ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ປະສົບຄວາມສໍາເລັດ ໃນການເດີນທາງໄປສໍາຫຼວດດວງຕາເວັນ


ແຟ້ມຮູບ-ພາບຖ່າຍຈາກ Toutube ຂອງອົງການຄົ້ນຄວ້າອະວະກາດອິນເດຍ ຫຼື ISRO ສະແດງໃຫ້ເຫັນຍານອະວະກາດ Aditya-L1 ປ່ອຍອອກຈາກຖານດາວທຽມ ຈາກສູນກາງອະວະກາດ ສຣິຮາຣິໂກຕາ (Sriharikota), ອິນເດຍ, ວັນທີ 2 ກັນຍາ 2023.
ແຟ້ມຮູບ-ພາບຖ່າຍຈາກ Toutube ຂອງອົງການຄົ້ນຄວ້າອະວະກາດອິນເດຍ ຫຼື ISRO ສະແດງໃຫ້ເຫັນຍານອະວະກາດ Aditya-L1 ປ່ອຍອອກຈາກຖານດາວທຽມ ຈາກສູນກາງອະວະກາດ ສຣິຮາຣິໂກຕາ (Sriharikota), ອິນເດຍ, ວັນທີ 2 ກັນຍາ 2023.

ອິນ​ເດຍ ​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ​ອີກ​ຄັ້ງນຶ່ງ​ໃນ​ການ​ສຳ​ຫຼວດ​ອະ​ວະ​ກາດ ໂດຍ​ໄດ້​ນຳ​ເອົາ​ຍານ​ອະວະ​ກາດ ເຂົ້າ​ສູ່​ວົງ​ໂຄ​ຈອນ​ດ້ວຍຄວາມ​ສຳ​ເລັດ​, ເຊິ່ງ​ຈະດໍາເນີນການ​ສຶກ​ສາ​ດວງ​ຕາ​ເວັນ​ເປັນ​ເວ​ລາ 5 ປີ.

ອິນ​ເດຍ ​ໄດ້​ເຂົ້າ​ຮ່ວມ​ກຸ່ມບັນດາ​ປະ​ເທດ​ທີ່ສຶກສາກ່ຽວກັບ​ດວງ​ຕາ​ເວັນມາ​ແລ້ວ 4 ເດືອນ ​ລຸນຫຼັງທີ່ອິນເດຍກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່ລົງ​ຈອດ​ຍານ​ອະວະກາດ​ບໍ່​ມີ​ຄົນ​ຂັບ​ຢູ່ຂົ້ວ​ໃຕ້​ຂອງ​ດວງ​ເດືອນ, ​ເຊິ່ງ​ໄດ້ສ້າງ​ຊື່​ສຽງ​ຂອງ​ຕົນ​ວ່າ​ເປັນ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ຂຶ້ນ ​ໃນ​ແຖວ​ໜ້າ​ຂອງ​ການ​ສຳ​ຫຼວດ​ອະວະກາດ.

ອົງການ​ຄົ້ນ​ຄ້ວາ​ອະວະກາດ​ຂອງ​ອິນ​ເດຍກ່າວ​ວ່າ ຍານ​ອະວະກາດເພື່ອສັງເກດການ ອາດິດຢາ (Aditya) L-1, ​ໄປ​ເຖິງ​ບ່ອນ​ທີ່​ມັນ​ສາມາດ​ຕິດຕາມ​ເບິ່ງ​ຊັ້ນ​ນອກ​ຂອງ​ດວງ​ຕາເວັນ ​ແລະ​ສົ່ງ​ຂໍ້​ມູນ​ກັບ​ຄືນ​ສູ່​ໂລກ​ໃນ​ວັນ​ເສົາ​ແລ້ວ​ນີ້. ຍານ​ອະວະກາດ​ດັ່ງກ່າວ​ ໄດ້​ຖືກ​ສົ່ງ​ຂຶ້ນ​ເມື່ອ​ວັນ​ທີ 2 ກັນຍາ​, ​ເຊິ່ງໄດ້​ໃຊ້​ເວລາ​ 4 ​ເດືອນ ​ຈຶ່ງໄປ​ເຖິງ​ຈຸດໝາຍ​ປາຍທາງຂອງມັນ.

"ການໂຄຈອນຂອງຍານອະວະກາດ Aditya-L1 ເປັນການໂຄຈອນໃນວົງລັດສະໝີເປັນໄລຍະໆ ທີ່ຕັ້ງຢູ່ຫ່າງຈາກໂລກປະມານ 1.5 ລ້ານກິໂລແມັດ," ອີງຕາມການຖະແຫຼງການສະບັບນຶ່ງຂອງ​ອົງ​ການ ISRO.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG