ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດອິນໂດ-ປາຊີຟິກ ພະຍາຍາມສ້າງຄວາມສາມັກຄີກັບອົງການ NATO ທ່າມກາງການສະແດງກໍາລັງທາງທະຫານຂອງ ຈີນ ຕໍ່ ໄຕ້ຫວັນ


Indo-Pacific Allies Seek NATO Solidarity Amid China’s Show of Force Over Taiwan
please wait

No media source currently available

0:00 0:03:12 0:00

ຂ່າວກ່ຽວກັບ ພັນທະມິດອິນໂດ-ປາຊີຟິກ ພະຍາຍາມສ້າງຄວາມສາມັກຄີກັບອົງການ NATO ທ່າມກາງການສະແດງກໍາລັງທາງທະຫານຂອງ ຈີນ ຕໍ່ ໄຕ້ຫວັນ.

ບັນດາປະເທດພັນທະມິດຕາເວັນອອກໃນພູມິພາກອິນໂດ-ປາຊີຟິກ ໄດ້ພາກັນ ສະແດງຄວາມກັງວົນກ່ຽວກັບການຊ້ອມລົບຂອງ ຈີນ ຢູ່ອ້ອມຮອບເກາະໄຕ້ຫວັນ, ແລະກໍາລັງສະໜັບສະໜຸນການເຊື່ອມໂຍງກັບສະຫະລັດ, ຢູໂຣບ ແລະ NATO ເພື່ອຮັບມືຕໍ່ການປະຕິບັດງານຂອງປັກກິ່ງ.

ຈີນ ເລີ້ມການຊ້ອມລົບ ດ້ວຍການຍິງປືນແທ້ຢູ່ໃນ 7 ຂົງເຂດອ້ອມຮອບໄຕ້ ຫວັນ ໃນວັນພະຫັດວານນີ້, ອັນເປັນການຕອບໂຕ້ທີ່ແຈ່ມແຈ້ງສໍາລັບການ ຢ້ຽມຢາມຂອງ ປະທານສະພາຕໍ່າ ສະຫະລັດ ທ່ານນາງແນນຊີ ເພໂລຊີ ໃນນະຄອນຫຼວງໄທເປເມື່ອຕົ້ນອາທິດນີ້, ເຊິ່ງ ຈີນ ໄດ້ອ້າງວ່າໄຕ້ຫວັນເປັນ ສ່ວນນຶ່ງຂອງດິນແດນຕົນ. ກອງທັບປົດປ່ອຍປະຊາຊົນ ຈີນ ກ່າວວ່າ ການຝຶກ ຊ້ອມດັ່ງກ່າວຈະເປັນການຊ້ອມລົບທາງເຮືອ ແລະການປິດລ້ອມທາງອາກາດ.

ຍີ່ປຸ່ນກ່າວວ່າ ລູກສອນໄຟ 5 ລູກໄດ້ຕົກລົງໃສ່ຂົງເຂດເສດຖະກິດພິເສດຫຼື EEZ ຂອງພວກເຂົາເຈົ້າ ເຊິ່ງເປັນບໍລິເວນໝູ່ເກາະທີ່ພວກເຂົາເຈົ້າອ້າງວ່າ ຢູ່ໃກ້ກັບໄຕ້ຫວັນ.

ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ທ່ານ ໂນບູໂອະ ກີຊິ (Nobuo Kishi) ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້ວ່າ “ເປັນຄັ້ງທໍາອິດທີ່ລູກ ສອນໄຟ 5 ລູກໄດ້ຕົກລົງມາຢູ່ໃນຂົງເຂດ EEZ ຂອງຍີ່ປຸ່ນ. ແລະພວກເຮົາກໍ ໄດ້ດໍາເນີນການປະທ້ວງຢ່າງເຂັ້ມແຂງໂດຍຜ່ານຊ່ອງທາງການທູດ.”

ທ່ານນາງ ເພໂລຊີ ໄດ້ເດີນທາງໄປຮອດນະຄອນຫຼວງໂຕກຽວໃນວັນສຸກມື້ນີ້ ເຊິ່ງເປັນຂົງເຂດສຸດທ້າຍໃນການເດີນທາງຢ້ຽມຢາມເອເຊຍຂອງທ່ານນາງ ພ້ອມດ້ວຍບັນດາສະມາຊິກສະພາສູງສະຫະລັດ, ແລະໄດ້ພົບກັບນາຍົກລັດຖະ ມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ. ປະເທດພັນທະມິດທັງສອງໄດ້ໃຫ້ຄໍາ ໝັ້ນສັນຍາໃນການດໍາເນີນງານຮ່ວມກັນ ເພື່ອຮັກສາສັນຕິພາບ ແລະຄວາມໝັ້ນ ຄົງຢູ່ໃນຊ່ອງແຄບໄຕ້ຫວັນ ອັນເປັນເສັ້ນທາງຂົນສົ່ງທີ່ສໍາຄັນ.

ຍີ່ປຸ່ນ ມີຄວາມກັງວົນຢ່າງຫຼວງຫຼາຍກ່ຽວກັບຜົນກະທົບຈາກການຢ້ຽມຢາມນະ ຄອນຫຼວງໄທເປຂອງທ່ານນາງແນນຊີ ເພໂລຊີ, ໂດຍແມ່ນການຢ້ຽມຢາມຂັ້ນ ສູງຂອງເຈົ້າໜ້າທີ່ສະຫະລັດໃນຮອບ 25 ປີ, ອີງຕາມລາຍງານຈາກ ທ່ານ ຣຽວ ຊາຮາຊິ (Ryo Sahashi), ສາດສະດາຈານທາງດ້ານການເມືອງ ລະຫວ່າງປະເທດ ແຫ່ງມະຫາວິທະຍາໄລໂຕກຽວ.

ທ່ານ ຊາຮາຊິ ກ່າວກັບ VOA ວ່າ: “ຂ້າພະເຈົ້າຄິດຢ່າງແທ້ຈິງວ່າ ສະຖານະ ການນີ້ແມ່ນຮ້າຍແຮງແທ້ໆ. ແລະປະເດັນອັນທໍາອິດຂອງຂ້າພະເຈົ້າ ແມ່ນພວກ ເຮົາຕ້ອງການວິກິດການແບບນີ້ແທ້ໆບໍ? ນີ້ແມ່ນຜົນປະໂຫຍດທາງຍຸດທະສາດ ສໍາລັບພວກເຮົາແທ້ໆບໍ? ຂ້າພະເຈົ້າບໍ່ຄິດວ່າແນວນັ້ນເລີຍ. ແລະປະເດັນອັນທີ ສອງ, ລັດຖະບານຍີ່ປຸ່ນ ອາດຈະຄາດເດົາບໍ່ຖືກຕ້ອງ ກ່ຽວກັບການຮັບມືຂອງຈີນ.”

ກອງກໍາລັງປ້ອງກັນປະເທດຂອງ ຍີ່ປຸ່ນ ໄດ້ເຂົ້າຮ່ວມການຝຶກຊ້ອມທາງທະຫານ ກາຣູດາ ຊຽວດ໌ (Garuda Shield) ຂອງເດືອນນີ້ເປັນຄັ້ງທໍາອິດ ໃນປະເທດ ອິນໂດເນເຊຍ ຮ່ວມກັບສະຫະລັດ, ອອສເຕຣເລຍ ແລະສິງກະໂປ, ອັນເປັນ ສັນຍານການເສີມສ້າງຄວາມສໍາພັນກັບບັນດາປະເທດສະມາຊິກອົງການ NATO ແລະພູມິພາກແຫ່ງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG