຊາດ Mount Leuser ໃນເກາະ Sumatra ຂອງອິນໂດເນເຊຍ.

ກະຊວງສະພາບແວດລ້ອມຂອງອິໂດເນເຊຍ ໄດ້ປະຕິເສດ ຂໍ້ສະເໜີຂອງລັດຖະບານ ແຂວງ Aceh ເພື່ອແບ່ງເຂດແດນສ່ວນໜຶ່ງຄືນໃໝ່ ຂອງສວນອຸດທະຍານແຫ່ງຊາດ Mount Leuser ສຳລັບການພັດທະນາໃນດ້ານຄວາມຮ້ອນຈາກໃຕ້ດິນ ເຊິ່ງຈະເປັນ ການຮັກສາສິ່ງທີ່ມີຊີວິດ ເຊັ່ນ ເສືອ, ລິງອາລັງອູຕັງ, ຊ້າງ ແລະ ແຮດ ຜູ້ທີ່ອາໄສຢູ່ຮ່ວມ ກັນຢູ່ທີ່ແຫ່ງນີ້.

ອິງຕາມ ກຸ່ມອະນຸລັກສະພາບແວດລ້ອມ Mongobay ກະຊວງດັ່ງກ່າວ ໄດ້ປະຕິເສດ ຄຳຮ້ອງຈາກຜູ້ປົກຄອງແຂວງ Aceh ທ່ານ Aaini Abdullah ທີ່ຂໍຮ້ອງວ່າ ສ່ວນໜຶ່ງ ຂອງສວນອຸດທະຍານນັ້ນ ທີ່ເປັນ “ເຂດໃຈກາງ” ໃຫ້ປ່ຽນເປັນ “ເຂດນຳໃຊ້” ເພື່ອ ວ່າບໍລິສັດຂອງເທີກີ Hitay Holdings ຈະສາມາດພັດທະນາ ເປັນແຫລ່ງຄວາມຮ້ອນ ຈາກໃຕ້ດິ້ນ ຢູ່ທີ່ແຫ່ງນັ້ນໄດ້.

ໃນທ້າຍເດືອນສິງຫາ ຜ່ານມາ ທ່ານ Abdullah ໄດ້ຂຽນໜັງສືສະບັບໜຶ່ງ ໄປຍັງ ລັດຖະບານກາງ ຂໍຮ້ອງໃຫ້ ປັນເຂດຄືນໃໝ່ ໃນເນື້ອທີ່ 8,000 ເຮັກຕ້າ ຂອງລະບົບ ນິເວດ ເພື່ອການຂຸດຄົ້ນ ຄວາມຮ້ອນທີ່ມາຈາກໃຕ້ດິນຂອງໂລກ.

ຢູ່ໃນໜັງສືສະບັບດັ່ງກ່າວ ທ່ານ Abdullah ໄດ້ຊີ້ໃຫ້ເຫັນ ວ່າ ໂຄງການນັ້ນ ອາດຊ່ອຍ ປະທານາທິບໍດີ Joko Widodo ຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາ ວ່າຈະເພີ້ມ ກະແສໄຟຟ້າຕື່ມ 35,000 ເມກາວັດ ໃຫ້ແກ່ຕາຂ່າຍໄຟຟ້າຂອງອິນໂດເນເຊຍ ທີ່ຄາດເຂີນຢູ່ນັ້ນ ພາຍໃນ ປີ 2020.

ແຕ່ຫາກວ່າ ພວກອະນຸລັກສະພາບແວດລ້ອມ ເປັນຫ່ວງວ່າ ການພັດນາເຊັ່ນນັ້ນ ຈະ ເລີ່ມມີປະຕິກິລິຍາແບບຕ້ອງໂສ ທີ່ຈະນຳໄປສູ່ການລົ້ມລະລາຍ ຂອງສວນອຸດທະຍານ Leuser ເຊິ່ງ ອຳນາດການປົກຄອງໜຶ່ງ ຈະບໍ່ມີອຳນາດ ທີ່ຈະຢຸດຢັ້ງໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG