ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຫ້າມສົ່ງອອກເຂົ້້າ ຂອງອິນເດຍ ກະຕຸ້ນໃຫ້ມີການປິດ ໂຮງສີເຂົ້າຫຼາຍແຫ່ງ ຢູ່ປະເທດ ໄນຈີເຣຍ


Indian Rice Export Ban Prompting Shutdown of Nigerian Mills
please wait

No media source currently available

0:00 0:03:15 0:00

ວ່ີດີໂອ ລາຍງານກ່ຽວກັບເລື້ອງນີ້ ພາກພາສາອັງກິດ

ໃນເດືອນກໍລະກົດນີ້ ອິນເດຍໄດ້ຫ້າມການສົ່ງອອກເຂົ້າ ທີ່ບໍ່ແມ່ນປະເພດບາສມາຕີ ເພື່ອຮັກສາລາຄາໃຫ້ຕ່ຳຢູ່ພາຍໃນປະເທດ. ແຕ່ຫາກວ່າ ການຫ້າມດັ່ງກ່າວ ສົ່ງຜົນໃຫ້ເກີດບັນຫາຕ່າງໆສຳລັບໂຮງສີເຂົ້າຢູ່ປະເທດ ໄນຈີເຣຍ. ອາລຮາສຊານ ບາລາ ລາຍງານມາຈາກລັດຄາໂນ ຂອງໄນຈີເຣຍ ຊຶ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານມູຮາມມັດ ຊາລີຊູ ຄູຣາ ເຈົ້າຂອງໂຮງສີເຂົ້າ ໃນລັດຄາໂນ ຂອງໄນຈີເຣຍ ໄດ້ຖືກກົດດັນໃຫ້ປິດການດຳເນີນງານຂອງຕົນ ບໍ່ເທົ່າໃດເດືອນຜານມານີ້ ຍ້ອນພຽງແຕ່ວ່າ ບໍ່ມີເຂົ້າໃຫ້ສີ.

ອີງຕາມກົມບໍລິຫານດ້ານການຄ້າລະຫວ່າງປະເທດ ໄນຈີເຣຍ ກາງຕໍ່ການນຳເຂົ້າປະມານ 1 ລ້ານ 7 ແສນ ແມັດທຣິກໂຕນ ຂອງເຂົ້າເປືອກທີ່ຜ່ານການຕົ້ມແລະຕາກແຫ້ງ ໃນແຕ່ລະປີ ສຳລັບສະໜອງຕໍ່ຄວາມຕ້ອງການພາຍໃນປະເທດ.

ໃນປີ 2022 ໄນຈີເຣຍໄດ້ນຳເຂົ້າເຂົ້າເປືອກຈາກອິນເດຍເປັນຫຼັກ ອີງຕາມໂຄງ ການຄົ້ນຄວ້າຂອງການສັງເກດການຄວາມຊັບຊ້ອນທາງດ້ານເສດຖະກິດ. ໃນເດືອນກໍລະກົດ ອິນເດຍ ໄດ້ຍຸຕິການສົ່ງອອກເຂົ້າ ບໍ່ແມ່ນປະເພດບາສມາຕີ ເພື່ອຮັກສາລາຄາຢູ່ພາຍໃນປະເທດ ໃຫ້ຕ່ຳລົງ. ອັນນັ້ນ ເປັນການກົດດັນໃຫ້ໂຮງສີເຂົ້າທັງຫຼາຍ ຄືກັບຂອງທ່ານຄູຣາ ຕ້ອງປິດລົງຢ່າງໜ້ອຍເປັນການຊົ່ວ ຄາວ.

