ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຍ ສັງຫານຜູ້ຕ້ອງສົງໄສສອງຄົນ ຂອງກຸ່ມຫົວຮຸນແຮງ ເຈມາອາ ອິສລາມີຢາ


ຕໍາຫຼວດອິນໂດເນເຊຍ ຄວບຄຸມໂຕທ້າວຊູລກາເນນ ສະມາຊິກກຸ່ມເຈມາອາ ອິສລາມີຢາ, ເຊິ່ງເປັນທີ່ຕ້ອງການ ເນື່ອງຈາກພົວພັນກັບການວາງລະເບີດຫຼາຍໆຄັ້ງຢູ່ເກາະບາຫຼີ ໃນປີ 2002, ໃນເມືອງ Tangerang, ວັນທີ 16 ທັນວາ 2020. ຜູ້ຕ້ອງສົງໄສຂອງກຸ່ມດັ່ງກ່າວ ຖືກສັງຫານສອງຄົນໂດຍເຈົ້າໜ້າທີ່ຕໍາຫຼວດ ເມື່ອວັນທີ 12 ເມສາ 2023.
ຕໍາຫຼວດອິນໂດເນເຊຍ ຄວບຄຸມໂຕທ້າວຊູລກາເນນ ສະມາຊິກກຸ່ມເຈມາອາ ອິສລາມີຢາ, ເຊິ່ງເປັນທີ່ຕ້ອງການ ເນື່ອງຈາກພົວພັນກັບການວາງລະເບີດຫຼາຍໆຄັ້ງຢູ່ເກາະບາຫຼີ ໃນປີ 2002, ໃນເມືອງ Tangerang, ວັນທີ 16 ທັນວາ 2020. ຜູ້ຕ້ອງສົງໄສຂອງກຸ່ມດັ່ງກ່າວ ຖືກສັງຫານສອງຄົນໂດຍເຈົ້າໜ້າທີ່ຕໍາຫຼວດ ເມື່ອວັນທີ 12 ເມສາ 2023.

ໜ່ວຍຕໍ່ຕ້ານການກໍ່ການຮ້າຍຂອງຕໍາຫຼວດອິນໂດເນເຊຍ ໄດ້ສັງຫານຜູ້ຊາຍ 2 ຄົນທີ່ສົງໄສວ່າ ພົວພັນກັບກຸ່ມ ເຈມາອາ ອິສລາມີຢາ ເຊິ່ງເປັນເຄືອຂ່າຍຂອງກຸ່ມ ອາລ-ກາອີດາ ທີ່​ມີ​ການ​ຖິ້ມໂທດ​ໃສ່​ການການວາງລະເບີດ​ຫຼາຍໆຄັ້ງ​ໃນ​ໄລ​ຍະທີ່ຜ່ານມາ, ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ຜູ້ຊາຍທັງສອງຄົນ ​ໄດ້ຖືກຍິງເສຍຊີວິດ ໃນວັນພຸດແລ້ວນີ້ ລະຫວ່າງການບຸກ​ເຂົ້າ​ໄປ​ກວດ​ຄົ້ນ​ທີ່ເມືອງລາມປຸງ, ໃນສົ້ນໃຕ້ສຸດຂອງເກາະສຸມາຕຣາ. ມີເຈົ້າໜ້າທີ່ຕໍາຫຼວດນຶ່ງຄົນໄດ້ຮັບບາດເຈັບສາ​ຫັດຢູ່ໃນເຫດການຍິງກັນດັ່ງກ່າວ.

ເຈົ້າໜ້າທີ່ຕໍາຫຼວດຍັງໄດ້ກ່າວອີກວ່າ ພວກເຂົາເຈົ້າໄດ້ຈັບໂຕສະມາຊິກຂອງກຸ່ມເຈມາອາ ອິສລາມີຢາ ອີກ 4 ຄົນ ໃນການບຸກ​ກວດ​ຄົ້ນ​ຢູ່​ອີກ​ບ່ອນ​ນຶ່ງ ໃນວັນອັງຄານທີ່ຜ່ານມາ, ເຊິ່ງເປັນສ່ວນນຶ່ງຂອງການປາບປາມ ໃນວົງກ້ວາງທົ່ວປະເທດກ່ຽວກັບກຸ່ມດັ່ງກ່າວ ເນື່ອງຈາກມີຂໍ້ມູນວ່າ ພວກເຂົາກໍາລັງຮັບສະໝັກ ແລະຝຶກແອບໃຫ້ບັນດາສະມາຊິກໃໝ່ຂອງກຸ່ມ.

Indonesia's counterterrorism police squad has killed two men suspected of ties to Jemaah Islamiyah, an al-Qaida-linked group blamed for a string of past bombings.

Police say the two men were killed in a shootout Wednesday during a raid in Lampung, a province on the southern tip of Sumatra island. An officer was seriously injured in the shootout.

Police say they also arrested four other members of Jemaah Islamiyah in a separate raid in Lampung on Tuesday, part of a broader nationwide crackdown on the group following tips that it is recruiting and training new members.

XS
SM
MD
LG