ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ໂດ​ເນ​ເຊຍ ຮັບ​ເອົາ​ການ​ບໍ​ລິ​ຈາກ​ກຳ​ປັ່ນ​ລົບ​ຈາກ ເກົາຫຼີ​ໃຕ້ ເຖິງ​ແມ່ນ​ຈະ​ມີ​ຄວາມ​ເປັນ​ຫ່​ວງ ກ່ຽວ​ກັບ ຄ່າ​ສ້ອມ​ແປງ​ກໍ​ຕາມ


​ກຳ​ປັ່​ນ​ລົບ​ຂອງກອ​ງ​ທັບ ຣັດ​ເຊຍ.
​ກຳ​ປັ່​ນ​ລົບ​ຂອງກອ​ງ​ທັບ ຣັດ​ເຊຍ.

ສະ​ພາ​ແຫ່ງ​ຊາດ​ຂອງ ອິນ​ໂດ​ເນ​ເຊຍ ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ອະ​ນຸ​ມັດ​ຂໍ້​ສະ​ເໜີ​ທີ່​ຈະ​ຮັບ​ເອົາ​ການ​ບໍ​ລິ​ຈາກ​ກຳ​ປັ່ນ​ຮົບ​ຂອງ ເກົາຫຼີ​ໃຕ້ ສຳ​ລັບ​ກອງ​ທັບ​ເຮືອ​ຂອງ​ເຂົາ​ເຈົ້າ, ເຖິງ​ແມ່ນ​ຈະ​ມີ​ຄວາມ​ເປັນ​ຫ່ວງ​ຈາກ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ປະ​ເທດ​ທີ່​ວ່າ ກຳ​ປັ່ນ​ເກົ່າ​ລຳ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ສ້ອມ​ແປງ​ມູນ​ຄ່າ​ປະ​ມານ 85 ລ້ານ​ໂດ​ລາ​ກໍ​ຕາມ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ແລະ ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈະ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ໃໝ່​ທ່ານ ປ​ຣາ​ໂບ​ໂວ ຊູ​ບຽນ​ໂຕ ໄດ້​ຖືກ​ຜັກ​ດັນ​ໃຫ້​ປັບ​ປຸງ​ເຄື່ອງ​ມື​ທາງ​ທະ​ຫານ​ທີ່​ເກົ່າ​ຂຶ້ນ​ຂອງ ອິນ​ໂດ​ເນ​ເຊຍ ແລະ ໃຊ້​ເງິນຫຼາຍ​ພັນ​ລ້ານ​ໂດ​ລາ​ສຳ​ລັບ​ເຮືອ​ບິນ​ລົບ ແລະ ເຮືອ​ດຳ​ນ້ຳ​ໃໝ່. ອິນ​ໂດ​ເນ​ເຊຍ ແມ່ນ​ໄດ້​ຕາມຫຼັງ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ທີ່​ຢູ່​ໃກ້​ຄຽງ​ຂອງ​ເຂົາ​ເຈົ້າ​ໃນ​ແງ່​ຂອງ​ການ​ໃຊ້​ຈ້າຍ​ດ້ານກ​ປ້ອງ​ກັນ​ປະ​ເທດດັ່ງ​ກັບ​ສ່ວນ​ນຶ່ງ​ຂອງຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ.

ແຕ່​ການ​ຕັດ​ສິນ​ໃຈ​ຂອ​ງທ່ານ ປ​ຣາ​ໂບ​ໂວ ເພື່ອ​ຊື້​ອຸ​ປະ​ກອນ​ທີ່​ຖື​ກ​ໃຊ້​ແລ້ວ​ໄດ້​ປະ​ເຊີນ​ກັບ​ການ​ຄັດ​ຄ້ານ, ຈົນ​ກໍ່​ໃຫ້​ກະ​ຊວງ​ຂອງ​ທ່ານ​ຕ້ອງ​ຕັດ​ແຜນ​ການ​ຊື້​ເຮືອ​ບິນ​ລົບ​ເກົ່າ​ຈາກ ກາ​ຕ້າ ທີ່​ຖືກ​ຕຳ​ໜິ​ຕິ​ຕຽນ​ວ່າ​ເກົ່າ​ໂພດ. ກຳ​ປັ່ນ​ລົບ ບູ​ຈອນ 773 ທີ່​ມີ​ອາ​ຍຸ 36, ເຊິ່ງ​ແມ່ນຍາວ 88.3 ແມັດ, ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ​ທາງ​ທະ​ຫານ​ຂອງ ອິນ​ໂດ​ເນ​ເຊຍ, ແຕ່ກອງ​ທັບ​ເຮືອນ​ຈະ​ຕ້ອງ​ໃຊ້​ເງິນ 85 ລ້ານ​ໂດ​ລາ​ສຳ​ລັບ​ການ​ສ້ອມ​ແປງ ແລະ ຄ່າ​ໃຊ້​ຈ່າຍ​ເພີ່ມ​ເຕີມ​ອື່ນໆ​ກ່ອນ​ທີ່​ມັນ​ຈະ​ສາ​ມາດ​ນຳ​ມາ​ປະ​ຕິ​ບັດ​ງານ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທ່ານ ເຮ​ຣິນ​ດ​ຣາ ໄດ້​ກ່າວ​ຕໍ່​ສະ​ພາ​ແຫ່ງ​ຊາດ.

ທ່ານ​ເວົ້າ​ວ່າ “ຕາມ​ຄວາມ​ຄິດ​ແລ້ວ​ພວກ​ເຮົາ​ຊື້​ລຳ​ໃໝ່ ແຕ່​ມັນ​ຈະ​ໃຊ້​ເວ​ລາ​ດົນ.. ນີ້​ແມ່ນ​ດີກວ່າ​ບໍ່​ມີ​ຫຍັງ​ເລີຍ.” ທ່ານ​ເວົ້າ​ຕື່ມ​ວ່າ​ກຳ​ປັ່ນ​ດັ່ງ​ກ່າວ​ສາ​ມາດ​ຖືກ​ໃຊ້​ສຳ​ລັບ 10 ຫາ 15 ປີ​ຂ້າງ​ໜ້າ ແລະ ກຳ​ປັ່ນ​ລຸ້ນ​ໃໝ່​ຈະ​ມີ​ລາ​ຄາ 300 ຫາ 500 ລ້ານ​ໂດ​ລາ.

ສະ​ມາ​ຊິກ​ສ່ວນຫຼາຍ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ພາ​ແຫ່ງ​ຊາດ ທີ່​ຄວບ​ຄຸມ​ບັນ​ຫາ​ປ້ອງ​ກັນ​ປະ​ເທດ​ໄດ້​ມີ​ຄວາມ​ສົງ​ໄສວ່າ​ການ​ອະ​ນຸ​ມັດ​ດັ່ງ​ກ່າວ​ຈະ​ເປັນ​ປະ​ໂຫດຫຼືບໍ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Indonesia's parliament on Thursday approved a proposal to accept a South Korean donation of a corvette for its navy, despite concern from its defence committee that the ageing vessel needs about $85 million worth of maintenance.

Defence Minister and incoming president Prabowo Subianto has been pushing to upgrade Indonesia's ageing military hardware and spend billions on new jets and submarines. Indonesia has long lagged its regional peers in terms of defence spending as a share of gross domestic product.

But Prabowo's decision to procure used hardware has faced resistance, prompting his ministry to ditch a plan to buy used fighter jets from Qatar that had been criticised as too old.

The 36-year old Bucheon 773 corvette, which is 88.3 metres long, will increase Indonesia's military capability, but the navy would need to spend $85 million for maintenance and other additional costs before it can operate, deputy defence minister Herindra told parliament.

"Ideally we buy a new one but it will take a long time ... This is better than we have nothing at all," he said, adding the vessel could be used for the next 10-15 years and a new model would cost $300 million to $500 million.

Most members of parliament's commission overseeing defence issues questioned whether the grant would be beneficial.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG