ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸມຊົນພື້ນເມືອງຢູ່ໃນຂົງເຂດມະຫາ ສະໝຸດປາຊີຟິກ ທາງທິດຕາເວັນຕົກ ສຽງເໜືອຂອງສະຫະລັດ ຜັກດັນໃຫ້ທໍາລາຍເຂື່ອນ ເພື່ອຊຸກຍູ້ການຂະຫຍາຍພັນຂອງປາເຊລມອນ


Indigenous Communities Pushing for Dam Destruction to Boost Salmon
please wait

No media source currently available

0:00 0:02:39 0:00

ລາຍງານກ່ຽວກັບ ຊຸມຊົນພື້ນເມືອງຕ່າງໆທີ່ອາໄສຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ ທາງທິດຕາເວັນຕົກສຽງເໜືອຂອງສະຫະລັດ ຜັກດັນໃຫ້ທໍາລາຍເຂື່ອນ ເພື່ອຊຸກຍູ້ການຂະຫຍາຍພັນຂອງປະເຊລມອນ.

ບັນດານັກອະນຸລັກ ແລະຊຸມຊົນພື້ນເມືອງຕ່າງໆທີ່ອາໄສຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ ທາງທິດຕາເວັນຕົກສຽງເໜືອຂອງສະຫະລັດ ກໍາລັງຜັກດັນໃຫ້ມີການທໍາລາຍເຂື່ອນ 4 ແຫ່ງ ເຊິ່ງຢູ່ຕາມແນວແມ່ນໍ້າງູ ຫຼື Snake River ໃນລັດວໍຊິງຕັນ ເພື່ອໃຫ້ປາເຊລມອນໄດ້ອອກໄຂ່ຢູ່ບໍລິເວນດັ່ງກ່າວນັ້ນ. ຜູ້ສະໜັບສະໜຸນເຂື່ອນກ່າວວ່າ ເຂື່ອນເປັນແຫຼ່ງຊັບພະຍາກອນອັນສໍາຄັນຂອງພະລັງງານໝູນວຽນ ແລະເປັນລະບົບຊົນລະປະທານສໍາລັບການກະສິກໍາຢູ່ໃນທ້ອງຖິ່ນ. ນາຕາຊາ ມອສໂກວາຢາ (Natasha Mozgovaya) ນັກຂ່າວ VOA ມີລາຍງານກ່ຽວກັບເລື້ອງນີ້ຢູ່ທີ່ເຂດລຸ່ມແມ່ນໍ້າ Snake River, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫຼັກເສົາແຫ່ງວິນຍານຂອງສາຍນໍ້າ ທີ່ແກະສະຫຼັກໂດຍບັນດາຊ່າງຜູ້ມີຄວາມສາມາດ ຈາກ ລູມມີ ເນຊັນ ມາສເຕີ ຄາບເວີສ໌ (Lummi Nation Master Carver), ໄດ້ເດີນທາງຫຼາຍກວ່າ 4 ພັນກິໂລແມັດທົ່ວສະຫະລັດ ໂດຍຜ່ານລັດໄອດາໂຮ, ອໍເຣກອນ ແລະວໍຊິງຕັນ ເພື່ອປຸກລະດົມໃຫ້ຕື່ນໂຕຮັບຮູ້ກ່ຽວກັບຈໍານວນຂອງປາເຊລມອນທີ່ຫຼຸດລົງ.

ທ່ານດັກກລາສ ເຈມສ໌ (Douglas James), ຈາກລູມມີ ເນຊັນ ມາສເຕີ ຄາບເວີສ໌ ກ່າວວ່າ:

“ພວກເຮົາຈະໄດ້ເຫັນການສູນພັນຂອງປາເຊລມອນໃນອີກ 10 ປີຂ້າງໜ້າ. ພວກມັນຈະໝົດໄປເລີຍຖ້າພວກເຮົາບໍ່ດໍາເນີນຕາມບາດກ້າວໃດນຶ່ງ ແລະປະຕິບັດແນວໃດແນວນຶ່ງໃນການຍົກເລີກເຂື່ອນອອກຈາກທີ່ນີ້ ເພື່ອໃຫ້ພວກມັນສາມາດອອກໄປໃນພື້ນທີ່ຕາມທໍາມະຊາດ ບ່ອນທີ່ພວກມັນວາງໄຂ່ຂອງພວກມັນໄດ້.”

ພື້ນທີ່ສໍາລັບການອອກໄຂ່ຕາມທໍາມະຊາດເຫຼົ່ານັ້ນ ແມ່ນຢູ່ທາງຫຼັງເຂື່ອນ ດ້ານລຸ່ມຂອງແມ່ນໍ້າ Snake River ທັງ 4 ແຫ່ງ ໃນລັດວໍຊິງຕັນ. ຮ່າງບົດລາຍງານໂດຍສະພາວ່າດ້ວຍຄຸນນະພາບສິ່ງແວດລ້ອມຂອງທຳນຽບຂາວ ກ່າວວ່າ ການຝ່າຝືນຂອງພວກເຂົາເຈົ້າແມ່ນ “ສິ່ງຈໍາເປັນ” ສໍາລັບການຍົກຍ້າຍຂອງປາເຊລມອນ.

ເຊິ່ງອາດຈະຕ້ອງໃຊ້ທຶນເຖິງ 10 ຕື້ໂດລາ, ແລະຈະຕັດກັງຫັນໄຟຟ້າພະລັງນໍ້າ ທີ່ສ້າງພະລັງງານໃຫ້ແກ່ທ້ອງຖິ່ນໄດ້ຮອດ 4 ເປີເຊັນຂອງພະລັງງານຢູ່ໃນຂົງເຂດ. ການລວມກັນຂອງບໍລິສັດພະລັງງານທັງຫຼາຍທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອ ຫຼື Northwest Energy Coalition ລວມມີກຸ່ມພົນລະເຮືອນ ແລະກຸ່ມສິ່ງແວດລ້ອມ ພ້ອມດ້ວຍໜ່ວຍງານທາງດ້ານທຸລະກິດ ແລະບໍລິສັດບໍລິການໄຟຟ້າທັງຫຼາຍຢູ່ໃນສະຫະລັດ ແລະ ບຣິທິສ ໂຄລໍາເບຍ. ຜູ້ບໍລິຫານໃຫຍ່ຂອງບໍລິສັດປະສົມ ທ່ານນາງແນນຊີ ເຮີສ (Nancy Hirsh) ກ່າວວ່າ ຜົນຜະລິດຂອງເຂື່ອນໄຟຟ້າພະລັງນໍ້າ ແມ່ນມີຄວາມສໍາຄັນ ແຕ່ສາມາດປ່ຽນແທນໄດ້.

ທ່ານນາງແນນຊີ ເຮີສ, ຜູ້ບໍລິຫານໃຫຍ່ຂອງບໍລິສັດຮ່ວມ Northwest Energy ກ່າວວ່າ:

“ມີທ່າແຮງໃນການເຕີບໂຕໃນຖານພະລັງງານໝູນວຽນຂອງພວກເຮົາ ທີ່ເໜືອກວ່າ ແລະສ້າງຂຶ້ນບົນຮາກຖານຂອງລະບົບໄຟຟ້າພະລັງນໍ້າດ້ວຍຊັບພະຍາກອນຕ່າງໆຂອງພະລັງງານໝູນວຽນລຸ້ນໃໝ່ ແມ່ນສິ່ງທີ່ດີເລີດ.”

ສ່ວນພວກຜູ້ສະໜັບສະໜຸນເຂື່ອນ ໂຕ້ແຍ້ງວ່າ ພະລັງງານໝູນວຽນ ແລະຊົນລະປະທານເພື່ອການກະເສດທັງຫຼາຍຢູ່ໃນທ້ອງຖິ່ນ ບໍ່ໄດ້ຂັດແຍ້ງກັບສະຫວັດດີພາບຂອງປາເຊລມອນແຕ່ຢ່າງໃດເລີຍ. ສະມາຊິກສະພາຕໍ່າ ທ່ານແດນ ນິວເຮົ້າສ໌ (Dan Newhouse), ໄດ້ສະເໜີຮ່າງກົດໝາຍເພື່ອປ້ອງກັນເຂື່ອນເຫຼົ່ານັ້ນ.

ທ່ານແດນ ນິວເຮົ້າສ໌, ຕົວແທນຈາກພັກຣີພັບບຣິກັນ ກ່າວຜ່ານຊູມວ່າ

“ເຂື່ອນຕ່າງໆເຫຼົ່ານັ້ນ ແລະປາເຊລມອນສາມາດຢູ່ຮ່ວມກັນໄດ້. ພວກເຮົາໄດ້ໃຊ້ເວລາ, ເງິນ, ຄວາມພະຍາຍາມ ແລະຊັບພະຍາກອນຕ່າງໆຢ່າງຫຼວງຫຼາຍເພື່ອເຮັດໃຫ້ມັນເກີດຂຶ້ນ. ພວກເຮົາຍັງມີເວລາອີກຫຼາຍປີ, ແລະການລົງທຶນທັງຫຼາຍເຫຼົ່ານັ້ນກໍາລັງໄດ້ຮັບໝາກຜົນ. ສໍາລັບຂ້າພະເຈົ້າ, ຂໍເວົ້າຢ່າງແຈ່ມແຈ້ງວ່າ ເຂື່ອນເຫຼົ່ານັ້ນ ບໍ່ໄດ້ສ້າງບັນຫາຫຍັງເລີຍ.”

ທ່ານເອ້ສ໌ ທຣໍາ (Ace Trump) ກ່າວວ່າ ການລົງທຶນໃນດ້ານການອານຸລັກ ທີ່ມີຢູ່ແລ້ວນັ້ນ ລວມມີ ຂັ້ນໄດປາ ເພື່ອຊ່ວຍປາເຊລມອນໃນການອົບພະຍົບ ຂ້າມເຂື່ອນເຫຼົ່ານັ້ນໄດ້, ແລະໂຮງຟັກໄຂ່ທັງຫຼາຍ ເພື່ອຊຸກຍູ້ໃນການເພີ້ມຈໍານວນປາເຊລມອນ.