ທ່ານມູຮາມມັດ ຊາລີຊູ ຄູຣາ ເຈົ້າຂອງໂຮງສີເຂົ້າ ກ່າວໃນພາສາຮົວຊາ ວ່າ “ການຫ້າມສົ່ງອອກເຂົ້າຂອງອິນເດຍ ໄປຍັງ ໄນຈີເຣຍ ໄດ້ສົ່ງຜົນກະທົບຕໍ່ພວກເຮົາ, ການບໍ່ມີເຂົ້າຂອງອິນເດຍ ໄດ້ນຳໄປສູ່ການຂາດແຄນເຂົ້າທີ່ປູກພາຍໃນທ້ອງຖິນ. ມັນບໍ່ພຽງພໍສຳລັບໂຮງສີເຂົ້າຈຳນວນນຶ່ງ ເຮັດໃຫ້ລາຄາຂອງເຂົ້າທີ່ຍັງບໍ່ທັນໄດ້ສີ ເພີ້ມສູງຂຶ້ນ.”

ອີງຕາມອົງການສະຫະປະຊາຊາດ ໄນຈີເຣຍ ເປັນຜູ້ຜະລິດເຂົ້າໃຫຍ່ທີ່ສຸດໃນອາຟຣິກາ. ທະນາຄານກາງຂອງໄນຈີເຣຍ ໄດ້ກ່າວວ່າ ກຳລັງການສີເຂົ້າຂອງປະເທດ ຈາກທີ່ຕ່ຳກວ່າ 350,000 ແມັດທຣິກໂຕນ ໃນປີ 2015 ເພີ້ມຂຶ້ນມາເປັນ 3 ລ້ານແມັດທຣິກໂຕນ ໃນປີ 2022.

ທ່ານມູຮາມມັດ ຊານີ ຜູ້ປະສານງານໂຄງການພິເສດຂອງສະມາຄົມຊາວກະສິກອນປູກເຂົ້າຂອງໄນຈີເຣຍ ກ່າວວ່າ ໂຮງສີເຂົ້າປະມານ 50 ແຫ່ງ ເມື່ອມໍ່ໆມານີ້ ໄດ້ປິດກິດຈະການໃນລັດຄາໂນ ຊຶ່ງເປັນລັດນຶ່ງທີ່ຜະລິດເຂົ້າລາຍໃຫຍ່ທີ່ສຸດຢູ່ ໄນຈີເຣຍ.

ທ່ານຊານີ ເວົ້າເປັນພາສາຮົວຊາ ວ່າ “ການຂາດເຂົ້າຂອງອິນເດຍ, ການປິດຊາຍແດນຂອງໄນຈີເຣຍ ທີ່ຕິດກັບ ສາທາລະນະລັດໄນເຈີ ເນື່ອງຈາກມາດຕະການລົງໂທດ ແລະການບໍ່ສາມາດເຂົ້າເຖິງຟາມຂອງພວກຊາວກະສິກອນ ເນື່ອງຈາກພວກໂຈນ, ສົ່ງຜົນກະທົບຢ່າງໜັກຕໍ່ໂຮງສີເຂົ້າທັງຫຼາຍ. ດຽວນີ້ ພວກເຮົາບໍ່ສາມາດລ້ຽງພວກເຮົາເອງໄດ້ ແມ່ນແຕ່ປະເທດຊາດ.”

ໂຄງການອາຫານໂລກ ຫລື WFP ກ່າວວ່າ ຊາວໄນຈີເຣຍ 25 ລ້ານກວ່າຄົນ ແມ່ນຢູ່ໃນຄວາມສ່ຽງໃນການປະເຊີນກັບຄວາມອຶດຢາກຂັ້ນຮ້າຍແຮງໃນປີ 2023. ຄວາມອຶດຢາກພວມສົ່ງຜົນກະທົບຕໍ່ປະຊາຊົນຄື ທ້າວ ມູອາຊູ ອັບດູລລາຮີ ຊາຍຜູ້ທີ່ມີຄອບຄົວໃນລັດຄາໂນ.

