ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອິນ​ເດຍບໍ່​ສາ​ມາດ ສື່​ສານກັບ​ຍາ​ອະ​ວະ​ກາດ ບໍ່​ມີ​ຄົນ​ຂັບຂອງ​ຕົນ​ ທີ່ກຳ​ລັງ​ຈະລົງ​ໄປ​ຈອດ ຢູ່ດວງ​ຈັນ


ພາບ​ທີ່​ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ​​ອິນ​ເດຍ​ສະ​ແດງ​ໃຫ້​ເຫັນ ດາວ​ທຽມ Geosynchronous Satellite ຍິງ​ຈະ​ຫລວດ MkIII ທີ່​ບັນ​ທຸກ​ຍານ​ອະ​ວະ​ກາດ Chandrayaan-2 ກຳ​ລັງ​ທະ​ຍານ​ຂຶ້ນໄປ​ຈາກສູນ​ກາງ ອະ​ວະ​ກາດ Satish Dhawan ຢູ່​ໃນ​ເມືອງ Sriharikota ຂອງ​ອິນ​ເດຍໃນວັນ​ທີ 22 ກໍ​ລະ​ກົດ, 2019
ພາບ​ທີ່​ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ​​ອິນ​ເດຍ​ສະ​ແດງ​ໃຫ້​ເຫັນ ດາວ​ທຽມ Geosynchronous Satellite ຍິງ​ຈະ​ຫລວດ MkIII ທີ່​ບັນ​ທຸກ​ຍານ​ອະ​ວະ​ກາດ Chandrayaan-2 ກຳ​ລັງ​ທະ​ຍານ​ຂຶ້ນໄປ​ຈາກສູນ​ກາງ ອະ​ວະ​ກາດ Satish Dhawan ຢູ່​ໃນ​ເມືອງ Sriharikota ຂອງ​ອິນ​ເດຍໃນວັນ​ທີ 22 ກໍ​ລະ​ກົດ, 2019

ການ​ປະ​ຕິ​ບັດ​ງານ​ທີ່​ມີ​ຄວາມ​ມຸ້ງ​ຫວັງ​ສູງ​ຂອງ​ອິ​ເດຍ ຈະ​ເອົາ​ຍານ​ສຳ​ຫລວດ ທີ່ບໍ່​ມີ​ຄົນ​ຂັບ​ເທິງດວງ​ຈັນ​ປະ​ເຊີນ​ກັບ​ຄວາມຫລົ້ມ​ແຫລວ ເມື່ອ​ອົງ​ການ​ອະ​ວະ​ກາດ​ຂອງ​ຕົນບໍ່​ສາ​ມາດ​ຕິດ​ຕໍ່​ກັບ​ຍານ​ທີ່ກຳ​ລັງ​ລົງໄປ​ນັ້ນ ເປັນ​ເວ​ລາ​ຫລາຍ​ນາ​ທີ ກ່ອນ​ຍານ​ດັ່ງ​ກ່າວ​ຈະ​ລົງ​ໄປສຳພັດ​ທີ່​ສຳ​ຄນກັບ​ພື້ນ​ຂອງພື້ນ​ຜີວ​ຂອງດວງຈັນ​.

ມັນ​ເປັນ​ເລື້ອງ​ທີ່​ໜ້າ​ຜິດ​ຫວັງ​ຫລາຍ​ສຳ​ລັບ​ປະ​ເທດ​ທີ່​ມີ​ຄວາມມຸ້ງ​ຫວັງຢ່າງແຮງ​ກ້າທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ຜົນ​ງານ​ທີ່ມີ​ແຕ່ 3 ປະ​ເທດ​ເທົ່າ​ນັ້ນ​ ທີ່​ສາ​ມາດ​ບັນ​ລຸ​ໄດ້ເທົ່າ​ທີ່​ຜ່ານ​ມາຊຶ່ງ​ລວມ​ມີ ສະ​ຫະ​ລັດ​, ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ ແລະ​ຈີນ.

ຫລາຍ​ໆ ລ້ານ​ຄົນ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ພາ​ກັນ​ບໍ່​ຫລັບ​ບໍ່​ນອນເພື່ອ​ລໍ​ຖ້າ​ເບິ່ງພາບ​ຂອງ “ການຢ່ອນ​ລົງ​ໄປ​ແບບ​ຄ່ອຍໆ" ທີ່​ປ່ອຍ​ຍານ​ລົງ​ໄປຍັງ​ເຂດ​ທາງ​ໃຕ້​ຂອງ​ດວງ​ຈັນທີ່​ຍັງ​ບໍ່​ທັນ​ຖືກສຳ​ຫລວດເທື່ອ​ນັ້ນໃນ​ເວ​ລາ​ປະ​ມານ 2 ໂມງ​ເຊົ້າໃນ​ວັນ​ເສົາ​ມື້ນີ້ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ. ມັນ​ເປັນ​ພາກ​ສ່ວນ​ທີ່​ທ້າ​ທາຍ​ຫລາຍ​ທີ່​ສຸດສຳ​ລັບ​ການ​ຂຶ້ນ​ໄປ​ດວງຈັນ​ຄັ້ງ​ທີ 2 ຂອງ​ອິນ​ເດຍ ທີ່​ເອີ້ນ​ວ່າ ຈັນດຣາ​ຍານ (Chandrayaan)-2.

ທຸກ​ສິ່ງ​ທຸກ​ຢ່າງ​ປາ​ກົດ​ວ່າ ເປັນ​ໄປ​ດ້ວຍ​ດີ ແຕ່​ວ່າ​ບັນ​ຍາ​ກາດ​ຢູ່​ໃນ​ຫ້ອງ​ຄວບ​ຄຸມ ການ​ປະ​ຕິ​ບັດ​ງານ​ໄດ້​ປ່ຽນ​ໄປ​ໃນ​ຊ່ວງ​ເວ​ລາ​ສຸດ​ທ້າຍຕອນ​ທີ່​ຍານດັ່ງ​ກ່າວ​ຍັງ​ອີກ 2 ກິ​ໂລ​ແມັດ​ຈະລົງ​ໄປ​ເຖິງ​ໜ້າ​ດວງ​ຈັນ.

“ການ​ລົງ​ໄປ​ຂອງຍານ​ອະ​ວະ​ກາດວິ​ຄ​ຣາມ (Vikram) (ກຳ​ລັງ​ດຳ​ເນີນ​ໄປ) ຕາມ​ແຜນ​ການ​ທີ່​ວາງ​ໄວ້ ແລະ​ມີ​ການ​ຕິດ​ຕາມ​ການປະ​ຕິ​ບັດ​ງານຕາມ​ປົກ​ກະ​ຕິ," ນັ້ນ​ຄື​ຄຳ​ເວົ້າ​ຂອງປະ​ທານ​ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດອິນ​ເດຍ, ທ່ານ ເຄ ສີ​ວັນ (K. Sivan) ທີ່​ກ່າວ​ຢູ່​ໃນ​ຄຳ​ປະ​ກາດ​ແບບ​ສັ້ນໆ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຈາກນັ້ນ, ການ​ສື່​ສານ​ມາຈາກ​ຍານ​ທີ່​ລົງ​ໄປ​ຫາ​ສະ​ຖາ​ນີ​ຢູ່​ພາກ​ພື້ນນັ້ນກໍຂາດ​ໄປ. ​ກຳ​ລັງ​ມີ​ການວິ​ໄຈຂໍ້​ມູນ​ຢູ່."

ນາ​ຍົກ​ລັດ​ຖະ​ມົນ​ຕີ ນາ​ເຣນ​ດາ ໂມ​ດີ (Narendra Modi) ທີ່​ໄດ້​ຕິດ​ຕາມ​ການ​ລົງ​ໄປດວງ​ຈັນ​ຂອງ​ຍານ​ດັ່ງ​ກ່າວ​ກັບ​ພວກ​ນັກ​ວິ​ທະ​ຍາ​ສາດ ຢູ່​ຫ້ອງ​ປະ​ຕິ​ບັດ​ງານ ​ໃນ​ເມືອງເບັງ​ກາ​ລູ​ຣູ (Bengaluru), ໄດ້​ສັນ​ລະ​ເສີນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ. ທ່ານ​ກ່າວ​ເພີ້ມ​ວ່າ "ຊີ​ວິດ​ມີ​ຕອນ​ຂຶ້ນ ແລະ​ຕອນ​ລົງ. ການ​ເຮັດ​ວຽກ​ຢ່າງ​ຂະ​ຫຍັນ​ຂອງ​ພວກທ່ານໄດ້​ສອນ​ໃຫ້​ພວກ​ເຮົາ​ຮູ້​ຫລາຍຢ່າງ ແລະ​ຄົນ​ທັງ​ປະ​ເທດ​ແມ່ນ​ມີ​ຄວາມ​ພູມ​ໃຈ​ຕໍ່​ພວກ​ທ່ານ."

ໃນ​ເວ​ລາ​ຕໍ່​ມາທ່ານ​ຂຽນ​ລົງ​ໃນ​ທວີດ​ເຕີ​ວ່າ, "ອິນ​ເດຍ​ມີ​ຄວາມ​ພູ​ມ​ໃຈຕໍ່​ພວກ​ນັກ​ວິ​ທະ​ຍາ​ສາດ​ຂອງ​ພວກ​ເຮົາ! ພວກ​ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ ແລະ ມີ​ແຕ່​ເຮັດ​ໃຫ້​ອິນ​ເດຍ​ມີ​ຄວາມ​ພູມ​ໃຈ​ມາ​ຕະ​ຫລອດ. ນີ້​ຄື​ກາ​ລະ​ໂອ​ກາດ ທີ່​ຈະ​ຕ້ອງ​ມີ​ຄວາມ​ກ້າ​ຫານ ແລະ​ພວກ​ເຮົາ​ຈະ​ມີ​ຄວາມ​ກ້າ​ຫານ."

ໂດຍ​ທີ່​ຂາດ​ການ​ຕິດ​ຕໍ່ ຈຶ່ງບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ຍາກ​ອະ​ວະ​ກາດ​ດັ່ງ​ກ່າວ ໄດ້​ລົງ​ໄປໜ້າດວງ​ຈັນ​ຢ່າງ​ປອດ​ໄພ​ຫລືບໍ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG