ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ພະຍາຍາມ ສະກັດກັ້ນ ຜົນກະທົບ ຂອງເງິນຣູ​ເປຍ ຕົກລາຄາ


ພະນັກງານຄົນນຶ່ງ ນັບເບິ່ງຣູເປຍທີ່ເປັນມັດໆ ຢູ່ບ່ອນແລກເງິນແຫ່ງນຶ່ງ ໃນກຸງຈາກາຕາ ຂອງອິນໂດເນເຊຍ ໃນວັນທີ 23 ສິງຫາ 2013.
ພະນັກງານຄົນນຶ່ງ ນັບເບິ່ງຣູເປຍທີ່ເປັນມັດໆ ຢູ່ບ່ອນແລກເງິນແຫ່ງນຶ່ງ ໃນກຸງຈາກາຕາ ຂອງອິນໂດເນເຊຍ ໃນວັນທີ 23 ສິງຫາ 2013.
ລັດຖະບານອິນໂດເນເຊຍ ໄດ້ປະກາດນະໂຍບາຍໃໝ່ຫລາຍ
​ຢ່າງ ເພື່ອ​ເຮັດ​ໃຫ້​ການ​ຕົກລາຄາຢ່າງໄວຂອງເງິນຣູ​ເປຍ ຊຶ່ງ
​ໃນ​ສັບປະດາ​ຜ່ານ​ມານີ້​ ໄດ້ປະເຊີນກັບອາທິດທີ່ຮ້າຍແຮງທີ່
ສຸດນັບແຕ່ ປີ 2008 ມານັ້ນຜ່ອນເບົາລົງ. Kate Lamb ຜູ້ສື່
ຂ່າວວີໂອເອ ລາຍງານມາຈາກນະຄອນ ຫລວງຈາກາຕາວ່າ
ພວກນັກວິເຄາະເວົ້າວ່າ ມາດຕະການ​ເຫລົ່າ​ນັ້ນຄົງ ຈະບໍ່ມີ
ປະສິດທິຜົນໃນໄລຍະສັ້ນ ເນື່ອງຈາກມີທ່າອ່ຽງຢ່າງກວ້າງ
ຂວາງກວ່ານັ້ນອີກ ທີ່ກະທົບຕໍ່ສະກຸນເງິນຕ່າງໆ ຢູ່ທົ່ວຂົງເຂດ
ເອເຊຍ. ບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານ
ໃນອັນດັບຕໍ່ໄປ:

ຄັ້ງນຶ່ງອິນ​ໂດ​ເນ​ເຊຍເຄີຍເປັນບ່ອນນິຍົມກັນຂອງພວກນັກລົງທຶນ ​
ໃນເວລາ​ທີ່ເສດຖະກິດທີ່ກ້າວໜ້າ​ທັງຫລາຍກໍາລັງ​ລົ້ມລຸກຄຸກຄານ​ ​ແຕ່​ມາ​ບັດ​ນີ້ ເສດຖະ
ກິດທີ່ກໍາລັງຮຸ່ງ​ເຮືອງຂອງອິນໂດເນເຊຍ ​ແມ່ນ​ກໍາລັງ​ຖືກ​ບ່ອນ​ທໍາລາຍຢ່າງວ່ອງໄວ ຍ້ອນ
ການຕົກວູບລົງຂອງຄ່າເງິນຣູ​ເປຍຂອງ ປະເທດ.

ລຸນຫລັງມີລາຍງານກ່ຽວ​ກັບການຂາດດຸນບັນຊີທີ່ສູງເປັນປະຫວັດການ ອິນ​ໂດ​ເນ​ເຊຍກໍ
ປະເຊີນກັບການຂາຍເງິນຣູ​ເປຍ, ຂາຍຮຸ້ນ ແລະຂາຍ ພັນທະບັດອອກ​ຢ່າງ​ໃຫຍ່ ໃນລາ
ຄາຖືກລົງກວ່າເກົ່າ. ໃນອາທິດ​ແລ້ວນີ້ ມີການຖອນເງິນຫລາຍກວ່າ 500 ລ້ານໂດລາຈາກ​
ຮຸ້ນຕ່າງໆ​ຂອງໂລກອອກ​ຈາກຕະຫລາດຮຸ້ນໃນທ້ອງຖິ່ນ.

ເງິນຣູ​ເປຍທີ່ຮວມຢູ່​ບັນດາສະກຸນເງິນທີ່ຕົກລາຄາ​ຫລາຍ​ທີ່ສຸດໃນຂົງເຂດເອເຊຍຢູ່ແລ້ວ
ໃນປີນີ້ນັ້ນ ມາອາທິດ​ແລ້ວ​ນີ້ ຍັງ​ໄດ້ປະສົບກັບການຕົກລາຄາ​ຫລາຍທີ່ສຸດໃນຮອບ 4 ປີ
ຜ່ານມາໂດຍມີອັດຕາແລກປ່ຽນຫລຸດລົງ 4.2 ເປີເຊັນ. ໃນວັນສຸກອາທິດແລ້ວນີ້ ລັດຖະ
ບານຈຶ່ງໄດ້ປະກາດແຜນການທີ່​ແນ​ໃສ່ ເພື່ອສົ່ງເສີມການລົງທຶນ ແລະຫລຸດຜ່ອນການນໍາ
ເຂົ້າສິນຄ້າ.

ມາດຕະການເຫລົ່ານີ້ ລວມມີ ການເພີ້ມພາສີຂາເຂົ້າສໍາລັບລົດຫລູຫລາລາຄາ​ແພງ, ຫລຸດ
ການນໍາເຂົ້ານໍ້າມັນ ແລະສະໜອງ​ສິນ​ນໍ້າ​ໃຈທາງ​ດ້ານພາສີ​ໃຫ້​ແກ່ການລົງທຶນໃນຂະ
ແໜງກະສິກໍາ ແລະອຸດສະຫະກໍາໂລຫະ.

ບໍລິສັດໃຫ້ຄະແນນທາງທຸລະກິດ Fitch RatingS
ບໍລິສັດໃຫ້ຄະແນນທາງທຸລະກິດ Fitch RatingS

ທ່ານ Fauzi Ichsan ນັກເສດຖະສາດອາວຸ​ໂສ ຂອງທະ
ນາຄານ HSBC ເວົ້າວ່າ ແຜນການດັ່ງກ່າວ ຈະບໍ່ສາມາດ
ປ້ອງກັນບໍ່ໃຫ້ຄ່າຂອງເງິນຣູ​ເປຍຫລຸດລົງໄປອີກໄດ້ ໃນໄລ
ຍະສັ້ນນີ້. ທ່ານ Ichsan ເວົ້າວ່າ:

“ແນ່ນອນ ນະ​ໂຍບາຍ​ຊຸດ​ນີ້ຈະຊ່ວຍກະຕຸ້ນໃຫ້ມີສິນຄ້າ
ສົ່ງອອກເພີ້ມຂຶ້ນ, ສົ່ງເສີມການລົງທຶນໂດຍກົງ
ຂອງ​
ຕ່າງປະ​ເທດ
ແຕ່ວ່າ ນັ້ນແມ່ນໃນໄລຍະຍາວ. ຜົນກະ
ທົບຂອງນະໂຍບາຍນີ້ມື່ອມີ​ການຈັດຕັ້ງ
ປະຕິບັດ​ແລ້ວ
ຈະຮູ້ສຶກໄດ້ ກໍ​ໃນ​ອີກສາມ ຫາຫົກເດືອນຢ່າງໄວທີ່ສຸດ. ສະນັ້ນ ມັນຈະບໍ່ສາມາດແກ້
ໄຂບັນຫາສະເພາະໜ້າ
ຂອງການຂາດ ຄວາມ​ຄ່ອງ​ໂຕ​ຂອງເງິນໂດລາ ຢູ່ໃນຕະ
ຫລາດແລກປ່ຽນເງິນຕາຕ່າງປະ​ເທດໄດ້ຢ່າງແທ້ຈິງ.”


ລັດຖະບານອິນໂດເນເຊຍ ຍັງໄດ້ປັບປ່ຽນຕົວເລກໃນການປະເມີນອັດຕາການເຕີບໂຕຂອງ GDP ຫລື​ຜົນ​ຜະລິດ​ໂຮມ​ພາຍ​ໃນ​ປະ​ເທດອີກດ້ວຍຈາກອັດຕາ 6.3 ລົງເປັນ 5.9 ເປີເຊັນ ໃນປີນີ້.

ທ່ານ Ichsan ຍັງເວົ້າອີກວ່າ ເງິນຣູ​ເປຍເບິ່ງຄືວ່າຍັງຈະສືບຕໍ່ອ່ອນຕົວຢູ່ ແລະຈະບໍ່ສາ
ມາດແຂັງຕົວກັບຄືນມາໄດ້ ຈົນກວ່າຫລັງຈາກການເລືອກຕັ້ງທົ່ວໄປ ໃນຫົກເດືອນສຸດ
ທ້າຍຂອງປີ 2014.

ການສັນນິຖານກັນທີ່ວ່າ ທະນາຄານກາງຂອງສະຫະລັດ ຈະເລີ້ມຜ່ອນໂຄງການກະຕຸ້ນ
ເສດຖະກິດຂອງຕົນລົງ ພ້ອມໆກັບການຂະຫຍາຍໂຕ ທີ່ຊັກຊ້າລົງຢູ່ໃນຈີນແລະອິນ
ເດຍກໍມີຜົນກະທົບ​ເຊັ່ນ​ກັນຕໍ່ອິນໂດເນເຊຍທີ່ກາງຕໍ່ອາໄສການສົ່ງອອກສິນຄ້າປະເພດ
ກະສິກໍາເປັນຈຸດໜັກນັ້ນ.

ສະກຸນເງິນຕ່າງໆຢູ່ທົ່ວເອເຊຍໃຕ້ ແລະເອເຊຍຕາເວັນອອກສຽງໃຕ້ ​ໄດ້ຕົກລາຄາຢ່າງ
ໃຫຍ່ໃນອາທິດ​ແລ້ວນີ້ ໂດຍທີ່ອິນໂດເນເຊຍ ແລະອິນເດຍປະສົບກັບການຂາດທຶນຢ່າງ
ໜັກ. ສະກຸນເງິນຂອງໄທ, ມາເລເຊຍ ແລະ ຟີລິບປິນກໍຕົກລາຄາເຊັ່ນກັນ ແຕ່ວ່າຫລຸດ
ລົງບໍ່ຮອດນຶ່ງເປີເຊັນ.

ແຕ່ເຖິງຢ່າງໃດກໍຕາມ ທ່ານ Andrew Colquhoun ນັກວິເຄາະຈາກບໍລິສັດ​ໃຫ້​ຄະແນນ​
ທາງ​ທຸລະ​ກິດ Fitch Ratings ຢູ່ຮົງກົງເວົ້າວ່າ ຄວາມເປັນຫ່ວງທີ່ວ່າ ຂົງເຂດເອເຊຍຈະ
ມຸ່ງ​ໜ້າກັບ​ຄືນ​ໄປ​ສູ່ວິກິດການດ້ານການເງິນຂອງເອເຊຍ​ເມື່ອປີ 1997 ອີກນັ້ນ ແມ່ນບໍ່ມີ​
ເຫດຜົນ​ພຽງພໍ. ທ່ານ Colquhoun ໃຫ້ຄໍາເຫັນວ່າ:

“ພວກເຮົາຄິດວ່າ ເມື່ອເບິ່ງຈາກມຸມມອງດ້ານເງິນສິນເຊື່ອໃນທຸກວັນນີ້ ແນ່ນອນ
ວ່າ ອິນໂດເນເຊຍແມ່ນຢູ່
ໃນທ່າທີທີ່ເຂັ້ມແຂງກວ່າໃນປີ 1996 ຫລື 1997 ແລະ
ມັນ​ກໍ​ເປັນຄວາມ​ຈິງ​ໃນ​ຫລາຍໆດ້ານ. ແຕ່ວ່າມີປະເດັນນຶ່ງ ນັ້ນກໍຄືການຄໍ້າປະ
ກັນຕົນເອງ ຊຶ່ງອິນໂດເນເຊຍ ແລະປະເທດອື່ນໆຫລາຍປະເທດໃນຂົງເຂດ
ເອເຊຍໄດ້ສ້າງຂຶ້ນມາ ໃນຮູບຂອງເງິນຕາສໍາຮອງຕ່າງປະເທດ.”


ທ່ານ Colquhoun ຍັງໄດ້ສະເໜີ​ແນະອີກວ່າ ມີການຫັນປ່ຽນທິດທາງໃໝ່ຢູ່​ໃນ​ທົ່ວ​ໂລກ
ຂອງໂຕຜັກດັນການຂະຫຍາຍໂຕທາງເສດຖະກິດອອກຈາກການລົງທຶນແລະການກໍ່
ສ້າງຢູ່ພາຍໃນປະ​ເທດຈີນ ໄປໃສ່ຄວາມຕ້ອງການທີ່ກໍາລັງເພີ້ມຂຶ້ນ ໃນບັນດາເສດຖະກິດ
ທີ່ຮັ່ງມີ. ທ່ານເວົ້າອີກວ່າ ສະພາບການດັ່ງກ່າວນັ້ນ ຍັງໄດ້ປະກອບສ່ວນເຮັດໃຫ້ຄ່າເງິນຕາ
ຢູ່ໃນຂົງເຂດຕົກ​ຕໍ່າລົງອີກດ້ວຍ.

ບໍລິສັດ​ໃຫ້​ຄະ​ແນນ​ທາງ​ທຸລະ​ກິດ Fitch Ratings ກ່າວວ່າ ການຄຸ້ມຄອງນະໂຍບາຍ ຈະເປັນປະເດັນສໍາຄັນ ໃນການຕັດສິນວ່າ ສະຖຽນລະ ພາບດ້ານເສດຖະກິດ ແລະການ
ເງິນຢູ່ໃນອິນເດຍ ແລະ ອິນໂດເນເຊຍ ຈະຖືກຮັກສາໄວ້ໄດ້ຫລືບໍ່.
XS
SM
MD
LG