ທ້າວມູອາຊູ ອັບດູລລາຮີ ພົນລະເມືອງລັດຄາໂນ ເວົ້າພາສາຮົວຊາ ວ່າ “ບໍ່ດົນມານີ້ ຢູ່ໃນເມືອງໂຮໂຕໂຣ ຊາຍຄົນນຶ່ງ ຫຼັງຈາກລູກສາວຂອງລາວ ໄດ້ຖືກຝັງຢູ່ໃນສຸສານ, ກໍໄດ້ຢືນຂຶ້ນ ແລະໄດ້ກ່າວວ່າ ນາງໄດ້ເສຍຊີວິດ ຍ້ອນຄວາມອຶດຫີວ. ທຸກສິ່ງແມ່ນພຽງແຕ່ຮ້າຍແຮງຫຼາຍຂຶ້ນ ແລະມັນເປັນຍ້ອນປະຊາຊົນ ບໍ່ສາມາດຊື້ເຄື່ອງຢູ່ເຄື່ອງກິນໄດ້.

ການບຸກລຸກຢູເຄຣນຂອງຣັດເຊຍ, ຊຶ່ງເປັນນຶ່ງໃນຜູ້ຜະລິດເຂົ້າເບລທີ່ໃຫຍ່ທີ່ສຸດຂອງໂລກ ແມ່ນຍັງເປັນໄພຂົ່ມຂູ່ຕໍ່ການເຂົ້າເຖິງອາຫານປະເພດເມັດຂອງໄນຈີເຣຍ ນຳດ້ວຍ.

ແມ່ນກະທັງກ່ອນໜ້າທີ່ອິນເດຍ ໄດ້ຫ້າມການສົ່ງອອກເຂົ້າ ໃນເດືອນກໍລະກົດ ຊຶ່ງລັດຖະບານຂອງໄນຈີເຣຍ ໄດ້ປະກາດພາວະສຸກເສີນທາງດ້ານອາຫານ ຂະນະທີ່ໄພເງິນເຟີ້ໄດ້ນຳໄປສູ່ການເພີ້ມສູງຂຶ້ນຂອງລາຄາອາຫານ.

In July, India banned exports of non-basmati rice to keep prices low at home. But that ban is causing problems for rice mills in Nigeria. Alhassan Bala reports from Kano, Nigeria.

Muhammad Salisu Kura, owner of a rice mill in Kano State, Nigeria, was forced to shut down his operation a few months ago because there simply was no rice to process.

According to the International Trade Administration, Nigeria depends on the import of approximately 1.7 million metric tons of parboiled rice annually to meet domestic demand.

In 2022, Nigeria imported rice primarily from India, according to a research platform, the Observatory of Economic Complexity. In July, India halted the export of non-basmati rice to keep the prices at home low. That is forcing mills like Kura’s to shut down at least temporarily.

(Muhammad Salisu Kura, Rice Mill Owner) (Male, in Hausa)

“The Indian rice Export ban to Nigeria affected us, the absence of Indian rice has led to shortage of locally grown rice. It is not sufficient for the number of rice mills, that caused the price of unmilled rice to soar.”

According to the United Nations, Nigeria is the largest producer of rice in Africa. Nigeria’s central bank said the country’s milling capacity went from less than 350-thousand metric tons in 2015 to 3 million metric tons in 2022

Muhammad Sani, the special project coordinator of the Rice Farmers Association of Nigeria, says about 50 rice mills recently shut down in Kano, one of the largest rice-producing states in Nigeria.

(Muhammad Sani, Rice Farmers Association of Nigeria) (Male, in Hausa)

“The absence of Indian rice, Nigeria’s border closure with Niger Republic because of sanctions and farmers inability to access their farms because of bandits’, is hitting hard on rice mills. Right now, we cannot feed ourselves as a nation. We must import this rice.”

The World Food Program says over 25 million Nigerians are at risk of facing acute hunger in 2023. Hunger is impacting people like Mu'azu Abdullahi, a family man in Kano State.

(Mu'azu Abdullahi, Kano State Resident) (Male, in Hausa)

“Just recently here in Hotoro, one man, after his daughter was buried in the cemetery, stood up and said she died of starvation. Things are just getting worse, and it is because people can’t afford to buy food.”

Russia’s invasion of Ukraine, one of the world's largest producers of wheat, is also threatening Nigeria's access to grain.

Even before India banned exports of rice in July, the Nigerian government had declared a state of food emergency as inflation led to skyrocketing food prices.

XS
SM
MD
LG