ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກ​ຝ່າຍ​ຄ້ານ​ຂອງ​ອິນ​ເດຍ ຈັດ​ການ​ປະ​ທ້ວງ​ຕໍ່​ຕ້ານ ກົດ​ໝາຍວ່າ​ດ້ວຍ​ສັນ​ຊາດ ​ສະ​ບັບ​ໃໝ່


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ນາ​ເຣນ​ດ​ຣາ ໂມ​ດີ ກ່າວ​ຖະ​ແຫລງ ໃນ​ການ​ຊຸມ​ນຸມ ຂອງ​​ພັກ​ບາ​ຣາ​ຕີ​ຢາ ຈາ​ນາ​ຕາ ຮິນ​ດູ​ແຫ່ງ​ຊາດຂອງທ່ານ​ ຫຼື້ BJP, ຢູ່​ໃນ​ນະ​ຄອນຫຼວງ​​ນິວ​ເດ​ລີຂອງ​ອິນ​ເດຍ​, ​ເມື່ອ​ວັນ​ອາ​ທິດ ທີ 22 ທັນ​ວາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ນາ​ເຣນ​ດ​ຣາ ໂມ​ດີ ກ່າວ​ຖະ​ແຫລງ ໃນ​ການ​ຊຸມ​ນຸມ ຂອງ​​ພັກ​ບາ​ຣາ​ຕີ​ຢາ ຈາ​ນາ​ຕາ ຮິນ​ດູ​ແຫ່ງ​ຊາດຂອງທ່ານ​ ຫຼື້ BJP, ຢູ່​ໃນ​ນະ​ຄອນຫຼວງ​​ນິວ​ເດ​ລີຂອງ​ອິນ​ເດຍ​, ​ເມື່ອ​ວັນ​ອາ​ທິດ ທີ 22 ທັນ​ວາ 2019.

ເກືອບ 2,000 ຄົນ ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນ​ສາຍ​ຕ່າງໆໃນນະ​ຄອນຫຼວງ​ຂອງ​ອິນ​ເດຍ ໃນ​ວັນ​ຈັນ​ວານນີ້ ໃນ​ການ​ປະ​ທ້ວງ​ແບບ​ງຽບໆ ທີ່​ໄດ້​ຈັດ​ຂຶ້ນ​ໂດຍ​ພັກ​ຝ່າຍ​ຄ້ານ​ທັງຫຼາຍ ເພື່ອ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສັນ​ຊາດ​ທີ່​ເປັນ​ບັນ​ຫາ​ຖົກ​ຖຽງ​ກັນ ຊຶ່​ງພວກ​ນັກ​ວິ​ຈານ ກ່າວ​ວ່າ ມັນ​ຈຳ​ແນກ​ຕໍ່​ຊາວ​ມຸ​ສ​ລິມ.

​ຜູ້​ນຳພັກ​ຄອງ​ແກ​ຣັ​ສ ​ທ່ານ​ນາງ​ຊອນ​ເນຍ ການ​ດີ ທີ່​ນຳ​ພາ​ການ​ປະ​ທ້ວງ​ ​ຢູ່​ດ້ານ​ນອກອາ​ນຸ​ສາ​ວະ​ລີ ຣາ​ຈ ກາດ ທີ່ໄດ້​ອຸ​ທິດ​ໃຫ້​ແກ່ ທ່ານ​ມ​ະ​ຫາຕະ​ມະ ການ​ດີ ໃນ​ນະ​ຄອນຫຼວງ​ນິວ​ເດລີ.

