ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນໂດເນເຊຍ ໂຈະການຮ່ວມ​ມື ທາງທະຫານ ແລະສືບລັບ ກັບອອສເຕຣເລຍ


ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott.
ອິນໂດເນເຊຍ ໄດ້ໂຈະການຮ່ວມ​ມືທາງທະຫານ ແລະສືບລັບ
ກັບອອສເຕຣເລຍ ຊຶ່ງ​ເປັນ​ພັນ ທະ​ມິດ​ມາ​ແຕ່​ໃດ​ຂອງ​ຕົນ
ຫລັງ​ຈາກ​ມີການກ່າວຫາ ສອດ​ແນມອອສເຕຣເລຍ ລັກຟັງ
ການໂອ້ ລົມສົນທະນາທາງ​ໂທລະສັບ ຂອງເຈົ້າໜ້າທີ່
ຂັ້ນອາວຸໂສອິນໂດເນເຊຍ.

ການເອົາບາດກ້າວດັ່ງກ່າວນີ້ ໄດ້ປະກາດ​ໃຫ້​ຊາບໃນວັນພຸດ
ມື້ນີ້ ໃນການ​ກ່າວຄຳ​ປາ​ໄສທາງ​ໂທ ລະ​ພາບ​ຕໍ່​ປະ​ເທດ​ຊາດ
ໂດຍປະທານາທິບໍດີ Susilo Bambang Yudhoyono
ຊຶ່ງການໂອ້ ລົມທາງໂທລະສັບຂອງທ່ານ ກໍ​ຮວມຢູ່​ໃນ​ບັນດາ​
ໂທລະສັບ​ທີ່​ຖືກ​ລັກ​ຟັງ​ນັ້ນດ້ວຍ.

ປະທານາທິບໍດີ Yudhoyono ໄດ້ກ່າວວ່າ ທ່ານຕ້ອງການທີ່ຈະຮັກສາສາຍພົວພັນ
ອັນດີງາມກັບອອສເຕຣເລຍໄວ້ ແຕ່ທັງສອງປະເທດ ຈະບໍ່ສາມາດສືບຕໍ່ດຳ​ເນີນ​ງານ​
ຮ່ວມ​ກັນ ທາງທະຫານແລະການສືບລັບ ຈົນກວ່າວ່າບັນຫາເລື່ອງການສືບລັບ ດັ່ງກ່າວນີ້
ໄດ້ຮັບ​ການແກ້ໄຂ ກ່ອນ ຊຶ່ງທ່ານ Yudhoyono ກ່າວວ່າ:​ “ຂ້າພະເຈົ້າຖືເລື່ອງນີ້ຢ່າງ
ເອົາຈິງເອົາຈັງ ໂດຍທີ່ ຂ້າພະເຈົ້າເຊື່ອວ່າ ມັນ​ເປັນ​ການອະນຸຍາດ​ໃຫ້​ບໍ່​ໄດ້
ສໍາຫຼັບປະເທດໃດນຶ່ງ ທີ່ຈະແອບລັກຟັງການສົນທະ ນາຂອງບັນດາເຈົ້າໜ້າທີ່
ອິງຕາມກົດໝາຍຂອງອິນໂດເນເຊຍ, ກົດໝາຍອອສເຕຣເລຍ ຫຼື ແມ່ນແຕ່ກົດ
ໝາຍນາໆຊາດ. ມັນຄືການລະເມີດສິດທິມະນຸດ.”


ໃນຫຼາຍໆຂົງ​ເຂດ ທີ່​ໄດ້​ຮັບກະທົບຈາກການເອົາບາດກ້າວດັ່ງກ່າວນີ້ ແມ່ນຮວມທັງການ​
ປະຕິ ບັດ​ງານ​ສະກັດກັ້ນການ​ລັກລອບ​ຄ້າ​ມະນຸດ ການຝຶກແອບທາງທະຫານຮ່ວມກັນ
ແລະການລາດ ຕະເວນທາງນໍ້າ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ​ ການໂຈະການປະຕິບັດ
ດັ່ງກ່າວ ຈະເລີ່ມຂຶ້ນ ເມື່ອໃດ?

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott ແມ່ນບໍ່ຍອມຂໍຂະມາໂທດ
ຕໍ່ຂໍ້​ຫາ ການສືບລັບ ທີ່ປະກົດ​ຢູ່​ໃນຫຼາຍໆລາຍງານ ອິງຕາມ​ເອກ​ກະສາ​ນບັນທຶກລັບ
ທີ່​ເປີດ​ເຜີຍ ໂດຍ ພະນັກງານສືບລັບສັນຍາຈ້າງຂອງສະຫະລັດ ທ້າວ Edward
Snowden ນັ້ນ.​
XS
SM
MD
LG