ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ພະຍາຍາມທີ່ຈະສົ່ງ​ຍານລົງຈອດ ເທິງດວງເດືອນ ເປັນຄັ້ງທີສອງ


ຜູ້ຊາຍຄົນນຶ່ງ ກໍາລັງເຮັດວຽກກ່ຽວກັບອຸປະກອນ ສໍາລັບອົງການຄົ້ນຄວ້າອະວະກາດອິນເດຍ ຢູ່ທີ່ສະຖານີ Godrej Aerospace ໃນນະຄອນມຸມໄບ, ອິນເດຍ, ວັນທີ 10 ກໍລະກົດ 2023.
ຜູ້ຊາຍຄົນນຶ່ງ ກໍາລັງເຮັດວຽກກ່ຽວກັບອຸປະກອນ ສໍາລັບອົງການຄົ້ນຄວ້າອະວະກາດອິນເດຍ ຢູ່ທີ່ສະຖານີ Godrej Aerospace ໃນນະຄອນມຸມໄບ, ອິນເດຍ, ວັນທີ 10 ກໍລະກົດ 2023.

ອິນເດຍ ຈະສົ່ງ​ຍານໄປ​ປະ​ຕິ​ບັດ​ງານ ​ຢູ່​ເທິງດວງເດືອນ ໃນທ້າຍອາທິດນີ້ ເຊິ່ງຫວັງວ່າ ຈະກາຍເປັນປະເທດທີ 4 ທີ່ຂຶ້ນໄປຈອດຍານອະວະກາດຢູ່ເທິງພື້ນຜິວຂອງດວງເດືອນ.

ຈົນເຖິງຂະນະນີ້ ມີພຽງສາມປະເທດເທົ່ານັ້ນ ປະ​ກອບ​ມີ ສະຫະລັດ, ຣັດເຊຍ ແລະ ຈີນ ທີ່ປະສົບຜົນສໍາເລັດໃນອັນທີ່ຮ້ອງວ່າ “ການລົງຈອດທີ່ນຸ້ມນວນ” ຢູ່ເທິງດວງເດືອນ ເຊິ່ງຍານທີ່ລົງຈອດຢູ່ພື້ນຂອງດວງເດືອນ ​ບໍ່​ໄດ້​ຮັບຄວາມເສຍຫາຍໃດໆ.

ການ​ປະ​ຕິ​ບັ​ດ​ງານດັ່ງກ່າວ ເປັນ​ຂີດໝາຍ​ໃນຄວາມພະຍາຍາມຄັ້ງທີສອງ ຂອງອົງການຄົ້ນຄວ້າອະວະກາດອິນເດຍ ຫຼື ISRO ​ລົດ​ສຳ​ຫຼວດ ​ລົງ​ສູ່​ພື້ນດວງເດືອນ, ເຊິ່ງ​ຄວາມ​ພະ​ຍາ​ຍາມໃນ​ເທື່ອ​ກ່ອນ​ມີ​ຂຶ້ນປະມານ 4 ປີແຕ່ບໍ່ປະສົບຜົນ ສໍາເລັດ.

ຍານອະວະກາດດັ່ງກ່າວນັ້ນມີຊື່ວ່າ ຈັນ​ທ​ຣາ​ຍານ ທີ 3 (Chandrayaan-3), ເຊິ່ງມີຄວາມໝາຍວ່າ ຍານພາຫະນະສຳ​ຫຼວດດວງເດືອນໃນພາສາສັນສະກຣິດ, ໂດຍມີກໍານົດທີ່ຈະເລີ້ມສົ່ງໃນຕອນບ່າຍຂອງວັນສຸກ (2:35 ຕາມເວລາຂອງອິນເດຍ) ທີ່ຈະມາເຖິງນີ້. ຍານດັ່ງກ່າວ ມີອຸປະກອນຄົບຖ້ວນ ພ້ອມດ້ວຍເຄື່ອງລົງຈອດ ແລະຫຸ່ນຍົນສໍາຫຼວດ ໂດຍຄາດວ່າຈະລົງຈອດຢູ່ເທິງດວງເດືອນໃນວັນທີ 23 ຫຼື 24 ສິງຫາ ເພື່ອເຮັດ​ແຜນ​ທີ່ເທິງໜ້າດວງເດືອນ ເປັນເວລາປະມານ 2 ອາທິດ.

XS
SM
MD
LG