ທ່ານເອ້ສ໌ ທຣໍາ, ຜູ້ຈັດການຂອງໂຮງຟັກໄຂ່ປາ ລີອົງສ໌ ເຟີຣີ (Lyons Ferry Fish Hatchery) ກ່າວວ່າ:

“ພວກເຮົາເລືອກເອົາແຕ່ປາໃຫຍ່ ແລ້ວພວກເຮົາກໍເອົາພວກມັນມາທີ່ນີ້ເພື່ອອອກໄຂ່. ແລະເມື່ອໂຕແມ່ມາຮອດ ພວກເຮົາກໍຈະລວບລວມເອົາໄຂ່, ດໍາເນີນການປະສົມພັນຈາກໂຕຜູ້, ຈາກນັ້ນພວກເຮົາກໍຈະດໍາເນີນຕາມຂັ້ນຕອນຂອງການຟັກໄຂ່. ພວກເຮົາຟັກປານ້ອຍອອກມາແລ້ວ ພວກເຮົາກໍຈະນໍາມັນອອກໄປດ້ານນອກ ແລ້ວເລີ້ມຕົ້ນໃຫ້ອາຫານແກ່ພວກມັນ.”

ເຂື່ອນໃນແມ່ນໍ້າ ເອລວ໌ຮາ (Elwha) ຖືກຍົກເລີກໄປແລ້ວ ເມື່ອ 10 ປີກ່ອນ. ປັດຈຸບັນ, ແມ່ນໍ້າດັ່ງກ່າວ ຫຼັ່ງໄຫຼໄປໂດຍບໍ່ໄດ້ຖືກຂັດຂວາງຈາກບັນດາກຸ່ມພູໂອລິມປິກ ໄປຫາຊ່ອງແຄບ ຮວນ ເດິ ຟູກາ (Juan de Fuca) ດ້ວຍຈໍານວນປາເຊລມອນທີ່ເພີ້ມຂຶ້ນ ແລະກໍຊ່ວຍໃຫ້ຊຸມຊົນພື້ນເມືອງຕ່າງໆທີ່ອາໄສຢູ່ໃນທ້ອງຖິ່ນ ໄດ້ກັບຄືືນມາປູກຜັກອີກຄັ້ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ລຸ່ມນີ້:

Conservationists and Indigenous communities in the U.S. Pacific Northwest are pushing for the destruction of four dams along the lower Snake River in Washington state to help spawning salmon. Dam supporters say they are important sources of renewable energy and irrigation for local farms. VOA’s Natasha Mozgovaya has our story from Washington state’s lower Snake River.

Crafted by Lummi Nation master carvers, the Spirit of the Waters totem pole traveled more than 4,000 kilometers through the U.S. states of Idaho, Oregon and Washington to raise awareness about declining numbers of salmon. Lummi woodcarver Douglas James.

Douglas James, Lummi Nation Master Carver

“We'll see the salmon disappear in the next 10 years. They'll be gone if we don't step up and do something to remove them dams so they can get to their natural spawning grounds.”

Those natural spawning grounds are behind four lower Snake River dams in Washington State. A draft report by the White House Council on Environmental Quality says breaching them is “essential” to salmon migration.

That could cost more than $10 billion and would eliminate hydroelectric turbines that generate four percent of the region’s energy. The Northwest Energy Coalition includes environmental and civic groups along with utilities and businesses in the U.S. and British Columbia. Coalition Executive Director Nancy Hirsh says the dams’ hydroelectric output is important but replaceable.

Nancy Hirsh, NW Energy Coalition Executive Director

“The potential to grow our renewable energy base beyond and build on the foundation of the hydropower system with the next generation of renewable energy resources is great.”

Dam supporters argue renewable energy and irrigation for local farms do not conflict with salmon welfare. Congressman Dan Newhouse introduced legislation to protect the dams.

((Rep. Dan Newhouse, Republican) (Zoom)

“The dams and the salmon can coexist. We invest a lot of time, money and effort and resources to make that happen. We have for many, many years, and those investments are paying off. To me, that says very clearly that the dams are not the problem.”

Existing conservation investments include fish ladders to help migrating salmon get over the dams and fish hatcheries to boost their numbers. Ace Trump manages the hatchery at Lyons Ferry.

Ace Trump, Lyons Ferry Fish Hatchery Manager

“We collect adults and bring them back here to spawn. And then as the females arrive, we'll take the eggs, and we'll fertilize from the males, and then we will incubate the eggs. We hatch them out and then bring them outside and start feeding them.”

((CORRESPONDENT ON CAMERA))

A dam on the Elwha River was removed 10 years ago. Today the river flows unimpeded from the Olympic Mountains to the Strait of Juan de Fuca with salmon numbers rising and local Indigenous communities helping to replant vegetation.

XS
SM
MD
LG