ກົດ​ໝາຍ​ໃໝ່​ດັ່ງ​ກ່າວ ອະ​ນຸ​ຍາດ​ໃຫ້​ຊາວ​ຮິນ​ດູ ຊາວ​ຄ​ຣິ​ສ​ຕຽນ ແລະ​ພວກ​ນັບ​ຖື​ສາ​ສະ​ໜາ​ກຸ່ມ​ນ້ອຍ​ອືື່ນໆ ຜູ້​ທີ່​ອາໄສ​ຢູ່​ໃນ​ອີນ​ເດຍ​ຢ່າງ​ຜິດ​ກົດ​ໝາຍ ໄດ້​ຮັບ​ສັນ​ຊາດ​ອິນ​ເດຍ ຖ້າ​ຫາກ​ພວກ​ເຂົາ​ເຈົ້າ ສາ​ມາດ​ພິ​ສູດ​ໄດ້​ວ່າ ພວກ​ເຂົາ​ໄດ້​ຖືກ​ປະ​ຫັດ​ປະ​ຫານ ຍ້ອນ​ການ​ນັບ​ຖື​ສາ​ສະ​ໜາ​ຂອງ​ພວກ​ເຂົາ​ເຈົ້າຢູ່​ໃນປະ​ເທດ​ບັງ​ກ​ລາ​ແດັ​ສ ປາ​ກິ​ສ​ຖານແລະ​ອັ​ຟ​ກາ​ນິ​ສ​ຖານ​ ທີ່​ມີຊາວ​ມຸ​ສ​ລິມ​ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່ ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ດີ ກົດ​ໝາຍ​ໃໝ່ນີ້ ບໍ່​ໄດ້​ຖືກ​ນຳ​ໃຊ້​ກັບ​ຊາວ​ມຸ​ສ​ລິມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ນາ​ເຣນ​ດ​ຣາ ໂມ​ດີ ໄດ້​ອອກ​ມາ​ປົກ​ປ້ອງ ກົດ​ໝາຍ​ດັ່ງ​ກ່າວ ໃນ​ວັນ​ອາ​ທິດ​ຜ່ານ​ມາ ຢູ່​ທີ່​ການ​ຊຸມ​ນຸມ ຂອງ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ໂດຍ​ກ່າວ​ວ່າ “ຊາວ​ມຸ​ສ​ລິມຜູ້​ທີ່​ເປັນ​ລູກ​ຂອງຜືນ​ດິນ​ແດນ​ແຫ່ງນີ້ ແລະ​ຜູ້​ທີ່ບັນ​ພະ​ບຸ
ລຸດ​ຂອງ​ພວກ​ເຂົາ ​ເປັນ​ລູກ​ເຕົ້າ​ ຂອງ​ມາ​ຕຸ​ພູມ​ອິນ​ເດຍນັ້ນ ​ແມ່ນບໍ່​ຕ້ອງ​ເປັນ​ຫ່ວງຫຍັງ​ເລີຍ.”

ໃນ​ວັນ​ຈັນ​ວານນີ້ ເຊັ່ນ​ກັນ ​ພັກ​ບາ​ຣາ​ຕີ​ຢາ ຈາ​ນາ​ຕາ ຂອງທ່ານ​ໂມ​ດີ ຫຼື້ BJP ໄດ້​ສູນ​ເສຍຫຼາຍ​ບ່ອນ​ນັ່ງ​ໃນ​ສະ​ພາ ຈາກ​ລັດ​ຈາ​ຣ​ຄານ ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ໃນ​ຂະ​ນະ​ທີ່​ລັດ​ດັ່ງ​ກ່າວ ໄດ້​ລົງ​ຄະ​ແນນ​ສຽງໃນ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ ທ່າມ​ກາງ​ຄວາມບໍ່​ສະ​ຫງົບທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ຢູ່ນັ້ນ.​

ຢ່າງ​ໜ້ອຍ 23 ຄົນ ໄດ້​ຖືກ​ຂ້າ​ຕາຍ ໃນ​ກາ​ນ​ເດີນ​ຂະ​ບວນ​ປະ​ທ້ວງ​ ແລະ​ຄວາມ​ຮຸນ​ແຮງ ທີ່​ແກ່​ຍາວ​ມາເກືອບ​ສອງ​ສັບ​ປະ​ດາ ຫຼັງ​ຈາກ​ທີ່ ສະ​ພາ​ຂອງ​ອິນ​ເດຍ ໄດ້​ຮັບ​ຜ່ານ​ການ​ດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ສັນ​ຊາດ ເມື່ອ​ຕົ້ນ​ເດືອນນີ້.

​ການປະ​ທ້ວງ ທີ່​ໄດ້​ເລີ້ມ​ຕົ້ນ​ຂຶ້ນ ຢູ່ໃນວິ​ທະ​ຍາ​ເຂດ ທີ່​ມີນັກ​ສຶກ​ສາ​ຊາວ​ມຸ​ສ​ລິມ​ເປັນ​ສ່ວນ​ໃຫຍ່ ໄດ້​ຂະ​ຫຍາຍກວ້າງ​ອອກ​ໄປ ​ໃນຂະ​ນະ​ທີ່ ພວກ​ພົນ​ລະ​ເມືອງ​ທົ່ວ​ໄປ ແລະ​ບັນ​ດາອາ​ຈານ ກໍ​ໄດ້​ເຂົ້າ​ຮ່ວມ​ກັບ​ພວກ​ນັກ​ສຶກ​ສາ.

ໃນ​ເວ​ລາ​ທັນ​ທີ​ທັນ​ໃດນັ້ນ ກົດ​ໝາຍ​ວ່າ​ດ້ວຍ​ສັນຊາດ ​ເປັນ​ສາ​ເຫດກໍ່​ໃຫ້​ເກີດ​ຄວາມໂກດ​ແຄ້ນຂອງ​ມະ​ຫາ​ຊົນຢູ່ນັ້ນ ຄວາມ​ໂມ​ໂຫ ຍັງ​ໄດ້ເກີດ​ຂຶ້ນເລື້ອຍໆ ສຳ​ລັບ​ສິ່ງ​ທີ່​ພວກ​ປະ​ທ້ວງ​ປະ​ນາມ​ວ່າ ເປັນ​ການ​ພະ​ຍາ​ຍາມ​ໂດຍ​ລັດ​ຖະ​ບານ​ທ່ານ​ໂມ​ດີ ທີ່​ຈະ​ຄວບ​ຄຸມ ກຸ່ມ​ພວກ​ທີ່ບໍ່​ເຫັນ​ດີ​ເຫັນ​ພ້ອມ ດ້ວຍ​ການ​ກີດ​ກັນ​ບໍ່​ໃຫ້​ມີ​ການ​ຈັດ​ການ​ເດີນ​ຂະ​ບວນ​ປະ​ທ້ວງ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Nearly 2,000 people took to the streets of India's capital city Monday in a silent protest organized by opposition parties againstthe controversial citizenship bill that critics say discriminates against Muslims.

Congress Party leader Sonia Gandhi led protests in New Delhi outside the Raj Ghat, a memorial dedicated to Mahatma Gandhi.

The new law allows for Hindus, Christians, and other religious minorities who are in India illegally to become citizens, if they can prove they were persecuted because of their religion in Muslim-majority Bangladesh, Pakistan and Afghanistan.The new law, however, does not apply to Muslims.

Prime Minister Narendra Modi defended the law Sunday at a rally of his supporters, saying, "Muslims who are sons of the soil and whose ancestors are the children of mother India need not to worry."

Also on Monday, Modi's Bharatiya Janata Party (BJP) lost parliamentary seats from the northern state of Jharkhand as the state voted in local elections amid unrest throughout the country.

At least 23 people have been killed in nearly two weeks of demonstrations and violence after India's parliament passed the Citizenship Amendment Act earlier this month.

The protests that began on predominantly Muslim university campuses have widened as ordinary citizens and academics join with students.

While the immediate spark for the public fury is the citizenship law, anger is also growing for what is being decried as an attempt by Modi's government to control dissent by preventing people from staging demonstrations.

XS
SM
MD
LG