ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຈະສົ່ງການຊ່ວຍເຫຼືອບັນເທົາທຸກ ໄປໃຫ້ອັຟການິສຖານ ຜ່ານປະເທດປາກິສຖານ


ຜູ້ຊາຍຄົນນຶ່ງແຈກຢາຍເຂົ້າຈີ່ໃຫ້ແມ່ຍິງຢູ່ນອກຮ້ານຂາຍເຂົ້າຈີ່ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 2 ທັນວາ, 2021.
ຜູ້ຊາຍຄົນນຶ່ງແຈກຢາຍເຂົ້າຈີ່ໃຫ້ແມ່ຍິງຢູ່ນອກຮ້ານຂາຍເຂົ້າຈີ່ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 2 ທັນວາ, 2021.

ອິນເດຍ ຈະເລີ້ມສົ່ງເຂົ້າສາລີໃນຈໍານວນ 50,000 ໂຕນໄປຊ່ວຍອັຟການິສຖານ ໂດຍຜ່ານປະເທດປາກິສຖານ ພາຍໃນອາທິດໜ້ານີ້, ເຊິ່ງເປັນການຮ່ວມມືທີ່ບໍ່ຄ່ອຍມີຂອງສອງປະເທດຄູ່ແຂ່ງ ເພື່ອຊ່ວຍເຫຼືອປະຊາຊົນຊາວອັຟການິສຖານຫຼາຍລ້ານຄົນ ທີ່ກໍາລັງປະເຊີນກັບການຂາດສະບຽງອາຫານຢ່າງຮຸນແຮງ.

ອິສລາມາບັດ ໄດ້ເຫັນດີຕໍ່ຄໍາຮ້ອງຂໍຂອງ ນິວເດລີ ໃນເດືອນພະຈິກທີ່ຜ່ານມາ ເພື່ອອະນຸຍາດໃຫ້ຂົນສົ່ງເຂົ້າສາລີດັ່ງກ່າວ ຜ່ານດິນແດນຂອງ​ຕົນ ແລະຂະນະນີ້ ທັງສອງຝ່າຍກໍໄດ້ຕົກ​ລົງ​ກັນ​ກ່ຽວ​ກັບວິທີຂອງການຂົນສົ່ງ, ເຈົ້າໜ້າທີ່ຂອງປາກິສຖານ ກ່າວຢືນຢັນໃນມື້ວັນຈັນວານນີ້.

ການຈັດການດັ່ງກ່າວ ຮຽກຮ້ອງໃຫ້ລົດບັນທຸກຂອງອັຟການິສຖານ​ໄປຮັບເອົາ​ອາ​ຫານເມັດຈາກອິນເດຍ ແລະນໍາເອົາອາຫານເຫຼົ່ານັ້ນ ຜ່ານດ່ານຊາຍແດນວາກາ (Wagha) ຂອງປາກິສຖານ ໄປຫາເມືອງຈາລາລາບັດ ທາງທິດຕາເວັນອອກຂອງອັຟການິສຖານ.

ເຈົ້າໜ້າທີ່ກ່າວວ່າ ຂະບວນທໍາອິດຂອງລົດຂົນສົ່ງທີ່ບັນທຸກເຂົ້າສາລີ ມີກໍານົດທີ່ຈະເລີ້ມເດີນທາງອອກຈາກເມືອງອາທາຣີ (Attari) ທີ່ຢູ່ຊາຍແດນຂອງອິນເດຍ ໃນວັນທີ 22 ກຸມພາ ໃນໄລຍະທາງໄປອັຟການິສຖານໂດຍຜ່ານ​ດ່ານຊາຍແດນ ທອກແຮມ (Torkham) ທີ່ຢູ່ທາງທິດຕາເວັນຕົກສຽງເໜືອຂອງປາກິສຖານ.

ເຈົ້າໜ້າທີ່ຂອງອິນເດຍກ່າວວ່າ ການຊ່ວຍເຫຼືອທາງດ້ານມະນຸດສະທໍາຈະຖືກມອບ​ໃຫ້ໂຄງການອາຫານໂລກ (WFP) ທີ່​ເມືອງຈາລາລາບັດ ເພື່ອແຈກຢາຍໃຫ້ແກ່ຄອບຄົວຊາວອັຟການິສຖານ ພາຍໃຕ້ຂໍ້ຕົກລົງ “ຄັ້ງ​ປະ​ຫວັດ​ສາດ” ທີ່ອົງການສະ​ຫະ​ປະ​ຊາ​ຊາດ ໄດ້ເຊັນກັບລັດຖະບານນິວເດລີໃນມື້ວັນສຸກທີ່ຜ່ານມານີ້.

“ໜ້າທີ່ທີ່ຍິ່ງໃຫຍ່ຂອງພວກເຮົາໃນຕໍ່ໜ້ານີ້ ແລະສິ່ງນ້ອຍໆຕ່າງໆແມ່ນມີຄຸນຄ່າ. ການປະຕິບັດຂອງອິນເດຍໃນການຊ່ວຍເຫຼືອເຂົ້າສາລີ 50,000 ໂຕນນັ້ນແມ່ນມີຄວາມໝາຍສໍາຄັນ ໂດຍສະເພາະຢ່າງຍິ່ງໃນຊ່ວງເວລາຂອງໂຣກລະບາດນີ້, ແລະພວກເຮົາກໍຍັງຄົງມີຄວາມຫວັງວ່າ ລັດຖະບານຂອງປະເທດອິນເດຍ ຈະຂະຫຍາຍຄວາມກະລຸນາດັ່ງກ່າວນີ້ ສໍາລັບການເພີ້ມເຂົ້າສາລີຂຶ້ນຕື່ມ ເມື່ອໃດຫາກເປັນໄປໄດ້,” ທ່ານບີໂຊວ ປາຣາຈູລີ (Bishow Parajuli), ຫົວໜ້າໂຄງການອາຫານໂລກ ປະຈໍາປະເທດອິນເດຍ ກ່າວຕໍ່ໜັງສືພິມຮິນດູ.

ປາກິສຖານໄດ້ປິດເສັ້ນທາງການຄ້າສອງ​ຝ່າຍ​ທັງ​ໝົດກັບອິນເດຍ ແລະໄດ້ຫຼຸດລະດັບຄວາມສໍາພັນທະວີພາຄີທີ່​ບ​ແບບເບົາບາງນັ້ນໃນເດືອນສິງຫາ 2019 ເພື່ອປະທ້ວງຕໍ່ການຕັດສິນໃຈ ຂອງລັດຖະບານນິວເດລີທີ່ໄດ້ຍົກ​ເລີກຖານະ​ເຄິ່ງປົກຄອງຕົນເອງ ຂອງ​ແຄວ້ນ​ແຄັ​ສ​ເມຍ ໃນ​ສ່ວນ​ທີ່​ອິນ​ເດຍ​ປົກ​ຄອງນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG