ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັດຕາການຕາຍ ຂອງເດັກນ້ອຍ ໃນອິນໂດເນ ເຊຍ ພຸ້ງສູງຂຶ້ນ ທ້າມກາງກະແສລະບາດ ຢ່າງໜັກຂອງໂຄວິດ-19


COVID Indonesia Children USAGM
please wait

No media source currently available

0:00 0:02:49 0:00

ເດັກນ້ອຍກວາມເອົາ 12.5 ເປີເຊັນຂອງກໍລະນີຜູ້ທີ່ຕິດໂຄວິດ-19 ທັງໝົດ ທີ່ໄດ້ຮັບການຢືນຢັນໃນອິນໂດເນເຊຍ

ອິນໂດເນເຊຍກຳລັງດີ້ນຮົນຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ທີ່ພຸ້ງຂຶ້ນສູ່ຈຸດສູງສຸດອີກຄັ້ງນຶ່ງ. ການຕິດເຊື້ອໄດ້ເພີ່ມຂຶ້ນເຖິງສອງລ້ານຄົນ ໃນເດືອນມິຖຸນານີ້, ໂດຍທີ່ສາຍພັນໃໝ່ແດລຕາ (Delta) ກໍາລັງຜັກດັນໃຫ້ມີການຕິດເຊື້ອພຸ້ງສູງຂຶ້ນຢູ່ໃນເວລານີ້ ແລະດັ່ງທີ່ທ່ານໝໍປົວເດັກ ຂອງປະເທດດັ່ງກ່າວໄດ້ຊີ້ໃຫ້ເຫັນ, 1 ໃນ 8 ກໍລະນີຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນ ແມ່ນພົບເຫັນຢູ່ໃນເດັກນ້ອຍ ແລະອັດຕາການເສຍຊີວິດໃນໝູ່ເດັກນ້ອຍແມ່ນສູງທີ່ສຸດໃນໂລກ. ນັກຂ່າວວີໂອເອ Rendy Wicaksana ມີລາຍງານຈາກນະຄອນຫລວງຈາກາ ຕາ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາງ ວາເຍຍ ຊີລາລະຮິ (Vanya Silalahi) ຜູ້ລອດຊີວິດຈາກການເປັນພະ ຍາດໂຄວິດ-19 ເວົ້າເປັນພາສາອິນໂດເນເຊຍວ່າ:
"ຂ້ອຍຍັງຖືກກັກກັນຕົວຢູ່ໃນມື້ນີ້, ກໍາລັງຈະກວດພະຍາດຂອງຂ້ອຍເພື່ອເບິ່ງວ່າຂ້ອຍມີຜົນກວດໂຄວິດເປັນລົບ ຫລືບໍ່"

ນາງວາເຍຍ ຊີລາລະຮິ ໄດ້ໃຊ້ເວລາໃນການກັກກັນຕົວມາໄດ້ສອງອາທິດແລ້ວຢູ່ໂຮງໝໍປິ່ນປົວໂຄວິດ-19 ຂອງນະຄອນຫຼວງຈາກາຕາ ກັບແມ່ແລະນ້ອງຊາຍອາຍຸ 5 ປີຂອງນາງ, ທ້າວຕິຕຸສ (Titus).

ນາງ ເຣນາຕາ ຊີລາລະຮິ (Renata Silalahi), ຜູ້ລອດຊີວິດຈາກການເປັນ ພະຍາດໂຄວິດ-19, ເວົ້າເປັນພາສາອິນໂດເນເຊຍວ່າ:
“ລູກຜູ້ທີສອງຂອງຂ້ອຍ, ຕິຕຸສ, ທຳອິດແມ່ນເປັນໄຂ້, ລາວໜາວສັ່ນໃນຕອນກາງຄືນ. ມື້ຕໍ່ມາຂ້ອຍກໍ່ມີອາການແບບດຽວກັນ, ແລ້ວລູກສາວຂອງຂ້ອຍກໍ່ເປັນຄືກັນ. ຄໍຂອງພວກເຮົາເລີ່ມຮູ້ສຶກວ່າເຈັບ. ໄດ້ອາທິດນຶ່ງຫລັງຈາກເປັນໄຂ້ແລ້ວ, ຂ້າພະເຈົ້າຮູ້ວ່າ ຕົນເອງບໍ່ສາມາດໄດ້ກິ່ນອັນໃດເລີຍ.”

ໃນທີ່ສຸດນາງ ຊີລາລະຮິ ກໍໄດ້ໄປກວດພະຍາດ ແລະເອົາລູກຂອງນາງໄປກວດ ນໍາ. ຜົນກວດໄດ້ຮັບກັບມາເຫັນວ່າມັນເປັນສາຍພັນໃໝ່ແດລຕາ (Delta) ທີ່ສາ ມາດແຜ່ຜາຍໄວຣັສໂຄໂຣນາ ໃນອັດຕາສູງ ທີ່ໄດ້ພົບເຫັນ ໃນປະເທດອິນເດຍ.ນາງຕັດສິນໃຈກັກກັນຕົວກັບລູກສອງຄົນຂອງນາງ ຢູ່ໃນສະຖານທີ່ຂອງລັດຖະ ບານ. ນາງກ່າວອີກວ່າ:
“ເວົ້າແທ້ໆ ຂ້ອຍຮູ້ສຶກອາຍທີ່ສຸດ ທີ່ກາຍເປັນຜູ້ນຶ່ງ ໃນບັນດາຄົນປ່ວຍເປັນພະ ຍາດໂຄວິດເຫລົ່ານີ້. ຂ້ອຍຖາມຕົວເອງວ່າ, "ຂ້ອຍໄດ້ຕົກມາຢູ່ໃນບ່ອນນີ້ໄດ້ແນວໃດ?" ຂ້ອຍປະຕິບັດຢ່າງເຄັ່ງຄັດຫຼາຍ ເມື່ອເວົ້າເຖິງລະບຽບການຮັກສາສຸຂະພາບທີ່ກ່ຽວຂ້ອງກັບໂຄວິດ. ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກເຈັບປວດໃຈຫລາຍ.”

ຜູ້ເປັນແມ່ຄົນນີ້ເວົ້າວ່າ ນາງໄດ້ພະຍາຍາມເຮັດໃຫ້ລູກໆ ຂອງນາງມີຄວາມ ມ່ວນຊື່ນຢູ່ໃນໄລຍະທີ່ມີການກັກກັນຕົວຢູ່ນີ້ ແລະໄດ້ຮັບອະນຸຍາດໃຫ້ນຳເອົາເຄື່ອງຫຼີ້ນຂອງລູກລາວເຂົ້າໄປນຳ.
ນາງເຣນາຕາ (Renata) ກ່າວເປັນພາສາອິນໂດເນເຊຍອີກວ່າ:
“ຂ້ອຍອາດຈະມີເຄື່ອງຫລາຍທີ່ສຸດທີ່ເອົາໃສ່ລົດເມສໍາລັບພວກໂຄວິດມາ. ຂ້ອຍເອົາແປ້ນແລ່ນສະກຸດເຕີ້ (scooter), ເກີບແລ່ນສະເກັດ, ລົດນ້ອຍ, ເຄື່ອງຫຼິ້ນທຸກຢ່າງມາໃຫ້ເຂົາຫຼິ້ນ.”

ບັນດາທ່ານໝໍໃນອິນໂດເນເຊຍລາຍງານວ່າ ມີຈຳນວນກໍລະນີການຕິດເຊື້ອທີ່ມີຜົນກະທົບຕໍ່ເດັກນ້ອຍ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ. ຂໍ້ມູນຂອງສະມາຄົມເດັກ ນ້ອຍອິນໂດເນເຊຍຊີ້ບອກວ່າ ເດັກນ້ອຍກວາມເອົາ 12.5 ເປີເຊັນຂອງກໍລະນີຜູ້ທີ່ຕິດໂຄວິດ-19 ທັງໝົດ ທີ່ໄດ້ຮັບການຢືນຢັນຢູ່ໃນທົ່ວປະເທດນັ້ນ.

ດຣ. ອາມານ ພັກຕີ ປູລັງການ (Aman Bhakti Pulungan), ຈາກສະມາ ຄົມແພດເດັກນ້ອຍອິນໂດເນເຊຍ, ກ່າວເປັນພາສາອິນໂດເນເຊຍວ່າ:
“ນີ້ໝາຍຄວາມວ່າ, 1 ໃນ 8 ກໍລະນີທີ່ຖືກຢືນຢັນວ່າຕິດພະຍາດນີ້ ຢູ່ອິນໂດເນເຊຍແມ່ນພົບຢູ່ໃນກຸ່ມເດັກນ້ອຍ. ຂໍ້ມູນຂອງພວກເຮົາ ສະແດງໃຫ້ເຫັນວ່າ ອັດ ຕາການເສຍຊີວິດໃນໝູ່ເດັກນ້ອຍທີ່ເປັນພະຍາດໂຄວິດແມ່ນ 3 ຫາ 5 ເປີເຊັນ. ອັນນີ້ເປັນຈໍານວນທີ່ຫລາຍທີ່ສຸດໃນໂລກ!”

ບັນດານັກຊ່ຽວຊານກ່າວວ່າ ສາຍພັນໃໝ່ແດລຕາ ພ້ອມດ້ວຍລະບຽບການດ້ານສາທາລະນະສຸກທີ່ລະເຫລີງ ໃນອິນໂດເນເຊຍໄດ້ມຮສ່ວນເຮັດໃຫ້ຈໍານວນກໍລະ ນີຄົນເປັນໂຄວິດ-19 ເພີ່ມຂຶ້ນ ໃນອິນໂດເນເຊຍ. ຂໍ້ມູນທາງການ ສະແດງໃຫ້ເຫັນວ່າ ໂດຍສະເລ່ຍແລ້ວແມ່ນມີຄົນເປັນພະຍາດນີ້ 15,000 ກໍລະນີຕໍ່ມື້ ໃນວັນທີ 25 ມິຖຸນາ. ນັກຊ່ຽວຊານດ້ານການແພດປິ່ນປົວເດັກນ້ອຍແນະນຳໃຫ້ພໍ່ແມ່ຮັກສາດູແລລູກຂອງພວກເຂົາເຈົ້າໃຫ້ຢູ່ເຮືອນ.

ດຣ. ປູລັງການກ່າວມ້ວນທ້າຍວ່າ:
“ທຸກໆກິດຈະກຳທີ່ກ່ຽວຂ້ອງກັບເດັກ ອາຍຸແຕ່ 0 ຫາ 18 ປີ ແມ່ນໃຫ້ເຮັດຜ່ານທາງອິນເຕີແນັດເອົາຈະເປັນການດີກວ່າ."

ນາງເຣນາຕາ (Renata) ນັບວ່າຕົນເອງຍັງໂຊກດີຍ້ອນວ່າໃນເວລານີ້ນາງແລະລູກຂອງນາງ ໄດ້ຮັບອະນຸຍາດໃຫ້ກັບໄປຢູ່ບ້ານ ແລະພັກຜ່ອນເພື່ອຟື້ນຟູສຸຂະພາບຄືນແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Indonesia is struggling with another peak of COVID-19. Infections topped two million in June, with the Delta variant driving the current surge. And as the county’s pediatricians point out, 1 out of 8 of confirmed cases are found in children and the fatality rate among children is the highest in the world.

Vanya Silalahi COVID-19 Survivor, Indonesian:
“I am still being quarantined today, about to have my swab test to check if I’m negative COVID”

Vanya Silalahi spent two weeks quarantined in Jakarta’s COVID-19 hospital with her mother and 5-year-old brother, Titus.

Renata Silalahi, COVID-19 Survivor, Indonesian:
“My second child, Titus first got fever, he was shivering at night. The next day I caught the same symptom, then also my daughter. Our throats started to feel sore. A week after the fever, I discovered I could not smell things.”

Silalahi eventually got herself and her children tested. The results came back positive for the highly contagious Delta variant of the coronavirus first detected in India.

She decided to quarantine with her two kids in a government facility.

Renata Silalahi, COVID-19 Survivor, Female in Indonesian:
“I honestly felt embarrassed to be among these COVID patients. I asked myself, “How did I end up here?” I had been very strict when it comes to COVID health protocol. This hurts me.”

The mother says she tried to keep her kids’ spirits up during quarantine and got permission to bring along her children’s toys.

Renata Silalahi, COVID-19 Survivor, Female in Indonesian:
“Probably I had the most stuff on the COVID bus. I brought a scooter, roller skates, mini cars, every toy for them to play with.”

Doctors in Indonesia are reporting an alarming increase in the number of COVID-19 cases affecting children. Indonesia Pediatric Society data says children make up 12.5% of confirmed COVID-19 cases in the country.

Dr. Aman Bhakti Pulungan, Indonesia Pediatric Society, Indonesian:
“This means, 1 out of 8 confirmed cases in Indonesia is found in children. Our data shows fatality rate among children with COVID is 3-5%. This is the biggest in the world!”

Experts say the new Delta variant, along with loose health protocols in Indonesia have contributed to the spike of COVID-19 cases in Indonesia. Official data show an average of 15,000 daily cases as of June 25th. Pediatricians highly recommend parents to keep their children at home.

Dr. Aman Bhakti Pulungan, Indonesia Pediatric Society:
“All activities involving children 0-18 years old are better to be done online.”

Renata counts herself lucky as she and her children are now allowed back home and recovering.

XS
SM
MD
LG