ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອິນ​ເດຍ ​ຍັງ​ສືບ​ຕໍ່ຍຶດ​ໝັ້ນ ໃນການ​ເປັນ​ພາ​ຄີ​ ກັບ​ຣັດ​​ເຊຍ


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ເດີນ​ທາງ​ໄປ​ຮອດ​ກ່ອນ​ເວ​ລາ ໃນ​ການ​ພົບ​ປະ​ຂອງ​ພວກ​ທ່ານ ທີ່​ເຮືອນ​ຮັບ​ຮອງ​ຮາຍ​ເດີ​ຣາ​ບາດ ໃນ​ນະ​ຄອນ​ຫຼວງ​ນິວ​ເດ​ລີ ເມື່ອ​ວັນ​ທີ 5 ຕຸ​ລາ 2018.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ເດີນ​ທາງ​ໄປ​ຮອດ​ກ່ອນ​ເວ​ລາ ໃນ​ການ​ພົບ​ປະ​ຂອງ​ພວກ​ທ່ານ ທີ່​ເຮືອນ​ຮັບ​ຮອງ​ຮາຍ​ເດີ​ຣາ​ບາດ ໃນ​ນະ​ຄອນ​ຫຼວງ​ນິວ​ເດ​ລີ ເມື່ອ​ວັນ​ທີ 5 ຕຸ​ລາ 2018.

ທັງໆ​ທີ່​ໄດ້​ຮັບ​ຄວາມ​ກົດ​ດັນ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ ແຕ່​ອິນ​ເດຍ​ກໍ​ຍັງ​ຍຶດ​ໝັ້ນ​ໃນ​ການ​ເປັນ​ພາ​ຄີ​ກັບ​ຣັດ​ເຊຍ ໂດຍ​ປະ​ຕິ​ເສດ​ທີ່​ຈະ​ປະ​ນາມ​ການ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັ​ນ​ຕົກ​ຕໍ່​ມົ​ສ​ກູ. ແນວ​ໃດ​ກໍ​ຕາມ ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ນີ້​ບໍ່​ໄດ້​ມີ​ຜົນ​ກະ​ທົບ​ໃດໆ ຫຼື​ມີ​ທ່າ​ທີ​ວ່າ​ຈະ​ມີ​ຜົນກະ​ທົບ ຕໍ່​ການ​ມີ​ຄວາມ​ສຳ​ພັນ​ເພີ້ມ​ຂຶ້ນ​ຂອງ​ອິນ​ເດຍ​ກັບ​ສະ​ຫະ​ລັດ.

India Remains Steadfast in Partnership with Russia
please wait

No media source currently available

0:00 0:03:13 0:00

ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມົ​ສ​ກູ​ເມື່ອ​ເດືອນ​ແລ້ວນີ້ ​ທ່ານ​ຊູບ​ຣາ​ມາ​ນີ​ຢາມ ໄຈ​ຊັງ​ກາ (Subramanyam Jaishankar) ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ກ່າວ​ວ່າ ນິວ​ເດ​ລີ​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ກັບ​ພັນ​ທະ​ມິດ​ໃນ​ສະ​ໄໝ​ສົງ​ຄາມ​ເຢັນ​ຂອງ​ຕົນ.

ທ່ານ​ກ່າວ​ວ່າ “ສຳ​ລັບ​ພວກ​ເຮົາ​ແລ້ວ ຣັດ​ເຊຍ​ແມ່ນ​ພາ​ຄີ ​ທີ່​ໝັ້ນ​ຄົງ​ ແລະ​ໄດ້​ຮັບ​ການ​ພິ​ສູດ​ຕາມ​ເວ​ລາ ແລະ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ໄປ​ນັ້ນ ການ​ຊັ່ງ​ຊາ​ແບບ​ບໍ່​ອະ​ຄະ​ຕິ​ໃດໆກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ພວກ​ເຮົາໃນ​ໄລ​ຍະ​ຫຼາຍໆ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ​ ມັນ​ໄດ້​ຮັບ​ໃຊ້​ປະ​ເທດ​ຂອງ​ພວກ​ເຮົາ​ທັງ​ສອງ​ດີ​ຫຼາຍ.”

ນິວ​ເດ​ລີ​ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ວາງ​ມາດ​ຕະ​ການລົງ​ໂທດ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​ຕໍ່​ຣັດ​ເຊຍແລະ​ກໍ​ບໍ່​ໄດ້​ອອກ​ສຽງໃນ​ການ​ລົງ​ມະ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕໍ່​ມົ​ສ​ກູ​ກ່ຽວ​ກັບ​ການ​ຮຸກ​ຮານ​ຢູ​ເຄ​ຣນ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ກອງ​ທັບ​ອິນ​ເດຍ​ແມ່ນ​ເພິ່ງ​ພາ​ລົດ​ຖັງ ເຮືອ​ບິນ​ລົບ​ແລະ​ອຸບ​ປະ​ກອນ​ອື່ນໆ​ອີກ​ຈາກ​ຣັດ​ເຊຍ ຈຶ່ງ​ບໍ່​ສາ​ມາດ​ທີ່​ຈະ​ໂດດ​ດ່ຽວມົ​ສ​ກູ ໂດຍ​ສະ​ເພາະ​ແລ້ວ​ໃນ​ເວ​ລາ​ທີ່​ຄວາມ​ເຄັ່ງ​ຕຶງ​ກັບ​ຈີນ ພວມ​ເພີ້​ມ​ທະ​ວີ​ຂຶ້ນ ໂດຍ​ທີ່ກອ​ງ​ທັບ​ຂອງ​ປະ​ເທດ​ທັງ​ສອງ​ ພວມ​ເຕົ້າ​ໂຮມ​ກຳ​ລັງ​ກັນ​ຂະ​ໜາດ​ໃຫຍ່ ເປັນ​ລະ​ດູ​ໜາວ​ທີ​ສາມ ຢູ່​ຕາມ​ຊາຍ​ແດນ​ໃນ​ເຂດ​ພູ​ຫິມ​ະ​ໄລ​ທີ່​ມີ​ການ​ຂັດ​ແຍ້ງນັ້ນ.

ທ່ານ​ຮາ​ສ ແພນ​ທ໌ (Harsh Pant) ຮອງ​ປະ​ທານ​ການ​ສຶກ​ສາ​ແລະ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທີ່​ມູນ​ນິ​ທິ​ສັງ​ເກດ​ການ ​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ທີ່​ນະ​ຄອນ​ຫຼວງ​ນິວ​ເດ​ລີ ກ່າວ​ວ່າ “ຖ້າ​ທະ​ຫານ​ຂອງ​ທ່ານ​ ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ຈີນ ທ່ານ​ຈະ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້​ຫຼາຍ​ກັບ​ປະ​ເທດ​ທີ່​ສະ​ໜອງ​ອາ​ວຸດ​ໃຫ້​ທ່ານ. ຄວາມ​ສຳ​ພັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ອິນ​ເດຍທີ່​ແບ່ງ​ປັນ​ອຸບ​ປະ​ກອນ​ທີ່​ຣັດ​ເຊຍ​ເຮັດ ອິນ​ເດຍ​ຈຶ່ງ​ເລືອກ​ເອົາ​ການ​ພົວ​ພັນ​ແບບ​ທີ່​ເປັນ​ຈິງ​ຫຼາຍກວ່າ.”

ໂດຍ​ການ​ປະ​ຕິ​ເສດ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ຜູ້​ນຳ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ບໍ່​ໃຫ້​ຊື້​ນ້ຳ​ມັນ​ດິບ​ຂອງ​ຣັດ​ເຊຍນັ້ນ ອິນ​ເດຍ​ຊ້ຳ​ພັດ​ເພີ້ມ​ການ​ຊື້​ນ້ຳ​ມັນ ຖ່ານ​ຫີນ ແລະ​ຝຸ່ນ​ວິ​ທະ​ຍາ​ສາດ​ຫຼາຍ​ຂຶ້ນ​ຈາກ​ມົ​ສ​ກູ. ຈາກ​ປະ​ລິ​ມານ​ບໍ່​ຮອດ​ນຶ່ງ​ເປີ​ເຊັນ​ກ່ອນ​ສົງ​ຄາມ​ເລີ້ມ​ຂຶ້ນ ຣັດ​ເຊຍ​ໄດ້​ກາຍ​ເປັນ​ຜູ້​ສະ​ໜອງ​ນ້ຳ​ມັນ ​ລາຍ​ໃຫຍ່​ສຸດ​ພາຍ​ໃນ​ເວ​ລາ​ທ້າຍ​ປີ. ເຈົ້າ​ໜ້າ​ທີ່​ອິນ​ເດຍ​ກ່າວ​ວ່າ ການ​ຊື້​ນ້ຳ​ມັນ​ຈາກ​ມົ​ສ​ກູ​ແມ່ນ​ເປັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ ແລະ​ຕົນ​ຈະ​ດຳ​ເນີນ​ຕໍ່​ໄປ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG