ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ສູງ​ສຸດ ອິນ​ເດຍ ອອກ​ຄຳ​ຕັດ​ສິນ ແຜ​້ວ​ທາງ ໃຫ້​ຊາວ​ຮິນ​ດູ ສ້າງວັດ ໃສ່​ບ່ອນ​ທີ່​ມີ​ບັນ​ຫາ​ຂັດ​ແຍ້ງ ກັບ​ຊາວ​​ມຸ​ສ​ລິມ


ຊາວ​ມຸ​ສ​ລິມ ໄວ້​ພາ​ວະ​ນາ ເພື່ອ​ສັນ​ຕິ​ພາບ ຂະ​ນະ​ທີ່​ສານ​ສູງ​ສຸດ ຂອງ​ອິນ​ເດຍ ຕັດ​ສິນ​ກ່ຽວ​ກັບ ສະ​ຖານ​ທີ່​ທາງ​ສາ​ສະ​ໜາ ທີ່​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ ໃນ​ເມືອງ​ອາ​ໂຍ​ຢາ (Ayodhya) ຢູ່​ໃນ​ບໍ​ລິ​ເວນ​ວັດ​ອິ​ສ​ລາມ ໃນ​ເມືອງ​ອາ​ເມ​ດາ​ບາດ, ​ອິນ​ເດຍ, ​ວັນ​ທີ 8 ພະ​ຈິກ 2019. REUTERS/Amit Dave
ຊາວ​ມຸ​ສ​ລິມ ໄວ້​ພາ​ວະ​ນາ ເພື່ອ​ສັນ​ຕິ​ພາບ ຂະ​ນະ​ທີ່​ສານ​ສູງ​ສຸດ ຂອງ​ອິນ​ເດຍ ຕັດ​ສິນ​ກ່ຽວ​ກັບ ສະ​ຖານ​ທີ່​ທາງ​ສາ​ສະ​ໜາ ທີ່​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ ໃນ​ເມືອງ​ອາ​ໂຍ​ຢາ (Ayodhya) ຢູ່​ໃນ​ບໍ​ລິ​ເວນ​ວັດ​ອິ​ສ​ລາມ ໃນ​ເມືອງ​ອາ​ເມ​ດາ​ບາດ, ​ອິນ​ເດຍ, ​ວັນ​ທີ 8 ພະ​ຈິກ 2019. REUTERS/Amit Dave

ສານ​ສູງ​ສຸດ​ຂອງ ອິນ​ເດຍ ໃນ​ວັນ​ເສົາ​ວານນີ້ ໄດ້​ມອບ​ທີ່​ດິນ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ໃຫ້​ຊາວ ຮິນ​ດູ, ເປັນ​ການ​ເປີດ​ທາງ​ສຳ​ລັບ​ການ​ກໍ່​ສ້າງວັດ​ໃນ​ເມືອງ ອາ​ໂຢທິ​ຢາ ໃນ​ພາກ​ເໜືອ​ຂອງ ອິນ​ເດຍ, ບ່ອນ​ທີ່​ກຸ່ມ​ຂອງ​ຊາວ ຮິນ​ດູ ໄດ້​ທັບ​ມ້າງວັດ​ອິ​ສ​ລາມ ​ສັດ​ຕະ​ວັດ​ທີ 16 ລົງ​ ດົນ​ກວ່າ 25 ປີ​ທີ່​ຜ່ານ​ມາ.

ການ​ຕັດ​ສິນ​ຢ່າງ​ເປັນ​ເອ​ກະ​ສັນ ກ່ຽວ​ກັບ ນຶ່ງ​ໃນ​ຄວາມ​ຂັດ​ແຍ້ງ​ທີ່​ເກົ່​າ​ແກ່​ທີ່​ສຸດ​ຂອງ​ປະ​ເທດ ແລະ ດຸ​ເດືອ​ດ​ທີ່​ສຸດ​ລະ​ຫວ່າງ​ຊາວ ຮິນ​ດູ ກັບ ກຸ່ມ​ຊາວ​ມຸ​ສ​ລິມ ນັ້ນ, ຜູ້​ພິ​ພາກ​ສາ​ຫ້າ​ທ່ານ ໄດ້​ອອກ​ຄຳ​ສັ່ງ​ວ່າ ຊາວ ມຸ​ສ​ລິມ ຄວນ​ໄດ້​ຮັບ​ທີ່​ດິນ​ບ່ອນ​ໃໝ່ ເພື່ອກໍ່​ສ້າງວັດ​ອິ​ສ​ລາມ​ໃສ່.

ການ​ໂຕ້​ຖຽງ​ກັນຫຼາຍ​ທົດ​ສະ​ວັດ ຍ້ອນ​ທີ່​ດິນ 1.12 ເຮັກ​ຕາໄດ້​ກາຍ​ເປັນ​ວິ​ກິດ​ການ ເມື່ອ​ການ​ທຳ​ລາຍ​ວັດ​ອິ​ສ​ລາມ ໄດ້​ກໍ່​ໃຫ້​ເກີດ​ການ​ຈະ​ລາ​ຈົນ​ທີ່​ໄດ້​ສັງ​ຫານ​ປະ​ຊາ​ຊົນ 2,000 ຄົນ.

ທີ່​ດິນ​ດັ່ງ​ກ່າວ​ຈະ​ຖືກມອບ​ໃຫ້​ບໍ​ລິ​ສັດ​ທີ່​ຈະ​ຖື​ກ​ກຳ​ນົດ​ໂດຍ​ລັດ​ຖະ​ບານ ສຳ​ລັບ​ການ​ຄວບ​ຄຸມ​ການ​ກໍ່​ສ້າງວັດ​ຮິນ​ດູ ນັ້ນ.

ບັນ​ດາ​ຜູ້​ນຳ​ຊາວ ຮິນ​ດູ ແລະ ມຸ​ສ​ລິມ ໄດ້​ກ່າວ​ຢ້ຳ​ເຖິງຄວາມ​ຮຽກ​ຮ້ອງ​ສຳ​ລັບ​ຄວາມ​ສະ​ຫງົບ ແລະ ຄ​ວາມ​ສາ​ມັກ​ຄີ ຫຼັງ​ຈາກ​ການ​ຕັດ​ສິນ​ໄດ້​ຖືກ​ປະ​ກາດ​ອອກ​ມາ.

ຊາວ​ຮິນ​ດູ​ ເຊື່ອ​ວ່າ ທີ່​ດິນ​ທີ່​ຂັດ​ແຍ້ງ​ກັນ​ນັ້ນ​ແມ່ນ​ບ່ອນ​ເກີດ​ຂອງ​ພະ​ເຈົ້າ​ ຣາ​ມາ ຂອງ​ເຂົາ​ເຈົ້າ ແລະ ວ່າ​ວັດ​ອິ​ສ​ລາມ​ດັ່​ງ​ກ່າວ​ຖືກ​ສ້າງ​ໃສ່​ສະ​ຖານ​ທີ່​ຫັກ​ພັງ​ຂອງ ວັດ​ຮິນ​ດູນັ້ນ.

ທ່ານ ຊາ​ຟາ​ຣີ​ຢາບ ຈິ​ລາ​ນີ, ທະ​ນາຍ​ຄວາມ​ຂອງ​ຄູ່​ກໍ​ລະ​ນີ​ຊາວ​ມຸ​ສ​ລິມ, ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ບໍ່​ພໍ​ໃຈ​ກັບ​ການ​ຕັດ​ສິນ ແຕ່​ໄດ້​ຂໍ​ຮ້ອງ​ຄວາມ​ສະ​ຫງົບ.

ທ່ານ​ໄດ້​ກ່າວ​ວ່າ “ທີ່​ດິນ​ຂອງວັດ​ອິ​ສ​ລາມ​ໄດ້​ຖືກມອບ​ໃຫ້​ຝ່າຍ​ອື່ນ. ນີ້​ບໍ່​ແມ່ນ​ຄວາມ​ເປັນ​ທຳ ຫຼື ຍຸ​ຕິ​ທຳ.”

ການ​ຮັກ​ສາ​ຄວາມ​ປອດ​ໄພ​ແມ່ນ​ເຄັ່ງ​ຄັດ​ໃນ​ທົ່ວ​ປະ​ເທດ, ໂດຍ​ສະ​ເພາະ​ໃນ​ເມືອງ ອາ​ໂຢ​ທິ​ຢາ, ເຊິ່ງ​ຖືກ​ຄວາມ​ຄຸມ​ໂດຍ​ຕຳຫຼວດ ແລະ ກອງ​ກຳ​ລັງ​ທະ​ຫານ​ເສີມ 5,000 ຄົນ ແລະ ການ​ເດີນ​ຂະ​ບວນ​ແມ່ນ​ໄດ້​ຖືກ​ຫ້າມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ ນາ​ເຣັນ​ດ​ຣາ ໂມ​ດີ , ຜູ້​ທີ່​ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ຄວາມ​ຄຸມ​ອາ​ລົມນັ້ນ, ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ ການ​ຕັດ​ສິນ​ດັ່ງ​ກ່າວ ບໍ່​ຄວນ​ຖືກ​ພິ​ຈາ​ລະ​ນາ​ດັ່ງ​ກັບ​ໄຊ​ຊະ​ນະ ຫຼື ຜ່າຍ​ແພ້​ສຳ​ລັບ​ຄົນ​ຜູ້​ໃດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG