ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນ​ໂດ​ເນ​ເຊຍ ​​ລິ​ເລີ່ມ ດັດຊະນີ​ໃໝ່ ​ໃນ​ການ ​ຟື້ນ​ໂຕ​ຄືນ ​ຈາກ​ໄພພິບັດ


ພູໄຟ Merapi
ພູໄຟ Merapi
ອິນ​ໂດ​ເນ​ເຊຍ ​ໄດ້​ລິ​ເລີ່ມດັດຊະນີ​ໃໝ່​ໃນ​ການ​ຟື້ນ​ໂຕ​ຄືນ​ຈາກ​
ໄພພິບັດ ທີ່​ເອີ້ນ​ວ່າ Disaster Recovery Index ​ເພື່ອ​ຊັ່ງຊາ​
ເບິ່ງ​ຄວາມ​ກ້າວໜ້າ​ຂອງ​ປະຊາ​ຄົມຕ່າງໆ​ທີ່ໄດ້​ຮັບ​ຜົນ​ກະທົບ
ຈາກ​ໄພທໍາ​ມະ​ຊາດ ​ໃນ​ປະ​ເທດ​ດັ່ງກ່າວ ​ໃນ​ປີ 2010.

ແຜນການ​ລິ​ເລີ່​ມດັ່ງກ່າວ​ ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນຈາກ
​ອົງການ​ສະຫະ​ປະຊາ​ຊາດ ເພື່ອ​ການພັດທະນາ​ນັ້ນ ຈະ​ເພັ່ງ
​ເລັງ​ໃສ່​ການ​ຟື້ນ​ໂຕ​ທາງ​ດ້ານ​ເສດຖະກິດ​ໃນ​ຂົງ​ເຂດ ທີ່ໄດ້​ຮັບ
​ຜົນ ກະທົບຈາກ​ການລະ​ເບີດ​ຂອງພູ​ໄຟ Merapi ໃນ​ປີ 2010
ທາງ​ພາກ​ກາງຂອງ​ເກາະ Java ​ແລະເຫດ​ດິນຕົມ​ໄຫຼທັບ​ຖົມ​
ໃນ​ເຂດ​ຕາ​ເວັນ​ອອກ​ຂອງເກາະຈາ​ວາ.

ຮອງ​ຜູ້​ອໍານວຍ​ການ​ຂອງຫ້ອງການຄຸ້ມ​ຄອງໄພພິບັດ​ແຫ່ງ​ຊາດ ທ່ານ Bambang
Sulistianto ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ສໍາ​ຫຼວດທັງຫຼາຍ​ນັ້ນ ​ໄດ້​ສະ​ແດງ​ໃຫ້​
ທາງ​ການ​ເຫັນ​ເຖິງ​ຄວາມ​ຈໍາ​ເປັນ​ທີ່​ຕ້ອງ​ເພັ່ງ​ເລັງ​ໃສ່​ບັນຫາການ​ຟື້ນໂຕທາງ​ເສດຖະກິດ.

ທ່ານ​ເວົ້າວ່າ ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນ ກ່ອນ​ເກີດ​ໄພພິບັດ ໃນ​ຂະນະ​ທີ່​ກໍາລັງ​ເກີດ​ໄພ
ພິບັດ​ແລະ​ຫຼັງ​ຈາກ​ນັ້ນ ​ໃນ​ລະຫວ່າງ​ການບູລະນະ​ສ້າງສາ​ແລະ​ໃນ​ຍຸກ​ຫລັງບູລະນະ​
ສ້າງສາ​ແລ້ວ. ​ໃນ​ຊ່ວງ ບູລະນະ​ສ້າງສາ​ນັ້ນ ດັດຊະນີອາດ​ຈະ​ສູງ​ຂຶ້ນ​ເພາະວ່າ​ມັນ​ຍັງ​ມີ​
ງົບປະມານ​ຊ່ອຍ​ເຫຼືອ​ຢູ່ນັ້ນ ​ແລະ ຫລັງ​ຈາກ​ການ​ບູລະນະ​ສ້າງສາ​ສຳ​ເລັດແລ້ວ ມັນ​ຈະ
​ບໍ່​ມີ​ການ​ຊ່ອຍ​ເຫຼືອບັນ​ເທົາ​ຕື່ມ. ຄຳ​ຖາມ​ກໍ​ມີ ຢູ່​ວ່າສະພາບ​ການ​ຍັງ​ສາມາດ​ໄດ້​ຮັບ​ການ
​ປັບປຸງ​ໃຫ້​ດີ​ຂຶ້ນຫລື​ບໍ່ ຫລືຕ່າວ​ປີ້ນຄືນ ຫລື​ອາດ​ຕົກ​ໄປ ຢູ່​ໃນ​ສະພາບ​ທີ່​ອ່ອນ​ແອກວ່າ​ເກົ່າ.

ດັດຊະນີການ​ຟື້ນ​ໂຕ​ຄືນ​ຈາກ​ໄພພິບັດ ຈະ​ວັດ​ແທກ​ເບິ່ງ 22 ດ້ານ ຮວມທັງ​ໂຄງ​ລ່າງ
​ພື້ນຖານ ​ເຮືອນ​ຊານ​ບ່ອນຢູ່​ແລະ​ວຽກເຮັດ​ງານ​ທຳ ​ເພື່ອ​ຊັ່ງຊາ​ເບິ່ງ​ວ່າປະຊາ​ຄົມ​ຕ່າງໆ
​ຟື້ນ​ໂຕ​ຄືນ​ແບບ​ໃດ.
XS
SM
MD
LG